ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ວິທີການດໍາເນີນທຸລະກິດ ຂອງຮ້ານກາເຟ ຂະໜາດນ້ອຍ


Trucky Café ຮ້ານກາເຟຂະໜາດນ້ອຍເຄື່ອນທີ່ ທີ່ບໍລິການໃນເນື້ອທີ່ຈໍາກັດ, ແຕ່ສະໜອງເຄື່ອງດື່ມຄົບທຸກລົດຊາດ ທຽບເທົ່າມາດຕະຖານ Coffee Café ຂະໜາດໃຫຍ່.
Trucky Café ຮ້ານກາເຟຂະໜາດນ້ອຍເຄື່ອນທີ່ ທີ່ບໍລິການໃນເນື້ອທີ່ຈໍາກັດ, ແຕ່ສະໜອງເຄື່ອງດື່ມຄົບທຸກລົດຊາດ ທຽບເທົ່າມາດຕະຖານ Coffee Café ຂະໜາດໃຫຍ່.

ແຕ່ໃດໆມາ ປະເພດເຄື່ອງດື່ມທີ່ເປັນກາເຟ ຈະເປັນເຄື່ອງດື່ມທີ່ຜູ້ຄົນໃຫ້ຄວາມສົນໃຈຫຼາຍ ແລະຂາຍດີໃນທຸກໆລະດູການ, ທິບສຸດາ ມີລາຍລະອຽດສໍາລັບຜູ້ທີ່ມີຈຸດປະສົງ ຢາກເປີດກິດຈະການຮ້ານກາເຟ ແຕ່ມີງົບປະມານນ້ອຍ ອາໄສຂາຍຢູ່ໃນເນື້ອທີ່ໜ້ອຍ ມາສະເໜີທ່ານ ໃນອັນດັບຕໍ່ໄປ.

ປັດຈຸບັນ, ປະເພດເຄື່ອງດື່ມຂອງກາເຟມີຫຼາກຫຼາຍຮູບແບບ ຫຼາຍລົດຊາດແຕກຕ່າງກັນ, ພ້ອມກັນນັ້ນ ກໍມີຫຼາຍໆຮ້ານກາເຟຊື່ດັງ ແຂ່ງຂັນກັນບໍລິການກາເຟທີ່ຄິດຫາຫຼາຍເມນູ ມາໄວ້ດຶງດູດຄວາມສົນໃຈຂອງລູກຄ້າ. ສໍາລັບ ບຸນພະກອນ ພົນອາສາ ຫຼື ນ້ອຍ, ຜູ້ປະກອບການຮ້ານກາເຟທີ່ອາໄສຢູ່ໃນນະຄອນຫຼວງວຽງຈັນ ລາວມີແນວຄິດ ແລະມຸມມອງໃນການເປີດຮ້ານກາເຟ ດ້ວຍການເປີດກິດ ຈະການຮ້ານກາເຟຂະໜາດນ້ອຍ ທີ່ຕັ້ງຢູ່ໃນສະຖານທີ່ ໃກ້ກັບບໍລິເວນທີ່ເປັນຫ້ອງການ.

ເຊິ່ງຜູ້ປະກອບການກ່າວວ່າ ແນວຄິດເລີ້ມຕົ້ນແມ່ນມາຈາກຄວາມມັກຂອງຕົນເອງ ທີ່ມັກດື່ມກາເຟເວລາເຮັດວຽກ ບວກກັບສັງເກດເຫັນວ່າ ບັນດາຜູ້ຮ່ວມງານ ແລະຄົນອື່ນໆ ຈະຖືຈອກກາເຟເປັນປະຈໍາ.

Trucky Café ຮ້ານກາເຟນ້ອຍເຄື່ອນທີ່ ຢູ່ສວນສາທາລະນະບຶງທາດຫຼວງ, ນະຄອນຫຼວງວຽງຈັນ, ສປປ ລາວ. (ພາບທີ່ໄດ້ຮັບການສະໜອງຈາກຜູ້ປະກອບການ Trucky Café)
Trucky Café ຮ້ານກາເຟນ້ອຍເຄື່ອນທີ່ ຢູ່ສວນສາທາລະນະບຶງທາດຫຼວງ, ນະຄອນຫຼວງວຽງຈັນ, ສປປ ລາວ. (ພາບທີ່ໄດ້ຮັບການສະໜອງຈາກຜູ້ປະກອບການ Trucky Café)

“ເລີ້ມຈາກທໍາອິດແມ່ນການຫາຂໍ້ມູນງົບປະມານກ່ອນວ່າ ຮ້ານລັອກນ້ອຍໆນິມັນຊິໃຊ້ງົບເທົ່າໃດ, ເຮົາມາຄອມແພກັນວ່າ ເຮົາໄດ້ງົບມາ ແຕ່ວ່າເຮົາບໍ່ສາມາດຈະໄປແຂ່ງກັບຮ້ານໃຫຍ່ໆໄດ້, ຄັນຊິເປີດຮ້ານ ກະມີບັນຫາເລື້ອງຂອງບ່ອນຈອດລົດ ທໍາເລວ່າຊັ້ນສາ, ຖ້າມີຮ້ານລັອກນ້ອຍໆ 4 ແມັດ ໃຊ້ງົບປະມານບໍ່ຕໍ່າກວ່າ 500 ລ້ານກີບ ແຕ່ຖ້າເກີດວ່າເຮົາມາຄໍານວນໃສ່ລົດ Food Truck ອາດຈະບໍ່ຮອດຊໍ້າ ບວກກັບ ຄັນໄປຕັ້ງຢູ່ບ່ອນ Office ມັນກະແທດເໝາະໃນເລື້ອງຂອງບ່ອນຈອດລົດ ບວກກັບຄົນຢູ່ໃນ Office ກະມີແຕ່ຄົນຈັບຈອກກາເຟ ອາເມຣິກາໂນ ໄອຊ໌ ໄປຊີມແຕ່ລະຮ້ານແຕ່ລະຮ້ານວ່າອັນນີ້ແຊບບໍ ບໍ່ແຊບຍ້ອນຫຍັງ ອິຫຍັງຫັ້ນນະຕ່າງໆ.”

ຜູ້ປະກອບການກ່າວວ່າ ຮ້ານກາເຟຂະໜາດນ້ອຍຂອງລາວ ເປັນປະເພດ Coffee Truck ທີ່ລາວໄດ້ຫາຊື້ລົດມືສອງຂະໜາດນ້ອຍໃນລາ 3,000 ໂດລາ ມາປະກອບ ແລະສ້ອມແປງ ພ້ອມທັງປັບປຸງຮູບຮ່າງໃຫ້ເປັນລົດບໍລິການຂາຍກາເຟ ເຊິ່ງມີຊື່ວ່າ Trucky Café , ໂດຍລວມແລ້ວ ມີລາຄາລົງທຶນຂັ້ນຕົ້ນປະມານ 10,000 ໂດລາ, ເຊິ່ງລາວໄດ້ເຊົ່າສະຖານທີ່ ຢູ່ບ້ານໂພນສະອາດ ເມືອງຈັນທະບູລີ, ນະຄອນຫຼວງວຽງຈັນ ໂດຍມີການຕົກລົງ ກັບເຈົ້າຂອງສະ ຖານທີ່ເປັນລັກສະນະການເຊົ່າ ປີ ຕໍ່ ປີ ແລະຈະເສຍຄ່າເຊົ່າສະຖານໃນທຸກໆ 3 ເດືອນ ໃນລາ 7,000,000 ກີບ, ນະຈຸດນີ້ ລາວກ່າວວ່າ ລາວບໍ່ມີຄວາມກັງວົນຖ້າຜູ້ໃຫ້ເຊົ່າບໍ່ຕໍ່ສັນຍາ ເພາະຮ້ານລາວເປັນລົດ Trcuk ລາວສາມາດຍົກຍ້າຍໄປໄດ້ສະດວກ. Trucky Café ຈະເປີດບໍລິການໃນຊ່ວງ 6 ໂມງເຊົ້າ ຫາ 3 ໂມງ 30 ຕອນສວາຍ ໃນລະຫວ່າງວັນຈັນຫາວັນສຸກ ແລະຈະໄປຂາຍຢູ່ນອກສະຖານທີ່ເສົາ ແລະວັນອາທິດ ແຕ່ 6-9 ໂມງເຊົ້າ.

ຜູ້ປະກອບການກ່າວວ່າ ຫຼັງຈາກເປີດກິດຈະການມາໄດ້ເກືອບສອງປີ, ການຕອບຮັບຈາກລູກຄ້າແມ່ນມີຫຼາຍໃນທຸກໆມື້ ເຊິ່ງລາວກ່າວວ່າ ພະຍາຍາມສ້າງໃຫ້ລົດຊາດຂອງກາເຟ ມີຈຸດເດັ່ນ ແລະເປັນເອກະລັກຈໍາເພາະຈາກເມັດກາເຟຂົ້ວ ທີ່ຜູ້ປະກອບການຮັບຊື້ໂດຍກົງຈາກຊາວສວນກາເຟຂອງລາວ ຕາມສູດຂອງຜູ້ປະກອບການຄິດຄົ້ນຂຶ້ນມາເອງ.

Trucky Café ຮ້ານກາເຟນ້ອຍເຄື່ອທີ່, ນະຄອນຫຼວງວຽງຈັນ, ສປປ ລາວ. (ພາບທີ່ໄດ້ຮັບການສະໜອງໃຫ້ຈາກຜູ້ປະກອບການ Trucky Café)
Trucky Café ຮ້ານກາເຟນ້ອຍເຄື່ອທີ່, ນະຄອນຫຼວງວຽງຈັນ, ສປປ ລາວ. (ພາບທີ່ໄດ້ຮັບການສະໜອງໃຫ້ຈາກຜູ້ປະກອບການ Trucky Café)

ຜູ້ປະກອບການກ່າວວ່າ ວັດຖຸດິບທີ່ເປັນສ່ວນປະກອບອື່ນໆແມ່ນຈະນໍາເຂົ້າເປັນຫຼັກ ໂດຍສະເພາະປະເພດນົມສົດ ເຊິ່ງລາວຈະຮັບຊື້ໂດຍກົງຈາກຜູ້ສົ່ງໃນປະ ເທດເພື່ອນບ້ານທຸກໆອາທິດ ໃນຈໍານວນ 40 ຕຸກ, ເຊິ່ງ 1 ຕຸກມີບໍລິມາດຢູ່ 2 ລິດ. ໃນນີ້ ລາວຈະນໍາໃຊ້ເຂົ້າເປັນສ່ວນປະກອບໃນເຄື່ອງດື່ມ ພ້ອມທັງຜະລິດ Whip Cream ຂຶ້ນມາດ້ວຍສູດຂອງຕົນເອງ.

ປັດຈຸບັນ, Trucky Café ມີທັງໝົດ 20 ກວ່າເມນູເຄື່ອງດື່ມ ໂດຍມີລາຄາດັ່ງນີ້: ກາເຟອາເມຣິກາໂນຮ້ອນ 1 ຈອກໃນປະລິມານ 16 ອອນ (Oz) ລາຄາ 21,000, ແບບເຢັນ 24,000, ສ່ວນກາເຟປະເພດປັ່ນ 27,000, ລາເຕເຢັນ 25,000 ແລະອື່ນໆ, ໂດຍຜູ້ປະກອບການກ່າວວ່າ ສາມາດສ້າງລາຍຮັບໂດຍລວມທັງໝົດ 80,000,000 ລ້ານ ຕໍ່ເດືອນ, ແລະລາວຈະຫັກມາເປັນກໍາໄລທັງໝົດ 26 ເປີເຊັນຂອງລາຍຮັບລວມດັ່ງກ່າວ.

ເນື່ອງຈາກການຕອບຮັບຈາກລູກຄ້າມີຫຼາຍຂຶ້ນ, ກຸ່ມລູກຄ້າມີຕື່ມຫຼາຍປະເພດ ໂດຍສະເພາະກຸ່ມລູກຄ້າທີ່ເປັນເດັກນ້ອຍ, ຜູ້ເຖົ້າ ຫຼືໄວໜຸ່ມທີ່ມັກລົດຊາດເຄື່ອງດື່ມຫວານໆອ່ອນໆ ແຕ່ບໍ່ແມ່ນກາເຟ, ບວກກັບປະສົບການທີ່ຕົນເອງມີໃນການບໍລິຫານພື້ນທີ່ຂະໜາດນ້ອຍ ຜູ້ປະກອບການຈຶ່ງໄດ້ເປີດຮ້ານເຄື່ອງດື່ມທີ່ມີລັກສະນະເປັນ Kiosk ຢູ່ໃນສູນການຄ້າ ITECC ໃນຊື່ Feelcoff, ລຸນຫຼັງເປີດມາໄດ້ປະມານ 7 ເດືອນກໍເຫັນວ່າ ມີການຕອບຮັບຈາກລູກຄ້າດີເຊັ່ນກັນ.

ຮ້ານເຄື່ອງດື່ມ Feelcoff, ເປັນ Kiosk ສາຂາຂອງ Trucky Café ທີ່ຕັ້ງຢູ່ໃນສູນການຄ້າ ລາວ ITECC, ນະຄອນຫຼວງວຽງຈັນ, ສປປ ລາວ. (ພາບທີ່ໄດ້ຮັບການສະໜອງຈາກຜູ້ປະກອບການ Trucky Café)
ຮ້ານເຄື່ອງດື່ມ Feelcoff, ເປັນ Kiosk ສາຂາຂອງ Trucky Café ທີ່ຕັ້ງຢູ່ໃນສູນການຄ້າ ລາວ ITECC, ນະຄອນຫຼວງວຽງຈັນ, ສປປ ລາວ. (ພາບທີ່ໄດ້ຮັບການສະໜອງຈາກຜູ້ປະກອບການ Trucky Café)

ຜູ້ປະກອບການກ່າວວ່າ ຈຸດດີໃນການເປີດຮ້ານກາເຟຂະໜາດນ້ອຍມີຫຼາຍ ໂດຍສະເພາະເລື້ອງຕົ້ນທຶນ.

“ຂໍ້ດີຂອງການເຮັດ Food Truck ກໍຄືເຮົາຈະເວົ້າເຖິງວ່າ ໃນສ່ວນຂອງ ຖ້າເປັນ ຮ້ານ Café ເນາະເຮົາຈະໄລ່ເລື້ອງຂອງຈຸດຄືນທຶນ ຄືຮ້ານ ແລະຄ່າເຊົ່າຂະໜາດໃຫຍ່ ເຮົາຈະໄດ້ປຽບໃນເລື້ອງຂອງໂຕນັ້ນ ເພາະເຮົາກະບໍ່ໄດ້ອັດຄ່າຄືນທຶນຂອງການ Renovate ຮ້ານເຂົ້າໄປຫຼາຍເທົ່າຮ້ານໃຫຍ່ ກະເລີຍໄດ້ປຽບ, ສ່ວນວັດຖຸດິບທີ່ເຮົາມາເສີບຄິດວ່າບໍ່ໄດ້ນ້ອຍໜ້າ ເຮົາກະມີລູກຄ້າຂາປະຈໍາວ່າຊັ້ນຊະ.”

ຜູ້ປະກອບການກ່າວວ່າ ແຜນການໃນອະນາຄົດແມ່ນກໍາລັງພະຍາຍາມຂະຫຍາຍກິດຈະການ ແລະປັບປຸງການບໍລິການໃຫ້ດີຂຶ້ນກວ່າເກົ່າ, ແຕ່ສິ່ງທີ່ຜູ້ປະກອບການກໍາລັງວາງແຜນໃນເວລານີ້ຄື ຂະຫຍາຍຮ້ານທີ່ເປັນໂຕແທນຈໍາໜ່າຍ ຫຼື Franchise, ເຊິ່ງປັດຈຸບັນ ໄດ້ມີຫຼາຍຄົນມາສອບຂໍ້ມູນກ່ຽວກັບເລື້ອງນີ້, ໂດຍລາຍລະອຽດ ຈະເປັນການຕົກລົງກັນເອງລະຫວ່າງຜູ້ປະກອບການ ແລະຜູ້ທີ່ຈາມາເປັນ Franchise ຂອງທຸລະກິດ ຈາກສອງທາງເລືອກຄື ແບບ Coffee Truck ແລະ ແບບ Kiosk, ແຕ່ວ່າ ຈະມີຄ່າສະມາຊິກຄັ້ງທໍາອິດຢູ່ 50,000,000 ກີບ, ພ້ອມນັ້ນກໍມີອຸປະກອນຕ່າງໆເຊັ່ນ ຂະໜາດຂອງ Coffee Truck ລວມທັງວັດຖຸດິບອື່ນໆໃນແຕ່ລະເດືອນ ໂດຍຈະອີງຕາມມາດຕະຖານຂັ້ນພື້ນຖານອັນດຽວກັນ, ສິ່ງສໍາຄັນ ແລະຂາດບໍ່ໄດ້ແມ່ນເມັດກາເຟຂົ້ວທີ່ເປັນສູດຂອງ Trucky Café ເອງ ແລະມາດຕະຖານການບໍລິການຂອງພະນັກງານ.

XS
SM
MD
LG