ເຮີຣິເຄນວິລລາ ໄດ້ພັດຂຶ້ນຝັ່ງ ເລາະຕາມແຄມມະຫາສະໝຸດປາຊິຟິກຂອງ ເມັກຊິໂກ.
ສູນກາງເຮີຣິເຄນແຫ່ງຊາດ ກ່າວວ່າ ພາຍຸວິລລາ ພັດເຂົ້າຖະຫຼົ່ມເມືອງອິສລາ ແດລ
ໂບສກ໌ ຕັ້ງຢູ່ປະມານ 80 ກິໂລແມັດ ຫ່າງຈາກບ່ອນຕາກອາກາດ ຊຶ່ງເປັນທີ່ນິຍົມໃນ
ເມືອງມາຊັດແລນ ໄປທາງທິດໃຕ້ ໃນລັດຊິນາລົວທາງພາກຕາເວັນຕົກສຽງເໝືອຂອງ
ເມັກຊິໂກ. ພາຍຸຫົວນີ້ ໄດ້ນຳເອົາລົມແຮງ 195 ກິໂລແມັດຕໍ່ຊົ່ວໂມງ ຊຶ່ງເປັນລົມພາຍຸ
ລະດັບ 3 ຂອງຈຳນວນທັງໝົດຫ້າລະດັບ ທີ່ວັດແທກກ່ຽວກັບຄວາມເປັນໄປໄດ້ຂອງ
ລົມພາຍຸທີ່ອາດຈະສ້າງຄວາມເສຍຫາຍ.
ເຮີຣິເຄນວິລລາ ໄດ້ພັດຂຶ້ນຝັ່ງ ຫຼັງຈາກໄດ້ຖະຫຼົ່ມໝູ່ເກາະອິສລາ ມາຣີອາ ປະມານ
100 ກິໂລແມັດຫ່າງຈາກແຜ່ນດິນໃຫຍ່ ບ່ອນທີ່ຄຸກຂອງລັດຖະບານກາງ ຕັ້ງຢູ່ນັ້ນ.
ພວກເຈົ້າໜ້າທີ່ໄດ້ປະຕິເສດ ທີ່ຈະຕອບຄຳຖາມ ກ່ຽວກັບວ່າ ມີການ ເອົາມາດຕະ
ການຢ່າງໃດແດ່ ເພື່ອໃຫ້ພວກນັກໂທດມີຄວາມປອດໄພ.
ບັນດານັກພະຍາກອນອາກາດ ທໍານາຍວ່າ ພາຍຸຫົງຍີ້ອາດພາໃຫ້ມີຝົນຕົກໜັກຫຼາຍ
ເຖິງ 45 ຊັງຕີແມັດ ຢູ່ໃນບາງເຂດ ແຕ່ໃນທີ່ສຸດກໍຈະອ່ອນຄວາມແຮງລົງໃນຂະນະທີ່
ເຂົ້າມາເຖິງແຄມຝັ່ງ ລະຫວ່າງປູເອໂຕ ວາລລາຕາແລະມາຊັຕລັນ.
ບັນດາຫາດຊາຍຊຶ່ງເປັນທີ່ນິຍົມຂອງພວກນັກທ່ອງທ່ຽວ ເກືອບຫວ່າງເປົ່າໃນວັນ
ອັງຄານວານນີ້ ມີພຽງແຕ່ພວກທີ່ມັກເຊີຣຟິງຈຳນວນນຶ່ງພາກັນຢູ່ທີ່ນັ້ນ ເພື່ອທ້າທາຍ
ກັບຟອງນ້ຳ. ພວກເຈົ້າໜ້າທີ່ສຸກເສີນກ່າວວ່າ ເຂົາເຈົ້າໄດ້ຍົກຍ້າຍຫຼາຍຜູ້ຄົນຫຼາຍ
ກວ່າ 4,250 ຄົນ ຈາກເຂດທີ່ເປັນອັນຕະລາຍສຸດ ແລະນຳເອົາພວກ ເຂົາເຈົ້າໄປໄວ້
ຢູ່ບ່ອນພັກເຊົາສຸກເສີນ 58 ແຫ່ງ.
Hurricane Willa has made landfall along Mexico's Pacific coast.
The National Hurricane Center says Willa struck the town of Isla del Bosque, located about 80 kilometers south of the popular resort city of Mazatlan in the northwestern state of Sinaloa. The storm was carrying maximum sustained winds of 195 kilometers, making it a Category 3 storm on the five-level scale that measures a storm's potential destructiveness.
Hurricane Willa made landfall after sweeping over the Islas Marias, a group of islands about 100 kilometers from the mainland, where a federal prison is located. Authorities refused to answer questions about what kind of precautions were taken to keep the prisoners safe.
Forecasters predict the storm could dump as much as 45 centimeters of rain on some areas, but will eventually lose strength as it comes ashore between Puerto Vallarta and Mazatlan.
The beaches of popular tourist spots were nearly deserted Tuesday with only a few surfing fanatics left behind to challenge the waves. Emergency officials say they have evacuated more than 4,250 people from high-risk areas, and housed them in 58 emergency shelters.