ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

HRW ກ່າວວ່າ ມາດຕະການ ຮັກສາຄວາມປອດໄພ ສ້າງຄວາມເຊື່ອມເສຍ ແກ່ສິດທິມະນຸດ


ຊາຍຄົນນຶ່ງທີ່ຖືກແພມັດຕາ ທີ່ຖືກກ່າວຫາວ່າ ສົ່ງຂ່າວລັບທາງທະຫານ ໃຫ້ລັດຖະບານຊີເຣຍ ກຳລັງລໍຖ້າການສອບປາກຄຳ ໂດຍກຸ່ມນັກຕໍ່ສູ້ ກອງທັບເສລີຊີເຣຍ ຢູໃນຄຸກຂອງກຸ່ມດັ່ງກ່າວ ທີ່ເມືອງ Aleppo.
ຊາຍຄົນນຶ່ງທີ່ຖືກແພມັດຕາ ທີ່ຖືກກ່າວຫາວ່າ ສົ່ງຂ່າວລັບທາງທະຫານ ໃຫ້ລັດຖະບານຊີເຣຍ ກຳລັງລໍຖ້າການສອບປາກຄຳ ໂດຍກຸ່ມນັກຕໍ່ສູ້ ກອງທັບເສລີຊີເຣຍ ຢູໃນຄຸກຂອງກຸ່ມດັ່ງກ່າວ ທີ່ເມືອງ Aleppo.

ອົງການ​ປົກ​ປ້ອງ​ສິດທິ​ມະນຸດ​ສາກົນ Human Rights Watch
ກ່າວ​ວ່າ ພວກ​ລັດຖະບານ​ປະ​ເທດ​ຕ່າງໆ​ໃນ​ໂລກ ​ໄດ້​ທຳ​ຄວາມ
​ຜິດ​ພາດ​ຢ່າງ​ຮ້າຍ​ແຮງ ​ເວລາ​ພວກ​ເຂົາ​ເຈົ້າ​ເສຍ​ສະລະເລື່ອງ
​ສິດທິ​ມະນຸດເພື່ອ ເຫັນແກ່​ການ​ຮັດ​ແໜ້ນ​ໃນ​ການເອົາ​ມາດ​ຕະ
ການຕ່າງໆ​ດ້ານ​ຄວາມ​ປອດ​ໄພ​ນັ້ນ.

​ໃນ​ລາຍ​ງານ​ທົບ​ທວນ​ປະຈຳ​ປີ​ຂອງ​ຕົນ ທີ່​ນຳອອກເຜີີຍ​ແຜ່ໃນ
​ວັນ​ພະຫັດ​ມື້​ນີ້ ກຸ່ມ​ປົກ​ປ້ອງ​ສິດທິ​ມະນຸດ​ Human Rights
Watch ເວົ້າ​ວ່າ ​ໄນ​ຈີ​ເຣຍ ອີຣັກ ຊີ​ເຣຍ ອິສຣາ​ແອ​ລ ​ແລະ​ສະ
ຫະລັດ ​ແມ່ນ​ຮວມຢູ່​ໃນ​ພວກ​ປະ​ເທດ​ທີ່​ໃຊ້​ຄວາມ​ເປັນ​ຫ່ວງ​
ດ້ານ​ຄວາມ​ປອດ​ໄພ ​ເພື່ອ​ພິສູດ​ໃຫ້​ເຫັນ​ວ່າ​ເປັນ​ການລະ​ເມີດ​
ສິດທິ​ມະນຸດ.

ອີງ​ຕາມ​ທ່ານ Kenneth Roth ຫົວໜ້າ​ບໍລິຫານ​ອົງການ​ດັ່ງກ່າວເວົ້າ​ວ່າ ການ​ຮັດ​ເຄັ່ງ​ດ້ານ
​ຄວາມ​ປອດ​ໄພ ສາມາດ​ນຳ​ຜົນ“ທີ່ກົງກັນຂ້າມ​ໄດ້” ​ໂດຍ​ເຮັດ​ໃຫ້​ຄວາມ​ເຊື່ອ​ຖື​ເຊື່ອມ​ເສຍ ​
ແລະ​ເພີ້​ມຄວາມ​ເຄັ່ງ​ຕຶງ​ຂຶ້ນ ໃນ​ບັນດາ​ກຸ່ມ​ຕ່າງໆ. ທ່ານ Kenneth Roth ກ່າວ​ວ່າ " ລັດ ຖະບານ​ບາງ​ປະ​ເທດທຳ​ຄວາມຜິດພາດໂດຍ​ການ​ມອງ​ເບິ່ງເລື້ອງ​ສິດທິ​ມະນຸດເປັນ
ຄວາມ​ຟຸມ​ເຟືອຍ​ອັນ​ນຶ່ງ​ທີ່​ທຳ​ຄວາມ​ພະຍາຍາມ​ໜ້ອຍ​ລົງແທນ​ທີ່​ຈະ​ເປັນຄວາມ​ເພ່ງ​
ເລັງອັນ​ນຶ່ງ​ສຳລັບ​ການ​ເຄື່ອນ​ໄຫວ​ທາງ​ດ້ານ​ການ​ເມືອງ ​ແລະ​ທ່ານ​ກ່າວ​ຕໍ່​ໄປ​ອີກ​ວ່າ
​ແທນ​ທີ່​ຈະ​ປະຕິບັດ​ເລື້ອງ​ສິດທິ​ມະນຸດ​ນີ້ໃນຖານະ​ເປັນ​ການ​ຍັບ​ຍັ້ງ​ທາງ​ດ້ານ​ອາລົມ​ ເສຍ ​ແຕ່​ພວກຜູ້​ວາງ​ນະ​ໂຍບາຍ​ໃນ​ທົ່ວ​ໂລກ​ຈະ​ດຳ​ເນີນ​ການ​ດີ​ຂຶ້ນ ​ເພື່ອ​ຮັບ​ຮູ້​ເລື້​ອງ ເຫຼົ່າ​ນີ້ ​ໃນ​ສິ່ງ​ນຳພາ​ດ້ານ​ຈິດ​ໃຈ ​ທີ່​ເຮັດ​ໃຫ້​ອອກ​ຈາກ​ເສັ້ນທາງ​ແຫ່ງ​ວິ​ກິດ​ການ​ແລະ​
ຄວາມ​ວຸ້ນວາຍ​ຕ່າງໆ​ນັ້ນ.

ລາຍ​ງານ​ສະບັບ​ນີ້ ​ໄດ້​ຖິ້ມ​ໂທດ​ໃສ່​ອິຣັກ ​ແລະ​ຊີ​ເຣຍ ​ໃນ​ເລື້ອງ​ນະ​ໂຍບາຍ “ດ້ານ​ສາ​ສະ
ໜາ
ແລະການ​ລະ​ເມີດ​ສິດ” ທີ່​ພາ​ໃຫ້​ເກີດ​ກຸ່ມລັດ​ອິສລາມ​ຫົວ​ຮຸນ​ແຮງ​ຈັດ​ຂຶ້ນ​ນີ້.

ລາຍ​ງານ​ສະບັບ​ນີ້​ເວົ້າ​ຕໍ່​ໄປ​ວ່າ ຊີ​ເຣຍ​ໃຊ້​ຄວາມຮຸນ​ແຮງ​ນຳ​ພວກ​ພົນລະ​ເຮືອນ ​ແລະ​ການ​ໂດດດ່ຽວ​ຂອງ​ລັດຖະບານ​ອີຣັກ ​ໃນ​ໝູ່​ປະຊາ​ຄົມ​ມຸສລິ​ມນິກາຍ​ຊຸນ​ນີ ​ໄດ້​ເປັນ​ໂອກາດ​ໃຫ້​ກຸ່ມ​ລັດ​ອິສລາມ​ ລະດົມ​ການ​ສະໜັບສະໜຸນ​ຈາກ​ພວກ​ກຸ່ມ​ເຫຼົ່າ​ນັ້ນ.

ກຸ່ມ​ປົກ​ປ້ອງ​ສິດທິ​ມະນຸດ Human Rights Watch ຍັງ​ກ່າວ​ເຊັ່ນ​ກັນ​ວ່າ ​ໄນ​ຈີ​ເຣຍ ​ແລະ​ອິສຣາ​ແອ​ລ ​ໄດ້​ອະນຸມັດ​ໃຫ້​ພວກ​ທະຫານ​ຂອງ​ຕົນ​ທຳ​ການລະ​ເມີດ​ສິດໃນ​ຂະນະ​ທີ່​ພວກ​ທະຫານ​ເຫຼົ່າ​ນີ້ ທຳ​ການ​ບຶກ​ບືນ​ຕໍ່ສູ້​ເພື່ອ​ຄວບ​ຄຸມ​ພວກກຸ່ມ​ຫົວ​ຮຸນ​ແຮງ Boko Haram
​ແລ​ະກຸ່ມຮາ​ມັສນັ້ນ.

​ແລະ​ກຸ່ມ​ດັ່ງກ່າວ​ຍັງ​ເວົ້າ​ຕື່ມ​ວ່າ ປະທານາທິບໍດີ​ບາຣັກ ​ໂອ​ບາ​ມາ ​ແຫ່ງ​ສະຫະລັດ ບໍ່​ຍອມ​ທຳ​ການ​ສອບສວນ​ສືບສວນ ຫຼື​ຮ້ອງ​ຟ້ອງ​ຫຼືດຳ​ເນີນ​ຄະດີພວກ​ CIA ທີ່​ຮັບຜິດຊອບ ທີ່ຖືກ​ກ່າວ​ຫາ​ທຳ​ການ​ທໍລະມານ​ພວກນັກ​ໂທດ ທີ່​ໄດ້​ແຈ້ງ​ລາຍ​ລະອຽດ​ໃຫ້​ຊາບໃນ​ຫວ່າງ​ເມື່ອ​ມໍ່ໆ​ຜ່ານ​ມາ​ນີ້ ໃນ​ການ​ສືບສວນ​ຂອງສະພາ​ສູງ​ສະຫະລັດ​ນັ້ນ. ພວກ​ເອກ​ກະສາ​ນ​ເຫຼົ່າ​ນີ້ ກ່າວ​ວ່າ ການ​ບໍ່​ເອົາ​ໂທດ​ໃນ​ການ​ດຳ​ເນີນ​ພາລະກິດ​ຂອງ​ທ່ານ ​ເບິ່ງ​ຄື​ວ່າ ມັນ​ຈະ​ເຮັດ​ໃຫ້
"ພວກ​ປະທານາທິບໍດີ​ຄົນ​ຕໍ່​ໄປ ຖືເອົາ​ເລື້ອງ​ການ​ທໍລະມານ​ນີ້ ​ເປັນ​ທາງ​ເລືອກ​ໃນ​ນະ​ໂຍບາຍ​ອັນ​ນຶ່ງ ​ແທນ​ທີ່​ຈະ​ຖືເປັນ​ອາຊຍາ​ກຳ​ອັນ​ນຶ່ງ​ນັ້ນ."

ລາຍ​ງານ​ສະບັບ​ນີ້ກ່າວ​ວ່າ ​ການ​ຕອບ​ສະໜອງ​ຕໍ່​ຄຳ​ຮຽກຮ້ອງ​ໃນ​ການ​ທ້າ​ທາຍ​ດ້ານ​ຄວາມ​ປອດ​ໄພ​ຕ່າງໆ​ນີ້ ບໍ່​ພຽງ​ແຕ່​ຈະ​ຄວບ​ຄຸມ​ປັດ​ໃຈ​ທີ່​ເປັນ​ອັນຕະລາຍ​ເທົ່າ​ນັ້ນ ​ແຕ່ “ເປັນ​ການ​ສ້າງສາ​ເນື້ອ​ໄນ ​ທາງ​ດ້ານ​ຈິດ​ໃຈ ທີ່​ສະໜັບສະໜຸນ ​ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ທາງ​ດ້ານ​ສັງຄົມ​ແລະ​ດ້ານ​ການ​ເມືອງ​ຄືນ​ເຊັ່ນ​ກັນ.”

XS
SM
MD
LG