ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ເມສາ ໒໐໒໔

ຫຼາຍຮ້ອຍຄົນຖືກຈັບ ໃນການປະທ້ວງຢູ່ ສະພາສູງຂອງ ສຫລ


ພວກແມ່ຍິງພາກັນຖືປ້າຍປະທ້ວງ ການແບ່ງແຍກເດັກນ້ອຍອອກຈາກພໍ່ແມ່ເຂົາເຈົ້າ.
ພວກແມ່ຍິງພາກັນຖືປ້າຍປະທ້ວງ ການແບ່ງແຍກເດັກນ້ອຍອອກຈາກພໍ່ແມ່ເຂົາເຈົ້າ.

ພວກປະທ້ວງຫລາຍຮ້ອຍຄົນຖືກຈັບກຸມ ພາຍຫລັງທີ່ໄດ້ໄປນັ່ງປະທ້ວງຢູ່ຕຶກຫ້ອງການ
ຂອງສະພາສູງ ຢູ່ໃນນະຄອນຫລວງວໍຊິງຕັນ ເພື່ອປະທ້ວງຕໍ່ນະໂຍບາຍດ້ານຄົນເຂົ້າ
ເມືອງຂອງລັດຖະບານທ່ານທຣໍາ.

ຕໍາຫລວດຫ້ອງການລັດຖະສະພາໄດ້ຈັບນັກເຄື່ອນໄຫວ 575 ຄົນ ຊຶ່ງໃນນັ້ນສ່ວນໃຫຍ່
ແມ່ນແມ່ຍິງ ທີ່ປະນາມນະໂຍບາຍ “ບໍ່ມີການຜ່ອນຜັນ” ຫລື ‘zero tolerance” ຂອງ
ປະທານາທິບໍດີທຣໍາ ຕໍ່ພວກຄົນເຂົ້າເມືອງທີ່ບໍ່ມີເອກະສານ.

ໃນຂະນະທີ່ພວກເຂົາເຈົ້ານັ່ງຢູ່ລານກາງຕຶກ ຮາດທ໌ (Hart) ພວກເຂົາເຈົ້າຮ້ອງຄໍາວ່າ
“ຮູ້ບໍ່ວ່າ ພວກເຮົາຢາກໄດ້ຫຍັງ? ຢາກໄດ້ຄອບຄົວທີ່ມີເສລີພາບ? ແລະ “ປະຊາທິປະ
ໄຕ ແມ່ນເປັນແນວນີ້ຫລະ.”

ພວກນັກປະທ້ວງພາກັນຕຸ້ມຜ້າຢາງປລາສຕິກ ຄືກັນກັບຜ້າຢາງທີ່ແຈກໃຫ້ພວກເດັກ
ນ້ອຍ ທີ່ຖືກເອົາພາກຈາກຄອບຄົວຂອງພວກເຂົາຢູ່ຊາຍແດນພາກໃຕ້ຂອງສະຫະລັດ
ແລະຖືກຂັງໄວ້ນັ້ນ.

ບັນດາສະມາຊິກສະພາສູງຈາກພັກເດໂມແຄຣັດ ທ່ານນາງ ແມມີ ດັກເວີດ ຈາກລັດ
ອີລິນອຍ, ທ່ານນາງ ເມຊີ ຮີໂຣໂນ ຈາກລັດຮາວາຍ ແລະທ່ານເອດ ມາຄີ ຈາກລັດ
ມັດຊາຈູເຊັສ ແມ່ນນອນຢູ່ໃນຈໍານວນຄົນທີ່ໄປຫາພວກປະທ້ວງເຫລົ່ານັ້ນ ແລະໃຫ້
ການສະໜັບສະໜຸນແກ່ເຂົາເຈົ້າ.

ສະມາຊິກສະພາຕໍ່າ ທ່ານນາງ ພຣາມິລາ ຈາເຢປານ ຂອງລັດວໍຊິງຕັນ ຊຶ່ງເປັນ
ຄົນເຂົ້າເມືອງເຊັ່ນກັນໄດ້ຂຽນລົງໃນທວີດເທີວ່າທ່ານນາງກໍເປັນຄົນນຶ່ງ ໃນຈໍານວນ
ທີ່ຖືກຈັບກຸມນັ້ນ. ທ່ານນາງຂຽນວ່າ “ຂ້າພະເຈົ້າຫາກໍ່ຖືກຈັບກຸມ ພ້ອນກັນກັບພວກ
ແມ່ຍິງຈໍານວນຫລາຍກວ່າ 500 ຄົນນັ້ນ ຢູ່ໃນການເດີນຂະບວນຂອງພວກແມ່ຍິງ
ເພື່ອບອກວ່ານະໂຍບາຍ 'ບໍ່ມີການຜ່ອນຜັນ' ຫລື 'zero tolerance' ຂອງທ່ານ ດໍ
ໂນລ ທຣໍາ ຈະບໍ່ມີຕໍ່ໄປອີກແລ້ວ. ບໍ່ໃຫ້ມີຢູ່ປະເທດຂອງພວກເຮົາ. ບໍ່ໃຫ້ມີຢູ່ໃນຊື່
ຂອງພວກເຮົາ.

ຜູ້ຄົນໄປປະທ້ວງຢູ່ຕຶກລັດຖະສະພາຂອງສະຫະລັດໃນວັນທີ 28, 2018
ຜູ້ຄົນໄປປະທ້ວງຢູ່ຕຶກລັດຖະສະພາຂອງສະຫະລັດໃນວັນທີ 28, 2018

ບັນດານັກເຄື່ອນໄຫວຄົນເຂົ້າເມືອງ ພາກັນປະທ້ວງຢູ່ຕຶກຂອງລັດຖະສະພາສະຫະລັດ
ບັນດານັກເຄື່ອນໄຫວຄົນເຂົ້າເມືອງ ພາກັນປະທ້ວງຢູ່ຕຶກຂອງລັດຖະສະພາສະຫະລັດ

ຢູ່ພາຍໃຕ້ນະໂຍບາຍ 'ບໍ່ມີການຜ່ອນຜັນ' ຫລື 'zero tolerance' ຂອງທ່ານທຣໍາ ນັ້ນ ລັດຖະບານໄດ້ເລີ້ມດໍາເນີນຄະດີຕໍ່ພວກຄົນເຂົ້າເມືອງທີ່ຖືກຈັບໄດ້ວ່າໄດ້ເຂົ້າມາໃນ
ປະເທດໂດຍບໍ່ໄດ້ຮັບອະນຸຍາດ. ທ່ານທຣໍາໄດ້ຍຸຕິນະໂຍບາຍຂອງເພິ່ນທີ່ເອົາເດັກ
ນ້ອຍພາກຈາກພໍ່ເມ່ຂອງພວກເຂົາທີ່ຖືກນໍາຕົວໄປຂັງໄວ້ນັ້ນ ຍ້ອນໄດ້ຖືກກົດດັນຈາກ
ປະຊາຊົນ. ແຕ່ວ່າ ເດັກນ້ອຍປະມານ 2,000 ຄົນຍັງຖືກກັກຂັງໄວ້ ໂດຍທີ່ຫລາຍໆ
ຄອບຄົວເວົ້າວ່າເຂົາເຈົ້າບໍ່ຮູ້ຈັກວ່າ ຈະໄປຊອກຫາລູກຂອງເຂົາເຈົ້າໃຫ້ເຫັນໄດ້ຈັ່ງໃດ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG