ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ອຸປະກອນສະຕາລິງ ຂອງທ່ານອີລອນ ມັສຄ໌, ໄດ້ຊ່ວຍເຫຼືອປະເທດຢູເຄຣນ ໃນລະຫວ່າງການເຮັດສົງຄາມກັບ ຣັດເຊຍ ແນວໃດ


ຮູບພາບຈາກກະຊວງຄົມມະນາຄົມສື່ສານຂອງບຣາຊີລນີ້ ເປີດເຜີຍໃຫ້ເຫັນປະທານາທິບໍດີ ແຈ ໂບລໂຊນາໂຣ, ຢືນຢູ່ເບື້ອງຊ້າຍ, ພ້ອມດ້ວຍລັດຖະມົນຕີການຄົມມະນາຄົມສື່ສານຂອງທ່ານ ທ່ານຟາບິໂອ ຟາເຣຍ ທີ່ຢືນຢູ່ເບື້ອງຂວາ, ແລະຜູ້ບໍລິຫານສູງສຸດ ຂອງບໍລິສັດສເປສແອັກສ໌ ທ່ານອີລອນ ມັສຄ໌, ທີ່ປະເທດບຣາຊີລ, ທີ 20 ພຶດສະພາ 2022.
ຮູບພາບຈາກກະຊວງຄົມມະນາຄົມສື່ສານຂອງບຣາຊີລນີ້ ເປີດເຜີຍໃຫ້ເຫັນປະທານາທິບໍດີ ແຈ ໂບລໂຊນາໂຣ, ຢືນຢູ່ເບື້ອງຊ້າຍ, ພ້ອມດ້ວຍລັດຖະມົນຕີການຄົມມະນາຄົມສື່ສານຂອງທ່ານ ທ່ານຟາບິໂອ ຟາເຣຍ ທີ່ຢືນຢູ່ເບື້ອງຂວາ, ແລະຜູ້ບໍລິຫານສູງສຸດ ຂອງບໍລິສັດສເປສແອັກສ໌ ທ່ານອີລອນ ມັສຄ໌, ທີ່ປະເທດບຣາຊີລ, ທີ 20 ພຶດສະພາ 2022.

ການສົ່ງອຸບ​ປະ​ກອ​ນ​ອິນ​ເຕີ​ເນັດ​ເພື່ອ​ຮັບ​ດາວ​ທຽມສະຕາລິງ (Starlink) ຫຼາຍໆ​ພັນອັນ ຂອງທ່ານອີລອນ ມັສຄ໌ (Elon Musk) ໄປປະເທດຢູເຄຣນ, ເປັນການຊ່ວຍເຫຼືອທີ່ສໍາຄັນເປັນຢ່າງຍິ່ງ ສໍາລັບປະເທດດັ່ງກ່າວ ໃນການຕໍ່ສູ້ກັບ ຣັດເຊຍ. VOA ພາກພາສາ ຣັດເຊຍ ມີລາຍງານກ່ຽວກັບເລື້ອງນີ້, ເຊິ່ງ ທິບສຸດາ ມີລາຍລະອຽດ ມາສະເໜີທ່ານໃນອັນດັບຕໍ່ໄປ.

ອຸບ​ປະ​ກອນອິນເຕີເນັດສະຕາລິງ ເປັນເຄື່ອງມືສໍາຮອງຂໍ້ມູນທີ່ມີປະໂຫຍດ ເມື່ອເຄືອຂ່າຍລະບົບອິນເຕີເນັດຂອງ ຢູເຄຣນ ບໍ່ສາມາດນໍາໃຊ້ໄດ້.

ອຸບ​ປະ​ກອນອິນເຕີເນັດດາວທຽມດັ່ງກ່າວ ທີ່ຜະລິດໂດຍບໍລິສັດສເປສແອັກສ໌ (SpaceX) ຂອງທ່ານອີລອນ ມັສຄ໌, ແມ່ນລະບົບການເຊື່ອມຕໍ່ທາງອິນເຕີເນັດທີ່ສາມາດເຄື່ອນທີ່ໄດ້ນັ້ນ ໄດ້ຖືກສົ່ງໄປໃຫ້ປະເທດຢູເຄຣນແລ້ວເປັນຈໍານວນຫຼາຍພັນອັນ.

ພວກມັນໄດ້ຖືກນໍາໃຊ້ເຂົ້າໃນການປະຕິບັດງານ ການຍິງປືນໃຫຍ່ ແລະປະຕິບັດການກັບເຮືອບິນທີ່ບໍ່ມີຄົນຂັບ ຫຼື ໂດຣນ, ແຕ່ ຍັງສາມາດໂທຜ່ານຊູມ (Zoom) ຈາກບໍລິເວນທີ່ຄວບຄຸມໃນໄລຍະໄກຂອງປະເທດນໍາອີກດ້ວຍ.

ອຸບ​ປະ​ກອນອິນເຕີເນັດດາວທຽມສະຕາລິງ ໄດ້ດໍາເນີນການນໍາໃຊ້ຄັ້ງທໍາອິດ ເມື່ອວັນທີ 26 ກຸມພາ, ພຽງສອງມື້ລຸນຫຼັງທີ່ສົງຄາມໄດ້ເລີ້ມຕົ້ນຂຶ້ນ. ((Mandatory courtesy: AP/SpaceX))

ອີງຕາມຮອງນາຍົກລັດຖະມົນຕີຂອງຢູເຄຣນ ທ່ານມິຄາຍໂລ ເຟໂດຣອບວ໌ (Mykhailo Fedorov), ສະເພາະແຕ່ຢູ່ໃນເມືອງເຊີນີຮີບ (Chernihiv) ເທົ່ານັ້ນ ການຄົມມະນາຄົມສື່ສານທາງເຄໂບ ແມ່ນໄດ້ຖືກທໍາລາຍໄປກວ່າ 10 ກິ ໂລແມັດ ອັນເນື່ອງມາຈາກສົງຄາມ. ຜູ້ໃຫ້ບໍລິການຢູ່ໃນພື້ນທີ່ ສາມາດຈັດການການເຂົ້າເຖິງລະບົບອິນເຕີເນັດຄືນໃໝ່ ດ້ວຍອຸບ​ປະ​ກອນສະຕາລິງພຽງລະບົົບດຽວ.

ປັດຈຸບັນ, ຫຼາຍກວ່າ 1 ໝື່ນ 4 ພັນ ຂອງອຸບ​ປະ​ກອນ​ອິນ​ເຕີ​ເນັດ​ດາວ​ທຽມສະຕາລິງ ໄດ້ດໍາເນີນງານຢູ່ໃນທົ່ວປະເທດຂອງຢູເຄຣນ, ອີງຕາມລາຍງານຂອງ ທ່ານ ທັອດ ຮໍາຟຣີ (Todd Humphrey), ນັກຄົ້ນ​ຄວ້າຈາກມະຫາວິທະຍາໄລເທັກ ຊັສ, ເຊິ່ງເປັນທີ່ປຶກສາຂອງບໍລິສັດສະເປສເອັກສ໌. ທ່ານຮໍາຟີຣ ກ່າວວ່າ ອຸບປະ​ກອນສະຕາລິງ ແມ່ນມີຄວາມສໍາຄັນຫຼາຍ ເນື່ອງຈາກລະບົບເຄືອຂ່າຍຂອງ ຢູເຄຣນ ແມ່ນຖືກໂຈມຕີໂດຍ ຣັດເຊຍ, ເຊິ່ງທ່ານໄດ້ກ່າວຜ່ານທາງຊູມວ່າ:

“ນັບຕັ້ງແຕ່ສົງຄາມໄດ້ເລີ້ມຕົ້ນຂຶ້ນ, ຣັດເຊຍ ໄດ້ສະແດງໃຫ້ເຫັນຢ່າງຈະແຈ້ງໃນຄວາມພະຍາຍາມທີ່ຈະຂັດຂວາງ ແລະທໍາລາຍສາຍຂອງລະບົບການຄົມມະນາຄົມສື່ສານຕ່າງໆ. ພວກເຂົາເລີ້ມຕົ້ນສົງຄາມດ້ວຍການລັກໂຈມຕີຕໍ່ສະຖານີເວຍເຊັດ (Viasat) ໃນທົ່ວປະເທດຢູເຄຣນ, ເຊິ່ງຄວາມຈິງແລ້ວ, ການໂຈມຕີຂອງພວກເຂົານັ້ນ ໄດ້ສົ່ງຜົນກະທົບຕໍ່ສະຖານີເວຍເຊັດໄປທົ່ວ ຢູໂຣບ ເຊັ່ນກັນ.”

ປະທານາທິບໍດີຂອງບຣາຊີລ ທ່ານແຈ ໂບລໂຊນາໂຣ, ນັ່ງຢູ່ເບື້ອງຊ້າຍ, ພ້ອມດ້ວຍລັດຖະມົນຕີກະຊວງຄົມມະນາຄົມສື່ສານຂອງທ່ານ, ທ່ານຟາບີໂອ ຟາເຣຍ, ກ່າວປາໄສໃນລະຫວ່າງການຖະແຫຼງຂ່າວ ລຸນຫຼັງພົບປະກັບ ທ່ານອີລອນ ມັສຄ໌ ໃນເມືອງ ປໍໂຕ ເຟລິສ, ປະເທດບຣາຊີລ, ເມື່ອວັນທີ 20 ພຶດສະພາ 2022. (AP Photo/Andre Penner)
ປະທານາທິບໍດີຂອງບຣາຊີລ ທ່ານແຈ ໂບລໂຊນາໂຣ, ນັ່ງຢູ່ເບື້ອງຊ້າຍ, ພ້ອມດ້ວຍລັດຖະມົນຕີກະຊວງຄົມມະນາຄົມສື່ສານຂອງທ່ານ, ທ່ານຟາບີໂອ ຟາເຣຍ, ກ່າວປາໄສໃນລະຫວ່າງການຖະແຫຼງຂ່າວ ລຸນຫຼັງພົບປະກັບ ທ່ານອີລອນ ມັສຄ໌ ໃນເມືອງ ປໍໂຕ ເຟລິສ, ປະເທດບຣາຊີລ, ເມື່ອວັນທີ 20 ພຶດສະພາ 2022. (AP Photo/Andre Penner)

ພວກລັກເຈະຂໍ້ມູນຂອງ ຣັດເຊຍ ໄດ້ພະຍາຍາມທີ່ຈະໂຈມຕີ ອຸບ​ປະ​ກອນສະຕາລິງເຊັ່ນດຽວກັນ, ອີງຕາມຖະແຫຼງການປະຈໍາເດືອນພຶດສະພາຈາກ ທ່ານ ມັສຄ໌. ແຕ່ວ່າ ການໂຈມຕີດັ່ງກ່າວນັ້ນ ບໍ່ປະສົບຜົນສໍາເລັດແຕ່ຢ່າງໃດ.

ທ່ານທັອດ ຮໍາຟຣີ, ນັກຄົ້ນ​ຄວ້າ​ຈາກມະຫາວິທະຍາໄລເທັກຊັສ ກ່າວຜ່ານທາງຊູມວ່າ:

“ມັນໄດ້ສະແດງໃຫ້ເຫັນວ່າ ຄວາມສາມາດຂອງ ຣັດເຊຍ ໃນການຊອກຫາຈຸດຂອງ ​ອຸບ​ປະ​ກອນ​ອິນ​ເຕີ​ເນັດສະຕາລິງ, ຮວມ​ທັງ​ອຸບ​ປະ​ກອນສະຕາລິງທີ່ດໍາເນີນງານຢູ່ກໍຕາມ ແມ່ນຕໍ່າກວ່າທີ່ພວກເຮົາໄດ້ຄາດການເອົາໄວ້.”

ອຸບ​ປະ​ກອນອິນເຕີເນັດສະຕາລິງ ມີການນໍາໃຊ້ສໍາລັບພົນລະເຮືອນເຊັ່ນກັນ.

ທ່ານຄອນສແຕນຕິນ ນົວເມັນໂກ (Konstantin Naumenko), ຈາກການຄົມມະນາຄົມສື່ສານໂວດາຟອນຂອງ ຢູເຄຣນ ກ່າວຜ່ານທາງຊູມເປັນພາສາອັງກິດວ່າ:

“ປະຊາຊົນຊາວຢູເຄຣນ ນໍາໃຊ້ອຸບ​ປະ​ກອນ​ສະຕາລິງສໍາລັບການເຊື່ອມຕໍ່ທາງອິນເຕີເນັດຂັ້ນພື້ນຖານ.”

ອີງຕາມລາຍງານທາງດ້ານການເມືອງ, ປະທານາທິບໍດີຂອງຢູເຄຣນ ທ່ານໂວໂລດີເມຍ ເຊເລັນສກີ ກໍໃຊ້ລະບົບສະຕາລິງໃນການເຜີຍແຜ່ຂໍ້ມູນຂ່າວສານທີ່ສໍາຄັນສູ່ສາທາລະນະ ແລະສົນທະນາກັບບັນດາຜູ້ນໍາລະດັບໂລກໂດຍຜ່ານທາງຊູມ ລວມເຖິງທ່ານເອັມມານູເອລ ມາກຣົງ ຜູ້ນໍາຂອງປະເທດຝຣັ່ງ ແລະປະທາ ນາທິບໍດີຂອງສະຫະລັດ ທ່ານໂຈ ໄບເດັນ.

ຢູເຄຣນ ຍັງໄດ້ໃຊ້ອຸບ​ປະ​ກອນສະຕາລິງ ໃນການເຜີຍແຜ່ຮູບພາບ ແລະວີດີໂອຕ່າງໆກ່ຽວກັບເຫດການທີ່ເກີດຂຶ້ນຢູ່ພາຍໃນປະເທດ, ແລະໂຕ້ຕອບຕໍ່ການໂຄສະນາຊວນເຊື່ອຕ່າງໆຂອງ ຣັດເຊຍ, ເຊິ່ງທ່ານຄອນສແຕນຕິນ ນົວເມັນໂກ ກ່າວເປັນພາສາອັງກິດ ຜ່ານທາງຊູມວ່າ:

“ການຄົມມະນາຄົມສື່ສານນະເວລານີ້ ແມ່ນມີຄວາມສໍາຄັນຫຼາຍ, ເຊິ່ງມັນໄດ້ຊ່ວຍໃຫ້ຫຼາຍໆຄົນເຂົ້າໃຈວ່າ ອັນໃດຄືຄວາມຈິງ ແລະຖືກຕ້ອງ.”

ລັດຖະບານສະຫະລັດ ສະໜັບສະໜຸນການສະ​ໜອງ​ອຸບ​ປະ​ກອນສະຕາລິງໃຫ້ກັບປະເທດຢູເຄຣນ. ໜ່ວຍງານເພື່ອການພັດທະນາສາກົນໄດ້ດໍາເນີນງານຮ່ວມກັບບໍລິສັດສະເປັ​ສເອັກສ໌ ໃນການຂົນສົ່ງລະບົບສະຕາລິງ ປະມານ 5 ພັນ​ອັນ ໄປໃຫ້ປະເທດຢູເຄຣນ.

ຜູ້ບໍລິຫານລະດັບສູງຂອງ Tesla, ທ່ານອີລອນ ມັສຄ໌ ເຂໄ້າຮ່ວມພິທິເປີດໂຮງງານຂອງ ເທັສລາ ເບີລິນ ແບຣນເດັນເບີກ ໃນເມືອງກຣູເອັນໄຮ (Gruenheide), ປະເທດເຢຍຣະມັນ, ເມື່ອວັນທີ 22 ມີນາ 2022.
ຜູ້ບໍລິຫານລະດັບສູງຂອງ Tesla, ທ່ານອີລອນ ມັສຄ໌ ເຂໄ້າຮ່ວມພິທິເປີດໂຮງງານຂອງ ເທັສລາ ເບີລິນ ແບຣນເດັນເບີກ ໃນເມືອງກຣູເອັນໄຮ (Gruenheide), ປະເທດເຢຍຣະມັນ, ເມື່ອວັນທີ 22 ມີນາ 2022.

Elon Musk’s deployment of thousands of Starlink satellite internet terminals to Ukraine has been a major help for the country in its fight against Russia. VOA’s Russia Service has the story.

Starlink Satellite internet terminals are a useful backup tool when Ukraine’s internet networks go down.

Made by Elon Musk’s company SpaceX, these portable links to the internet have been shipped to Ukraine by the thousands.

They have been used to coordinate artillery fire and operate drones but also allow Zoom calls from remote areas of the county.

The first Starlink terminals were activated in Ukraine on February

26 – just two days after the war started.

((Mandatory courtesy: AP/SpaceX))

According to Ukraine’s Vice Prime Minister Mykhailo Fedorov, in Chernihiv alone more than 10 kilometers of cable communications were destroyed as a result of the war. The local provider managed to restore internet access with just one Starlink terminal.

Today, over 14,000 Starlink terminals are operating throughout Ukraine, according to Todd Humphreys, a researcher from the University of Texas who consulted with SpaceX. Humphreys says the Starlink terminals are vital because Ukraine’s network is

under attack by the Russians.

Todd Humphreys, University of Texas (Zoom) (IN ENGLISH)

“Since the beginning of the war, Russia has demonstrated a keen interest in disrupting communication lines. They started off the war by a hacking attack on the Viasat terminals across Ukraine. And in fact, their attack affected Viasat terminals across Europe.”

Russian hackers attempted to attack Starlink terminals as well, according to a May statement from Musk. But the attacks were unsuccessful.

Todd Humphreys, University of Texas (Zoom)

“It turns out that Russia's capability to locate the Starlink terminals, even the active ones, is much below what we had anticipated.”

Starlink terminals have civilian applications as well.

Konstantin Naumenko, Vodafone Ukraine (ENGLISH) (Zoom)

“Ukrainian people use Starlink for basic Wi-Fi connection.”

According to Politico, Ukrainian President Volodymyr Zelenskyy also uses Starlink to publish vital information online and talking to world leaders via Zoom – including France’s Emmanuel Macron and U.S. President Joe Biden.

Ukrainians also use Starlink to publish photos and videos of what is going on in the country, countering Russian propaganda claims.

Konstantin Naumenko, Vodafone Ukraine (ENGLISH) (Zoom)

“Communication in this time is very helpful, it allows people to understand what is true.”

The U.S. government supports providing Starlink terminals to Ukraine. The U.S. Agency for International Development has worked with SpaceX to transport about 5,000 Starlink terminals to Ukraine.

XS
SM
MD
LG