ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ລາຍງານອົງການ ສປຊ ດ້ານການ ພັດທະນາມະນຸດ ສະບັບຄົບຮອບ 20 ປີ


ພວກແມ່ຍິງກໍາລັງຕັກນໍ້າສະອາດຈາກຮ່ອງສົ່ງນໍ້າສະອາດໃນປະເທດ ຈໍດັນ ໃນໂຄງການບັນເທົາແລະປະຕິບັດການສະພາບແວດລ້ອມ ດ້ານສຸຂະພາບຂອງອົງການສະຫະປະຊາຊາດ
ພວກແມ່ຍິງກໍາລັງຕັກນໍ້າສະອາດຈາກຮ່ອງສົ່ງນໍ້າສະອາດໃນປະເທດ ຈໍດັນ ໃນໂຄງການບັນເທົາແລະປະຕິບັດການສະພາບແວດລ້ອມ ດ້ານສຸຂະພາບຂອງອົງການສະຫະປະຊາຊາດ

ລາຍງານວ່າດ້ວຍການພັດທະນາມະນຸດຂອງອົງການສະຫະປະຊາຊາດປະຈໍາປີນີ້ ພົບວ່າ ພວກປະເທດທຸກຈົນຫລາຍປະເທດໄດ້ສ້າງຄວາມກ້າວໜ້າຢ່າງໜ້າພໍໃຈໃນ ດ້ານສຸຂະພາບ ການສຶກສາ ແລະມາດຕະຖານການເປັນຢູ່ຂັ້ນພື້ນຖານໃນລະຫວ່າງ 40 ປີ ທີ່ຜ່ານມາ. ຜູ້ສື່ຂ່າວວີໂອເອ ລາຍງານຈາກນະຄອນເຈນີວາວ່າ ພວກປະເທດທີ່ໄດ້ສ້າງຄວາມກ້າວໜ້າ ອັນດັບສູງທີ່ສຸດນັ້ນ ໄດ້ແກ່ ນໍຣ໌ເວ ອອສເຕຣເລຍ ນີວຊີແລນ ແລະສະຫະລັດ. ແລະ ພວກປະເທດຕໍ່າສຸດແມ່ນ ໄນເຈີ ສາທາລະນະລັດຄອງໂກ ແລະຊິມບາບເວ.

ການວິໄຈສະແດງໃຫ້ເຫັນເຖິງພາບລວມອັນກວ້າງຂວາງ
ຂອງທ່າອຽງ ແລະຕາມແບບຢ່າງທີ່ໄດ້ເກີດຂຶ້ນໃນການພັດ
ທະນາມະນຸດ ລະຫວ່າງປີ 1970 ແລະ ປີ 2010. ໃນ
ຊົ່ວໄລຍະດັ່ງກ່າວນີ້ ລາຍງານວ່າດ້ວຍການພັດທະນາມະ
ນຸດພົບເຫັນວ່າ ຄວາມກ້າວໜ້າທີ່ໜ້າສັງເກດໄດ້ ແລະໃນ
ຂອບເຂດທີ່ກວ້າງຂວາງ ແມ່ນໄດ້ເກີດຂຶ້ນຫຼາຍກວ່າໝູ່ ກັບພວກປະເທດທຸກຈົນຫລາຍທີ່ສຸດ ນັ້ນ.

ທ່ານນາງ Emma Samman ນັກວິໄຈການຄົ້ນຄວ້າອາວຸໂສ ກ່າວວ່າ ດັດຊະນີການພັດ
ທະນາມະນຸດຂອງໂລກພົບເຫັນວ່າ ດ້ານສຸຂະພາບ ລາຍໄດ້ ແລະການສຶກສາ ແມ່ນໄດ້
ຖີບຕົວສູງຂຶ້ນ ເຖິງ 41 ເປີເຊັ່ນ ນັບຕັ້ງແຕ່ປີ 1970 ແລະອີກ 18 ເປີເຊັນ ນັບຕັ້ງແຕ່ປີ
1990 ຊຶ່ງທ່ານນາງກ່າວວ່າ ໃນປັດຈຸບັນນີ້ ໂລກແມ່ນເປັນໜ້າຢູ່ອາໃສ ຫລາຍຂຶ້ນກວ່າ ເມື່ອ 40 ຫລື 20 ປີຜ່ານມາ:

ພວກ​ສາມາດເຮົາ​ເວົ້າດ້ວຍ​ຄວາມໝັ້ນ​ໃຈວ່າ ຄົນ​ເຮົາ​ໃນ​ທຸກ​ມື້ນີ້ ມີ​ສຸຂະພາບ​ແຂງ​
ແຮງ, ມີ​ການ​ສຶກສາ​ສູງ​ຂຶ້ນ ​ແລະ ຮັ່ງມີ ຂຶ້ນຫລາຍກວ່າ​ແຕ່​ກ່ອນ​ຫລາຍ. ດຽວນີ້
ອັດຕາຄວາມຄາດ​ຫວັງໃນການມີອາຍຸຍືນ ໂດຍສະ​ເລັ່ຍຂອງ​ຄົນ ​ແມ່ນ​ເພີ້ມຂຶ້ນ
ຈາກ 59 ປີ ໄປ​ຫາ 70 ປີ. ການ​ເຂົ້າໂຮງຮຽນທີ່ໄລ່ຮວມກັນ​ແມ່ນ​ເພີ້ມຂຶ້ນຈາກ
55% ​ເປັນ 70% ​ແລະລາຍຮັບສະ​ເລ່ຍຕໍ່​ຄົນ ​ໄດ້​ເພີ້ມຂຶ້ນ​ສອງ​ເທົ່າ ​ເປັນຫລາຍ
ກວ່າ 10 ພັນ​ໂດ​ລາ ​ໃນ​ກໍາລັງ​ຊື້ອັນ​ແທ້​ຈິງ ….. ”

ເດັກນ້ອຍລາວໃນເຂດຊົນ ນະບົດ ດີໃຈທີ່ມີນໍ້າກອ໊ກ ໃຊ້
ເດັກນ້ອຍລາວໃນເຂດຊົນ ນະບົດ ດີໃຈທີ່ມີນໍ້າກອ໊ກ ໃຊ້

ໃນຈໍານວນ 135 ປະເທດທີ່ກ່າວມານັ້ນ ປະເທດໂອມານ
ແມ່ນໄດ້ຮັບການປັບປຸງໃຫ້ດີຂຶ້ນຫຼາຍທີ່ສຸດ ໃນດັດຊະນີ
ການພັດທະນາມະນຸດໃນລະຫວ່າງ 40 ປີຜ່ານມາ ສ່ວນ
ປະເທດອື່ນໆ ທີ່ໂຮມຢູ່ໃນພວກປະເທດ ທີ່ເອີ້ນກັນວ່າ 10
ປະເທດທີ່ໄດ້ມີການເຄື່ອນໄຫວກ້າວໄປໄວ ຫຼືປັບປຸງຫຼາຍ
ກວ່າໝູ່ ແມ່ນປະກອບດ້ວຍ ຈີນ ເນປາລ ອິນໂດ ເນເຊຍ
ຊາອູດີ ອາເຣເບຍ ສປປ ລາວ ຕູນີເຊຍ ເກົາຫລີໃຕ້ ອາລຈີເຣຍ ແລະ ມໍຣ໊ອກໂກ.

ລາຍງານສະບັບດັ່ງກ່າວໃຫ້ຂໍ້ສັງເກດອີກວ່າ ບໍ່ເຫັນມີການ
ເຊື່ອມໂຍງທີ່ເກີດຂຶ້ນຢ່າງອັດຕະໂນມັດ ລະຫວ່າງການເຕີບ
ໂຕທາງເສດຖະກິດ ແລະຄວາມກ້າວໜ້າຂອງມະນຸດ ຊຶ່ງ
ທ່ານນາງ Samman ​ໃຫ້​ຂໍ້ສັງເກດວ່າ ມີຈີນປະເທດດຽວ
ເທົ່ານັ້ນທີ່ກ້າວຂຶ້ນໄປຢູ່ໃນບັນຊີລາຍຊື່ຂອງ 10 ປະເທດ ທີ່ໄດ້ມີການປັບປຸງຫຼາຍກວ່າໝູ່
ຍ້ອນຄວາມກ້າວໜ້າທາງດ້ານເສດຖະກິດເປັນການສະເພາະ. ທ່ານນາງກ່າວຕໍ່ໄປວ່າ

ລາຍຮັບສະ​ເລ່ຍຕໍ່​ຄົນ​ໃນ​ຈີນ​ໄດ້​ເພີ້ມຂຶ້ນປະມານ 2,000% ​ໃນ​ຕະຫລອດ​ໄລຍະ​
40 ຜ່ານ​ມານີ້ ຊຶ່ງ​ເປັນ​ເລື້ອງທີ່ພິ​ເສດ​ອີ່ຫລີ. ​ແຕ່​ວ່າ ​ເມື່ອ​ມາ​ເບິ່ງ​ຄວາມ​ກ້າວໜ້າ
ດ້ານສາທາລະນະ​ສຸກ ​ແລະ ດ້ານການ​ສຶກສາ ​ໃນທັງ 2 ດ້ານ ນີ້ແລ້ວ ແມ່ນ​ມີ
ຄວາມ​ກ້າວໜ້າໜ້ອຍກວ່າ​ດ້ານ​ລາຍ​ໄດ້ຫລາຍ. ຖ້າ​ຫາກ​ພວກ​ເຮົາ​ເບິ່ງ​ລາຍຊື່​
ຂອງ​ການຈັດ​ລໍາດັບດັດ​ສະ​ນີການພັດທະນາ​ຂອງ​ມະນຸດ ຫລື HDI ​ທີ່ບໍ່ອິງໃສ່
ລາຍຮັບແລ້ວ ລໍາດັບຂອງຈີນຕົກ​ໄປຢູ່​ໃນ​ຂັ້ນທີ່​ຫລ້າຫລັງ​ຫລາຍ ກໍ​ຄືຕົກຢູ່​ໃນ​ ອັນດັບທີ 77 ​ໃນ​ດ້ານ​ນີ້.”

ໃນດ້ານກົງກັນຂ້າມກັນ ລາຍງານໃຫ້ຂໍ້ສັງເກດວ່າພວກ 10 ປະເທດຊັ້ນນໍາກຸ່ມຕໍ່ໄປ ທີ່
ໄດ້ປັບປຸງປະເທດຂອງຕົນໃຫ້ດີຂຶ້ນ ໃນລະຫວ່າງ 40 ປີຜ່ານມາ ແມ່ນໂຮມທັງຫລາຍໆ
ປະເທດທີ່ມີລາຍໄດ້ຕໍ່າ ແຕ່ກໍເປັນພວກປະເທດທີ່ປະສົບຜົນສໍາເລັດສູງ ໃນດັດຊະນີການ
ພັດທະນາມະນຸດ ຊຶ່ງໂດຍປົກກະຕິແລ້ວ ບໍ່ຖືວ່າເປັນປະເທດທີ່ສໍາເລັດຜົນຢ່າງສູງເລີຍ.

ໃນຈໍານວນປະເທດດັ່ງກ່າວນັ້ນ ໄດ້ແກ່ ອີທິໂອເປຍ ກໍາປູເຈຍ ແລະ ເບນິນ ຊຶ່ງປະເທດທັງ
ໝົດນີ້ ແມ່ນໄດ້ບັນລຸຄວາມກ້າວໜ້າໃນໃນດ້ານການສຶກສາແລະສາທາລະນະສຸກ. ລາຍ
ງານສະບັບດັ່ງກ່າວໄດ້ອ້າງເອົາຂົງເຂດເອເຊຍຕາເວັນອອກ ທີ່ນໍາໂດຍຈີນ ແລະອິນໂດເນ
ເຊຍ ໃນຖານະເປັນຂົງເຂດທີ່ສ້າງຄວາມກ້າວໜ້າດັດຊະນີ ການພັດທະນາມະນຸດໄວທີ່ສຸດ
ນັບຕັ້ງແຕ່ປີ 1970 ມາ. ນອກນີ້ແລ້ວ ກຸ່ມປະເທດອາຫລັບກໍບັນລຸຜົນສໍາຄັນ ເຊັ່ນດຽວກັນ.

ແຕ່ວ່າ ລາຍງານນີ້ໃຫ້ຂໍ້ສັງເກດຕື່ມອີກວ່າ ມີຫລາຍໆປະເທດຈາກຂົງເຂດໃຕ້ທະເລຊາຍ
ຊາຮາຣາ ໃນອາຟຣິກາ ແລະອະດີດສະຫະພາບໂຊວຽດທີ່ຍັງລ້າຫລັງປະເທດອື່ນໆ ຍ້ອນ
ຜົນກະທົບຈາກໂຣກເອດສ໌ ບັນຫາຂັດແຍ້ງ ຄວາມວຸ້ນວາຍທາງດ້ານເສດຖະກິດ ແລະປັດ ໃຈດ້ານອື່ນໆ.

ລາຍງານເວົ້າອີກວ່າ ຄວາມຄາດຫວັງໃນການມີອາຍຸຍືນໄດ້ລົດຕໍ່າລົງ ໃນໄລຍະສີ່ສິບປີຜ່ານ
ມາ ຢູ່ໃນປະເທດເບລາຣູສ ຢູເຄຣນ ແລະຣັດເຊຍ ແລະຫົກປະເທດໃນເຂດໃຕ້ທະເລຊາຍ
ຊາຮາຣາຂອງອາຟຣິກາ ຊຶ່ງໂຮມທັງສາທາລະນະລັດປະຊາທິປະໄຕຄອງໂກ, ເລໂຊໂທ ອາຟຣິ ກາໃຕ້, ສະວາຊີແລນ, ຊາມເບຍ ແລະຊິມບາບເວ.

XS
SM
MD
LG