ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການ​ພັດ​ທະ​ນາ ຊັບ​ພະ​ຍາ​ກອນ​ມະ​ນ​ຸດ ໃນລາວ ບໍ່​ຕອບ​ສະ​ໜອງ ​ກັບ​ຄວາມ​ຕ້ອງກ​ານ


ນອກ​ຈາກ​ຄວາມ​ຮັບ​ຜິດ​ຊອບ​ຂອງ​ການ​ເປັນ​ແມ່​ແລ້ວ ຍັງ​ເປັນ​ນາຍ​ຄູ​ສອນ​ໃຫ້​ພວກເດັກ​ນັກ​ຮຽນ.
ນອກ​ຈາກ​ຄວາມ​ຮັບ​ຜິດ​ຊອບ​ຂອງ​ການ​ເປັນ​ແມ່​ແລ້ວ ຍັງ​ເປັນ​ນາຍ​ຄູ​ສອນ​ໃຫ້​ພວກເດັກ​ນັກ​ຮຽນ.

ການ​ພັດ​ທະ​ນາ​ຊັບ​ພະ​ຍາ​ກອນ​ມະ​ນຸດໃນລາວ ບໍ່​ຕອບ​ສະ​ໜອງ​ກັບ​ຄວາມ​ຕ້ອງ ກ​ານ
ທີ່​ເປັນ​ຈິງ ທັງ​ຍັງ​ມີ​ລະ​ດັບ​ການ​ພັດ​ທະ​ນາ​ດ້ານຄຸນນ​ະ​ພາບ​ຂອງຊັບ​ພະ​ຍາ​ກອນ​ມະ​
ນຸດຕ່ຳ​ທີ່​ສຸດ ​ໃນ​ປະ​ເທດ​ສະ​ມາ​ຊິກ​ອາ​ຊຽນ​ອີກ​ດ້ວຍ.

ທ່ານ​ສົມ​ພູ ​ດວງ​ສະ​ຫວັນ ປະ​ທານ​ຄະ​ນະ​ກຳ​ມະ​ການ​ວັດ​ທະ​ນະ​ທຳແລະສັງ​ຄົມ ໃນ​ສະ
​ພາ​ແຫ່ງ​ຊາດ​ລາວ ຖະ​ແຫຼງ​ຢືນ​ຢັນ​ວ່າ​ການ​ພັດ​ທະ​ນາ​ຊັບ​ພະ​ຍາ​ກອນມະ​ນຸດ​ຂອງ​ລາວ
ຍັງ​ບໍ່​ສອດ​ຄ່ອງ ແລະ​ບໍ່​ສາ​ມາດ​ຕອບ​ສະ​ໜອງ​ກັບ​ຄວາມ​ຕ້ອງ​ການຕົວຈິງ ທັງ​ໃນ​ພ​າກ​
ລັດ ແລະ​ພາກ​ເອກ​ກະ​ຊົນ​ໄດ້​ເລີຍ​ໃນ​ປັດ​ຈຸ​ບັນ ໂດຍ​ມີ​ສາ​ເຫດ​ມາ​ຈາກ​ການ​ທີ່​ສະ​ຖາ​
ບັນ​ການ​ສຶກ​ສາ​ຊັ້ນສູງ​ຂອງ​ລັດ ແລະ​ເອກ​ກະ​ຊົນ​ໃນ​ລາວ ບໍ່​ສາ​ມາດ​ພັດ​ທະ​ນາ​ປັບ​ປຸງ
​ຫລັກ​ສູດ​ການ​ຮຽນ ການ​ສອນ​ໄດ້​ທັນ​ກັບ​ສະ​ພາບ​ການ​ພາຍ​ໃນ ແລະນອກ​ປະ​ເທດ ທີ່
​ປ່ຽນ​ແປງ​ຢ່າງໄວວາ ໂດຍ​ສະ​ເພາະ​ແມ່ນ​ການ​ພັດ​ທະ​ນາ​ຊັບ​ພະ​ຍາ​ກອນ​ມະ​ນຸດ ເພື່ອ
​ຕອບ​ສະ​ໜອງ​ໃຫ້​ການ​ບໍ​ລິ​ຫານ​ງານ​ທີ່​ທັນ​ສະ​ໄໝ​ໃນ​ພາກ​ລັດ ແລະ​ການ​ຜະ​ລິດ​ສິນ​ຄ້າ
ຮວມ​ເຖິ​ງ​ການ​ກໍ່​ສ້າງ​ບຸກ​ຄະ​ລາ​ກອນ​ຄູ​ດ້ວຍ​ນັ້ນ ຈະ​ຕ້ອງ​ໄດ້​ຮັບ​ການ​ພັດ​ທະ​ນາ​ປັບ
​ປຸງຢ່າງຮີບ​ດ່ວນ​ທີ່​ສຸດ​ດັ່ງ​ທີ່ ທ່ານ​ສົມ​ພູ ໄດ້​ໃຫ້​ການ​ຢືນ​ຢັນ​ວ່າ:

“ການ​ບັນ​ຈຸ​ຊັບ​ຊ້ອນ​ນັກ​ສຶກ​ສາ​ທີ່​ຮຽນ​ຈົບ​ບໍ່​ທັນ​ສອດ​ຄ່ອງ​ກັບ​ວິ​ຊາ​ສະ​ເພາະ ທີ່​ຮຽນ​
ມາຮວມ​ທັງ​ການ​ວາງ​ແຜນ ແລະ​ຄວາມ​ຕ້ອງ​ການ​ຂອງ​ກຳ​ລັງ​ແຮງງ​ານຍັງ​ເຮັດບໍ່ທັນ​

ໄດ້ດີ​ເທົ່າ​ທີ່​ຄວນ ການ​ສ້າງ​ບຸກ​ຄະ​ລະ​ກ​ອນ​ຂອງ​ບັນ​ດາ​ສະ​ຖາ​ບັນ​ການ​ສຶກ​ສາ​ຍັງ​ບໍ່​
ທັນ​ເຊື່ອມໂຍງ​ກັບ​ຕະ​ຫຼາດ​ແຮງ​ງານ ແລະ​ບໍ່​ທັນ​ຕິ​ດ​ພັນ​ກັບ​ຄວາມ​ຕ້ອງ​ການ​ເພື່ອ​ສົ່ງ​
ເສີ​ມ​ການ​ຜະລິດ​ເປັນ​ສິນ​ຄ້າ ກາ​ນ​ຖ່​າຍ​ທອດເທັກໂນ​ໂລຈີ​ໃໝ່​ໃນ​ການ​ຜະ​ລິດ​ກະ​ສິ​
ກຳ​
ແບບ​ທັນ​ສ​ະໄໝ​ໃຫ້ແກ່​ຊາວ​ກະ​ສິ​ກອນ ຍັງ​ເຮັດ​ໄດ້​ໜ້ອຍ ການ​ກໍ່​ສ້າງ​ບຸ​ກຄະ​ລາ​
ກອນ​ຄູ ​ຍັງ​ບໍ່​ທັນ​ສອດ​ຄ່ອງ​ກັບ​ຄວາມ​ຕ້ອງ​ການ​ຕົວ​ຈິງ ແລ​ະ​ຍັງ​ບໍ່​ທັນ​ຮັບ​ປະ​ກັນ​ທາງ​
ດ້ານ​ຄຸນ​ນະ​ພາບ.”

