ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ລັດ​ຖະ​ບານ​ທະ​ຫານມຽນ​ມາໃຊ້ບໍ​ລິ​ສັດ ໂທ​ລະ​ຄົມ ເພື່ອ​ຊອກແນ​ເປົ້າ​ໝາຍ ໃສ່​ພວກ​ນັກ​ຂ່າວ ຄື​ແນວ​ໃດ


(ພາບ​ໃນ​ແຟມ) ແມ່​ຍິງ​ຜູ້​ນຶ່ງ​ໃຊ້​ມື​ຖື​ຂອງ​ນາງ​ເພື່ອກວດ​ເບິ່ງ Facebook ​ໃນ​ນະ​ຄອນ​ຫລວງ​ເນ​ປີ​ດໍ, 16 ມີ​ນາ, 2021 ໃນ​ຂະ​ນະ​ທີ່ເຈົ້າ​ໜ້າ​ທີ່​ມຽນ​ມາ​ສັ່ງ​ໃຫ້​ບໍ​ລິ​ສັດ​ໂທ​ລະ​ຄົມຈຳ​ກັດ​ການ​ບໍ​ລິ​ການ​​ເຄືອ​ຂ່າຍ​ຂໍ້​ມູນ​ໃນ​ມື​ຖື ຫລັງ​ຈາກ​ການກໍ່​ລັດ​ຖະ​ປະ​ຫານ​ໃນເດືອນ​ກຸມ​ພາ
(ພາບ​ໃນ​ແຟມ) ແມ່​ຍິງ​ຜູ້​ນຶ່ງ​ໃຊ້​ມື​ຖື​ຂອງ​ນາງ​ເພື່ອກວດ​ເບິ່ງ Facebook ​ໃນ​ນະ​ຄອນ​ຫລວງ​ເນ​ປີ​ດໍ, 16 ມີ​ນາ, 2021 ໃນ​ຂະ​ນະ​ທີ່ເຈົ້າ​ໜ້າ​ທີ່​ມຽນ​ມາ​ສັ່ງ​ໃຫ້​ບໍ​ລິ​ສັດ​ໂທ​ລະ​ຄົມຈຳ​ກັດ​ການ​ບໍ​ລິ​ການ​​ເຄືອ​ຂ່າຍ​ຂໍ້​ມູນ​ໃນ​ມື​ຖື ຫລັງ​ຈາກ​ການກໍ່​ລັດ​ຖະ​ປະ​ຫານ​ໃນເດືອນ​ກຸມ​ພາ

ນັບຕັ້ງແຕ່ການກໍ່ລັດຖະປະຫານໃນປີ 2021 ເປັນ​ຕົ້ນ​ມາ, ທະຫານຂອງມຽນມາໄດ້ຮວບ​ຮວມເອົາການຄວບຄຸມພວກສະ​ໜອງການບໍລິການມືຖືຂອງປະເທດ, ເຮັດໃຫ້ ພວກນັກເຄື່ອນໄຫວ, ສະມາຊິກຝ່າຍຄ້ານ ແລະນັກຂ່າວມີຄວາມສ່ຽງຫຼາຍຂຶ້ນຕໍ່ ການຖືກເຝົ້າຕິດ​ຕາມ, ອີງຕາມພວກ​ນັກຊ່ຽວຊານ.

ນັກຊ່ຽວຊານກ່າວວ່າ ໂດຍ​ທີ່ບໍ​ລິ​ສັດສະ​ໜອງ​ການບໍລິການມືຖື 4 ແຫ່ງຂອງປະເທດ ໃນປັດຈຸບັນແມ່ນເຊື່ອມຕໍ່ໂດຍກົງ ຫຼືໂດຍທາງອ້ອມກັບທະຫານຂອງມຽນມາ, ຂໍ້ມູນ ຂອງຜູ້ໃຊ້ທີ່ຫລໍ່​ແຫລມ ແມ່ນສາມາດເຂົ້າເຖິງໄດ້ງ່າຍຂຶ້ນ ແລະສາມາດຖືກນໍາໃຊ້ ເພື່ອ​ຮາ​ວີ​ລົບ​ກວນ​ຕໍ່ການ​ອອກ​ປາກ​ອອກສຽງຂອງຝ່າຍຄ້ານ.

"ກອງທັບໃນມຽນມາໄດ້ສືບຕໍ່ກົດຂີ່ດ້ານສິດທິມະນຸດຢູ່ທາງອິນເຕີແນັດ ໃນ​ສະ​ພາບທີ່ ມີການບໍ່ເຊື່ອຟັງຂອງພົນລະເຮືອນ, ການຄັດຄ້ານທາງການເມືອງ ແລະການຂັດ​ແຍ້ງ​ທີ່​ມີ​ການ​ໃຊ້ອາວຸດ ກຳ​ລັງ​ດຳ​ເນີນ​ໄປ​ຢູ່," ນັ້ນ​ຄື​ຄຳ​ເວົ້າ​ຂອງນັກຄົ້ນຄວ້າຈ​າກ​ອົງ​ການ Freedom House, ທ່ານຄຽນ ແວ​ສ​ເທນ​ສັນ (Kian Vesteinsson).

ທ່ານ​ກ່າວ​ອີກວ່າ ການຮວບ​ຮວມເອົາຜູ້ສະ​ໜອງການບໍລິການມືຖື ຫມາຍຄວາມວ່າ "ປະຊາຊົນສູນເສຍຄວາມສາມາດໃນການສະແດງຄວາມ​ຄິດ​ເຫັນ​ຂອງຕົນອອກຢ່າງ ເສລີ ຫຼື ບໍ່ມີ​ຄວາມ​ສະ​ບາຍ​ໃຈ ໃນ​ເລື້ອງຄວາມເປັນສ່ວນຕົວຂອງການສື່ສານຂອງ ເຂົາເຈົ້າ." "ຄວາມສ່ຽງທີ່ແຕກຕ່າງກັນຢູ່ທີ່ນີ້ ກໍ​ຄືຄວາມປອດໄພຂອງແຫຼ່ງຂໍ້​ມູນ ແລະ ຄວາມປອດໄພຂອງພວກນັກຂ່າວ."

ນັບຕັ້ງແຕ່ມີການກໍ່ລັດຖະປະຫານເປັນ​ຕົ້ນ​ມາ ທະຫານຂອງມຽນມາໄດ້ສັງຫານ ຫຼາຍກວ່າ 3,500 ຄົນ, ແລະຫຼາຍກວ່າ 17,900 ຄົນ ຍັງຖືກກັກຂັງຢູ່ ຍ້ອນຕ້ານ ການກໍ່ລັດຖະປະຫານ, ອີງຕາມກຸ່ມຄົ້ນຄວ້າດ້ານສິດທິມະນຸດ, ສະມາຄົມຊ່ວຍເຫຼືອນັກໂທດທາງການເມືອງ Assistance Association for Political Prisoners.. ຫ້ອງການ​ສິດທິ​ມະນຸດ​ຂອງ​ສະຫະ​ປະຊາ​ຊາດ ກ່າວ​ວ່າ ການ​ກະທຳ​ຂອງ​ພວກ​ທະຫານ ລວມທັງ​ການ​ໂຈມ​ຕີ​ທາງ​ອາກາດ ອາດ​ຈະ​ເປັນ​ການກໍ່ອາດຊະຍາ​ກຳ​ຕ້ານ​ມະນຸດ​ຊາດ ​ແລະ​ອາດຊະຍາ​ກຳ​ສົງຄາມກໍ​ເປັນ​ໄດ້.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG