ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການ​ລົງ​ທຶນ​ຕ່າງ​ປະ​ເທດ ຈະ​ປ່ຽນແປງ​ເສດ​ຖະ​ກິດ ຫວຽດ​ນາມ​ແບບ​ໃດ?


ຫວຽດ​ນາມ​​ບ່ວມ​ຢູ່​ໃນ​ເສດ​ຖະ​ກິດ ທີ່​ເຕີບ​ໂຕ​ໄວ​ທີ່​ສຸດ​ຢູ່​ໃນ​ໂລກ ທີ່​ດືງ​ດູດ​ທຸ​ລະ​ກິດ​ ທີ່ຕັ້ງ​ຢູ່ພາກ​ໃຕ້ ນະ​ຄອນ​ໂຮ​ຈີ​ມິນ.
ຫວຽດ​ນາມ​​ບ່ວມ​ຢູ່​ໃນ​ເສດ​ຖະ​ກິດ ທີ່​ເຕີບ​ໂຕ​ໄວ​ທີ່​ສຸດ​ຢູ່​ໃນ​ໂລກ ທີ່​ດືງ​ດູດ​ທຸ​ລະ​ກິດ​ ທີ່ຕັ້ງ​ຢູ່ພາກ​ໃຕ້ ນະ​ຄອນ​ໂຮ​ຈີ​ມິນ.

ພວກກຳມະກອນທີ່ຄ່າ​ແຮງງານ​ຖືກ​ຂອງ​ຫວຽດ​ນາມ​ອາດ​ບໍ່​ເປັນ​ດາ​ຣາ​ຂອງ​ປະ​ເທດຢູ່​ອີກຕໍ່ໄປແລ້ວ ຄ່າແຮງງານ​ຕ່ຳ​ໄດ້​ຊ່ວຍ​ຫັນ​ປ່ຽນ​ປະ​ເທດ​ຄອມ​ມິວ​ນິ​ສ​ຈຳ​ນວນ​ນຶ່ງ ໃຫ້
ເຕີບ​ໂຕ​ຢ່າງວອງ​ໄວຢູ່​ໃນ​ໂລກ ແຕ່​ບັນ​ດາ​ນັກ​ວິ​ເຄາະ​ກ່າວ​ວ່າ ມີຄວາມຕ້ອງ​ການ​ແບ​ບ
ຢ່າງ​ເສດ​ຖະ​ກິດ​ແນວໃໝ່​ໃນ​ປັດ​ຈຸ​ບັນ​.

ຫຼັງ​ຈາກ​ການຟື້ນຟູ​ຈາກ​ສົງ​ຄາມ​ຫວຽດ​ນາມຢ່າງຊ້າໆແລ້ວ ​ປະ​ເທດ​ເອ​ເຊຍ​ອາ​ຄະ​ເນ
ແຫ່ງນັ້ນ ໄດ້​ມີ​ຜົນ​ຜະ​ລິດ​ລາຍ​ໄດ້ພາຍ​ໃນ​ປະ​ເທດເພີ້ມ​ຂຶ້ນ​ຫຼັງ​ຈາກແຕ່​ລະ​ປີນັບຕັ້ງ​ແຕ່​
ຊຸມປີ 1990 ເປັນ​ຕົ້ນ​ມາ ທີ່​ໄດ້​ສ້າງຂຶ້ນ​ຢູ່ເທິງ​ສັນ​ຫຼັງຄ່າ​ແຮງ​ງານ​ຕ່ຳ ແລະ​ອຸດ​ສາ​ຫະ​
ກຳຂາ​ອອກ ພ້ອມ​ດ້ວຍ​ບັ​ນ​ດາ​ບໍ​ລິ​ສັດ​ທີ່​ພົວ​ພັນ​ກັບ​ການ​ລົງ
​ທຶ​ນ​ຕ່າງ​ປະ​ເທ​ດ.

ປັດ​ຈຸ​ບັນ​ນີ້​ຫວຽດ​ນາມ​ແມ່ນຕົກຢູ່ໃນ​ຈຸດ​ຫັນ​ປ່ຽນ ເບິ່ງ​ຄືນໄປ​ຫຼັງ​ຫາການ​ສົ່ງ​ອອກ​ທີ່​
ງ່າຍໆ​ເຊັ່ນ​ວ່າ​ເຂົ້າ ແລະ​ເກີບ​ຣີ​ບອກ​ສ໌ ທີ່​ຊ່ວຍ​ພັດ​ທະ​ນາ ແລະເ​ບິ່ງ​ໄປ​ໜ້າຫາ​ຄວາມ​
ກ້າວ​ໜ້າ​ດ້ານ​ເສດ​ຖ​ະ​ກິດ​ຫຼາຍ​ຂຶ້ນຢູ່​ຕາມ​ເສັ້ນທາງ​ຂອງ​ໄຕ້​ຫວັນ ຫຼື​ເກົາ​ຫຼີ​ໄຕ້. ບັນ
​ດາຄົນ​ທ້ອງ​ຖິ່ນ​ບໍ່​ຕ້ອງ​ການເຄື່ອງທີ່ “ເຮັດ​ຢູ່​ໃນ​ຫວຽດ​ນາມ” ທີ່ເປັນ​ສັນ​ຍາ​ນ​ວ່າມີ
ຄຸນ​ນະ​ພາບ​ຕ່ຳ. ນອກນັ້ນເຂົາ​ເຈົ້າ​ຍັງ​ຢາກ​ກ້າວເຂົ້າໄປສູ່​ວົງ​ການ​ຄ້າ​ຂອງ​ໂລກ
ປາດ​ສະ​ຈາກການ​ຕ້ານ​ໂລກາພິວັດ ທີ່​ເຫັນ​ຢູ່ໃນໝູ່ພວກ​ຜູ້​ປ່ອນ​ບັດ​ທີ່​ນິ​ຍົມ​ກັນໄປ
ຕັ້ງແຕ່​ຢູ​ໂຣບ ຫາ​ສະ​ຫະ​ລັດ.

ພວກ​ພະ​ນັກ​ງານ​ຕັດ​ຫ​ບິບ​ທີ່​ໂຮງງ​ານ TAL ໃນ​ແຂວງ Vinh Phuc ປະ​ເທດ​ຫວຽດ​ນາມ ວັນ​ທີ 23 ມີ​ນາ 2017.
ພວກ​ພະ​ນັກ​ງານ​ຕັດ​ຫ​ບິບ​ທີ່​ໂຮງງ​ານ TAL ໃນ​ແຂວງ Vinh Phuc ປະ​ເທດ​ຫວຽດ​ນາມ ວັນ​ທີ 23 ມີ​ນາ 2017.

ທ່ານ​ອຸ​ສ​ມານ ດີ​ອອນ ຜູ້ອຳນວຍການ​ທະ​ນາ​ຄານ​ໂລກ​ໃນ​ຫວຽດ​ນ​າມ​ກ່າວ​ວ່າ “ອັນ
​ທີ່​ເຫັນ​ວ່າເປັນໄປໄດ້ດີໃນໄລຍະ​ຜ່ານ​ມາ​ 30 ປີ ອາດ​ຈະ​ບໍ່ຈຳ​ເປັນວ່າຈະມີ​ຜົນ​ດີໃນ
​ອະ​ນາ​ຄົດກໍເປັນໄດ້. ຜົນ​ກະ​ທົບ​ຂອງ​ການ​ເລີ້ມ​ຕົ້ນ​ສະ​ຖາ​ບັນ ແລະ​ການ​ປະ​ຕິ​ຮູບ​ໂຄງ
​ຮ່າງຕ່າງໆ​ປາ​ກົດ​ວ່າ​ບັນ​ລຸເຖິງຈຸດບັ້ນປາຍຂອງມັນແລ້ວ.”

ທ່ານ​ໄດ້​ອ້າງ​ເຖິງ​ການ​ປະ​ຕິ​ຮູບ ໂ​ດ​ ເໝື້ອຍ ທີ່​ໄດ້​ເລີ້ມ​ເມື່ອ​ສາມ​ທົດ​ສະ​ວັດ​ກ່ອນເວ​ລາ
​ຫວຽດ​ນາມ​ໄດ້​ເລີ້ມ​ນຳສະເໜີ​ເສດ​ຖະ​ກິດຮູບໃໝ່​ຫຼາຍ​ຂຶ້ນ ແລະລະບົບເສດຖະກິດ
ຕະ​ຫຼາດ​ ເຊັ່ນ​ເປັນ​ເຈົ້າ​ຂອງສ່ວນ​ໂຕຂອງ​ບໍ​ລິ​ສັດ​ຕ່າງໆ ແລະມີ​ບ້ານ​ເຮືອນ​ເປັນຂອງ
ຕົນເອງ. ຮາ​ໂນ່ຍກຳ​ລັງ​ປະ​ຕິ​ບັດ​ທົບ​ທວນເບິ່ງ​ຄືນ ໂ​ດ​ ເໝື້ອຍ

ວ່າມັນດີຢ່າງ​ໃດ ແລະ​ຈະ​ວາງ​ແຜນ​ເສັ້ນ​ທາງເສດ​ຖະ​ກິດໃໝ່ຢ່າງ​ໃດ​ໃນ​ສາມ​ທົດ​
ສະ​ວັດ​ຕໍ່​ໄປຂ້າງໜ້າ.

ອ່ານ​ຂ່າວ​ນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG