ກອງປະຊຸມສຸດຍອດອາຊຽນ (ASEAN Summit) ເປັນເວທີສຳຄັນໃນການລວມຕົວຂອງບັນດາຜູ້ນຳຈາກປະເທດສະມາຊິກ, ໂດຍວາລະສຳຄັນຂອງການປະຊຸມ ແມ່ນໃຫ້ຄວາມສຳຄັນໄປທີ່ການສົ່ງເສີມສັນຕິພາບ, ຄວາມໝັ້ນຄົງ, ການຟື້ນຟູເສດຖະກິດ ແລະ ການຮ່ວມມືທາງສັງຄົມ-ວັດທະນະທຳ.
ກອງປະຊຸມສຸດຍອດອາຊຽນຄັ້ງທຳອິດ ແມ່ນຈັດຂື້ນທີ່ເກາະບາລີ ປະເທດອິນໂດເນເຊຍ, ໃນວັນທີ 23-24 ກຸມພາ 1976, ໂດຍມີຜູ້ນຳຈາກປະເທດສະມາຊິກຜູ້ກໍ່ຕັ້ງໄດ້ແກ່ 5 ປະເທດຄື: ອິນໂດເນເຊຍ, ມາເລເຊຍ, ຟິລິບປິນ, ສິງກະໂປ ແລະ ໄທ. ຕໍ່ມາອາຊຽນໄດ້ຂະຫຍາຍຕົວຢ່າງໄວວາ ໂດຍມີການຮັບສະມາຊິກໃໝ່ເຂົ້າຮ່ວມອີກ 5 ປະເທດໄດ້ແກ່: ບຣູໄນ (ປີ 1984), ຫວຽດນາມ (ປີ 1995), ລາວ (ປີ 1997) ແລະ ກຳປູເຈຍ (ປີ 1999) ການຂະຫຍາຍຕົວນີ້ ນຳໄປສູ່ການຊຸກຍູ້ໃຫ້ມີການຮ່ວມມືດ້ານເສດຖະກິດໃຫ້ຫຼາຍຍິ່ງຂຶ້ນ ໂດຍມີເປົ້າໝາຍໃນການສ້າງເຂດການຄ້າເສລີອາຊຽນ (AFTA)
ໂດຍໃນປີ 2010 ປະເທດສະມາຊິກອາຊຽນໄດ້ປະກາດຈັດຕັ້ງ "ປະຊາຄົມອາຊຽນ ຫຼື ASEAN Community" ຂຶ້ນ ເພື່ອສ້າງຄວາມໃກ້ຊິດ ແລະ ພັດທະນາດ້ານເສດຖະກິດ, ສັງຄົມ ແລະ ວັດທະນະທຳ ໃຫ້ດີຍິ່ງຂຶ້ນ ແລະ ໃນປັດຈຸບັນສະມາຊິກອາຊຽນ ແມ່ນມີທັງໝົດ 11 ປະເທດ ໄດ້ແກ່: ບຣູໄນ, ກຳປູເຈຍ, ອິນໂດເນເຊຍ, ລາວ, ມາເລເຊຍ, ມຽນມາ, ຟີລິບປິນ, ສິງກະໂປ, ໄທ, ຫວຽດນາມ ແລະ ຕີມໍແລັດສະເຕ.
ສປປ ລາວ ເຂົ້າຮ່ວມເປັນສະມາຊິກອາຊຽນ ໃນວັນທີ 23 ກໍລະກົດ 1997, ນັບຕັ້ງແຕ່ນັ້ນມາ ສປປ ລາວ ເຮົາໄດ້ມີສ່ວນຮ່ວມຢ່າງຂະຫຍັນຂັນແຂງໃນກອງປະຊຸມສຸດຍອດອາຊຽນ. ໂດຍໃນລະຍະທີ່ຜ່ານມາ ສປປ ລາວ ໄດ້ເປັນປະທານໃນການຈັດກອງປະຊຸມສຸດຍອດອາຊຽນເຖິງ 2 ຄັ້ງດ້ວຍກັນຄື: ກອງປະຊຸມຄັ້ງທີ 10: ວັນທີ 29-30 ພະຈິກ 2004 ແລະ ກອງປະຊຸມຄັ້ງທີ 28-29: ວັນທີ 6-8 ກັນຍາ 2016.
ແລະ ກອງປະຊຸມທີ່ກຳລັງຈະມາເຖິງນີ້, ເປັນກອງປະຊຸມຄັ້ງທີ 44 ແລະ 45 ເຊິ່ງຈະຈັດຂຶ້ນໃນວັນທີ 6-11 ຕຸລາ 2024 ທີ່ຫໍປະຊຸມແຫ່ງຊາດ. ພາຍໃຕ້ການນໍາພາຂອງທ່ານ ສອນໄຊ ສິພັນດອນ.
ລາວໄດ້ຈັດຕັ້ງອານຸກຳມະການລະດັບສູງເພື່ອກຳກັບດູແລການກະກຽມຄວາມພ້ອມ ສຳລັບງານປະຊຸມສຸດຍອດອາຊຽນໃນປີ 2024 ນີ້, ໂດຍມີນາຍົກລັດຖະມົນຕີ ທ່ານສອນໄຊ ສີພັນດອນ ເປັນປະທານ ແລະ ມີຕົວແທນຈາກກະຊວງ ແລະ ໜ່ວຍງານທີ່ກ່ຽວຂ້ອງ ເຂົ້າຮ່ວມ ແລະ ເຮັດວຽກຮ່ວມກັນທຸກພາກສ່ວນ.
ໂດຍການກະກຽມຄວາມພ້ອມສຳລັບງານກອງປະຊຸມແບ່ງອອກເປັນ 5 ພາກສ່ວນຫຼັກໆຄື:
- ການປັບປຸງຫໍປະຊຸມແຫ່ງຊາດ ເຊິ່ງເປັນສະຖານທີ່ຈັດກອງປະຊຸມຫຼັກ ແມ່ນກຳລັງຢູ່ໃນລະຫວ່າງການປັບປຸງ ແລະ ຍົກລະດັບ.
- ມາດຕະການດ້ານຄວາມປອດໄພ ແມ່ນກະຊວງປ້ອງກັນຄວາມສະຫງົບ ເປັນຜູ້ນຳພາໂດຍເຮັດວຽກຮ່ວມກັນກັບພັນທະມິດອາຊຽນ.
- ລາວກຳລັງລົງທຶນເປັນເງິນຈຳນວນຫຼາຍໃນການປັງປຸງ ແລະ ພັດທະນາລະບົບການຂົນສົ່ງ-ການເດີນທາງ ເພື່ອສະໜັບສະໜຸນກອງປະຊຸມສຸດຍອດອາຊຽນ.
- ການກະກຽມຄວາມພ້ອມສຳລັບພິທີການ ແລະ ວຽກງານປະຊາສຳພັນ ແມ່ນກະຊວງການຕ່າງປະເທດ, ກະຊວງຖະແຫຼ່ງຂ່າວ ແລະ ວັດທະນະທຳ ແລະ ກະຊວງອື່ນໆເຮັດວຽກຮ່ວມກັນ ເພື່ອກຽມຄວາມພ້ອມ.
- ການພັດທະນາບຸກຄະລາກອນ, ກະກຽມທີ່ພັກ ແລະ ອື່ນໆ.
ໃນວັນທີ 18 ມີນາ 2024, ກະຊວງປ້ອງກັນຄວາມສະຫງົບຫວຽດນາມ ໄດ້ບໍລິຈາກຍານພາຫະນະ ຈຳນວນ 50 ຄັນ ໃຫ້ກັບກະຊວງປ້ອງກັນຄວາມສະຫງົບຂອງ ສປປ ລາວ, ໂດຍແບ່ງເປັນລົດໃຫຍ່ໄຟຟ້າ VinFast ຈຳນວນ 20 ຄັນ ແລະ ລົດຈັກ ຈຳນວນ 30 ຄັນ. ເພື່ອສະໜັບສະໜຸນການຕຽມພ້ອມໃນການເປັນປະທານກອງປະຊຸມສຸດຍອດອາຊຽນໃນປີ 2024 ນີ້, ການຊ່ວຍເຫຼືອໃນຄັ້ງນີ້ເປັນສ່ວນໜຶ່ງຂອງການຂະຫຍາຍການຮ່ວມມື ແລະ ເປັນສິ່ງທີ່ພິສູດເຖິງຄວາມສຳພັນລະຫວ່າງສອງປະເທດ. ນອກຈາກນີ້ຫວຽດນາມ ຍັງໄດ້ຊ່ວຍໃນການຈັດຫາອຸປະກອນອື່ນໆ ເພື່ອຊ່ວຍໃນການຮັກສາຄວາມປອດໄພ ແລະ ການຈັດການໃນດ້ານການຂົນສົ່ງ-ການເດີນທາງ (logistics). ການຊ່ວຍເຫຼືອນີ້ຄາດວ່າຈະຊ່ວຍໃຫ້ລາວ ສາມາດເປັນເຈົ້າພາບໃນການຈັດງານສຳຄັນຕ່າງໆ ໃນຊ່ວງໄລຍະດຳລົງຕຳແໜ່ງປະທານອາຊຽນໃນປີ 2024 ໄດ້ຢ່າງປະສົບຄວາມສຳເລັດ.
ການເປັນປະທານໃນການຈັດກອງປະຊຸມສຸດຍອດອາຊຽນໃນຄັ້ງນີ້ ເປັນໂອກາດໃຫ້ລາວເພີ່ມຄວາມເປັນນານາຊາດ ແລະ ສະແດງສັກກະຍະພາບຂອງຕົນໃຫ້ກ້າວສູ່ເວທີໂລກ, ລວມເຖິງການພັດທະນາດ້ານເສດຖະກິດ, ວັດທະນະທຳ ແລະ ຕຳແໜ່ງທາງກົນລະຍຸດພາຍໃນອາຊຽນອີກດ້ວຍ. ການເຂົ້າມາຂອງຜູ້ເຂົ້າຮ່ວມ, ສື່ມວນຊົນ ແລະ ນັກທ່ອງທ່ຽວ ຄາດວ່າຈະສ້າງປະໂຫຍດທາງເສດຖະກິດຢ່າງມະຫາສານ ໃນເລື່ອງຂອງລາຍຮັບ ແລະ ການລົງທຶນຈາກຕ່າງປະເທດເຊັ່ນ: ຈາກການທ່ອງທ່ຽວເອງ, ການໂຮງແຮມ, ການຂົນສົ່ງ ແລະ ອຸດສາຫະກຳທີ່ກ່ຽວຂ້ອງອີກດ້ວຍ. ໃນດ້ານການທູດ ການປະຊຸມນີ້ເປັນເວທີໃຫ້ລາວໄດ້ມີສ່ວນຮ່ວມໃນການກຳນົດບົດສົນທະນາ, ສົ່ງເສີມຜົນປະໂຫຍດຂອງຕົນ ແລະ ຍົກລະດັບສະຖານະໃນອາຊຽນ. ນອກຈາກນີ້ ຍັງເປັນໂອກາດອັນດີທີ່ຈະນຳສະເໜີວັດທະນະທຳ, ຄວາມສວຍງາມທາງທຳມະຊາດ ແລະ ຄວາມກ້າວໜ້າລ່າສຸດຂອງລາວຕໍ່ຜູ້ຊົມທົ່ວໂລກ. ການຕຽມການສຳລັບກອງປະຊຸມສຸດຍອດນີ້ຍັງໄດ້ພັດທະນາສິ່ງອຳນວຍຄວາມສະດວກສຳຄັນເຊັ່ນ: ການຂະຫຍາຍ ແລະ ປັບປຸງຫໍປະຊຸມແຫ່ງຊາດ, ການປັບປຸງ-ພັດທະນາ ໂຄງສ້າງພື້ນຖານດ້ານການຂົນສົ່ງ ເຊິ່ງລ້ວນແຕ່ເປັນຜົນປະໂຫຍດໄລຍະຍາວໃຫ້ແກ່ລາວຫຼັງຈາກກອງປະຊຸມໃນຄັ້ງນີ້.
ການຈັດກອງປະຊຸມສຸດຍອດທີ່ມີຂະໜາດໃຫຍ່ນີ້ ອາດເປັນຄວາມທ້າທາຍສຳລັບລາວ, ເຊິ່ງເປັນປະເທດທີ່ມີຂະໜາດນ້ອຍ ແລະ ກຳລັງພັດທະນາຢູ່. ການກະກຽມດ້ານການຂົນສົ່ງ, ຄວາມປອດໄພ ແລະ ການຕຽມການດ້ານການເງິນ ກໍ່ເປັນຂໍ້ກັງວົນສຳຄັນເຊັ່ນກັນ. ເນື່ອງຈາກລາວຈະຕ້ອງໄດ້ຈັດສັນງົບປະມານສຳລັບການປັບປຸງສິ່ງອຳນວຍຄວາມສະດວກ, ມາດຕະການຮັກສາຄວາມປອດໄພ, ການໂຮງແຮມ ແລະ ອື່ນໆ ເຊິ່ງອາດເຮັດໃຫ້ການບໍລິຫານຈັດການງົບປະມານຂອງລັດມີຄວາມກົດດັນ ແລະ ອາດຈະຕ້ອງໄດ້ດຶງງົບປະມານຈາກໂຄງການອື່ນໆ. ນອກຈາກນີ້ ການເປັນປະທານຈັດກອງປະຊຸມສຸດຍອດນີ້ ອາດຈະດຶງດູດການວິພາກວິຈານພາຍໃນປະເທດອີກດ້ວຍ ຫາກວ່າກອງປະຊຸມໃນຄັ້ງນີ້ບໍ່ສຳເລັດຕາມທີ່ຄາດ ຫຼື ຖືກເບິ່ງວ່າເປັນການໃຊ້ເງິນປະຊາຊົນແບບບໍ່ຈຳເປັນ, ເຊິ່ງອາດສ້າງຄວາມຂັດແຍ່ງທາງການເມືອງ ແລະ ຫຼຸດການສະໜັບສະໜຸນຈາກປະຊາຊົນຕົນເອງ. ສຸດທ້າຍນີ້ ລາວຍັງຕ້ອງພົບກັບຄວາມທ້າທາຍດ້ານການເມືອງລະຫວ່າງປະເທດ ໂດຍສະເພາະເລື່ອງການແກ້ໄຂ ການຂັດແຍ້ງ ທະເລຈີນໃຕ້, ເຊິ່ງອາດເປັນຄວາມທ້າທາຍໃນການຮັກສາສະຖຽນລະພາບ ແລະ ເຮັດໃຫ້ການປະຊຸມສຸດຍອດນີ້ໃຫ້ຄວາມສຳຄັນໄປທີ່ການປະສານງານ ແລະ ຮ່ວມມືລະຫວ່າງປະເທດ.
ຟໍຣັມສະແດງຄວາມຄິດເຫັນ