ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຫົວ​ເຫ​ວີຍ ຫາ​ທາງ​ເຮັດ​ໃຫ້ ຄົນ​ຫາຍ​ສົງ​ໄສວ່າ ​ມີ​ການ​ສອດ​ແນ​ມ ຢູ່​ໃນເຄືອ​ຂ່າຍ ໂທ​ລະ​ສັບມື​ຖື "5G" ຂອງ​ຕົນ


ຜູ້​ຄົນ​ຍ່າງ​ກາຍປ້າຍ​ຫົວ​ເຫວີຍ ຢູ່​ຮ້ານຂາຍ​ອຸ​ປະ​ກອນດ້ານໂທ​ລະ​ຄົມ ຢູ່​ນະ​ຄອນ​ລອນດອນ, ວັນ​ທີ 29 ເມ​ສາ, 2019
ຜູ້​ຄົນ​ຍ່າງ​ກາຍປ້າຍ​ຫົວ​ເຫວີຍ ຢູ່​ຮ້ານຂາຍ​ອຸ​ປະ​ກອນດ້ານໂທ​ລະ​ຄົມ ຢູ່​ນະ​ຄອນ​ລອນດອນ, ວັນ​ທີ 29 ເມ​ສາ, 2019

ພວກ​ເຈົ້າ​ໜ້າ​ທີ່​ສະ​ຫະ​ລັດ ໄດ້​ຫ້າມ​ຫົວ​ເຫ​ວີຍທີ່ເປັນບໍ​ລິ​ສັດ​ໂທ​ລະ​ຄົມຍັກ​ໃຫຍ່ ຂອງ​ຈີນບໍ່​ໃຫ້​ສ້າງເຄືອ​ຂ່າຍ​ໂທ​ລະ​ສັບ​ມື​ຖືລະ​ບົບ "5G" ລຸ້ນ​ໃໝ່ ​ຢູ່​ໃນ​ສະ​ຫະ​ລັດແລະ​ກຳ​ລັງ​ເຕືອນ​ປະ​ເທດ​ອື່ນ​ກ່ຽວ​ກັບ​ເລື້ອງ​ໄພ​ຂົ່ມ​ຂູ່ມຕໍ່​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ ຂອງ​ບໍ​ລິ​ສັດດັ່ງ​ກ່າວ.

ໃນ​ວັນ​ພຸດ​ວານນີ້, ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ​ຂອງສະ​ຫະ​ລັດ ໄດ້​ເຊັນ​ດຳ​ລັດ ທີ່​ຫ້າມ​ບໍ​ລິ​ສັດ​ອາ​ເມ​ຣິ​ກັນ ບໍ່​ໃຫ້​ໃຊ້​ອຸ​ປະ​ກອນ​ດ້ານໂທ​ລະ​ຄົມທີ່​ຜະ​ລິດ​ໂດຍ​ບໍ​ລິ​ສັດ​ທີ່​ເຮັດໃຫ້​ມີ​ໄພ​ຂົ່ມ​ຂູ່ຕໍ່​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ. ຄຳ​ສັ່ງ​ດັ່ງ​ກ່າວ ທີ່​ປະ​ກາດ​ວ່າ​ ​ພາ​ວະ​ສຸກ​ເສີນ​ແຫ່ງຊາດນັ້ນ ເປັນ​ບາດ​ກ້າວ​ທຳ​ອິດ​ໃນ​ການທີ່​ຈະ​ກ້າວ​ໄປ​ເຮັດ​ໃຫ້ການຫ້າມເຮັດ​ທຸ​ລະ​ກິດ​ກັບ​ບໍ​ລິ​ສັດຫົວ​ເຫ​ວີຍກາຍ​ເປັນເລື້ອງ​ທາງ​ການ.

​ແຕ່​ວ່າ ​ທາງດ້ານບໍ​ລິ​ສັດ​ຫົວ​ເຫ​ວີຍນັ້ນ ກໍ​ໄດ້​ສະ​ແດງໃຫ້​ເຫັນ​ວ່າ ບໍ່​ຍອມ​ຖອຍ​ຫລັງເລີຍ
ແລະໄດ້​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ແບບ​ພິ​ເສດວ່າ ​ຈະ​ເອົາ​ຊະ​ນະ​ພວກ​ຕຳ​ໜິ​ຕົນໃຫ້​ໄດ້ ແລະຈະ
ປັດ​ເປົ່າ​ຂໍ້​ກ່າວ​ຫາ​ວ່າ ຕົນ​ເປັນ​ໄພ​ຂົ່ມ​ຂູ່ຕໍ່​ຄວາມ​ໝັ້ນ​ຄົງນັ້ນ​ໃຫ້​ໝົດ​ໄປ. ບໍ​ລິ​ສັດ​ດັ່ງ​ກ່າວ​ ເວົ້າວ່າ ຕົນ​ຈະ​ຢຸ​ດ​ເຮັດ​ທຸ​ລະ​ກິດ​ຖ້າ​ຫາກ​ຖືກ​ບັງ​ຄັບ​ໃຫ້​ສອດ​ແນມ​ເບິ່ງລູກ​ຄ້າ​ຂອງ​ຕົນ ແລະ ​ດຽວນີ້ ປະ​ທານບໍ​ລິ​ສັດ​ດັ່ງ​ກ່າວ​, ທ່ານ ລຽງ​ ຫວາ (Liang Hua) ໄດ້​ສະ​ເໜີ​ໃຫ້​ມີ​ການ​ເຊັນ​ສັນ​ຍາທີ່​ເວົ້າວ່າ "ບໍ່​ມີ​ການ​ສອດ​ແນມ" ອີກ​ດ້ວຍ.

ໂດຍ​ທີ່​ກ່າວ​ຜ່ານ​ນາຍ​ແປ​ພາ​ສາ ໃນ​ໄລ​ຍະ​ທີ່​ໄປ​ຢ້ຽມ​ຢາມ​ນະ​ຄອນ​ລອນດອນນັ້ນ ທ່ານ ລຽງ (Liang) ເວົ້າ​ວ່າ ​ຫົວ​ເຫ​ວີຍຍິນ​ດີ​ທີ່​ຈະ "ໃຫ້​ຄຳ​ໝັ້ນໝາຍ​ກັບ​ຕົນ​ເອງວ່າ ຈະ​ເຮັດ​ໃຫ້​ອຸ​ປະ​ກອນ​ຂອງ​ພວກ​ເຮົາ​ບັນ​ລຸ​ມາດ​ຕະ​ຖານຂອງ​ການບໍ່​ມີ​ການ​ສອດ​ແນມ, ບໍ່​ມີ​ການ​ລັກຈອບມອງເບິ່ງ."

​ຄົນ​ຮັບ​ໂທ​ລະ​ສັບ​ຢືນ​ຢູ່ໜ້າ​ໂຕະ​ຮັບ​ຕ້ອນແຂກໃນ​ຫ້ອງ​ທົດ​ລອງດ້ານ​ປ້ອງ​ກັນ​ຄວາມ​ປອດ​ໄພ​ທາງ​ອິນ​ເຕີ​ແນັດຂອງບໍ​ລິ​ສັດ​ຫົວ​ເຫ​ວີຍ ຢູ່​ໂຮງ​ງານຂອງບໍ​ລິ​ສັດ​ດັ່ງ​ກ່າວ ໃນ​ເມືອງ Dongguan, ແຂວງກວາງ​ດົງ​ຂອງ​ຈີນ, ວັນ​ທີ 6 ມີ​ນາ, 2019
​ຄົນ​ຮັບ​ໂທ​ລະ​ສັບ​ຢືນ​ຢູ່ໜ້າ​ໂຕະ​ຮັບ​ຕ້ອນແຂກໃນ​ຫ້ອງ​ທົດ​ລອງດ້ານ​ປ້ອງ​ກັນ​ຄວາມ​ປອດ​ໄພ​ທາງ​ອິນ​ເຕີ​ແນັດຂອງບໍ​ລິ​ສັດ​ຫົວ​ເຫ​ວີຍ ຢູ່​ໂຮງ​ງານຂອງບໍ​ລິ​ສັດ​ດັ່ງ​ກ່າວ ໃນ​ເມືອງ Dongguan, ແຂວງກວາງ​ດົງ​ຂອງ​ຈີນ, ວັນ​ທີ 6 ມີ​ນາ, 2019

​ບໍ່​ເປັນ​ທີ່​ຈະ​ແຈ້ງ​ເລີຍ​ຕໍ່ສິ່ງ​ທີ່​ທ່ານ ລຽງ (Liang) ເວົ້າ​ວ່າ " ບໍ່​ມີ​ການ​ສອດ​ແນມ, ບໍ່​ມີ​ການ​ລັກຈອບມອງເບິ່ງ” ນັ້ນ​ມີ​ຄວາມ​ໝາຍວ່າ​ແນວ​ໃດ ເພາະ​ວ່າ​ຫົວ​ເຫ​ວີຍ ກໍ​ຄື​ກັນ​ກັບ​ບໍ​ລິ​ສັດ​ເທັກ​ໂນ​ໂລ​ຈີ​ໝົດ​ທຸກແຫ່ງ ລ້ວນ​ແຕ່​ຮຽກ​ຮ້ອງ​ໃຫ້​ຜູ້​ຊົມ​ໃຊ້ ເຊັນ​ ສັນ​ຍາ​ຮັບ​ຮູ້​ວ່າ ບໍ​ລິ​ສັດສາ​ມາດ​ທີ່​ຈະ​ເອົາ​ຂໍ້​ມູນ​ສ່ວນ​ຕົວ​ໃຫ້​ຄົນ​ອື່ນ​ຮູ້​ນຳ​ໄດ້ ຖ້າ​ຫາກ​ຖືກຮຽກ​ຮ້ອງຈາກເຈົ້າ​ໜ້າ​ທີ່​ທ້ອງ​ຖິ່ນ.

ບໍ​ລິ​ສັດ​ເທັກ​ໂນ​ໂລ​ຈີເກືອບໝົດ​ທຸກບໍ​ລິ​ສັດ ເຊັ່ນ Google ແລະ Facebook ໄດ້​ເປີດ​ເຜີຍ​ການ​ຮ້ອງ​ຂໍເອົາ​ຂໍ້​ມູນເຫລົ່າ​ນີ້ ຈາກ​ລັດ​ຖະ​ບານ​ຢູ່​ໃນ​ບົດ​ລາຍ​ງານ ແບບ​ເປີດ​ເຜີຍເປັນ​ປະ​ຈຳ. ບັນ​ດາບໍ​ລິ​ສັດ​ດັ່ງ​ກ່າວ ອະ​ທິ​ບາຍ​ໃຫ້​ຮູ້​ວ່າ ຕອນ​ໃດ​ທີ່​ພວກ​ເຂົາ​ເຈົ້າ​ເຮັດ​ຕາມ​ການ​ຮ້ອງ​ຂໍ​ຂອງ​ລັດ​ຖະ​ບານ ແລະ ເມື່ອ​ໃດ​ທີ່​ເຂົາ​ເຈົ້າ​ໄດ້​ຄັດ​ຄ້ານ​ຕໍ່​ການ​ຮ້ອງ​ຂໍ​ນັ້ນ​ຢູ່​ໃນ​ສານ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG