ລະດູການພາຍຸເຮີລິເຄນ ໃນເຂດມະຫາສະໝຸດແອັດແລນຕິກສຳລັບປີ 2019 ກຳລັງເລີ້ມຂຶ້ນຢ່າງເປັນທາງການແລ້ວ ແຕ່ວ່າຜູ້ຄົນທັງຫລາຍ ກໍຍັງບໍ່ທັນໄດ້ຟື້ນຄືນຈາກຜົນກະທົບຂອງລົມພາຍຸບາງອັນທີ່ເກີດຂຶ້ນໃນປີກາຍນີ້ເທື່ອ. ໃນຂະນະດຽວກັນ ພາຍຸໂທເນໂດ (tornado) ໄດ້ທຳລາຍລ້າງຫຼາຍພາກຂອງ ລັດຕ່າງໆຢູ່ໃນສະຫະລັດ ໃນໄລຍະສອງສາມອາທິດຜ່ານມານີ້ ໃນຂະນະທີ່ໄພນ້ຳຖ້ວມ ໄດ້ເຮັດໃຫ້ເກີດຄວາມເສຍຫາຍເພີ້ມຂຶ້ນໄປອີກ. ດັ່ງທີ່ Carol Pearson ນັກຂ່າວວີໂອເອລາຍງານມາ, ສະພາບທັງໝົດເຫລົ່ານີ້ ເຮັດໃຫ້ເກີດຄວາມໜັກໜ່ວງທາງດ້ານຈິດໃຈຂອງຄົນ ຊຶ່ງບົວສະຫວັນຈະນຳລາຍລະອຽດກ່ຽວກັບເລື້ອງນີ້ ມາສະເໜີທ່ານ ໃນອັນດັບຕໍ່ໄປ.
ຢູ່ທົ່ວສະຫະລັດແລະຢູ່ແຫ່ງອື່ນອີກເຊັ່ນກັນ, ພາຍຸໂທເນໂດ (tornado), ໄພນ້ຳຖ້ວມ ແລະໄຟໄໝ້ໄດ້ທຳລາຍບ້ານເຮືອນໄປ ..... ບາງຄັ້ງກໍທຳລາຍປະຊາຄົມຢ່າງຮາບຄາບເລີຍ.
ຢູ່ໃນລັດໂອກລາໂຮມາ (Oklahoma) ນັ້ນ ທ້າວ ແພຣັສຕັນ ແບລກຄ໌ (Preston Black) ເວົ້າວ່າ ພາຍຸໂທເນໂດ (tornado) ໄດ້ຍົກເອົາເຮືອນຢູ່ໃນລົດພ້ວງຂອງລາວ ຂຶ້ນໄປເທິງອາກາດຕັ້ງຫລາຍແມັດ. ພໍ່ແມ່ຂອງລາວ, ເມຍແລະລູກໆຂອງລາວແມ່ນພາກັນຢູ່ໃນຫັ້ນ ຕອນນັ້ນ. ຈາກນັ້ນ ລາວກໍໄດ້ເຫັນເມຍຂອງລາວນອນຢູ່ກ້ອງຊາກຫັກພັງຕ່າງໆ.
ທ້າວແບລກຄ໌ ທີ່ລອດຊີວິດຈາກພາຍຸໂທເນໂດ (tornado) ເວົ້າສູ່ຟັງທ້າມກາງສຽງສະອຶ້ນວ່າ:
"ການທີ່ໄດ້ເຫັນລາວຢູ່ໃນສະພາບນັ້ນ...ໃນເຮັດໃຫ້ຮູ້ສຶກເສຍໃຈຫລາຍ..ມັນເປັນ ສິ່ງທີ່ຂີ້ຮ້າຍທີ່ສຸດ ທີ່ຂ້ອຍຈະສາມາດເບິ່ງໄດ້."
ເມຍລາວລອດຊີວິດມາໄດ້. ແຕ່ວ່າ ພວກເຂົາເຈົ້າກໍບໍ່ເຫລືອຫຍັງເລີຍ.
ເບິ່ງວີດິໂອທີ່ກ່ຽວຂ້ອງກັບເລື້ອງນີ້ເພີ້ມເປັນພາສາອັງກິດ:
ສ່ວນໃນລັດຟລໍຣິດານັ້ນ, ປະຊາຊົນຍັງພວມຟື້ນຄືນຈາກພາຍຸເຮີຣິເຄນທີ່ພັດເຂົ້າປະທະໃສ່ລັດດັ່ງກ່າວໃນປີກາຍນີ້.
ນາງແຈລແນລ ຄຣັອສບີ (Janelle Crosby) ແມ່ນອາໄສຢູ່ໃນເຮືອນຫລັງ ນຶ່ງທີ່ເປັນອັນຕະລາຍຕໍ່ສຸຂະພາບ.
"ໜູ, ໝັດ-ເມັນຕ່າງໆ. ອຶ້ຍ! ເບິ່ງລະກໍເປັນຕາໜ່າຍຫລາຍ. ການຕົກໂໝກ. ອັນນີ້ເຂົາເຈົ້າເອົາມັນເອົາມາຕອກໃສ່ເພື່ອສະກັດກັ້ນບໍ່ໃຫ້ມັນຕົກໂໝກ. ແຕ່ກ່ອນມັນເປັນສີບົວ, ດຽວນີ້ເປັນສີດຳ."
ໄພພິບັດທາງທຳມະຊາດສົ່ງຜົນກະທົບຕໍ່ແຕ່ລະຄົນບໍ່ຄືກັນ. ມັນມີຜົນກະທົບ ຈາກການເສຍຫາຍ ໃນທັນທີທັນໃດໂລດ.ທ້າວ ເກວນ ເອີຊຈ໌ (Gwen Oesch), ຜູ້ລອດຊີວິດຈາກໄຟປ່າໄໝ້ໃນລັດຄາລິຟໍເນຍເວົ້າໃນຂະນະຫັນໃຈໃຫຍ່ວ່າ:
"ເມື່ອກ່ອນຂ້ອຍບໍ່ຮູ້ຈັກວ່າເຮືອນຂອງຂ້ອຍມີຄວາມໝາຍຕໍ່ຂ້ອຍຫລາຍປານໃດ."
ແຕ່ວ່າ ມັນກໍມີການໃຫ້ກຳລັງໃຈ ແລະຊ່ວຍເຫລືອກັນຫລາຍກວ່າ ເມື່ອທັງໝົດປະຊາຄົມຖືກກະທົບໂດຍໄພພິບັດ.
ດຣ. ຈອນ ໂລຣຽລໂລ (John Lauriello) ຈາກພະແນກການແພດໃນມະຫາວິທະຍາໄລລັດມິສຊູຣີກ່າວວ່າ:
"ຂ້າພະເຈົ້າຄິດວ່າ ມີຄວາມເຂົ້າໃຈນຳກັນກ່ຽວກັບຄວາມຮູ້ສຶກບອບຊ້ຳທາງຈິດໃຈ ຊຶ່ງຂ້າພະເຈົ້າຄິດວ່າ ມັນສາມາດຊ່ວຍໄດ້ຫລາຍ ເພາະຄົນຮູ້ສຶກຄືວ່າ ມັນ ບໍ່ແມ່ນເປັນພຽງແຕ່ເຂົາເຈົ້າເທົ່ານັ້ນ. ມັນເກີດຂຶ້ນກັບປະຊາຄົມຂອງພວກເຂົາເຈົ້າ ແລະເພາະສະນັ້ນ, ຄົນໃນປະຊາຄົມກໍຈະເຮັດວຽກຮ່ວມກັນ ແລະການກໍ່ສ້າງຄືນໃໝ່ກໍຈະເຮັດຮ່ວມກັນ. ມັນແຕກຕ່າງກັນຫລາຍລະຫວ່າງ ການມີໄຟໄໝ້ເຮືອນຫລັງນຶ່ງ ກັບສະພາບທີ່ມີເຮືອນຫລາຍຫລັງຖືກທຳລາຍຍ້ອນພາຍຸໂທເນໂດ."
ຢູ່ໃນລັດມິສຊູຣີນັ້ນ ບັນດາມະຫາວິທະຍາໄລທັງຫລາຍໄດ້ກາຍເປັນບ່ອນຢູ່ອາໄສຂອງຄົນທີ່ເຮືອນຖືກທຳລາຍໃຫ້ເພພັງໄປ.
ທ້າວດາແຣລ ບອນເນີ (Darrell Bonner) ທີ່ເຮືອນຖືກພາຍຸໂທເນໂດທຳລາຍ ເວົ້າວ່າ:
“ການທີ່ໄດ້ອາໄສຢູ່ທີ່ນີ້ກໍຖືວ່າເປັນບຸນຫລາຍ. ການແບກຫາບທາງດ້ານການເງິນ ໄດ້ຖືກຜ່ອນເບົາລົງໜ້ອຍນຶ່ງ. ມັນເຮັດໃຫ້ມີຄວາມຫວັງ. ມີຫລາຍຄົນຍິນດີທີ່ຈະໃຫ້ຄວາມຊ່ວຍເຫລືອຢູ່ຫັ້ນ."
ຄົນເອົາທຸກສິ່ງທີ່ຕົນມີມາແບ່ງກັນກິນ ກັນໃຊ້.
ນາງແຈລແນລ ຄຣັອສບີ (Janelle Crosby)ດ ຜູ້ປະສົບເຄາະຮ້າຍຈາກພາຍຸເຮຣິເຄນເລົ່າສູ່ຟັງວ່າ:"ພວກເຮົາທຸກຄົນລ້ວນແຕ່ເບິ່ງແຍງກັນ. ມັນລຳບາກ ແຕ່ວ່າ ດັ່ງທີ່ຂ້ອຍເວົ້າໃນເມື່ອກ່ອນ ຖ້າຫາກວ່າ ມີໃຜຜູ້ນຶ່ງໃນກຸ່ມພວກເຮົາມີນ້ຳມັນໃສ່ຈັກປັ່ນໄຟຟ້າ ຫລື ພວກເຮົາມີຖັງແກັສ ພວກເຮົາໝົດທຸກຄົນກໍຈະໄດ້ແຕ່ງກິນ. ຖ້າບໍ່ດັ່ງນັ້ນ ພວກເຮົາກໍຈະພາກັນອອກມາດັງໄຟໃສ່ເຕົາໄຟ ແລະພາກັນເຮັດກິນຢູ່ນອກໜີ້. ພວກເຮົາຢູ່ລອດໄດ້. ຂ້ອຍຮູ້ສຶກຄືຈັ່ງວ່າ ມັນຈະງ່າຍຂຶ້ນ, ແຕ່ຂ້ອຍກໍຮູ້ສຶກວ່າ ມັນຈະໃຊ້ເວລາດົນເຕີບຢູ່."
ໄພພິບັດກໍມີຜົນກະທົບຕໍ່ເດັກນ້ອຍເຊັ່ນກັນ.
ດຣ. ເລນ ຢັງ-ວອກເກີ (Laine Young-Walker) ຈາກພະແນກການແພດ ໃນມະຫາວິທະຍາໄລລັດມິສຊູຣີໃຫ້ຄຳເຫັນວ່າ: "ເມື່ອມີໄພທຳມະຊາດແບບນີ້ເກີດຂຶ້ນ ແລະພວກເຂົາໄດ້ຖືກອົບພະຍົບໄປຢູ່ບ່ອນອື່ນ, ພວກເຂົາບໍ່ໄດ້ອາໄສຢູ່ໃນເຮືອນຊານຂອງຕົນຕໍ່ໄປອີກແລ້ວ, ໂຮງຮຽນຂອງພວກເຂົາກໍຖືກປິດ. ພວກເຂົາບໍ່ມີສິ່ງທີ່ເປັນລະບົບອັນນັ້ນ. ພວກເຂົາບໍ່ມີສິ່ງທີ່ເປັນກິດຈະວັດປະຈຳວັນອັນນັ້ນ, ບໍ່ມີຄວາມສະໝ່ຳມະເໝີອັນນັ້ນ. ແລະມັນອາດຈະເຮັດໃຫ້ເກີດຄວາມຕຶງຄຽດຢ່າງໜັກສຳລັບພວກເຂົາກໍເປັນໄດ້."
(ສຽງຢູ່ນອກ)
"ໃຫ້ເຈົ້າເວົ້າຄຳທີ່ມີຄວາມໝາຍກົງກັນຂ້າມກັບຄຳວ່າ 'ເທື່ອລະເລັກລະນ້ອຍ’ ໃຫ້ຂ້ອຍຟັງໄດ້ບໍ່"
ໃນປີກາຍນີ້, ທ່ານນາງ ເຊີຣີ ໄອຈາ (Sheri Eichar) ໄດ້ຍົກເອົາຫ້ອງຮຽນເຂົ້າມາໄວ້ໃນເຮືອນຂອງຕົນ ເມື່ອໄຟໄໝ້ໄດ້ທຳລາຍໂຮງຮຽນທີ່ທ່ານນາງ ສອນຢູ່ນັ້ນ.
ນາງ ອີເລນໍ ເວດດິກຈ໌ (Eleanor Weddig) ອາຍຸ 8 ປີເລົ່າສູ່ຟັງວ່າ:"ຂ້ອຍມັກຫລາຍ. ມັນຄືວ່າ ສະບາຍກວ່າຫ້ອງຮຽນຂອງພວກເຮົານີ້ຫລະ, ຕັ່ງນັ່ງກໍນຸ້ມ ນັ້ນຄືສິ່ງນຶ່ງທີ່ຂ້ອຍມັກ. ແລະຈັ່ງໃດກໍຕາມ ມັນກໍແມ່ນເຮືອນ ສະນັ້ນ ມັນກາຄືວ່າງາມກວ່າ ແລະທັງນີ້ ທັງນັ້ນ ແລະເພິ່ນກໍເຮັດອາຫານທ່ຽງໃຫ້ພວກເຮົາກິນ. ຄືວ່າມັນເປັນອາຫານທ່ຽງທຸກຄາບທີ່ຂ້ອຍມັກຫລາຍ.”
ການຊ່ວຍເຫລືອຈາກປະຊາຄົມຊ່ວຍໃຫ້ຄົນເລືອກເອົາສິ່ງຂອງຕ່າງໆພາຍຫລັງໄພພິບັດໝົດໄປ.
ທ້າວ ເອີຊຈ໌ (Oesch), ຜູ້ລອດຊີວິດຈາກໄຟປ່າໄໝ້ ໃນລັດຄາລິຟໍເນຍເວົ້າສູ່ຟັງອີກວ່າ:
"ມັນເກືອບຄືກັບວ່າ ເປັນການບຳບັດນີ້ຫລະ, ເຈົ້າຮູ້ບໍ່? ພວກເຮົາຕົກຢູ່ໃນສະພາບດຽວກັນ ແລະຕ້ອງຮັບມືກັບເລື້ອງດຽວກັນ. ພວກເຮົາເວົ້າເຖິງພວກທີ່ສູນເສຍເຮືອນໄປ ແລະມັນເປັນເລື້ອງທີ່ໜ້າເສົ້າໃຈຫລາຍຊ່ຳໃດ. ແຕ່ເຈົ້າຮູ້ບໍ່ວ່າ ມີຫຍັງ? ພວກເຮົາມີຄວາມທົນທານຫລາຍ."
ອ່ານກ່ຽວກັບເລື້ອງນີ້ເພີ້ມເປັນພາສາງອັງກິດຢູ່ຂ້າງລຸ່ມນີ້
The 2019 Atlantic hurricane season is officially underway, yet many people haven’t recovered from some of last year’s storms. Meantime, tornados have torn up swaths of several U.S. states in the past few weeks, and floodwaters have wreaked even more damage.
Across the U.S. and elsewhere, tornados, flooding and fires have destroyed homes, sometimes entire communities. Victim after victim describes the trauma.
Preston Black in Oklahoma says a tornado threw his trailer home several meters into the air. His parents, wife and children were all inside. Then, he saw his wife in the debris.
“To see her like that. ... It was awful,” he said. “The worst thing I could ever see.”
She survived. But they lost everything they had.
Hurricane Michael
Last October, Hurricane Michael destroyed entire towns in Florida. Some people are still living in tents. Janelle Crosby lives in a trailer home full of health hazards.
“Rats. Critters. It’s disgusting. Mold. This they put up to try to contain the mold. It was pink, it’s now black.”
Natural disasters affect everyone differently. In California, Gwen Oesch found that the immediate impact of loss can’t always be anticipated.
“I didn’t realize how much my home means to me,” she said, with a sigh.
Solace in numbers
When a community is hit by a disaster, it can be less traumatic than an individual disaster like an accident, according to Dr. John Lauriello, a psychiatrist at the University of Missouri Health Care.
“I think there’s a shared understanding of the trauma, which I think can be very, very helpful because people feel like it wasn’t just them. It occurred to their community and, therefore, the community is going to work together, and the rebuilding will happen together.”
In Missouri, universities are housing people whose homes were destroyed by massive flooding and a tornado. Darrell Bonner says he’s grateful for a place to stay.
“It’s a blessing living here. A lot of financial burden has been let loose a little bit. There’s hope. There are people out there willing to help,” he said.
Crosby says in her Florida community, people share whatever they have.
“We just all take care of each other. It’s hard, but like I said earlier, if one of us has generator gas, or if we have propane, we all get to cook that night. If not, we get out here and make fires on the grill and cook.”
For children, routine key
Psychiatrist Laine Young-Walker at the University of Missouri Health Care says the sooner parents can get their children back into a normal routine, the better off they will be.
“They thrive in and survive on structure and routine,” Young-Walker said. “So when a natural disaster like this happens and they get displaced, they’re not in their home anymore, their school is closed, they’re not able to go to the school. They don’t have that structure. They don’t have that routine and that consistency. And it can cause a lot of stress for them.”
If schools are destroyed, Young-Walker suggests finding ways to do class work.
Last year, a teacher turned her California home into a classroom when her students’ school was destroyed by fire. Eight-year-old Eleanor Weddig thought it was better than school.
“I love it. It’s like more comfortable than our classroom, the chairs are cushy, that’s one thing that I like. And anyway it’s a house so it’s, like, more fancy and stuff and she cooks us great lunches. Like every lunch I love,” Eleanor said.
Californian Gwen Oesch credits community support with helping people who had lost their homes during the wildfires.
“It’s almost like a therapy thing, you know?” she said. “We’re all in the same place, and dealing with the same thing. We’re talking about the people who lost their homes and how sad it is. But, you know what? We’re resilient.”