ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ກັນຍາ ໒໐໒໓

​ມີການຊົມເຊີຍຕໍ່ຄວາມເອື້ອເຟື້ອເພື່ອແພ່ ໃນດ້ານມະນຸດສະທຳ ຕໍ່ຢູເຄຣນ ແຕ່ຢ້ານວ່າ ຈະມີຜົນເສຍຕໍ່ວິກິດການອື່ນໆ


ບັນດາສະມາຊິກຂອງປະຊາຄົມໂບດອໍໂທດັອກສຂອງຢູເຄຣນ ພາກັນໄຫວ້ພາວັນນາ ໃນລະຫວ່າງພິທີທາງສາສະໜາຂອງພວກເຂົາເຈົ້າ ໃນໂບດແຫ່ງນຶ່ງ ທີ່ຍັງຖືກໃຊ້ເປັນສະຖານທີ່ເກັບມ້ຽນການຊ່ອຍເຫຼືອ ເປັນການຊົ່ວຄາວ ທີ່ພ້ອມຈະຖືກຂົນສົ່ງໄປຍັງຢູເຄຣນ ທ່າມກາງການບຸກລຸກຂອງຣັດເຊຍໃນຢູເຄຣນ, ວັນທີ 10 ເມສາ 2022.

ບັນດາອົງການຊ່ອຍເຫຼືອບັນເທົາທຸກສາກົນ ກ່າວວ່າ ພວກເຂົາຍິນດີນຳການຊ່ອຍເຫຼືອ ທີ່ລັ່ງໄຫລເຂົ້າມາຈາກທົ່ວໂລກ ສຳ​ລັບຢູເຄຣນ ນັບຕັ້ງແຕ່ມີການບຸກລຸກຂອງຣັດເຊຍ ແຕ່ກໍເປັນຫ່ວງວ່າ ວິກິດການນີ້ຈະຫັນປ່ຽນຄວາມສົນໃຈ ແລະດ້ານການເງິນ ໄປຈາກພາວະສຸກເສີນດ້ານມະນຸດສະທຳທີ່ຮີບດ່ວນເທົ່າ ທຽມກັນ ຢູ່ໃນອາຟຣິກາ ເຂດພາກຕາເວັນອອກກາງ ແລະແຫ່ງອື່ນ.

ວິກິດການດ້ານອົບພະຍົບຂະໜາດໃຫຍ່ ໄດ້ສ້າງ “ການຕອບສະໜອງທີ່ຍາກເປັນພິເສດ” ໃນຄວາມເຫັນອົກເຫັນໃຈແລະການຊ່ອຍເຫຼືອ ອີງຕາມການກ່າວຂອງເຈົ້າໜ້າທີ່ປະຈຳອົງການເພື່ອການກຸສົນສາກົນ Save the Children.

ທ່ານເກຣກກໍຣີ ຣາມ (Gregory Rammd) ຜູ້ທີ່ກຳກັບນຳການຮັບມືດ້ານມະ ນຸດສະທຳສຳລັບອົງການເພື່ອການກຸສົນດັ່ງກ່າວ ແລະມີຫ້ອງການຕັ້ງຢູ່ໃນນະ ຄອນຫຼວງວໍຊິງຕັນໄດ້ກ່າວວ່າ “ລະດັບຂອງການສະໜັບສະໜຸນທັງດ້ານການເງິນ ທີ່ໄດ້ລັ່ງໄຫລເຂົ້າມາໃນອົງການ Save the Children ຕະຫຼອດເຖິງອົງການທີ່ບໍ່ຂຶ້ນກັບລັດຖະບານ ຫຼື NGO ອື່ນໆ ແລະອົງການຂອງອົງການສະຫະປະຊາຊາດທັງຫຼາຍ....ການສະໜັບສະໜຸນທີ່ມາຈາກລັດຖະບານສະຫະ ລັດ ຄວາມສາມັກຄີເປັນນ້ຳນຶ່ງໃຈດຽວ ທຸງຊາດທັງຫຼາຍທີ່ເປັນສີຂອງຢູເຄຣນ ໄດ້ໂບກໄປມານັ້ນ-ຂ້າພະເຈົ້າໝາຍເຖິງ ມັນເປັນພຽງລະດັບຂອງການສະໜັບສະໜຸນແບບບໍ່ທຳມະດາ.”

ແຕ່ທ່ານກ່າວອີກວ່າ “ມີວິກິດການຫຼາຍແຫ່ງທີ່ໄດ້ຖືກປ່ອຍປະລະເລີຍ. ດຽວນີ້ ພວກເຮົາມີໂລກ ທີ່ໄດ້ປະເຊີນກັບບັນຫາຂັດແຍ້ງ ວິກິດການດ້ານສະພາບອາ ກາດ ໂຄວິດ ແລະໃນເວລາດຽວກັນ ມັນຍາກທີ່ຈະດຶງເອົາຄວາມສົນໃຈຂອງໂລກ ໄປຫາຊູດານ ຫາເຂດພາກຕາເວັນອອກຂອງຄອງໂກ ຫາເຢເມນ ຫາເຂດຊາແຮລ ຫາແຫ່ງຕ່າງໆ ບ່ອນທີ່ພວກເດັກນ້ອຍແມ່ນທົນທຸກທໍລະມານໃນແບບດຽວກັນກັບທີ່ພວກເດັກນ້ອຍຂອງຢູເຄຣນ ທີ່ກຳລັງທົນທຸກທໍລະມານຢູ່ນີ້.”

ສະຫະປະຊາຊາດໄດ້ລາຍງານວ່າ ປະຊາຊົນຫຼາຍກວ່າ 4 ລ້ານ 6 ແສນຄົນໄດ້ຫລົບໜີອອກຈາກຢູເຄຣນ ຫຼັງຈາກການບຸກລຸກຂອງຣັດເຊຍໃນວັນທີ 24 ກຸມພາ ແລະອີກຈຳນວນ 7 ລ້ານ 1 ແສນຄົນ ໄດ້ຖືກພັດພາກຈາກຖິ່ນຖານພາຍໃນປະເທດ. ໃນຈຳນວນ 11 ລ້ານ 7 ແສນຄົນ ຜູ້ທີ່ໄດ້ຖືກພັດພາກຈາກຖິ່ນຖານຢູ່ພາຍໃນ ແລະນອກປະເທດຢູເຄຣນ ນັ້ນ 7 ລ້ານ 5 ແສນຄົນ ແມ່ນເດັກນ້ອຍ-ແລະ ພວກເຂົາເຈົ້າ ແມ່ນລວມຢູ່ໃນພວກເດັກໄວລຸ້ນ 190 ລ້ານຄົນໃນທົ່ວໂລກທີ່ອາໃສ “ຢູ່ໃນເຂດຕ່າງໆທີ່ມີບັນຫາຂັດແຍ້ງຮ້າຍແຮງ.”

ສະຫະປະຊາຊາດ ກະປະມານວ່າ 274 ລ້ານຄົນໃນທົ່ວໂລກ ຈະຕ້ອງການການຊ່ອຍເຫຼືອດ້ານມະນຸດສະທຳ ໃນປີນີ້ ຊຶ່ງສູງຂຶ້ນເປັນປະຫວັດການ ຈາກ235 ລ້ານໃນປີ 2021. ອົງການອາຫານໂລກຂອງສະຫະປະຊາຊາດ ຊຶ່ງໄດ້ຕັດການປັນສ່ວນອາຫານລົງຢູ່ແລ້ວ ຍ່ອຍການຂາດແຄນດ້ານທຶນຮອນ ກໍໄດ້ກ່າວເຕືອນ ໃນທ້າຍເດືອນມີນາ ວ່າ ວິກິດການທີ່ກ່ຽວຂ້ອງກັບຜູ້ຜະລິດອາ​ຫານ ປະ​ເພດ​ເມັດທີ່ສຳຄັນ ​ໃນຢູເຄຣນແລະຣັດເຊຍ ສາມາດເຮັດໃຫ້ເກີດວິກິດກາ​ນ ດ້ານອາຫານໃນທົ່ວໂລກທີ່ຮ້າຍແຮງ​ໄດ້ ນັບແຕ່ສົງຄາມໂລກຄັ້ງທີສອງ​ມາ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG