ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ລາວໂຮມຢູ່ໃນ 10 ປະເທດ ທີ່ມີຜົນການພັດທະນາ ດີທີ່ສຸດ


ເດັກນ້ອຍລາວຈໍານວນນຶ່ງ ທີ່ມີຄວາມເບີກບານມ່ວນຊື່ນ ຂຶ່ງສະແດງໃຫ້ເຫັນວ່າພວກເຂົາ ແມ່ນມີຊີວິດການເປັນຢູ່ອັນດີ ນລະດັບແນ່ນອນໃດນຶ່ງ
ເດັກນ້ອຍລາວຈໍານວນນຶ່ງ ທີ່ມີຄວາມເບີກບານມ່ວນຊື່ນ ຂຶ່ງສະແດງໃຫ້ເຫັນວ່າພວກເຂົາ ແມ່ນມີຊີວິດການເປັນຢູ່ອັນດີ ນລະດັບແນ່ນອນໃດນຶ່ງ

ອົງການສະຫະປະຊາຊາດເພື່ອການພັດທະນາ (UNDP) ຈັດໃຫ້ລາວເປັນ 1 ໃນ 10 ປະເທດທີ່ມີຜົນການພັດທະນາສະພາບຊີວິດກ່ນເປັນຢູ່ ຂອງປະຊາຊົນໄດ້ດີທີ່ສຸດ ໃນ ໂລກໃນຮອບ 40 ປີທີ່ຜ່ານມາ.

ອົງການ​ສະຫະ​ປະຊາ​ຊາດ​ເພື່ອ​ການ​ພັດທະນາ (UNDP)
ໄດ້ຈັດໃຫ້ລາວເປັນປະເທດອັນດັບທີ່ 6 ໃນ 10 ປະເທດ
ທີ່ມີການພັດທະນາສະພາບຊີວິດຄວາມເປັນຢູ່ຂອງປະຊາ
ຊົນໄດ້ດີທີ່ສຸດໃນຮອບ 40 ປີທີ່ຜ່ານມາ ດ້ວຍການພິດຈາ
ລະນາຈາກການເພີ່ມຂຶ້ນຂອງລາຍໄດ້ສະເລ່ຍຂອງປະຊາ
ຊົນລາວ ແລະການຂະຫຍາຍຕົວຂອງການໃຫ້ບໍລິການ
ແກ່ປະຊາຊົນລາວທັງໃນດ້ານສຸຂະພາບອະນາໄມ ແລະ
ການສຶກສາ.

ໂດຍກ່ຽວກັບລະດັບລາຍໄດ້ສະເລ່ຍຂອງປະຊາຊົນລາວນັ້ນ
UNDP ​ໄດ້​ສົມ​ທຽບ​ລະດັບລາຍ​ໄດ້​ຂອງ​ປະຊາຊົນລາວ​ທີ່
ເພີ່ມ​ຈາກ 6.63 ລ້ານ​ກີບ​ຕໍ່​ຄົນ ​ໃນ​ໄລຍະ​ແຜນການ​ປີ
2006-2010 ທີ່​ຜ່ານ​ມາ ອັນ​ເປັນ​ຜົນ​ມາ​ຈາກ​ການຂະ
ຫຍາຍຕົວ​ທາງ​ເສດຖະກິດ​ທີ່​ມີ​ມູນ​ຄ່າ​ການລົງທຶນ​ຈາກ​ຕ່າງ
ປະ​ເທດ​ເພີ່​ມສູງ​ຂຶ້ນຢ່າງ​ຕໍ່​ເນື່ອງ ​ໂດຍ​ສະ​ເພາະແມ່ນ​ການ​
ລົງທຶນ​ໃນ​ພາກ​ພະລັງງານໄຟຟ້າ ​ແລະ​ບໍ່​ແຮ່​ນັ້ນ.

ແຜ່ນທອງແດງທີ່ຜະຫລິດຈາກບໍ່ ທອງແຫ່ງນຶ່ງໃນລາວເພື່ອສົ່ງອອກ
ແຜ່ນທອງແດງທີ່ຜະຫລິດຈາກບໍ່ ທອງແຫ່ງນຶ່ງໃນລາວເພື່ອສົ່ງອອກ

ລາຍ​ງານ​ດັ່ງກ່າວ​ນີ້​ຂອງ UNDP
ນັບ​ວ່າ​ສອດຄ່ອງກັບ​ການທີ່​ທ່ານ
ບົວ​ສອນ ບຸບຜາ​ວັນ ນາ​ຍົກ​ລັດ
ຖະມົນຕີ​ລາວ​ໄດ້​ຖະແຫລ​ງຢືນ
ຢັນ​ຕໍ່​ກອງ​ປະຊຸມ​ໂຕະ​ມົນ​ລະດັບ
ສູງ​ຄັ້ງ​ທີ່ 10 ລະຫວ່າງ​ລັດຖະ
ບານ​ລາວ​ກັບ​ຄະນະ​ຜູ້ ​ແທນ
ຈາກ​ນາໆຊາດ​ ທີ່​ໄດ້​ຈັດ​ຂຶ້ນຢູ່​
ນະຄອນ​ວຽງ​ຈັນ​ເມື່ອ​ບໍ່​ນານ​ມາ​
ນີ້ຊຶ່ງ​ທ່ານ​ບົວ​ສອນກໍ​ໄດ້​ລະບຸ​ວ່າການ​ປະຕິ​ບັດ​ແຜນການ​ພັດທະນາ​ທາງ​ເສ​ດຖະກິດ​ແລະ
ສັງຄົມໃນ​ໄລຍະ 5 ປີ​ຄັ້ງ​ທີ່ 6 ກໍ​ຄືຊ່ວງ​ປີ 2006-2010 ນັ້ນລັດຖະບານ​ລາວ​ໄດ້​ປະສົບ
ຜົນ​ສໍາເລັດ​ຕາ​ມເປົ້າໝາຍ​ທີ່​ວາງເອົາ​ໄວ້​ໃນ​ຫລາຍໆ​ດ້ານ. ທັງ​ນີ້​ໂດຍ​ສະ​ເພ​າະ​ແມ່ນການ
ທີ່​ສາມາດ​ເຮັດ​ໃຫ້​ເສດຖະກິດ​ຂອງ​ລາວ​ໄດ້​ມີ​ການ​ຂະຫຍາຍຕົວ​ເພີ່ມ​ຂຶ້ນຢ່າງ​ຕໍ່ເນື່ອງ​ແລະ
ໃນຂະນະ​ດຽວ​ກັນ​ກໍ​ຍັງ​ສາມາດ​ຫລຸດ​ຜ່ອນ​ບັນຫາ​ຄວາມທຸກ​ຍາກ​ຂອງ​ປະຊາຊົນ​ລາວ​ໃຫ້
ລົດໜ້ອຍ​ຖອຍ​ລົງ​ໄດ້​ຢ່າງ​ຊັດເຈນ ດັ່ງ​ທີ່​ທ່ານ​ບົວ​ສອນ ​ໄດ້​ຖະ​ແຫລ​ງຢືນຢັນ​ໃນ​ຕອນ​ນຶ່ງ​
ວ່າ:

“ການຈັດ​ຕັ້ງ​ປະ​ຕິ​ບັດ​ແຜນການ​ພັດທະນາ​ເສດຖະກິດ-ສັງຄົມ 5 ປີ​ຄັ້ງ​ທີ່ 6 ໄດ້​ບັນ​ລຸ​ຄາດ​ໝາຍ​ທີ່​ສໍາຄັນ​ໃນ ຫລາຍ​ດ້ານ ​ເຊັ່ນ ລວມຍອດ​ຜະລິດ​ຕະພັນ​ພາຍ​ໃນ​ເຕີບ​ໂຕ​ດ້ວຍ​ຈັງຫວະ​ສະ​ເລ່ຍສູງ​ກວ່າ 7% ​ໃນ​ແຕ່ລະ​ປີ ສ່ວນ​ເສດຖະກິດ​ມະຫະພາກ​ ກໍ​ມີ​ຄວາມ​ໝັ້ນ​ທ່ຽງ​ໂດຍ​ພື້ນຖານ​ ອັດ​ຕາ​ສ່ວນ​ຄວາມທຸກ​ຍາກຂອງ​ປະຊາຊົນ​ກໍ​ໄດ້ ຫລຸດ​ລົງ​ຈາກ 33.5% ​ໃນປີ 2005 ມາ​ເປັນ 26% ​ໃນ​ປີ 2010”

ແຕ່​ຢ່າງ​ໃດ​ກໍ​ຕາມ ທ່ານ​ບົວ​ສອນ​ກໍ​ໄດ້​ຖະ​ແຫລ​ງຍອມຮັບ​ໃນ​ໂອກາດ​ດຽວກັນ​ນີ້​ວ່າ​ຜົນ​ສໍາ​ເລັດ​ດັ່ງກ່າວ​ກໍ​ເປັນ​ຍ້ອນ ວ່າ​ນານາ​ຊາດ​ໄດ້​ປະກອບສ່ວນ​ໃຫ້ການ​ຊ່ວຍ​ເຫລືອ​ແກ່​ລັດຖະບານ​ລາວ​ມາ​ຢ່າງ​ຕໍ່​ເນຶ່ອງ ​ແລະ​ລັດຖະບານ​ລາວ​ກໍ ຍັງ​ຕ້ອງການ​ທີ່​ຈະ​ໄດ້​ຮັບ​ການ​ຊ່ວ​ຍ​ເຫລືອ​ຈາກ​ນາໆ ຊາດ​ຕໍ່​ໄປ​ຢ່າງ​ບໍ່​ຢຸດ​ຢັ້ງ ທັງ​ນີ້​ເພື່ອ​ເຮັດ​ໃຫ້​ປະຊາຊົນ​ລາວ​ຫລຸດ​ພົ້ນ​ຈາກ​ຄວາມທຸກ​ຍາກ​ໃຫ້​ໄດ້​ຕາມ​ເປົ້າໝາຍ​ທີ່​ວາງ​ໄວ້​ພາຍ​ໃນ​ປີ 2015 ຊຶ່ງ​ກໍ​ຄື​ການ​ເຮັດ​ໃຫ້​ປະຊາ​ຊົນ​ລາວ​ມີ​ລາຍ​ໄດ້​ສະ​ເລ່ຍບໍ່​ຕໍ່າ​ກວ່າ 1,700​ ໂດ​ລາ ຕໍ່​ຄົນ​ພາຍ​ໃນ​ປີ 2015 ດ້ວຍ​ການ​ພັດທະນາ​ໃຫ້​ເສດຖະກິດ ຂະຫຍາຍຕົວ​ເພີ່ມ​ຂຶ້ນ​ໃນ​ອັດຕາ​ສະ​ເລ່ຍບໍ່​ຕໍ່າ​ກວ່າ 8% ຕໍ່​ປີ ​ສໍາລັບ​ໃນ​ໄລຍະ​ແຜນການ​ປີ 2010-2011 ນີ້ ທ່ານ​ບົວ​ສອນ​ກໍ​ໄດ້​ສະ​ແດງການ​ຄາດໝາຍ​ວ່າ ​ເສດຖະກິດ​ຂອງ​ລາວ​ຈະ​ຂະຫຍາຍຕົວ​ເພີ່ມ​ຂຶ້ນ​ໃນ​ອັດຕາ​ສະ​ເລ່ຍ ລະຫວ່າງ 8%-8.5% ຊຶ່ງ​ກໍ​ຈະ​ເຮັດ​ໃຫ້​ຍອດ​ຜະ​ລິດ​ລວມພາຍ​ໃນ​ຫລື GDP ສາມາດໄລ່​ສະ​ເລ່ຍ​ເປັນ​ລາຍ​ໄດ້ ຂອງ​ປະຊາ​ກອນ​ລາວ​ໄດ້​ປະມານ 1,130 ​ໂດ​ລາ​ຕໍ່​ຄົນ​ຕໍ່​ປີ. ສ່ວນ​ໃນ​ໄລຍະ​ແຜນການ​ປີ 2009-2010 ທີ່​ຜ່ານ ມາ​ກໍ​ປາກົດ​ວ່າ​ເສດຖະກິດ​ລາວ​ໄດ້​ຂະຫຍາຍຕົວ​ເພີ່ມ​ຂຶ້ນ​ໃນ​ອັດຕາ​ສະ​ເລ​່ຍ 7.8% ​ແລະ​ເຮັດ​ໃຫ້​ປະຊາ ກອນລາວ​ມີ​ລາຍ​ໄດ້​ສະ​ເລ່ຍ 970 ​ໂດ​ລາ​ຕໍ່​ຄົນ​ຕໍ່​ປີ.

XS
SM
MD
LG