ການກໍ່ສ້າງເຮືອນ ແລະ ການຈັດສັນທີ່ດິນທຳກິນຢ່າງຖາວອນໃຫ້ປະຊາຊົນທີ່ຖືກກະທົບຈາກກໍລະ ນີເຂື່ອນເຊປຽນ-ເຊນໍ້ານ້ອຍແຕກທີ່ແຂວງອັດຕະປືໃນປີ 2018 ນັ້ນຍັງມີບັນຫາຊັກຊ້າຈົນເຖິງປັດ ຈຸບັນນີ້.
ເຈົ້າໜ້າທີ່ຂັ້ນສູງໃນແຂວງອັດຕະປືເປີດເຜີຍວ່າປະຊາຊົນ ລາວ ທີ່ຢູ່ໃນເຂດເມືອງສະໜາມໄຊທີ່ຖືກກະທົບຈາກກໍລະນີເຂື່ອນເຊປຽນ-ເຊນໍ້ານ້ອຍແຕກນັບແຕ່ວັນທີ 23 ກໍລະກົດ 2018 ເປັນຕົ້ນມາຍັງຈະຕ້ອງຄອຍຖ້າຕໍ່ໄປຈົນເຖິງປີ 2022 ຈຶ່ງຈະມີເຮືອນຢູ່ອາໄສຢ່າງຖາວອນ ເພາະວ່າທາງ ການ ລາວ ກັບກຸ່ມຜູ້ລົງທຶນໃນໂຄງການເຂື່ອນເຊປຽນ-ເຊນໍ້ານ້ອຍຈາກ ເກົາຫຼີໃຕ້ ນັ້ນຫາກໍ່ສາ ມາດຕົກລົງຮ່ວມກັນໄດ້ ແລະ ໄດ້ເລີ່ມລົງມືດຳເນີນການຕົວຈິງໃນເດືອນມິຖຸນາ 2020 ນີ້ ດັ່ງທີ່ເຈົ້າ ໜ້າທີ່ຂັ້ນສູງໄດ້ຢືນຢັນວ່າ
“ການກໍ່ສ້າງເຮືອນຢູ່ຖາວອນທີ່ເປັນທຶນຟື້ນຟູໄພພິບັດຂອງບໍລິສັດທີ່ພັດທະນາໂຄງການຫັ້ນມີຈຳ ນວນ 700 ຫຼັງຢູ່ໃນ 4 ກຸ່ມບ້ານ ມາຮອດປັດຈຸບັນນີ້ກະໄດ້ປັກເສົາຂວັນກ່ອນເນື່ອງຈາກວ່າໂຄງ ການນີ້ໄດ້ທຶນຊ່ວງເດືອນ 6 ນີ້ ພວກເຮົາໄດ້ປັກຜັງຢູ່ເຂດບາກໄດ້ຈຳນວນ 150 ຫຼັງ ຢູ່ເຂດດອນບົກ 32 ຫຼັງ ແລະ ຢູ່ເຂດຕໍມໍຢອດ 110 ຫຼັງສ່ວນຢູ່ບ້ານປີນດົງນັ້ນ ພວກເຮົາຍັງບຸກເບີກເສັ້ນທາງ.”
ໄພນໍ້າຖ້ວມຄັ້ງໃຫຍ່ທີ່ເກີດຈາກເຂື່ອນເຊປຽນ-ເຊນໍ້ານ້ອຍແຕກໃນວັນທີ 23 ກໍລະກົດ 2018 ໄດ້ເຮັດໃຫ້ນາເຂົ້າເສຍຫາຍກວ່າ 8,050 ເຮັກຕາໂດຍທີ່ກະທົບຢ່າງໜັກໜ່ວງທີ່ສຸດຄືບ້ານ ຫີນລາດ, ບ້ານສະໜອງໃຕ້, ບ້ານທ່າຫີນ, ບ້ານໃໝ່, ບ້ານທ່າແສງຈັນ ແລະ ບ້ານໃຫຍ່ແທ ທີ່ມີປະຊາຊົນລວມກັນ 7,095 ຄົນໃນ 1,611 ຄອບຄົວໂດຍທີ່ຜ່ານມາກຸ່ມຜູ້ລົງທຶນກໍໄດ້ຈ່າຍເງິນຊົດເຊີຍໃຫ້ກັບປະຊາຊົນໃນ 13 ບ້ານທີ່ຖືກກະທົບເບົາໃນມູນຄ່າລວມ 28 ຕື້ກີບສຳລັບການເສຍຫາຍທີ່ເກີດກັບພາຫະນະ, ທຸລະກິດໃນຄົວເຮືອນ, ເຄື່ອງໃຊ້ໃນຄົວເຮືອນ, ເຄື່ອງມືກະສິກຳ, ສັດລ້ຽງ ແລະ ສະບຽງອາຫານ ໂດຍຍັງເຫຼືອຄ່າເສຍຫາຍທີ່ເກີດກັບສິ່ງປູກສ້າງ ແລະ ສິ່ງຂອງມີຄ່າຕ່າງໆທີ່ຍັງບໍ່ທັນໄດ້ຮັບການຊົດເຊີຍເຖິງປັດຈຸບັນນີ້.
ສ່ວນຢູ່ເຂດ 6 ບ້ານກັບ 1 ຄຸ້ມທີ່ຖືກກະທົບໜັກນັ້ນກໍໄດ້ຮັບການຊົດເຊີຍໃນແບບດຽວກັນນີ້ແລ້ວໃນມູນຄ່າກວ່າ 50 ຕື້ກີບ ແລະ ຍັງເຫຼືອອີກກວ່າ 44 ຕື້ກີບທີ່ກຸ່ມຜູ້ລົງທຶນຈະຕ້ອງຈ່າຍຢ່າງຄົບຖ້ວນໃຫ້ໄວທີ່ສຸດ ໂດຍຍັງບໍ່ມີການປະເມີນຜົນເສຍຫາຍທີ່ເກີດກັບສິ່ງປູກສ້າງ ແລະ ຂອງມີຄ່າແຕ່ຢ່າງ ໃດ
ທັງນີ້ ອົງການຮ່ວມມືສາກົນແຫ່ງ ເກົາຫຼີໃຕ້ (KOICA) ໄດ້ສົ່ງມອບການຊ່ວຍເຫຼືອໃນມູນຄ່ານຶ່ງ ລ້ານສອງແສນໂດລາ ໃຫ້ກັບກະຊວງແຮງງານ ແລະ ສະຫວັດດີການສັງຄົມຂອງລາວ ເມື່ອເດືອນສິງຫາ 2019 ເພື່ອນຳໃຊ້ໃນການຟື້ນຟູຊີວິດການເປັນຢູ່ຂອງປະ ຊາຊົນລາວທີ່ຖືກກະທົບຈາກເຂື່ອນໄຟຟ້າເຊປຽນ-ເຊນ້ຳນ້ອຍແຕກໂດຍຖືເປັນສ່ວນນຶ່ງຂອງການຊ່ວຍເຫຼືອທີ່ລັດຖະບານ ເກົາ ຫຼີໃຕ້ ໃຫ້ແກ່ລັດຖະບານລາວໃນຊ່ວງປີ 2019-2023 ທີ່ມີມູນຄ່າລວມ 11 ລ້ານ 5 ແສນໂດລາ ສຳລັບ ການພັດທະນາໃນດ້ານ ສາທາລະນະສຸກ, ການສຶກສາ, ກະສິກຳ, ການຝຶກອົບຮົມ ວິຊາຊີບ, ການພັດທະນາສະຫວັດດີການຂອງແມ່ແລະເດັກ, ການປ້ອງກັນໄພພິບັດ, ການພັດທະນາພື້ນຖານ ໂຄງລ່າງ ແລະ ສ້າງທີ່ຢູ່ອາໄສຖາວອນໃຫ້ກັບຜູ້ປະສົບໄພຈາກເຂື່ອນແຕກ.
ສ່ວນທ່ານເລັດ ໄຊຍະພອນ ເຈົ້າແຂວງອັດຕະປືໄດ້ຢືນຢັນວ່າການຈັດສັນແລະສ້າງເຮືອນຢູ່ອາໄສ ຊົ່ວຄາວໃຫ້ກັບປະຊາຊົນທີ່ຖືກກະທົບຈາກກໍລະນີ ເຂື່ອນເຊປຽນ-ເຊນ້ຳນ້ອຍແຕກ ໃນປັດຈຸບັນເປັນການບຸກເບີກທີ່ດິນເພື່ອຮອງຮັບການສ້າງເຮືອນ ຢູ່ຖາວອນໃນເນື້ອທີ່ຂະໜາດ 800 ຕາແມັດຕໍ່ຄອບຄົວຊຶ່ງໄດ້ບຸກເບີກ ແລະ ຈັດສັນໃຫ້ກັບປະຊາຊົນແລ້ວໃນເຂດບ້ານດົງບາກ ແລະບ້ານຕໍມໍຍອດ ໂດຍໃນປັດຈຸບັນ ກຳລັງຢູ່ໃນຂັ້ນຕອນຂອງການຮັບຮອງແບບ ແລະຄັດເລືອກຜູ້ຮັບເໝົາກໍ່ ສ້າງຕາມ ລະບຽບກົດໝາຍ ຊຶ່ງເປັນການພິຈາລະນາຮ່ວມກັນລະຫວ່າງທາງການລາວ ກັບບໍລິສັດຜູ້ລົງທຶນໃນໂຄງການເຂື່ອນເຊປຽນ-ເຊນ້ຳນ້ອຍ.
ໂດຍຄຽງຄູ່ກັບການຈັດສັນທີ່ດິນສຳລັບສ້າງເຮືອນຢູ່ຖາວອນດັ່ງກ່າວນີ້ທາງການແຂວງ ອັດຕະປື ກໍໄດ້ບຸກເບີກທີ່ດິນ 2,140 ເຮັກຕາ ໃນເຂດບ້ານດົງບາກ, ບ້ານປີນດົງ ແລະ ບ້ານຕໍມໍຍອດ ເພື່ອຈັດສັນໃຫ້ປະຊາຊົນ 1,611 ຄອບຄົວທີ່ຖືກກະທົບຈາກເຂື່ອນແຕກຢູ່ໃນເຂດເມືອງສະໜາມໄຊ ສຳ ລັບປູກອ້ອຍ, ມັນຕົ້ນ, ກ້ວຍ, ຖົ່ວລຽນ ແລະ ໝາກໄມ້ຕ່າງໆ ໂດຍໄດ້ຮ່ວມມືກັບບໍລິສັດເອກະຊົນ ເກົາຫຼີໃຕ້, ນອກຈາກນັ້ນ ສຳລັບຄອບຄົວທີ່ມີຜູ້ເສຍຊີວິດ ແລະ ສູນຫາຍທັງ 71 ລາຍກໍໄດ້ຮັບການຊົດເຊີຍລາຍລະ 10,000 ໂດລາ ຫຼື 85 ລ້ານກວ່າກີບເມື່ອທ້າຍທ້າຍເດືອນມັງກອນ 2019 ທີ່ຜ່ານມາ.