ວິທີທີ່ທ່ານຖືໂທລະສັບ ສາມາດຊ່ວຍໃນການຕ້ານກັບການຂະໂມຍຂໍ້ມູນທີ່ບົ່ງບອກເຖິງບຸກຄົນ ຫລືການຫລອກລວງໄດ້ ຫລືບໍ່? ນັກຊ່ຽວຊານດ້ານການຮັກສາຄວາມປອດໄພຄິດວ່າ ໄດ້. ມາດຕະການດ້ານຂໍ້ມູນທາງຊີວະພາບ ຫລື Biometric ເຊັ່ນເຄື່ອງອ່ານລາຍມືທັງຫລາຍໄດ້ກັບກາຍມາເປັນເລື້ອງທຳມະດາຫລາຍຂຶ້ນ ໃນການຕ້ານກັບການຫລອກເອົາຂໍ້ມູນ ແຕ່ວ່າ ການປ້ອງກັນສູງຂຶ້ນໄປອີກຂັ້ນນຶ່ງແມ່ນກ່ຽວພັນກັບຂໍ້ມູນທາງຊີວະພາບທີ່ບໍ່ຕ້ອງໄດ້ເຮັດຫຍັງເລີຍ ເຊັ່ນວ່າ ໂທລະສັບມືຖືສະຫລາດ ຫລື smartphone ຖືໄວ້ໃນມຸມໃດ ເປັນຕົ້ນ. Tina Trinh, ນັກຂ່າວວີໂອເອມີລາຍງານກ່ຽວກັບເລື້ອງນີ້ ຊຶ່ງ ບົວສະຫວັນ ຈະນຳມາສະເໜີທ່ານ ໃນອັນດັບຕໍ່ໄປ.
ໂທລະສັບມືຖືສະຫລາດ ຫລື smartphone ເຮັດໃຫ້ການຊື້ເຄື່ອງທາງອິນເຕີແນັດ ໃນຂະນະທີ່ເດີນທາງດ້ວຍເຮືອບິນໄດ້ງ່າຍຂຶ້ນຢ່າງບໍ່ເຄີຍມີມາກ່ອນ ແຕ່ວ່າ ບັນດາຮ້ານຂາຍສິນຄ້າທາງອິນເຕີແນັດຕ່າງໆ ຮູ້ໄດ້ແນວໃດວ່າ ມັນແມ່ນທ່ານແທ້ຫລືບໍ່ ທີ່ທຳການສັ່ງຊື້ສິນຄ້ານັ້ນໆ?
ທ່ານ ດອນ ດັນແຄນ (Don Duncan), ນັກພັດທະນາທຸລະກິດຈາກບໍລິສັດ NuData Security ກ່າວວ່າ
“ບັນຫາທ້າທາຍອັນນຶ່ງໃນຫລາຍໆອັນ ທີ່ພວກຮ້ານຂາຍເຄື່ອງຍ່ອຍ, ຄົນຂາຍເຄື່ອງ ແລະໂດຍສະເພາະກໍແມ່ນປະຊາຄົມທາງການເງິນທາງອິນເຕີແນັດກຳລັງປະເຊີນຢູ່ກ່ຽວກັບເລື້ອງການຂາຍເຄື່ອງທາງອິນເຕີແນັດນີ້ ກໍຄືຄວາມຈິງທີ່ວ່າ ເຈົ້າບໍ່ໄດ້ເຫັນບຸກຄົນທີ່ຊື້ເຄື່ອງນັ້ນໃນຕົວຈິງ.”
ທ່ານ ດັນແຄນ (Duncan) ກ່າວເພີ້ມອີກວ່າ ປະພຶດຕິກຳທາງດິຈິຕອລຂອງພວກເຮົາທີ່ມັກເຮັດຢູ່ເລື້ອຍໆມາ ສາມາດເຮັດໃຫ້ບໍລິສັດຂາຍສິນຄ້າອອນລາຍ ສາມາດບົ່ງບອກໄດ້ວ່າ ມັນແມ່ນພວກເຮົາແທ້ໆບໍ ທີ່ເຊັນເຂົ້າໄປ ຫລືວ່າ ແມ່ນໃຜຜູ້ນຶ່ງທີ່ເຂົ້າໄປໃນບັນຊີໂດຍໃຊ້ລະຫັດລັບທີ່ຂະໂມຍເອົາມາ ເພື່ອເຊັນເຂົ້າໄປ ຊຶ່ງທ່ານກ່າວດັ່ງນີ້:
“ເມື່ອເບິ່ງສິ່ງຕ່າງໆ ເຊັ່ນ ຕອນທີ່ຂ້ອຍພິມຂໍ້ມູນເຂົ້າໄປໃນລະບົບແອັບພລີເຄຊັນຢູ່ນັ້ນ ແມ່ນຂ້ອຍໃຊ້ເວລາກົດໂທລະສັບດົນ ຫລືບໍ່ດົນ? ຂ້ອຍກົດໂທລະສັບຢູ່ໃນລວງຕັ້ງບໍ ຫລື ໃນລວງນອນ? ຂ້ອຍຖືໂທລະສັບແບບໃດເມື່ອເວົ້າເຖິງລະດັບຄວາມໃກ້-ໄກຈາກໂຕຂ້ອຍ?”
ສິ່ງທີ່ເອີ້ນກັນວ່າຂໍ້ມູນທາງຊີວະພາບທີ່ບໍ່ຕ້ອງໄດ້ເຮັດຫຍັງເລີຍ ສາມາດທີ່ເຮັດໃຫ້ໄດ້ພາບທີ່ມີຄວາມແຕກຕ່າງກັນເລັກໆ ນ້ອຍໆ ຂອງລູກຄ້າ ແບບແວັບໆ ໂດຍໃຊ້ເທັກໂນໂລຈີທີ່ໄດ້ສ້າງຂຶ້ນແລ້ວ ຢູ່ໃນໂທລະສັບເຊັ່ນເຄື່ອງວັດແທກການເລັ່ງຄວາມໄວ ແລະ GPS….
ທ່ານດັນແຄນກ່າວຕໍ່ໄປອີກວ່າ: “ເຈົ້າຮູ້ບໍ່, ບ່ອນຢູ່ທາງພູມີສາດ ແມ່ນຈຸດເລີ້ມຕົ້ນແທ້ໆ ໃນການທີ່ພາໃຫ້ຮູ້ໄດ້ວ່າ ຜູ້ໃຊ້ໂທລະສັບນັ້ນຢູ່ໃສ, ເຄື່ອງໂທລະສັບນັ້ນ…ຕິດຕໍ່ມາຈາກໃສ.”
ບໍ່ເໝືອນກັນກັບລະຫັດພັສເຫວີດ ຫລື ລາຍມືທີ່ຕ້ອງໄດ້ພິມໃສ່ອີ່ຫລີ ສ່ວນຂໍ້ມູນທາງຊີວະພາບທີ່ບໍ່ຕ້ອງໄດ້ເຮັດຫຍັງເລີຍນີ້ ແມ່ນປະຕິບັດງານຢູ່ເບື້ອງຫລັງ ໃນຂະນະທີ່ຜູ້ໃຊ້ ຈະທຳການເຄື່ອນໄຫວຕາມປົກກະຕິດັ່ງທີ່ເຂົາເຈົ້າເຄີຍເຮັດມາ.
ທ່ານ ດັນແຄນກ່າວເພີ້ມອີກວ່າ “ພວກເຮົາມີລະຫັດລັບສອງ ສາມ ແຖວ ຢູ່ໃນເວັບໄຊທ໌ ຫລື ໃນແອັບພລີເຄຊັນຂອງໂທລະສັບມືຖື ແລະສິ່ງທີ່ລະຫັດທັງໝົດເຫລົ່ານັ້ນເຮັດກໍຄື ສະໜອງຂໍ້ມູນກ່ຽວກັບໂທລະສັບໃຫ້ແກ່ພວກເຮົາ….. ພວກເຮົາເອົາມັນມາດຳເນີນການ ແລະກໍສົ່ງຂໍ້ມູນລັບນັ້ນ ຄືນໄປຍັງເວັບໄຊທ໌ ຫລືແອັບພລີເຄຊັນຂອງໂທລະສັບມືຖື.”
ແມ່ນແຕ່ປະເດັນເຊັ່ນວ່າ ຄວາມໄວຂອງການຕີພິມດີດ ຫລື ໂທລະສັບຖືກຖືຢູ່ໃນມຸມໃດ ສາມາດກາຍເປັນເຄື່ອງມືໃຊ້ໃນການຢັ້ງຢືນເຖິງຄວາມເປັນຈິງໄດ້.
ແລະຢູ່ໃນຍຸກແຫ່ງການລະເມີດຂໍ້ມູນຢ່າງໃຫຍ່ຫລວງນີ້ ຂໍ້ມູນທາງຊີວະພາບ ທີ່ບໍ່ຕ້ອງໄດ້ເຮັດຫຍັງເລີຍໝາຍຄວາມວ່າ ຄົນຂາຍເຄື່ອງບໍ່ຕ້ອງໄດ້ກາງຕໍ່ອາໄສພຽງແຕ່ການເຊັນເຂົ້າໄປໃນບັນຊີ ແລະໃຊ້ລະຫັດພັສເຫວີດ ເທົ່ານັ້ນ ຕໍ່ໄປອີກແລ້ວ. ບໍລິສັດ NuData ແມ່ນບໍລິສັດທີ່ໄດ້ນຳເອົາເທັກໂນໂລຈີອັນນີ້ມາປະຕິບັດຕໍ່ລູກຄ້າຂອງຕົນຢູ່ແລ້ວນັ້ນ ເປັນເຈົ້າຂອງ.
ທ່ານດັນແຄນ ກ່າວມ້ວນທ້າຍວ່າ “ການທີ່ວ່າບໍ່ມີແຕ່ພຽງຂໍ້ມູນອັນດຽວທີ່ໃຊ້ເພື່ອກວດສອບຄວາມຖືກຕ້ອງແລ້ວ ມັນກໍເຮັດໃຫ້ພວກເຮົາສາມາດທີ່ຈະສະໜອງເລື້ອງສ່ຽງໄພ ຫລື ຂໍ້ມູນລັບໃຫ້ແກ່ຍີ່ຫໍ້ທາງອິນເຕີເນັດ ຫລືທາງອອນລາຍໄດ້.”
ສຳລັບຜູ້ໃຊ້ໂທລະສັບແລ້ວ, ປະສົບການທີ່ເຮັດໃຫ້ຮູ້ສຶກປອດໄພຫລາຍຂຶ້ນ ອາດຈະຢູ່ທີ່ພຽງປາຍນີ້ວມື້ຂອງພວກເຂົາເຈົ້ານັ້ນເອງ.