ທ່າງ​ດ້ານ​ທ່ານ​ນາງ​ຂັນ​ທະ​ລີ ສິລິ​ພົງ​ພັນ ປະ​ທານ​ຄະ​ນ​ະ​ກວດ​ກາ​ໃນ​ກະ​ຊວງ​ສຶກ​ສາ​ທິ
​ການແລະ​ກິ​ລາ ຖະ​ແຫຼງ​ຢືນ​ຢັນ​ວ່າ ການ​ທຸ​ຈະ​ລິດ​ໃນ​ດ້ານ​ການ​ສຶກ​ສາ​ທີ່​ເກີດ​ຂຶ້ນ​ຢ່າງ
ກວ້າງ​ຂວາງ ​ເປັນ​ສາ​ເຫດ​ສຳ​ຄັນ ທີ່​ເຮັດ​ໃຫ້​ການ​ສຶກ​ສາ​ໃນ​ລາວ ​ມີ​ຄຸນ​ນະ​ພາບ​ຕ່ຳ ແລະ
​ໄດ້​ສົ່ງ​ຜົນ​ກະ​ທົບ​ຕໍ່​ການ​ພັດ​ທະ​ນາ​ຊັບ​ພະ​ຍາ​ກອນ​ມະ​ນຸດໃນ​ລາວ ທີ່​ຖື​ວ່າ​ມີ​ຄຸນນ​ະ​ພາບ
​ຕ່ຳ​ສຸດ​ໃນ​ກຸ່ມ​ອາ​ຊ​ຽນ​ດ້ວຍ​ກັນ ໂດຍ​ການ​ທຸ​ຈະ​ລິດ​ດ້ານ​ການ​ສຶກ​ສາ​ໃນ​ລາວ​ນັ້ນ​ ມີ​ທັງ​
ການ​ປອມ​ແປງ​ໃ​ບ​ປະ​ກາດ​ສະ​ນີ​ຍະ​ບັດ​ ການ​ສຳ​ເລັດ​ການ​ສຶກ​ສາ​ລະ​ດັບ​ມັດ​ທະ​ຍົມ
ລະ​ດັບ​ປະ​ລິນ​ຍາ​ຕີ ປະ​ລິນ​ຍາ​ໂທ ແລະ​ວິ​ຊາຊີບ​ຊັ້ນ​ສູງ ໂດຍ​ໄດ້ມີ​ການກວດ​ພົບ​ໃນ​
ໃບປ​ະ​ກາດສະ​ນີ​ຍະ​ບັດປອມ ​ຈຳ​ນວນ​ຫຼາຍ​ຮ້ອຍ​ໃບ ໃນແຕ່​ລະ​ປີ ເຮັດ​ໃຫ້​ຕ້ອງ​ເພີ້ມ
​ການກວ​ດ​ກາ​ຢ່າງ​ເຂັ້ມ​ງວດ ດັ່ງທີ່​ທ່ານນາງ​ຂັນ​ທະ​ລີ ​ຢືນ​ຢັນ​ວ່າ:

“ອັນ​ສຳ​ຄັນ​ທີ່​ສຸດ ​ໄດ້​ສືບ​ຕໍ່​ນຳ​ເອົາ​ເນື້ອ​ໃນ​ທີ່​ຈຳ​ເປັນຂອງວຽກ​ງານ ສະ​ກັດ​ກັ້ນ​ດ້ານ​
ການ​ສໍ້​ລາດ​ຍັງ​ຫຼວງ​ ແຊກ​ຊ້ອນ​ເຂົ້​າ​ໃນ​ຫລັກ​ສູດ​ສາຍ​ອາ​ຊີວ​ະ​ສຶກ​ສາ ແລະ​ການ​ສຶກ
​ສາ​ຊັ້ນ​ສູງ​ ສຳ​ລັບ​ມະ​ຫາ​ວິ​ທະ​ຍາ​ໄລ​ແຫ່ງ​ຊາດ ມາ​ຮອດ​ປັດ​ຈຸ​ບັນ​ນີ້ ແຊກ​ຊ້ອນ​ເຂົ້າ​
ໃນວິ​ຊາ​ລາວ​ສືກ​ສາ​ສຳ​ເລັດ 50 ເປີ​ເຊັນ ​ຂຶ້ນໄປແລ້ວລະ ແລະ​ກະເອົາ​ໃຈ​ໃສ່​ກວດ​ກາການປອ​ມ​ແປງ​ເອກ​ກະ​ສານ​ ນຳ​ໃຊ້​ເອກ​ກະ​ສານ​ປ​ອ​ມ ປະ​ກາດ​ສະ​ນິີຍະ​ບັດ​ປອ​ມ
ໃນ​ຂະ​ແໜງ​ການ​ສຶກ​ສາ​ແລະ​ກິ​ລາ ແຕ່​ດຽວ​ນີ້​ກະ​ຄ່ອຍ​ຫລຸດ​ລົງ ຄັນເວ​ລາ 2006-
2007 ກວດເມື່ອ​ໃດນິ​ແມ່ນ 400-500 ໃບ ດ​ຽວ​ນີ້​ຄ່ອຍໆ​ຫລຸດໆ ເພາະ​ມີ​ການກວດ
​ກາເຄັ່ງ​ຄັດ.”

ທາງ​ດ້ານ​ທ່ານ​ທອງ​ລຸນ ສີ​ສຸ​ລິດ ນາ​ຍົກ​ລັດ​ຖະ​ມົນ​ຕີ ຍອມ​ຮັບ​ວ່າ​ການ​ຫຼິ້ນ​ພັກ ຫຼິ້ນ​ພວກ
ແລະ​ການ​ຊື້​ເອົາ​ຕຳ​ແໜ່ງ​ໃນ​ວົງ​ການ​ພະ​ນັກ​ງານ​ຂອງ​ລັດ​ຖະ​ບານ​ລາວ ໄດ້​ເກີດ​ຂຶ້ນ ​ໃນ​
ທຸກ​ພາກ​ສ່ວນ​ທົ່ວ​ປະ​ເທດ​ ຊຶ່ງ​ໄດ້​ສົ່ງ​ຜົນ​ກະ​ທົບ​ເຮັດ​ໃຫ້​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ວຽກ​ງານ​
ຕ່າງໆ ຂອງ​ລັດ​ຖະ​ບານ​ບໍ່​ສາ​ມາດ​ບັນ​ລຸ​ເປົ້າ​ໝາຍ​ໄດ້​ຕາມ​ແຜນ​ການ​ທີ່ວ​າງ​ໄວ້ ເນື່ອງ​
ຈາກວ່າ​ພະ​ນັກ​ງານ​ລັດ ​ທີ່​ຮັບ​ຜິດ​ຊອບ​ນັ້ນ​ບໍ່​ມີ​ຄວາມ​ຮູ້ ຄວາມ​ສາ​ມາດ​ໃນ​ການ​ປະ​ຕິ
​ບັດ​ວຽກ​ງານ​ຕົວ​ຈິງ ​ຈຶ່ງ​ເຮັດ​ໃຫ້​ເກີດ​ສະ​ພາບ​ບັນ​ຫາ ທີ່​ມີ​ພະ​ນັກ​ງານ​ຫຼາຍ ​ແຕ່​ເຮັດ
​ວຽກ​ບໍ່​ເປັນ.

ສ່ວນ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງຂອງ​ສະ​ຫະ​ພາບ​ຢູ​ໂຣ​ບ​ໃນ​ລາວ ຢືນ​ຢັນ​ວ່າ ສ​ປ​ປ ລາວ ຖືກ​ຈັດ
​ໃຫ້​ຢູ່​ອັນ​ດັບ​ທີ 2 ໃນ​ຖາ​ນະ​ທີ່​ມີ​ຈຳ​ນວ​ນ​ພະ​ນັກ​ງານ​ລັດ ຕໍ່​ຈຳ​ນວນ​ປະຊາ​ກອນ​ລາວ​ຄິ​ດ​
ເປັນ​ສັດ​ສ່ວນ​ທີ່​ສູງ​ສຸດ​ໃນ​ອາ​ຊຽນ ໂດຍ​ເປັນ​ຮອ​ງ​ພຽງ​ແຕ່ ບຣູນາຍ​ເທົ່າ​ນັ້ນ ກໍ​ຄື​ລາວ​ມີ
​ພະ​ນັກ​ງານ​ລັດ​ທັງ​ໝົດ 184,870 ຄົນ ຫຼື​ຄິດ​ເປັນ​ສັດ​ສ່ວນ​ພ​ະ​ນັກ​ງ​ານ​ລັດ 1 ຄົນ ຕໍ່​ປະ
​ຊາ​ກອນ​ລາວ 37 ຄົນ ຂະ​ນະ​ທີ່ມາ​ດ​ຕະ​ຖານ​ໃນ​ອາ​ຊຽນ​ຢູ່​ທີ່​ສັດ​ສ່ວນ 1 ຕໍ່ 50 ຄົນ ໂດຍ​
ຈຳ​ນວນ​ພະ​ນັກ​ງານ​ຂອງ​ລັດ​ຖະ​ບານ​ລາວ ດັ່ງ​ກ່າວ​ນີ້​ ຍັງ​ບໍ່​ຮວມ​ເຖິງ​ທະ​ຫານ ແລະ​ພະ​
ນັກ​ງານ​ລັດ​ວິ​ສາ​ຫະ​ກິດ ທີ່​ມີຫຼາຍກວ່າ 1 ແສນ​ຄົນ​ໃນ​ທົ່ວ​ປະ​ເທດ​ລາວ ແຕ່​ຢ່າງ​ໃດ.

XS
SM
MD
LG