ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຄວາມນັບຖື ຂອງທ່ານໄບເດັນ ຕໍ່ຂັ້ນຕອນ ປຶກສາຫາລືກັນ ທີ່ມີມາໄດ້ 53 ປີ ອາດປ່ຽນແປງ ນະໂຍບາຍ ສຫລ-ເອເຊຍ ໄດ້ແນວໃດ


ທ່ານ ໂຈ ໄບເດັນກ່າວຢູ່ໂຮງລະຄອນ Queen Theater ພາຍຫລັງກອງປະຊຸມກ່ຽວກັບ COVID-19 ໃນວັນທີ 29 ທັນວາ, 2020 ໃນເມືອງ Wilmington ລັດເດລາແວ
ທ່ານ ໂຈ ໄບເດັນກ່າວຢູ່ໂຮງລະຄອນ Queen Theater ພາຍຫລັງກອງປະຊຸມກ່ຽວກັບ COVID-19 ໃນວັນທີ 29 ທັນວາ, 2020 ໃນເມືອງ Wilmington ລັດເດລາແວ

ບັນດາປະເທດໃນເຂດເອເຊຍຕາເວັນອອກສຽງໃຕ້, ເຊິ່ງແມ່ນເຂດທີ່ມີການເຕີບໃຫຍ່ ຂອງປະຊາກອນຫຼາຍກວ່າ 650 ລ້ານຄົນນັ້ນ ຍັງຢືນຢັດທີ່ຈະເຮັດຂໍ້ຕົກ ລົງທີ່ຍືນຍົງກັບສະຫະລັດຢູ່ ແລະເຮັດໃຫ້ຈີນຖືກຢັບຢັ້ງໄວ້ ຖ້າປະທານາທິບໍດີທີ່ຖືກເລືອກໃໝ່, ທ່ານ ໂຈ ໄບເດັນ ຈະເຮັດວຽກ ທີ່ເປັນຂັ້ນຕອນສົນທະນາຂ້າມຊາຍແດນທີ່ມີຄຸນຄ່າຂອງພວກເຂົາເຈົ້າ, ໃນຄວາມເຊື່ອຂອງນັກວິເຄາະ ໃນຂົງ ເຂດ.

ພວກນັກວິເຄາະກ່າວວ່າ ຄວາມເຕັມໃຈທີ່ຄາດວ່າຈະມີ ຂອງທ່ານໄບເດັນ ໃນການເສີມຂະຫຍາຍບົດບາດຂອງສະຫະລັດ ຢູ່ໃນກຸ່ມປະເທດເອເຊຍຕາເວັນອອກສຽງໃຕ້ ຫລືອາຊຽນທີ່ມີສະມາຊິກ 10 ປະເທດນັ້ນ ຈະເພີ່ມຄວາມໝັ້ນໃຈໃຫ້ແກ່ບັນດາຜູ້ນຳປະເທດເອເຊຍວ່າ ວໍຊິງຕັນຈະປະຕິບັດການໃນນາມທີ່ເປັນ ກໍາແພງຕ້ານຢັນກັບຈີນຢ່າງສາມາດຄາດເດົາໄດ້ ທັງຍັງຈະບໍ່ຍອມກົ້ມຫົວໃຫ້ ແລະກໍຈະບໍ່ກະຕຸ້ນຈົນເກີນໄປໃຫ້ມີການຂັດແຍ້ງກັນ ພ້ອມທັງເປັນແຫລ່ງການຄ້າຂາຍ ທີ່ມີທ່າແຮງ.

ວໍຊິງຕັນກັງວົນວ່າ ປັກກິ່ງທີ່ເປັນສັດຕູເກົ່າຂອງຕົນໃນສະໄໝສົງຄາມເຢັນນັ້ນ ກຳລັງເຂົ້າຄວບຄຸມຫຼາຍເກີນໄປ ຢູ່ທະເລໃນເອເຊຍທີ່ມີການຂັດແຍ້ງກັນ ເຖິງແມ່ນວ່າຈະມີການອ້າງເອົາກຳມະສິດຄືກັນໂດຍສະມາຊິກ 4 ປະເທດຂອງສະ ມາຄົມຄື: ບຣູໄນ, ມາເລເຊຍ, ຟີລິບປິນ ແລະຫວຽດນາມກໍຕາມ. ລັດຖະບານຂອງປະທານາທິບໍດີສະຫະລັດ, ທ່ານດໍໂນລ ທຣໍາ ໄດ້ສົ່ງກຳປັ່ນກອງທັບເຮືອໄປຢູ່ທະເລແຫ່ງນັ້ນ ເພື່ອເປັນການເຕືອນ ໃນຂະນະທີ່ກຳລັງຊ່ວຍເຫຼືອປະກອບອາວຸດແລະຝຶກແອບທະຫານໃຫ້ແກ່ປະເທດຕ່າງໆທີ່ຢູ່ໃກ້ກັບຈີນນັ້ນ.

ທ່ານຄາລ ເທເຢີ, ອາຈານທີ່ອອກກິນເບ້ຍບໍານານຂອງມະຫາວິທະຍາໄລ ນີວຊາວ ເວລສ໌ (New South Wales) ກ່າວວ່າ, ແຕ່ແນວທາງຂອງທ່ານທຣໍາທີ່ບໍ່ໄປຫຍຸ້ງກ່ຽວຄວບຄຸມອາຊຽນ ຊຶ່ງເປັນຂະບວນການທີ່ມີອາຍຸໄດ້ 53 ປີແລ້ວທີ່ໄດ້ຮັບຄວາມໄວ້ວາງໃຈໃນທົ່ວຂົງເຂດເອເຊຍຕາເວັນອອກສຽງໃຕ້ນັ້ນເຮັດໃຫ້ມີການເປີດປະຕູແກ່ຈີນເຂົ້າໄປມີອິດທິພົນຕໍ່ລັດຖະບານຂອງປະເທດເຫຼົ່ານັ້ນໄດ້.

ທ່ານເທເຢີກ່າວວ່າ, ຈີນກຳລັງໃຊ້ “ອໍານາດແບບອ່ອນນີ້ມ” ຢູ່ໃນຂົງເຂດເອເຊຍຕາເວັນອອກສຽງໃຕ້ກ່ຽວກັບບັນຫາຕ່າງໆເຊັ່ນ ການບັນເທົາທຸກທາງດ້ານເສດຖະກິດຫລັງການລະບາດຂອງພະຍາດ ແລະການຄວບຄຸມດິນຟ້າອາກາດ. ປັກກິ່ງໄດ້ສົ່ງເຈົ້າໜ້າທີ່ເຂົ້າຮ່ວມການຈັດກອງປະຊຸມຕ່າງໆຂອງອາຊຽນ ແລະເຮັດຂໍ້ສະເໜີຢູ່ທີ່ນັ້ນ.

ທ່ານເທເຢີກ່າວເພີ້ມວ່າ “ກຸ່ມທີ່ມີຫລາຍປະເທດໃດໆກໍຕາມ ໂດຍສະເພາະແມ່ນອາຊຽນ ແມ່ນຕ້ອງການໃຫ້ສະຫະລັດເຂົ້າໄປຮ່ວມຢ່າງເຕັມສ່ວນ ເພື່ອເປັນການຕໍ່ຕ້ານກັບຈີນ,”. ທ່ານກ່າວຕໍ່ໄປວ່າ "ຖ້າບໍ່ມີສະຫະລັດແລ້ວ, ປະເທດສະມາຊິກ ອື່ນໆຂອງກຸ່ມທີ່ມີຫລາຍປະເທດນັ້ນ ແມ່ນຕົກຢູ່ໃນຖານະທີ່ອ່ອນແອ." ທ່ານມານູ ແບສແຄແຣນ (Manu Bhaskaran), ຫົວໜ້າຜູ້ບໍລິຫານບໍລິສັດຄົ້ນຄ້ວາ Centennial Asia Advisors ທີ່ຕັ້ງຢູ່ສິງກະໂປກ່າວວ່າ ວິທີການຂອງທຣໍາ ຕໍ່ພວກຜູ້ ນຳເອເຊຍໄດ້ກາຍເປັນເລື້ອງທີ່ "ບໍ່ສະຫງົບ," ໂດຍສະເພາະໃນເວລາທີ່ທ່ານຂໍໃຫ້ເກົາຫຼີໃຕ້ທີ່ເປັນປະເທດພັນທະມິດຈ່າຍຄ່າເອົາທະຫານສະຫະລັດໄປປະຈໍາຢູ່ທີ່ນັ້ນ ໃນປີ 2017. ການພົບປະຂອງທ່ານປະທານາທິບໍດີກັບຜູ້ນຳເກົາຫຼີເໜືອ, ທ່ານ ກິມ ຈົງ ອຶນ ແມ່ນ "ການຕັດສິນໃຈແບບກະທັນຫັນ" ເຊັ່ນກັນ, ອີງຕາມ ຄໍາເຫັນຂອງທ່ານແບສແຄແຣນ (Bhaskaran) ທີ່ຂຽນຢູ່ໃນບົດວິພາກໃນວັນທີ 16 ພະຈິກຜ່ານມາຢູ່ໃນເວັບໄຊທ໌ຂ່າວຂອງໜັງສືພິມປະຈໍາອາທິດ The Edge Malaysia.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG