ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ລາວ​ໃຊ້ມາດ​ຕະ​ການ​ ທາງການ​ແພດ​ ເພື່ອ​ກວດ​ກາ ແລະ ປ້ອງ​ກັນ​ເຊື້ອ​ໄວ​ຣັ​ສ​ ໂຄ​ໂຣ​ນາ ຄື​ແນວ​ໃດ?


ສູ​ນ​ວິ​ເຄາະ ແລະ ລະ​ບ​າດ​ວິ​ທະ​ຍາ ຂອງ​ກະ​ຊວງສາ​ທາ​ລະ​ນະ​ສຸກ ທີ່​ນະ​ຄອນ​ຫລວງວຽງ​ຈັນ
ສູ​ນ​ວິ​ເຄາະ ແລະ ລະ​ບ​າດ​ວິ​ທະ​ຍາ ຂອງ​ກະ​ຊວງສາ​ທາ​ລະ​ນະ​ສຸກ ທີ່​ນະ​ຄອນ​ຫລວງວຽງ​ຈັນ

ດັ່ງ​ໄດ້​ສະ​ເໜີ​ໄປ​ໃນ​ອາ​ທິດ​ແລ້ວນີ້​ວ່າ ຈຳ​ນວນ​ຄົນປ່ວຍທີ່​ສົງ​ໄສວ່າຕິດ​ເຊື້ອ​ໄວ​ຣັ​ສ ໂຄ​ໂຣ​
ນາໃນ​ລາວ​ມີ 11 ຄົນ ແລະ​ໃນ​ນັ້ນ 2 ຄົນ ​ແມ່ນ​ຍັງ​ຕ້ອງ​ໄດ້​ຖືກ​ຕິດ​ຕາມ​ເບິ່ງ​ອາ​ການ​ຕໍ່​ໄປ
​ຢູ່. ໃນ​ມື້ນີ້ ນັກ​ຂ່າວວີ​ໂອ​ເອ ​ຂອງພວກ​ເຮົາ​ຈະ​ນຳ​ເອົາ​ການ​ສຳ​ພາ​ດ​ກັບ ​ພະ​ນັກ​ງານ​ແພດທ່ານນຶ່ງ ​ທີ່​ສັງ​ກັດ​ຢູ່​ໃນ​ໂຮງ​ໝໍ 103, ​ໃນ​ນະ​ຄອນ​ຫລວງວຽງ​ຈັນ ກ່ຽວ​ກັບ​ຂັ້ນ​ຕອນ​ການກວດ​ກາຊອກ​ຫາເຊື້ອ​ໄວ​ຣັ​ສໂຄ​ໂຣ​ນາໃນ​ກໍ​ລະ​ນີ​ຂອງ​ຄົນ​ປ່ວຍ ທີ່ສົງ​ໄສວ່າ​ຕິດ​ເຊື້ອ
​ພະ​ຍາດນີ້ ​ມາ​ສະ​ເໜີ​ໃຫ້​ບັນ​ດາທ່ານໄດ້​ຮັບ​ຟັງ. ລາຍລະອຽດຈະ​ເປັນ​ແນວ​ໃດ​ນັ້ນ ຂໍ​ເຊີນ
​ທ່ານ​ຮັບ​ຟັງ ​ຈາກ​ ກິ່ງ​ສະ​ຫວັນ​ ນັກຂ່າວ​ຂອງ​ພວກ​ເຮົາ​ໄດ້ ​ໃນ​ອັນ​ດັບ​ຕໍ່​ໄປ.

ເນື່ອງຈາກວ່າ ເຊື້ອ​ໄວ​ຣັ​ສ ໂຄໂຣນາ ຫລື ໂຄວິດ 19 ທີ່​ໄດ້​ຮັບ​ລາຍ​ງານ​ວ່າ​ມີ​ຂຶ້ນ​ທຳ​ອິດ ​
ຢູ່​ໃນ​ເມືອງວູ​ຫານຂອງ​ຈີນ ນັ້ນ ເປັນເຊື້ອໄວ​ຣັ​ສຊະໜິດໃໝ່, ເປັນ​ອັນ​ຕະ​ລາຍ​ຮ້າຍ​ແຮງ
ແລະ​ ​ແຜ່​ຜາຍ​ອອກ​ໄປ​ຢ່າງວ່ອງ​ໄວທັງຢູ່ພາຍໃນ ແລະນອກ ປະ ເທດຈີນ. ຕໍ່ສະພາບ
ການນີ້ ຫລາຍປະເທດ ກໍໄດ້ມີມາດຕະການປ້ອງກັນ ຫລາຍ ແບບ, ຫລາຍວິທີ ເພື່ອສະ
ກັດກັ້ນ ຫລືເຮັດໃຫ້ການລະບາດນີ້ຫລຸດລົງ. ຕົວຢ່າງ ເຊັ່ນ ຢູ່ຫວຽດນາມນັ້ນ ໃນອາທິດ
ແລ້ວນີ້ ລັດ​ຖະ​ບານກໍ​ໄດ້​ສັ່ງ​ໃຫ້ປິດ ​ບ້ານເຊິ່ນ​ໂລ່ຍ ​ທີ່ເປັນບ້ານ​ນຶ່ງທີ່ຕັ້ງຢູ່ທາງພາກເໜືອ
ຂອງນະຄອນຫລວງຮາໂນ່ຍ ​ແລະມີ​ປະ​ຊາ​ຊົນ 10,000 ຄົນ​ນັ້ນ​ໄວ້ ບໍ່​ໃຫ້ຄົນ​ອອກ​ເຂົ້າ
ໄດ້, ພາຍຫລັງທີ່ມີ 6 ຄົນ ໄດ້ຮັບການຢືນຢັນວ່າ ຕິດເຊື້ອພະຍາດນີ້ແລ້ວ ໃນວັນສຸກ
ຜ່ານມາໃນຂະນະທີ່ມີຄົນຕິດເຊື້ອພະຍາດນັ້ນ ທີ່ໄດ້ຮັບການຢືນຢັນໃນເມື່ອກ່ອນ 5
ຄົນ ຢູ່ແລ້ວ, ອີງ​ຕາມ​ການ​ລາຍ​ງານ​ຂອງ​ຂ່າວ​ສານ​ທາງການ​ຫວຽດນາມ. ສະພາບການ
ນີ້ ​ເຮັດ​ໃຫ້​ຫວຽດນາມ​ກາຍ​ເປັນ​ປະ​ເທດທຳ​ອິດ ນອກຈາກຈີນ ທີ່ໄດ້ເອົາມາດຕະການ ອັນເຂັ້ມງວດເຖິງຂັ້ນກັກກັນຄົນເປັນຈໍານວນຫລວງຫລາຍ ບໍ່ໃຫ້ເຄື່ອນໄຫວໄປນອກ ບໍລິເວນກວ້າງໆ.

​ໂຮງ​ໝໍ 103 ທີ່​ມີ​ຄົນ​ທີ່​ສົງ​ໄສວ່າ​ຕິດ​ເຊື້ອ​ໄວ​ຣັ​ສ ໂຄ​ໂຣ​ນາຈຳ​ນວນ​ນຶ່ງ ເຂົ້າ​ໄປ​ກວດເບິ່ງ​ພະ​ຍາດ​
​ໂຮງ​ໝໍ 103 ທີ່​ມີ​ຄົນ​ທີ່​ສົງ​ໄສວ່າ​ຕິດ​ເຊື້ອ​ໄວ​ຣັ​ສ ໂຄ​ໂຣ​ນາຈຳ​ນວນ​ນຶ່ງ ເຂົ້າ​ໄປ​ກວດເບິ່ງ​ພະ​ຍາດ​

ສ່ວນຢູ່ໃນລາວນັ້ນ ໂດຍທີ່ເປັນປະເທດ ທີ່ມີຊາຍແດນຕິດກັບຈີນ ເຊັ່ນກັນ ເຖິງຍັງຈະ ບໍ່ທັນມີກໍລະນີຄົນປ່ວຍຜູ້ໃດ ຖືກຢັ້ງຢືນວ່າຕິດເຊື້ອ ພະຍາດນີ້ເທື່ອ ກໍຕາມ ແຕ່ກໍໄດ້ມີ ມາດຕະການກວດກາ, ປ້ອງກັນ ແລະເຝົ້າລະວັງ ຫລາຍຢ່າງ. ນຶ່ງໃນນັ້ນ ກໍແມ່ນມາດ ຕະການປ້ອງກັນທາງດ້ານສາທາລະນະສຸກ ແລະທາງວີໂອເອ ກໍໄດ້ມີໂອກາດສໍາພາດ ພະນັກງານແພດຄົນນຶ່ງ ທີ່ມີໜ້າ ທີ່ຮັບຜິດຊອບກ່ຽວຂ້ອງກັບການກວດຫາເຊື້ອ​ໄວ​ຣັ​ສ
ໂຄໂຣນາ ຢູ່ໃນໂຮງໝໍ 103 ໃນນະຄອນຫລວງວຽງຈັນ ຊຶ່ງຜູ້ກ່ຽວໄດ້ບອກລາຍລະອຽດ
ດັ່ງນີ້:
“ໂດຍລວມຄົນເຈັບທີ່ໜ້າສົງໄສ ໄດ້ເຂົ້າມາປິ່ນປົວຢູ່ໃນໂຮງໝໍ 103 ກໍແມ່ນມີຢູ່ຈໍາ
ນວນນຶ່ງ ແຕ່ຜ່ານການກວດກາແລ້ວ ແມ່ນບໍ່ມີຜູ້ຕິດເຊື້ອສາຍພັນໃໝ່ (Negative
Corona Virus) ໃນລາວໃນປັດຈຸບັນນີ້. ແຕ່ທັງນັ້ນທັງນີ້ ກໍມີການນໍາເອົາເຊື້ອ ຂອງຜູ້ສົງໄສປະມານ 30 ລາຍ ທີ່ເອົາສົ່ງໄປກວດຢູ່ຕ່າງປະເທດເພື່ອຄວາມໝັ້ນໃຈ ແລະກໍ່ເພື່ອຢາກຮູ້ວ່າຄົນລາວບໍ່ຕິດພະຍາດນີ້ແທ້. ແຕ່ຕອນ ນີ້ເຂົາຍັງບໍ່ໄດ້ສົ່ງຜົນ ກວດກັບມາເທື່ອ.”

ເມື່ອຖາມເຖິງມາດຕະການໃນການຮັບມືກັບຮັກສາດູແລຄົນປ່ວຍທີ່ເປັນພະຍາດນີ້ ພະນັກງານແພດຄົນດັ່ງກ່າວ ກໍບອກວ່າ ທາງໂຮງໝໍ 103 ໄດ້ຈັດສັນ ບ່ອນພິເສດ ຢູ່ໃນອາຄານທີ່ທ່ານເຮັດວຽກຢູ່ນັ້ນ ສໍາລັບຄົນປ່ວຍທີ່ສົງໄສວ່າຕິດເຊື້ອໄວຣັສນີ້ສະ
ເພາະ, ຊຶ່ງທ່ານເລົ່າສູ່ຟັງວ່າ:
“ຢູ່ໂຮງໝໍ 103 ກໍແມ່ນຢູ່ຊັ້ນ 2 ສະເພາະທີ່ປິ່ນປົວຄົນເຈັບປະເພດນີ້.”

ພ້ອມກັນນັ້ນ ທ່ານຍັງໃຫ້ຄໍາແນະນໍາວ່າ:
“ສໍາລັບການກະກຽມເຝົ້າລະວັງກໍມີແຕ່ຮຽກຮ້ອງໃຫ້ທຸກຄົນລະມັດລະວັງຕື່ມ
ເພາະຢູ່ບ້ານເຮົາກໍມີຄົນຈີນຫຼາຍ ແລະການປ້ອງກັນກໍ່ມີແຕ່ໃຫ້ອັດປາກອັດ
ດັງ ເວລາ ເວົ້າກັບຄົນທີ່ຕິດເຊື້ອແລ້ວ ຫຼື ມີການສົງໄສ ໂດຍທໍາມະດາແລ້ວ
ຖ້າເວົ້າລົມກັນຢູ່ໃນໄລຍະ ນຶ່ງແມັດ (1ແມັດ) ລົງມາ ອາດສາມາດຕິດເຊື້ອນີ້ໄດ້.”

ເມື່ອເວົ້າເຖິງການລະມັດລະວັງນັ້ນ, ທາງວີໂອເອກໍໄດ້ສໍາພາດຊາຍໄວກາງຄົນນຶ່ງ ທີ່ເປັນພະນັກງານເຝົ້າຍາມ ແລະເກັບຄ່າຝາກລົດຢູ່ເຂດຖະໜົນສີຫອມ, ໃນໃຈ
ກາງເມືອງ ຂອງນະຄອນຫລວງວຽງຈັນ ຊຶ່ງຜູ້ກ່ຽວເລົ່າສູ່ຟັງວ່າ:
“ເວົ້າໂດຍລວມການໃຊ້ແຜ່ນອັດປາກ ຍ້ອນວ່າ ຜູ້ໃດກະຢ້ານ ເພາະເຫັນໂລກ
ໂຊຊຽວໂຄສະນາ ບາງຄົນຍ່າງໄປຕາມທາງ ກໍຊັກແງັກໆເນາ ກໍເລີຍຢ້ານ​ລະນໍ ພາ
ກັນເຮີ່ກັນ ໄປຕາມສັງຄົມ , 2) ສໍາລັບຜ້າອັດປາກຜູ້ໃດບໍ່ມີ ກໍຊັກແ​ດ່ ໃຊ້ໂຕເກົ່າ
ແດ່ 3). ການຊື້ຜ້າອັດປາກມັນກໍຍາກແນ່ ຊ່ວງນີ້ມັນກໍແພງແນ່.”

ອຸປະກອນປ້ອງກັນຕົນເອງ ທີ່ເອກອັກຄະລັດຖະທູດ ສະຫະລັດ ປະຈໍາລາວ ມອບໃຫ້ແກ່ກະຊວງສາທາລະນະສຸກ
ອຸປະກອນປ້ອງກັນຕົນເອງ ທີ່ເອກອັກຄະລັດຖະທູດ ສະຫະລັດ ປະຈໍາລາວ ມອບໃຫ້ແກ່ກະຊວງສາທາລະນະສຸກ

ນອກຈາກນັ້ນ ໃນການປ້ອງກັນເຊື້ອໄວຣັສ ທີ່ເປັນອັນຕະລາຍຮ້າຍແຮງນີ້ ສປປລາວ ກໍ
ຍັງໄດ້ຮັບການຊ່ວຍເຫລືອຈາກສາກົນ ຫລືຕ່າງປະເທດຈໍານວນນຶ່ງ ແລະ ປະເທດທີ່ໃຫ້
ການຊ່ວຍເຫລືອສະເພາະໃນການຮັບມືກັບການແຜ່ລະບາດຂອງພະຍາດນີ້ປະເທດນຶ່ງ
ກໍຄືສະຫະລັດອາເມຣິກາ. ອີງຕາມເວັບໄຊທ໌ຂອງສະຖານເອກອັກຄະລັດຖະທູດສະຫະ
ລັດ, ໂດຍຜ່ານອົງການພັດທະນາສາກົນ ຂອງສະຫະລັດ ຫຼື USAID, ສະຫະລັດໄດ້ມອບ
ແຫວ່ນຕາປ້ອງກັນພະຍາດຈຳນວນ 440 ອັນ, ຊຸດຄຸມໃນການຜ່າຕັດ 1,500 ຊຸດ ເຄື່ອງ
ປ້ອງກັນໜ້າ 220 ຊຸດ, ຖົງສຳລັບໃສ່ຂີ້ເຫຍື້ອທີ່ມີສານອັນຕະລາຍ, ຜ້າຢາງກັນເປື້ອນ, ໜ້າກາກຄຸມ​ປາກ N95, ກ່ອງສຳລັບຂື້ເຫຍື້ອທີ່ປະປົນທາດເຄມີ, ຖົງມືທາງການແພດ,
ແລະ ວັດ​ຖຸ​ສຳ​ລັບອະນາໄມມື ລວມກັນເປັນຈໍານວນຫລວງຫລາຍ. ການມອບອຸປະກອນ
ປ້ອງກັນ ການຕິດເຊື້ອພະຍາດດັ່ງກ່າວນີ້ ໄດ້ມີຂຶ້ນໃນນະຄອນຫຼວງວຽງຈັນ ໃນວັນທີ 07
ກຸມພາ 2020 ທີ່ຜ່ານມາ ໂດຍທີ່ສະຖານອັກຄະລັດຖະທູດສະຫະລັດປະຈໍາ ສປປ ລາວ ເປັນຜູ້ມອບ ແລະ ກະຊວງສາທາລະນະສຸກ ເປັນຜູ້ຮັບໃນນາມຕາງໜ້າໃຫ້ ສປປ ລາວ.

ສະຫລຸບແລ້ວ, ສປປ ລາວ ໂດຍທີ່ເປັນປະເທດນຶ່ງທີ່ມີຊາຍແດນຕິດກັບຈີນ ແລະກໍເປັນ
ປະເທດນຶ່ງທີ່ມີຄົນຈີນເຂົ້າມາເຮັດວຽກ ແລະຄ້າຂາຍ ຫລາຍສົມຄວນ ກໍໄດ້ມີມາດຕະ
ການການແພດເພື່ອຮັບມືກັບການແຜ່ລະບາດຂອງເຊື້ອໄວຣັສ ໂຄໂຣນາທີ່ອາດຈະເກີດ ຂຶ້ນໄດ້ນັ້ນ. ໃນການຈັດຕັ້ງປະຕິບັດມາດຕະການນີ້ ທາງ ການລາວກໍໄດ້ມີການຮ່ວມມື ແລະໄດ້ຮັບການຊ່ວຍເຫລືອຈາກຕ່າງປະເທດ ຊຶ່ງລວມທັງສະຫະລັດ ອີກດ້ວຍ.

​ເບິ່ງວີ​ດິ​ໂອ​ກ່ຽວ​ກັບ​ສະ​ຖານ​ທີ່ກວດ​ກາ​ ແລະ​ປິ່ນ​ປົວພະ​ຍາດ ໃນ​ວຽງ​ຈັນ

XS
SM
MD
LG