ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ມີ​ການ​ທຳ​ນາຍ​ວ່າ ​ເຂດສາມ​ຫຼ່ຽມ​ ປາກ​ແມ່​ນ້ຳ​ຂອງ ເກືອບ​ທັງ​ໝົດ ຈະ​ຈົມ​ລົງ ສູ່​ພື້ນ​ນ້ຳ


ຮູບນີ້​ຖ່າຍ​ເມື່ອ​ວັນ​ທີ 2 ມີ​ນາ ປີ 2016 ທີ່​ສະ​ແດງ​ໃຫ້​ເຫັນວ່າ ພວກ​ຊາວ​ນາ ເອົາ​ເຂົ້າ​ໃສ່​ກະ​ເປົາ​ຂາຍ ທີ່​ເມືອງ Vi Thuy ໃນ​ແຂວງ Hau Giang ທີ່​ຕັ້ງ​ຢູ່​ທາງ​ພາກ​ໃຕ້​ຂອງ​ຫວຽດ​ນາມ ໃນ​ເຂດ​ສາມ​ຫຼ່ຽມປາກ​ແມ່​ນ້ຳ​ຂອງ.
ຮູບນີ້​ຖ່າຍ​ເມື່ອ​ວັນ​ທີ 2 ມີ​ນາ ປີ 2016 ທີ່​ສະ​ແດງ​ໃຫ້​ເຫັນວ່າ ພວກ​ຊາວ​ນາ ເອົາ​ເຂົ້າ​ໃສ່​ກະ​ເປົາ​ຂາຍ ທີ່​ເມືອງ Vi Thuy ໃນ​ແຂວງ Hau Giang ທີ່​ຕັ້ງ​ຢູ່​ທາງ​ພາກ​ໃຕ້​ຂອງ​ຫວຽດ​ນາມ ໃນ​ເຂດ​ສາມ​ຫຼ່ຽມປາກ​ແມ່​ນ້ຳ​ຂອງ.

ເກືອບ​ທັງ​ໝົດ​ຂອງ​ເຂດ​ສາມ​ຫຼ່ຽມ​ປາກ​ແມ່​ນ້ຳ​ຂອງ​ໃນ​ຫວຽດ​ນາມ ຊຶ່ງ​ເປັນ​ເຂດທີ່​ຊ່ວຍ​ລ້ຽງ​ດູ​ຜູ້​ຄົນ​ປະ​ມານ 200 ລ້ານ​ຄົນ​ນັ້ນ ຈະ​ຈົມ​ລົງ​ສູ່​ພື້ນ​ນ້ຳ ພາຍ​ໃນ​ປີ 2100 ຖ້າ​ຫາກ​ອັດ​ຕາ​ໃນ​ປັດ​ຈຸ​ບັນ ​ຍັງ​ດຳ​ເນີນ​ຢູ່​ຕໍ່​ໄປ ອີງ​ຕາມ​ການ​ທຳ​ນາຍ​ຢູ່ໃນການສຶກ​ສາ​ສະ​ບັບ​ໃໝ່.

​ການ​ສຶກ​ສາ​ພົບ​ວ່າ ເຂດ​ສາມ​ຫຼ່ຽມ​ປາກ​ແມ່​ນ້ຳ​ຂອງຊຶ່ງ​ເປັນ​ບ່ອນ​ຢູ່​ອາ​ໄສ​ຂອງ​ປະ​ຊາ​ຊົນ​ເກື​ອບ 18 ລ້ານ​ຄົນແລະ​ບ່ອນ​ຜະ​ລິດ​ເຄິ່ງ​ນຶ່ງ​ຂອງ​ອາ​ຫານ​ຫວຽດ​ນາມນັ້ນ ພວມ​ປະ​ເຊີນ​ໜ້າ ກັບ​ໄພ​ພິ​ບັດທີ່​ອາດ​ເປັນ​ໄປ​ໄດ້ ສ່ວນ​ໃຫຍ່​ແລ້ວ​ແມ່ນ​ເນື່ອງ​ມາ​ຈາກ​ການ​ດູດ​ເອົານ້ຳ​ຈາກ​ພື້ນ​ດິນ​ຂຶ້ນ​ມາ​ໃຊ້ ຊຶ່ງ​ເຮັດ​ໃຫ້​ໜ້າ​ດິນ​ຍຸບ​ລົງ ໃນ​ຂະ​ນະ​ທີ່​ລະ​ດັບຂ​ອງ​ນ້ຳ​ທະເລສູງ​ຂຶ້ນນັ້ນ​.

ພວກ​ນັກ​ຄົ້ນ​ຄວ້າ ພົບ​ວ່​າ ນອກ​ຈາກວ່າ ຈະ​ມີ​ການ​ເອົາ​ມາດ​ຕະ​ການ ແບບ​ເດັດ​ຂາດ​ແລ້ວ ບໍ​ລິ​ເວນ​ສ່ວນ​ໃຫຍ່ ຂອງເຂດ​ສາມ​ຫຼ່ຽມ ປາກ​ແມ່​ນ້ຳ​ຂອງ ກໍ​ຈະ​ຈົມ​ລົງ​ສູ່​ພື້ນ​ນ້ຳ ພາຍ​ໃນ​ປີ 2100.
ພວກ​ນັກ​ຄົ້ນ​ຄວ້າ ພົບ​ວ່​າ ນອກ​ຈາກວ່າ ຈະ​ມີ​ການ​ເອົາ​ມາດ​ຕະ​ການ ແບບ​ເດັດ​ຂາດ​ແລ້ວ ບໍ​ລິ​ເວນ​ສ່ວນ​ໃຫຍ່ ຂອງເຂດ​ສາມ​ຫຼ່ຽມ ປາກ​ແມ່​ນ້ຳ​ຂອງ ກໍ​ຈະ​ຈົມ​ລົງ​ສູ່​ພື້ນ​ນ້ຳ ພາຍ​ໃນ​ປີ 2100.

ພວກ​ນັກ​ຄົ້ນ​ຄວ້າ​ຈາກ​ມະ​ຫາ​ວິ​ທະ​ຍາ​ໄລ​ອູ​ເທ​ຣັກ ໄດ້​ສ້າງ​ລະ​ບົບ​ເກັບ​ກຳ​ຂໍ້​ມູນ​ທີ່ກວ້າງ​ຂວາງ ເພື່ອ​ບັນ​ທຶກ​ຜົນ​ກະ​ທົບ​ຕ່າງໆ​ຈາກ​ການ​ນຳ​ໃຊ້​ນ້ຳ​ຈາກ​ພື້ນ​ດິນ ໃນໄລ​ຍະ 25 ປີ​ທີ່​ຜ່ານ​ມາ ແລະ​ໃຊ້​ພື້ນ​ຖານ​ດັ່ງ​ກ່າວ ໃນ​ການ​ທຳ​ນາຍ ​ສຳ​ລັບ​ອະ​ນາ​ຄົດ​ຂ້າງ​ໜ້າ.

ເມື່ອ​ປະ​ກອບ​ໃສ່​ກັບ​ອັດ​ຕາ​ຂອງ​ນ້ຳ​ທະ​ເລ​ທີ່​ສູງ​ຂຶ້ນຊຶ່ງ​ເປັນ​ຜົນ​ເນື່ອງ​ມາ​ຈາກ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ​ແລ້ວນັ້ນ ພວກ​ນັກ​ຄົ້ນ​ຄວ້າ ພົບ​ວ່າ ບໍ່​ວ່າ​ຈະ​ມີ​ການເອົາ​ມາດ ​ຕະ​ການແບບ​ໃດ​ກໍ​ຕາມ ບໍ​ລິ​ເວນ​ທົ່ງ​ພຽງອັນ​ກວ້າງ​ໃຫຍ່ ​ຂອງ​ເຂດ​ສາມຫຼ່ຽມ​ປາກ​ແມ່​ນ້ຳ​ຂອງ ຊຶ່ງ​ເປັນ​ດິນ​ຕ່ຳ​ນັ້ນ ກໍ​ຈະ​ສູນ​ເສຍ ເຖິງ​ແມ່ນ​ວ່າ​ການ​ປ່ຽນ​ແປງ​ໃນ​ການ​ນຳ​ໃຊ້​ດິນອາດ​ຊ່ວຍ​ເຂດ​ອື່ນໆ​ໄດ້.

ປາ​ຊວາຍ​ພວມ​ມີ​ການ​ຂົນ​ສົ່ງ ຈາກ​ເຮືອ​ລ້ຽງ​ປາ ໃນ​ເຂດ​ສາມ​ຫຼ່ຽມ ປາກ​ແມ່​ນ້ຳ​ຂອງ ໃນ​ພາກ​ໃຕ້​ຂອງ​ຫວຽດ​ນາມ ໄປ​ຍັງ​ເມືອງ Can Tho ເມື່ອ​ວັນ​ທີ 7 ກໍ​ລະ​ກົດ 2017.
ປາ​ຊວາຍ​ພວມ​ມີ​ການ​ຂົນ​ສົ່ງ ຈາກ​ເຮືອ​ລ້ຽງ​ປາ ໃນ​ເຂດ​ສາມ​ຫຼ່ຽມ ປາກ​ແມ່​ນ້ຳ​ຂອງ ໃນ​ພາກ​ໃຕ້​ຂອງ​ຫວຽດ​ນາມ ໄປ​ຍັງ​ເມືອງ Can Tho ເມື່ອ​ວັນ​ທີ 7 ກໍ​ລະ​ກົດ 2017.

ພວກ​ນັກ​ຄົ້ນ​ຄວ້າ​ສະ​ຫຼຸບ​ວ່າ “ຜົນ​ການ​ຄົ້ນ​ຄວ້າ​ ສະ​ແດງ​ໃຫ້​ເຫັນ​ວ່າ ເວ​ລາ​ການດູດ​ເອົາ​ນ້ຳ​ຈາກ​ພື້ນ​ດິນ​ໄດ້​ຮັບ​ອະ​ນຸ​ຍາດ​ໃຫ້​ເພີ້ມ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ ດັ່ງ​ທີ່​ໄດ້​ມີ​ການກະ​ທຳ​ ໃນ​ຮອບຫຼາຍ​ໆ​ທົດ​ສະ​ວັດ​ຜ່ານ​ມາ ການ​ດູດ​ເອົາ​ນ້ຳ​ມາ​ໃຊ້​ດັ່ງ​ກ່າວ ​ອາດພາ​ໃຫ້​ເຂດ​ສາມ​ຫຼ່ຽມ​ປາກ​ແມ່​ນ້ຳ​ຂອງ​ທັງ​ໝົດ ຄ່ອຍໆ​ຍຸບ​ລົງ.”

ທ່ານ Philip Minderhoud ນັກ​ຄົ້ນ​ຄວ້າ​ກ່ຽວ​ກັບ​ລະ​ບົບ​ແຫຼ່ງ​ນ້ຳ​ໃຕ້​ພື້ນ​ດິນ ທີ່​ມະ​ຫາ​ວິ​ທະ​ຍາ​ໄລ​ອູ​ເທ​ຣັກ ຊຶ່ງ​ເປັນ​ຜູ້​ນຳ​ພາ​ການ​ຄົ້ນ​ຄວ້າ​ກ່າວ​ວ່າ ການ​ດູດ​ເອົານ້ຳ​ຈາກ​ໃຕ້​ດິນ ແມ່ນ​ນຶ່ງ​ໃນ​ສິ່ງ​ສຳ​ຄັນ​ສຸດຂອງ​ຫຼາຍໆ​ສາ​ເຫດ ທີ່​ພາ​ໃຫ້​ເຂດ​ສາມຫຼ່ຽມ​ປາກ​ແມ່​ນ້ຳ​ຂອງ​ຍຸບ​ລົງ ໂດຍ​ສະ​ເລ່ຍ​ແລ້ວ​ປະ​ມານ 1 ຊັງ​ຕີ​ແມັດ​ຕໍ່​ປີ.

ທ່ານ​ກ່າວ​ຕື່ມວ​່າ "ເຂດ​ສາມ​ຫລ່ຽມ​ປາກ​ແມ່​ນ້ຳ​ຂອງ ຈະ​ໄດ້​ພົບ​ເຫັນ ການ​ປ່ຽນ​ແປງ​ຢ່າງ​ຫຼວງ​ຫຼາຍ ໃນ​ທົດ​ສະ​ວັດ​ຕໍ່​ໜ້ານີ້."

ຍ້ອນ​ແຮງ​ຂັບ​ດັນ ຈາກ​ການ​ຫັນ​ປ່ຽນ​ໄປ​ສູ່​ເສດ​ຖະ​ກິດ​ຕະ​ຫຼາດ ໃນ​ປີ 1986 ການ​ດູດ​ເອົາ​ນ້ຳ​ຈາກ​ພື້ນ​ດິນ​ມາ​ໃຊ້ ຈຶ່ງ​ໄດ້​ມີ​ເພີ້ມ​ຂຶ້ນ ເລີ້ມ​ຈາກວ່າ ​ບໍ່​ມີ​ຫຍັງ​ເລີຍ ເມື່ອ 30 ປີ​ກ່ອນ ມາ​ເປັນ 2 ລ້ານ 5 ແສນ​ລິດ ຕໍ່​ມື້ ໃນ​ເວ​ລານີ້.

ທ່ານ​ໃຫ້​ການ​ອະ​ທິ​ບາຍ​ວ່າ ການ​ສູນ​ເສຍ​ນ້ຳ ຈຶ່ງ​ເຮັດ​ໃຫ້​ເຄວາມ​ກົດ​ດັນ ທາງ​ດ້ານ​ທໍ​ລະ​ນີ​ວິ​ທະ​ຍາ ທີ່​ພາ​ໃຫ້​ເຂດ​ສາມ​ຫຼ່ຽມ​ປາກ​ແມ່​ນ້ຳ​ຂອງ​ຈົມ​ລົງ.

ຫວຽດ​ນາມ ເປັນ​ປະ​ເທດ​ທີ່​ສົ່ງ​ອອກ​ເຂົ້າ​ກິນ ໃຫຍ່​ທີ່​ສຸດ​ເປັນ​ອັນ​ດັບ​ສອງຂອງ​ໂລກ ແລະ 95 ເປີ​ເຊັນ​ແມ່ນ​ຜະ​ລິດ ​ຢູ່​ໃນ​ເຂດ​ສາມ​ຫຼ່ຽມ​ປາກ​ແມ່​ນ້ຳ​ຂອງ ຊຶ່ງນອກນັ້ນ​ແລ້ວ ຍັງ​ເປັນ​ບ່ອນ​ຜະ​ລິດ​ປາ 60 ເປີ​ເຊັນ ທີ່​ສົ່ງ​ອອກ​ໄປ​ຂາຍ​ຢູ່​ຕ່າງ​ປະ​ເທດ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG