ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ໂຄວິດ-19 ເຮັດໃຫ້ຄົນ ທີ່ເປັນພະຍາດອື່ນໆ ໄປຫາໝໍໜ້ອຍລົງ ຢູ່ໃນ ສຫລ


ດຣ. ດາຣີນ ສີຣິ (ຊ້າຍ), ຊ່ຽວຊານດ້ານໂຣກພູມແພ້ ແລະຫອບຫືດກໍາລັງກວດພະຍາດໃຫ້ຄົນປ່ວຍ
ດຣ. ດາຣີນ ສີຣິ (ຊ້າຍ), ຊ່ຽວຊານດ້ານໂຣກພູມແພ້ ແລະຫອບຫືດກໍາລັງກວດພະຍາດໃຫ້ຄົນປ່ວຍ

ໃນຂະນະທີ່ລັດຕ່າງໆ ດໍາເນີນມາດຕະການປິດເມືອງເພື່ອສະກັດກັ້ນ ການລະບາດຢ່າງໜັກ ຂອງພະຍາດໂຄວິຢູ່ນັ້ນ ຈໍານວນຄົນປ່ວຍ ທີ່ໄປຫາທ່ານໝໍໃນ ຄລີນິກຫລືໂຮງໝໍຕ່າງໆ ໄດ້ຫລຸດລົງເມື່ອທຽບໃສ່ໄລຍະກ່ອນມີການລະບາດ ຂອງພະຍາດນີ້ ດັ່ງທີ່ ດຣ. ດາຣີນ ສີຣິ, ຢູ່ນະຄອນສປຣິງຟຽວ, ເມືອງເອກ ຂອງລັດອີລິນອຍ ເປີດເຜີຍສູ່ວີໂອເອຟັງວ່າ:

“ແນ່ນອນມີຄົນປ່ວຍໜ້ອຍກວ່າເກົ່າດຽວນີ້. ໂດຍລວມແລ້ວ ຂ້າພະເຂົ້າຄິດວ່າ ຢູູ່ທົ່ວປະຊາຄົມແພດໝໍແມ່ນໜ້ອຍລົງ ເວັ້ນເສຍແຕ່ຄົນທີ່ຮູ້ສຶກວ່າເຂົາເຈົ້າ ປ່ວຍ ຫລາຍ ຫລືເປັນພະຍາດໂຄວິດ. ຂ້າພະເຈົ້າຄິດວ່າໃນໄລຍະປິດເມືອງຢູ່ນີ້ ພວກຄົນປ່ວຍພະຍາຍາມຈະບໍ່ໄປຫາ ຫລືພະຍາຍາມຫລີກລ້ຽງ ການອອກຈາກຢູ່ບ້ານຈາກເຮືອນ.”

ດຣ. ດາຣີນ ສີຣິ (ຊ້າຍ), ຊ່ຽວຊານດ້ານໂຣກພູມແພ້ ແລະຫອບຫືດ ແລະເປັນເຈົ້າຂອງຄລີນິກແຫ່ງນຶ່ງໃນລັດອີລິນອຍ
ດຣ. ດາຣີນ ສີຣິ (ຊ້າຍ), ຊ່ຽວຊານດ້ານໂຣກພູມແພ້ ແລະຫອບຫືດ ແລະເປັນເຈົ້າຂອງຄລີນິກແຫ່ງນຶ່ງໃນລັດອີລິນອຍ

ທ່ານໝໍທ່ານໝໍຍິງ ໄວ 40 ກວ່າປີ ຄົນນີ້ເປັນເຈົ້າຂອງຄລີນິກ Midwest Allergy Sinus Asthma SC ທີ່ຊ່ຽວຊານດ້ານພະຍາດພູມແພ້ແລະຫອບຫືດ. ທ່ານນາງ ບອກວ່າ ມີຫລາຍສາເຫດຜົນທີ່ເຮັດໃຫ້ບັນດາຄົນປ່ວຍຫລາຍຄົນ ບໍ່ຢາກໄປ ຫລືບໍ່ສາມາດເຂົ້າໄປຮັບການປິ່ນປົວນີ້ໄດ້. ນຶ່ງໃນນັ້ນ ກໍແມ່ນ ຍ້ອນວ່າ ຄົນປ່ວຍບາງຄົນເຊັ່ນພວກທີ່ເປັນເບົາຫວານ ແລະພະຍາດຊໍາເຮື້ອອື່ນໆ ຕ້ອງໄດ້ ວັດແທກເລືອດກໍຈໍາເປັນຕ້ອງເຂົ້າໄປຫາຄີນິກແຕ່ວ່າ ຄລີນິກໃຊ້ມາດຕະການ ໃຫ້ຄົນຢູ່ຫ່າງກັນຢ່າງໜ້ອຍ 6 ຟຸດ ກໍເຮັດໃຫ້ການບັນຈຸຄົນປ່ວຍໄດ້ໜ້ອຍລົງ. ອີກດ້ານນຶ່ງເພື່ອປ້ອງກັນຄວາມປອດໄພຂອງພະນັກ ງານແພດ ແລະຄົນປ່ວຍ ບໍ່ໃຫ້ຕິດໄວຣັສໂຄໂຣນາ, ກ່ອນຄົນປ່ວຍຈະເຂົ້າພົບທ່ານໝໍໄດ້ກໍຕ້ອງໄດ້ຜ່ານ ຂັ້ນຕອນສໍາຫລວດເສຍກ່ອນ ທີ່ແຕກຕ່າງຈາກເມື່ອກ່ອນຊຶ່ງທ່ານ ນາງເລົ່າ ສູ່ຟັງດັ່ງນີ້:

“ຍ້ອນວ່າລັດຂອງພວກເຮົາຖືກປິດໄວ້ ແຕ່ລະຄົນກ່ອນຈະເຂົ້າມາຫາໝໍຕ້ອງໄດ້ ຕອບຄໍາຖາມກວດສອບເສຍກ່ອນ. ພວກເຮົາຕ້ອງໄດ້ຖືກເຂົາເຈົ້າກ່ຽວກັບວ່າ ພວກເຂົາເຈົ້າເດີນທາງໄປໃສບໍ່? ເຈັບປ່ວຍບໍ່? ມີບັນຫາທາງການຫັນໃຈ ຫລືບໍ່? ບັນຫາຫາຍໃຈຝືດບໍ່ ເຊັ່ນນີ້ເປັນຕົ້ນ. ແລະເມື່ອເຂົາເຈົ້າມາຮອດຄລີນິກ ແລະ ປອດໄພ ແລ້ວພວກເຮົາກໍຈະກວດອຸນຫະພູມຂອງເຂົາເຈົ້າ ແລະຖາມເຂົາເຈົ້າ ຕາມຄໍາຖາມນັ້ນອີກເທື່ອນຶ່ງ. ແລ້ວເມື່ອພວກເຮົາກວດຄົນເຈັບພວກເຮົາກໍປະ ຕິບັດຕາມຫລັກການຢູ່ຫ່າງກັນອີກ. ສະນັ້ນ ການນັດພົບໝໍແມ່ນມີໜ້ອຍລົງ, ພວກເຮົາ ບໍ່ມີຄົນເຈັບເຂົ້າມາຫາຫລາຍ. ”

ເພາະສະນັ້ນ ຖ້າຄົນປ່ວຍຜູ້ໃດທີ່ຢາກໄປຫາທ່ານໝໍເພື່ອກວດພະຍາດອື່ນ ເຊັ່ນ ໂຣກເບົາຫວານ ຫລືອື່ນໆ ນັ້ນຖ້າຫາກມີອາການໄຂ້ໜ້ອຍນຶ່ງ ຫລື ເດີນທາງມາ ຈາກເຂດທີ່ມີຄົນຕິດໄວຣັສນີ້ຫລາຍ ກໍຈະບໍ່ສາມາດໄປພົບທ່ານໝໍໄດ້. ອັນນີ້ ກໍ ເປັນປະເດັນນຶ່ງທີ່ກໍເຮັດໃຫ້ຈໍານວນຄົນໄປຫາທ່ານໝໍຫລຸດລົງໜ້ອຍ.

ໃນໄລຍະທີ່ລັດຂອງເພິ່ນດໍາເນີນມາດຕະການປິດລັດ ນັບແຕ່ກາງເດືອນມີນາ ເປັນຕົ້ນມາ ຈົນຮອດທ້າຍເດືອນນີ້, 90 ເປີເຊັນຂອງຄົນ ປ່ວຍ ທີ່ຄລີນິກຂອງທ່ານນາງ ແມ່ນໄດ້ຮັບການປິ່ນປົວ ຫລື ຄໍາປຶກສາ ຈາກແພດ ຜ່ານທາງອອນລາຍໂດຍໃຊ້ວີດິໂອຜ່ານຊຸມ (Zoom), ສໄກພ໌ ແລະ ອື່ນໆ ຕາມຄວາມສະດວກຂອງຜູ້ປ່ວຍ ເວັ້ນເສຍແຕ່ວ່າວຽກບາງອັນເຊັ່ນການເປັນ ໂຣກຜື່ນຄັນ ທີ່ບໍ່ສາມາດເບິ່ງເຫັນ ໄດ້ຢ່າງຊັດ ນັ້ນ ຕ້ອງໄດ້ເຂົ້າໄປພົບ ທ່ານໝໍຢູ່ທີ່ຄລີນິກ.

XS
SM
MD
LG