ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ນາຍົກລັດຖະມົນຕີ ຮັງກາຣີ ຊະນະ ການເລືອກຕັ້ງ ສະໄໝທີ 3 ລຽນຕິດ


ທ່ານ ວິກເຕີ ອອຣແບນ ນາຍົກລັດຖະມົນຕີ ຂອງຮັງກາຣີ ກ່າວຖະແຫລງ ຕໍ່ບັນດາຜູ້ສະໜັບສະໜູນທ່ານ ໃນນະຄອນ
ຫຼວງ ບູດາແພັດ ຂອງຮັງກາຣີ ຫຼັງຈາກທີ່ໄດ້ຖືກເລືອກອີກ
ສະໄໝທີ 3 ລຽນຕິດ ໃນການເລືອກຕັ້ງນາຍົກລັດຖະມົນຕີ, ວັນທີ 8 ເມສາ 2018.
ທ່ານ ວິກເຕີ ອອຣແບນ ນາຍົກລັດຖະມົນຕີ ຂອງຮັງກາຣີ ກ່າວຖະແຫລງ ຕໍ່ບັນດາຜູ້ສະໜັບສະໜູນທ່ານ ໃນນະຄອນ ຫຼວງ ບູດາແພັດ ຂອງຮັງກາຣີ ຫຼັງຈາກທີ່ໄດ້ຖືກເລືອກອີກ ສະໄໝທີ 3 ລຽນຕິດ ໃນການເລືອກຕັ້ງນາຍົກລັດຖະມົນຕີ, ວັນທີ 8 ເມສາ 2018.

ທ່ານ ວິກເຕີ ອອຣແບນ ນາຍົກລັດຖະມົນຕີ ຂອງຮັງກາຣີ ພວມສະເຫຼີມສະຫຼອງ ອັນທີ່
ທ່ານ ເອີ້ນວ່າ “ໄຊຊະນະທີ່ຍິ່ງໃຫຍ່” ສຳລັບ ຮັງກາຣີ ຫຼັງຈາກທີ່ ພັກຟີເດຊສ໌ (Fidesz)
ທີ່ຕໍ່ຕ້ານຄົນເຂົ້າເມືອງ ຂອງທ່ານ ໄດ້ຊະນະການເລືອກຕັ້ງສະພາດ້ວຍສຽງສ່ວນຫຼາຍ
ໃນວັນອາທິດວານນີ້.

ໂດຍການນັບຄະແນນສຽງໄດ້ເກືອບທັງໝົດແລ້ວ ພັກຟີເດຊສ໌ ແລະ ພັນທະມິດຂອງຕົນ
ຄືພັກຄຣິສຕຽນ ເດໂມແຄຣັດ ແມ່ນຄາດກັນວ່າ ໃນທີ່ສຸດ ກໍຈະໄດ້ຮັບ 133 ບ່ອນນັ່ງ
ໃນຈຳນວນ 199 ບ່ອນນັ່ງໃນສະພາ.

ພັກຊາດນິຍົມ ຈອບບິກ ຈະໄດ້ຮັບ 26 ບ່ອນນັ່ງ ໃນຂະນະດຽວກັນ ພັກສັງຄົມນິຍົມ ກໍຈະ
ໄດ້ຄວບຄຸມ 20 ບ່ອນນັ່ງ.

ທ່ານ ອອຣແບນ ຈະປະຕິບັດໜ້າທີ່ ເປັນນາຍົກລັດຖະມົນຕີ ສະໄໝທີ່ສາມລຽນຕິດ ແລະ
ສະໄໝທີສີ່ ເມື່ອລວມເຂົ້າກັນ.

ທ່ານ ອອຣແບນ ໄດ້ບອກພວກສະໜັບສະໜູນທີ່ກະຕືລືລົ້ນ ໃນຕອນແລງວັນອາທິດ
ວານນີ້ວ່າ “ມັນເປັນການຕໍ່ສູ້ຢ່າງຍິ່ງໃຫຍ່ ທີ່ຜ່ານມາຂອງພວກເຮົາ. ພວກເຮົາໄດ້
ຮັບໄຊຊະນະທີ່ສຳຄັນ ໂດຍການໃຫ້ໂອກາດຕົນເອງ ທີ່ຈະປົກປ້ອງຮັງກາຣີ.”

ທ່ານ ອອຣແບນ ໂດຍສ່ວນໃຫຍ່ ໄດ້ໂຄສະນາຫາສຽງ ກ່ຽວກັບໃນເລື່ອງການຕໍ່ຕ້ານ
ຄົນເຂົ້າເມືອງ ໂດຍເຕືອນວ່າ ຄົນເຂົ້າເມືອງຊາວມຸສລິມ “ແມ່ນເປັນຄືກັບຂີ້ໝ້ຽງທີ່
ຄ່ອຍໆເກີດ ແຕ່ສິ່ງທີ່ແນ່ນອນ ກໍຈະເປັນການກືນກິນ ຮັງກາຣີ.”

ທ່ານຍັງໄດ້ກ່າວຫາ ສະຫະພາບຢູໂຣບ ໃນການພະຍາຍາມທີ່ຈະດຶງເອົາປະເທດຮັງກາຣີ
ໄປຈາກ ຊາວຮັງກາຣີ ແລະປົນເປີກັບວັດທະນະທຳຂອງຢູໂຣບ.

ຮັງກາຣີ ໄດ້ສ້າງຮົ້ວຢູ່ຊາຍແດນ ແລະ ໄດ້ຮັບຜ່ານກົດໝາຍຫຼາຍສະບັບ ເພື່ອແນໃສ່ການ
ກີດກັນ ເສັ້ນທາງ ບໍ່ໃຫ້ພວກອົບພະຍົບ ທີ່ມຸ້ງໜ້າໄປ ຢູໂຣບຕາເວັນຕົກ ຈາກແຫ່ງຕ່າງໆ
ເຊັ່ນວ່າ ປະເທດຊີເຣຍ ແລະ ອັຟການິສຖານ ເຂົ້າໄປໃນປະເທດໄດ້.

ແຕ່ສະຫະພາບຢູໂຣບ ແລະ ອົງການສະຫະປະຊາຊາດ ໄດ້ສະແດງອອກ ເຖິງຄວາມ
ເປັນຫ່ວງ ແລະ ນ້ຳສຽງຂອງການຕໍ່ຕ້ານຄົນເຂົ້າເມືອງໃນການໂຄສະນາຫາສຽງ.

ເຖິງແມ່ນວ່າ ຜູ້ມີສິດອອກສຽງ ຊາວຮັງກາຣີ ຫຼາຍໆຄົນ ໄດ້ກ່າວວ່າ ພວກເຂົາເຈົ້າ ກໍ
ເປັນຫ່ວງກ່ຽວກັບ ການຍົກຍ້າຍຖິ່ນຖານ ແຕ່ສ່ວນຫຼາຍ ໄດ້ກ່າວວ່າ ພວກເຂົາເຈົ້າ ແມ່ນ
ສົນໃຈໃນເລື່ອງ ການສໍ້ລາດບັງຫຼວງ ຄວາມທຸກຍາກ ແລະ ການປັບປຸງດ້ານການຮັກສາ
ສຸຂະພາບ ຫຼາຍກວ່າ.

Hungary Election
please wait
Embed

No media source currently available

0:00 0:01:47 0:00

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG