ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຊາວຮາໂນ່ຍ ຫລາຍຮ້ອຍຄົນ ພາກັນປຸກລະດົມ ຕໍ່ຕ້ານການຕັດຕົ້ນໄມ້ ໃນເມືອງ


ພວກປະທ້ວງພາກັນຈັບມືຕໍ່ກັນ ຢູ່ສວນສາທາລະນະແຫ່ງໜຶ່ງ ເພື່ອປະທ້ວງແຜນການຕັດຕົ້ນໄມ້ ຫລາຍກ່ວາ 6000 ພັນຕົ້ນຖິ້ມ ໃນຮາໂນ່ຍ, ວັນທີ 22 ມີນາ 2105.
ພວກປະທ້ວງພາກັນຈັບມືຕໍ່ກັນ ຢູ່ສວນສາທາລະນະແຫ່ງໜຶ່ງ ເພື່ອປະທ້ວງແຜນການຕັດຕົ້ນໄມ້ ຫລາຍກ່ວາ 6000 ພັນຕົ້ນຖິ້ມ ໃນຮາໂນ່ຍ, ວັນທີ 22 ມີນາ 2105.

ແຜນການ​ທີ່​ຈະ​ຕັດ​ຕົ້ນ​ໄມ້ ຫລາຍ​ພັນ​ຕົ້ນ​ຖິ້ມ ໃນນະຄອນຫລວງ​
ຮາ​ໂນ່ຍ ​ໄດ້​ກໍ່​ໃຫ້​ເກີດຄວາມ​ໂກດ​ແຄ້ນຢ່າງ​ແຜ່​ຫລາຍ​ຢູ່​ໃນ​ເມື​ອງ
ຊຶ່ງ​ຫລາຍໆ​ຄົນ​ກໍ​ໄດ້​ໃຊ້​ສື່​ສັງຄົມ​ສະ​ແດງ​ຄວາມ​ໂກດ​ແຄ້ນ ຫລື​ບໍ່ ​
ກໍ​ຈັດ​ເຫດການ​ຕ່າງໆ​ຂຶ້ນ​ໃນ​ທົ່ວ​ນະຄອນຫລວງ ​ເພື່ອ​ປະ​ທ້ວງ
​ການ​ເຄື່ອນ​ໄຫວ​ດັ່ງກ່າວ. Marianne Brown ຜູ້​ສື່​ຂ່າວ​ວີ​ໂອ​ເອ
ມີ​ລາຍ​ງານ​ມາ​ຈາກ ຮາ​ໂນ່ຍ ຊຶ່ງ​ດາຣາຈະ​ນຳ​ມາສະ​ເໜີ​ທ່ານ.

((FX SINGING FROM PROTEST))
ຜູ້​ຄົນ​ປະມານ 500 ຄົນ ທີ່ນຸ່ງ​ເສື້ອ​ຍືດ t-shirts ພິ​ເສດ ​ແລະ​ຖື​ປ້າຍ​ຄຳ​ຂວັນທີ່​ມີ​ຂໍ້ຄວາມວ່າ
"Tree Hugs Hanoi" ​ທີ່ແປ​ກົງໆວ່າ “ຕົ້ນ​ໄມ້​ໂອບ​ກອດ​ຮາ​ໂນ່ຍ” ພາກັນ​ຈັບ​ມື​ຕໍ່ກັນ ຢູ່ທາງ​
ນອກ​ສວນສາທາລະນະ​ແຫ່ງ​ໜຶ່ງ ເມື່ອ​ເຊົ້າ​ວັນ​ອາທິດ​ຜ່ານ​ມາ​ນີ້ ​ເພື່​ອປະ​ທ້ວງ​ແຜນການ​ຂອງລັດຖະບານ ທີ່​ຈະ​ຕັດ​ຕົ້ນ​ໄມ້​ຂອງ​ເມືອງ​ຫລວງ​ນັ້ນ​ລົງ ຫລາຍ​ກ່ວາໜຶ່ງສ່ວນ​ສີ່.

​ໄດ້​ມີ​ການ​ປະ​ທ້ວງ​ໃນ​ຮູບ​ແບບ​ຕ່າງໆ ມາ​ເປັນ​ເວລາ​ສອງສາມ​ມື້​ແລ້ວ ​ເຖິງ​ແມ່ນ​ໄດ້​ມີ​ຂ່າວ​ອອກ​ມາ ​ໃນ​ມື້​ວັນ​ສຸກ​ວ່າ ປະທານ​ຂອງ​ຄະນະ​ກຳມະການ​ປະຊາຊົນ​ຮາ​ໂນ່ຍ ​ໄດ້​ຮ້ອງ​ຂໍ​ໃຫ້​ໂຈະ​ແຜນການ​ນັ້ນ​ໄວ້​ກໍ​ຕາມ.

ໄດ້​ມີ​ການ​ຕັດຕົ້ນ​ໄມ້​ລົງ​ແລ້ວ ປະມານ 500 ຕົ້ນ ​ແລະ​ພວກ​ປະກອບ​ສ່ວນ​ໃນ​ການ​ປະ​ທ້ວງ Tree Hugs Hanoi ກ່າວ​ວ່າ ພວກ​ເຂົາ​ເຈົ້າວິຕົກ​ວ່າ ການ​ຕັດ​ຕົ້ນ​ໄມ້​ຍັງ​ບໍ່​ໄດ້​ຢຸດ​ລົງ​ເທື່ອ.

ຜູ້​ປະ​ທ້ວງ​ຄົນ​ໜຶ່ງ ທ້າວ Duc Anh ​ກ່າວວ່າ ຫລາຍໆ​ຄົນ​ມີ​ຄວາມ​ກັງວົນກ່ຽວ​ກັບແຜນການ​
ຕັດ​ຕົ້ນ​ໄມ້​ນີ້.

((DUC ANH ACT IN VIETNAMESE))
ທ້າວ Duc Anh ​ເວົ້າ​ວ່າ ຊາວ​ເມືອງ​ຮາ​ໂນ່ຍກັບ​ພວກ​ນັກ​ທ່ອງ​ທ່ຽວ ມັກ​ຕົ້ນ​ໄມ້​ເຫລົ່າ​ນີ້ຍ້ອນ
ຫລາຍ​ເຫດຜົນ​ດ້ວຍ​ກັນ ຄື​ມັນ​ດີ​ສຳ​ຫລັບ​ສິ່ງ​ແວດ​ລ້ອມ ​ແລະ​ມັນ​ກໍ​ມີ​ຄຸນຄ່າ​ທາງ​ຄວາມຮູ້ສຶກ
​ນຳ ​ເພາະວ່າ​ພວກ​ຕົ້ນ​ໄມ້​ເຫລົ່ານີ້​ຫລາຍໆ​ຕົ້ນ​ ​ແມ່ນມີ​ອາຍຸ​ແກ່ສ່ຳ​ກັບ​ພໍ່​ຕູ້​ແມ່ຕູ້ຂອງ​ລາວ​ພຸ້ນ.
ລາວ​ກ່າວ​ຕື່ມ​ວ່າ ພວກ​ຕົ້ນ​ໄມ້​ທີ່​ຍັງ​ດີໆ​ແຂງ​ແຮງ​ຢູ່ ກໍ​ຖືກ​ຕັດ​ລົງ​ເຊັ່ນ​ກັນ ຊຶ່ງ​ເປັນ​ເລື້ອງ​ທີ່ໜ້າ
​ເສຍ​ໃຈ​ຫລາຍ.

ພາຍ​ໃຕ້ແຜນການ ມູນ​ຄ່າ 3 ລ້ານ 4 ​ແສນ​ດອລລ່າ​ ​ເພື່ອປັບປຸງ​ ​ນະຄອນຫລວງ​ຮາ​ໂນ່ຍ
ໃຫ້​ສວຍ​ງາມ​ຂຶ້ນ​ນັ້ນ ພວກ​ຕົ້ນ​ໄມ້​ທີ່​ຖື​ວ່າ ​ເປັນ​ອັນຕະລາຍ​ແລະ​ບໍ່​ໜ້າ​ເບິ່ງ ​ແມ່ນຈະ​ຖືກ​ຕັດ
ລົງ ທັງ​ໝົດ 6,700 ຕົ້ນ​ ອິງ​ຕາມ​ລາຍ​ງານ​ຂ່າວ​ຂອງ​ໜັງສືພິມ Thanh Nien ທີ່​ໄດ້​ຕັ້ງ​ຄຳ
ຖາມ​ວ່າ ທາງ​ການຈະ​ເຮັດ​ຫຍັງ​ກັບທ່ອນ​ໄມ້ ຈາກ​ພວກ​ຕົ້ນ​ໄມ້​ທີ່​ຖືກ​ຕັດ​ລົງ ຊຶ່ງສາມາດ
ຂາຍ​ໄດ້​ລາຄາ​ແພງ​ນັ້ນ.

ການ​ເຄື່ອນ​ໄຫວ​ດັ່ງກ່າວ​ໄດ້​ສ້າງ​ຄວາມ​ໂກດ​ແຄ້ນ​ຂຶ້ນ ຢູ່​ໃນ​ສື່​ສັງຄົມ. ບັນຊີ
Facebook page ບັນຊີໜື່ງ ທີ່​ຕັ້ງ​ຂຶ້ນ​ມ​າ​ເມື່ອ​ວັນ​ອັງຄານ​ອາທິດ​ແລ້ວ​ນີ້​ ​ແລະໃສ່​ຊື່ວ່າ
6,700 ຄົນ​ສຳ​ຫລັບ​ຕົ້ນ​ໄມ້ 6,700 ຕົ້ນ ​ [[https://www.facebook.com/manfortree]] ໄດ້​ດຶງ​ດູດ​ເອົາ​ຄົນ​ເຂົ້າ​ມາ​ກົດ like ​ເກືອບ 50,000 ຄົນ​ແລ້ວ.

ທ້າວ Vu Thanh Phong ນັກ​ຮຽນ​ປີ​ສຸດ​ທ້າຍ ກ່າວ​ວ່າ ຕົ້ນ​ໄມ້​ພວກ​ນີ້​ແມ່ນ​ເປັນຊັບສົມບັດ​
ອັນ​ຍິ່ງ​ໃຫຍ່​ຂອງ​ຮາ​ໂນ່ຍ.

((PHONG ACT IN VIETNAMESE))
ທ້າວ Vu Thanh Phong ​ເວົ້າ​ວ່າ ຕົນ​ໄມ້​ພວກ​ນີ້ ກັບ​ສິ່ງ​ອື່ນໆ​ອີກ​ທີ່​ມີ​ມາ​ແຕ່​ດັ້ງ​ເດີມ ​ເຊັ່ນ​ພວກ​ຄົນຂາຍ​ຂອງ​ງຢູ່​ແຄມ​ທາງນັ້ນ ​ແມ່ນ​ເປັນ​ເອກະລັກ​ຂອງ​ຮາ​ໂນ່ຍ ຄື​ສິ່ງ​ທີ່​ເຮັດ​ໃຫ້​ຮາໂນ່​ຍ
​ໂດດ​ເດ່​ນ ບໍ່​ຄື​ເມືອງ​ອື່ນ​ໃດ ​ແລະ​ຖ້າ​ຫາກ​ບໍ່​ມີ​ສິ່ງ​ຕ່າງໆ​ເຫລົ່າ​ນີ້​ແລ້ວ ​ເມືອງ​ນີ້​ກໍ​ຈະ​ບໍ່​ມີ​ຫຍັງ
ພິ​ເສດ​ອີີກ​ຕໍ່​ໄປ.

ປະ​ມານ ໜຶ່ງ​ສ່ວນ​ສີ່ ຂອງພົນລະ​ເມືອງ​ຫວຽດນາມ ​ແມ່ນຊົມ​ໃຊ້ Facebook
((https://www.techinasia.com/vietnams-facebook-penetration-hits-70-adding-14-million-users-year/)) ​ແລະ​ສື່​ສັງຄົມ​ອັນ​ນີ້​ກໍ​ໄດ້​ກາຍ​ມາ​ເປັນ​ເຄື່ອງມື​ທີ່​ມີ​ພະລັງ ​ໃນ​ການ​ເຮັດ​ໃຫ້​ສັງຄົມ​ປ່ຽນ​ແປງ.

ຫລາຍໆ​ຄົນ​ທີ່​ປະກອບສ່ວນ​ໃນ​ການ​ປະ​ທ້ວງ Tree Hugs Hanoi ພາກັນ​ນຸ່ງ​ເສື້ອ t-shirts
ທີ່​ມີ​ປ້າຍ​ຄຳ​ຂວັນ​ຂອງ​ການ​ປຸກລະດົມ​ອັນ​ໜຶ່ງ​ອີກ​ຕ່າງຫາກ ຊຶ່ງ​ໄດ້​ຮັບ​ການ​ຊຸກຍູ້​ຈາກ​ສື່​ສັງຄົມ
​ເຊັ່ນ​ກັນ​ແລະ​ຮຽກຮ້ອງ ​ໃຫ້​ເຈົ້າ​ໜ້າ​ທີ່ໃນພາກ​ກາງ​ຫວຽດນາມ ຢຸດ​ແຜນການ​ທີ່​ຈະ​ສ້າງ​ cable car ຫລືຕູ້​ໄຟຟ້າ​ເລື່ອນ ຢູ່​ໃນ​ຖ້ຳ Son Doong ຊຶ່ງ​ອາດ​ຈະ​ເປັນ​ຖ້ຳ​ທີ່​ໃຫຍ່​ທີ່​ສຸດ ​ໃນ​ໂລກ​ກໍ​ໄດ້.

ທ້າວ Thanh Thu ​ເປັນ​ຜູ້​ໜຶ່ງ​ທີ່​ຮ່ວມ​ປຸກລະດົມ​ຕໍ່ຕ້ານ​ເລື້ອງ​ນີ້. ລາວ​ກ່າວ​ວ່າ ຄວາມ​ສົນໃຈ
ໃນ​ເລື້ອງ​ນີ້​ຢູ່ Facebook ​ແລະ​ການ​ຮ້ອງ​ຮຽນ ​ໄດ້​ບີບ​ບັງຄັບ​ໃຫ້ ລັດຖະບານ​ຕ້ອງ​ຄິດພິຈາ
ລະນາ​ໃໝ່.


((THU ACT IN ENGLISH))
"When they considered the factor of environment and economy and they saw that Son Doong should be protected. They will not build anything until 2030."
ທ້າວ Thanh Thu ກ່າວ​ວ່າ “​ເວລາ​ພວກ​ເຂົາ​ເຈົ້າ​ ພິຈາລະນາ​ເບິ່ງ ປັດ​ໃຈ​ດ້ານ​ສິ່ງ​ແວດ​ລ້ອມແລະ​ເສດຖະກິດ ເຂົາ​ເຈົ້າ​ກໍ​ເຫັນ​ວ່າ​ຖ້ຳ Son Doong ຄວນ​ໄດ້​ຮັບ​ການ​ປົກ​ປັກ​ຮັກສາ​ເອົາ​ໄວ້. ​ເຂົາ​ເຈົ້າ​ຈະ​ບໍ່​ກໍ່ສ້າງ​ຫຍັງ​ຂຶ້ນ ຈົນ​ກ່ວາປີ 2030.”

ທ້າວ Thanh Thu ກ່າວ​ອີກ​ວ່າ ລາວ​ຫວັງ​ວ່າ ການ​ປຸກລະດົມ​ທາງສື່​ສັງຄົມ​ແບບ​ນີ້ ຈະຊຸກ
ຍູ້​ໃຫ້​ປະຊາຊົນ​ຄິດ​ເຖິງ​ຄົນ​ອື່ນໆ​ຫລາຍ​ຂຶ້ນ ​ແລະ​ເອົາ​ບົດບາດ​ຢ່າງ​ຫ້າວຫັນ ​ໃນ​ການປົກ​ປັກ
​ຮັກສາ​ສິ່ງ​ແວດ​ລ້ອມ ​ແລະປະກອບສ່ວນໃນ​ການ​ສ້າງສັງຄົມ ​ໃຫ້​ດີ​ຂຶ້ນ.

XS
SM
MD
LG