ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເລື້ອງສິດທິມະນຸດ ບໍ່ຄວນຖືກແຍກອອກຈາກກອງປະຊຸມ ລະຫວ່າງທ່ານ ທຣຳ ກັບ ທ່ານ ກິມ


ປະທານາທິບໍດີ ດໍໂນລ ທຣຳ ຂຶ້ນເຮືອບິນປະຈຳຕຳແໜ່ງ
ປະທານາທິບໍດີ Air Force One ເດີນທາງໄປປະເທດ ສິງກະໂປ ເພື່ອການພົບປະກັບຜູ້ນຳ ເກົາຫຼີເໜືອ ທ່ານ ກິມ ຈົງ ອຶນ. 9 ມິຖຸນາ, 2018.
ປະທານາທິບໍດີ ດໍໂນລ ທຣຳ ຂຶ້ນເຮືອບິນປະຈຳຕຳແໜ່ງ ປະທານາທິບໍດີ Air Force One ເດີນທາງໄປປະເທດ ສິງກະໂປ ເພື່ອການພົບປະກັບຜູ້ນຳ ເກົາຫຼີເໜືອ ທ່ານ ກິມ ຈົງ ອຶນ. 9 ມິຖຸນາ, 2018.

ທ່ານ ກິມ ຈົງ ອຶນ ໄດ້ເປັນປະທານຂອງລັດຖະບານຜະເດັດການ ເຊິ່ງເປັນທີ່ຮູ້ຈັກກັນ
ຢ່າງກວ້າງຂວາງ ວ່າເປັນນຶ່ງໃນຜູ້ລ່ວງລະເມີດສິດທິມະນຸດທີ່ຮ້າຍແຮງທີ່ສຸດຂອງ
ໂລກ.

ແຕ່ໃນຂະນະທີ່ຜູ້ນຳທີ່ຍັງໜຸ່ມຂອງ ເກົາຫຼີເໜືອ ໄດ້ກາຍເປັນຈຸດສົນໃຈຂອງສາກົນ
ກ່ອນການພົບປະທີ່ບໍ່ເຄີຍມີມາກ່ອນຂອງທ່ານ ກັບປະທານາທິບໍດີ ສະຫະລັດ ທ່ານ
ດໍໂນລ ທຣຳ ໃນວັນອັງຄານມື້ອື່ນນີ້, ມັນກໍບໍ່ໄດ້ມີການປຶກສາຫາລືກັນຫຼາຍ ກ່ຽວກັບ
ສິດທິມະນຸດ.

ໃນຫຼາຍສັບປະດາກ່ອນກອງປະຊຸມສຸດຍອດໃນປະເທດ ສິງກະໂປ ນັ້ນ, ທ່ານ ທຣຳ
ໄດ້ຍົກຍ້ອງທ່ານ ກິມ ວ່າ “ມີກຽດຫຼາຍ” ແລະ “ເປັນຄົນທີ່ເປີດກວ້າງຫຼາຍ,” ເຊິ່ງເປັນ
ຄຳເວົ້າທີ່ກົງກັນຂ້າມຢ່າງສິ້ນເຊີງ ກັບຊື່ຫຼິ້ນທີ່ທ່ານ ທຣຳ ໄດ້ຕັ້ງໃຫ້ທ່ານ ກິມ ກ່ອນໜ້າ
ນີ້ຫຼາຍເດືອນວ່າ “ມະນຸດຈະຫຼວດ” ນັ້ນ.

ມັນຍັງບໍ່ແນ່ນອນເທື່ອວ່າ ບົດບາດຂອງບັນຫາສິດທິມະນຸດ ຈະມີຂຶ້ນຕອນໃດ ໃນການ
ພົບປະກັນ ລະຫວ່າງທ່ານ ທຣຳ ກັບ ທ່ານ ກິມ. ກ່ອນເດີນທາງອອກໄປປະເທດ
ສິງກະໂປ ນັ້ນ, ທ່ານ ທຣຳ ໄດ້ຖືກຖາມວ່າ ທ່ານຈະຍົກບັນຫາ ກ່ຽວກັບ ຄ້າຍຄຸມຂັງທີ່
ມີຊື່ສຽງບໍ່ດີຂອງ ເກົາຫຼີເໜືອ ຂຶ້ນມາຫຼືບໍ່.

ທ່ານ ທຣຳ ໄດ້ກ່າວວ່າ “ພວກເຮົາຈະຍົກທຸກໆບັນຫາຂຶ້ນມາເວົ້າ. ທຸກໆບັນຫາຈະຖືກ
ຍົກຂຶ້ນມາ. ແຕ່ໃນຕົ້ນເດືອນນີ້, ທ່ານ ທຣຳ ໄດ້ເວົ້າວ່າ ທ່ານບໍ່ໄດ້ຍົກບັນຫາສິດທິມະ
ນຸດຂຶ້ນມາໃນລະຫວ່າງ ການປະຊຸມກັບທ່ານ ກິມ ຢອງ-ໂຈລ, ຜູ້ຊ່ວຍຂອງທ່ານ ກິມ
ທີ່ທຳນຽບຂາວ.

ບັນດານັກການທູດ ສະຫະລັດ ເຊື່ອວ່າຈະທຳການເພັ່ງເລັງຕົ້ນຕໍໃສ່ຂໍ້ຕົກລົງເຊິ່ງໃນທີ່
ສຸດ ຈະປິດໂຄງການນິວເຄລຍ ແລະ ລູກສອນໄຟຂີປະນາວຸດຂອງ ເກົາຫຼີເໜືອ. ແຕ່
ນັກເຄື່ອນໄຫວຫຼາຍຄົນເວົ້າວ່າ ບັນຫາ ນິວເຄລຍ ບໍ່ຄວນເຮັດໃຫ້ເກີດການລະເລີຍ
ເລື້ອງສິດທິມະນຸດ.

ທ່ານ ຟິລ ໂຣເບີດສັນ ຈາກອົງການສິ້ງຊອມສິດທິມະນຸດ ເວົ້າວ່າ “ພວກເຮົາກຳລັງເວົ້າ
ຢູ່ທີ່ນີ້ ກ່ຽວກັບ ນຶ່ງໃນລັດຖະບານ ທີ່ມີການປາບປາມຫຼາຍທີ່ສຸດໃນໂລກ, ເຊິ່ງອົງການ
ສະຫະປະຊາຊາດໄດ້ກວດພົບວ່າ ສົມຄວນໄດ້ຮັບການປະນາມ ໃນການກໍ່ອາຊະຍາ
ກຳຕໍ່ມວນມະນຸດ ກັບປະຊາຊົນຂອງຕົນເອງ. ສະນັ້ນ ການປັດເລື່ອງສິດທິມະນຸດອອກ
ຈາກໂຕະເຈລະຈາ ຂອງກອງປະຊຸມສຸດຍອດ ຈະເປັນການບໍ່ມີຄວາມຮັບຜິດຊອບ ຫຼືບໍ່
ກໍບໍ່ມີຫຼັກຈັນຍາບັນ.”

ທ່ານ ໂຣເບີດສັນ ກ່າວວ່າ ບັນຫາສິດທິມະນຸດ ແລະ ນິວເຄລຍແມ່ນເຊື່ອມໂຍງກັນ
ຢ່າງແກ້ບໍ່ອອກ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG