ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະພາຕ່ຳ ລົງຄະແນນສຽງ ເພື່ອຕັດການ ຊ່ອຍເຫຼືອ ແກ່ ກຸ່ມພັນທະມິດ ນຳພາໂດຍ ຊາອຸດີ ໃນເຢເມນ

ພວກຊົນເຜົ່າ ທີ່ຈົງຮັກພັກດີ ຕໍ່ກຸ່ມກະບົດຮູຕີ ຍົກອາວຸດຂອງ ພວກເຂົາເຈົ້າຂຶ້ນ ໃນຂະນະເຂົ້າຮ່ວມ ການໂຮມຊຸມນຸມ ເພື່ອ ສະແດງເຖິງ ການສະໜັບສະໜຸນ ການເຈລະຈາສັນຕິພາບ ໃນນະຄອນຫຼວງ ຊານາອາ ຂອງເຢເມນ.
ພວກຊົນເຜົ່າ ທີ່ຈົງຮັກພັກດີ ຕໍ່ກຸ່ມກະບົດຮູຕີ ຍົກອາວຸດຂອງ ພວກເຂົາເຈົ້າຂຶ້ນ ໃນຂະນະເຂົ້າຮ່ວມ ການໂຮມຊຸມນຸມ ເພື່ອ ສະແດງເຖິງ ການສະໜັບສະໜຸນ ການເຈລະຈາສັນຕິພາບ ໃນນະຄອນຫຼວງ ຊານາອາ ຂອງເຢເມນ.

ສະພາຕ່ຳ ທີ່ຄວບຄຸມໂດຍພັກເດໂມແຄຣັດ ໄດ້​ຕ້ອງ​ຕິ ປະທານາທິບໍດີ ດໍໂນລ ທຣຳ ໃນ
ວັນພຸດວານນີ້ ແລະ ໄດ້ລົງຄະແນນສຽງ ຕັດການຊ່ອຍເຫຼືອທາງດ້ານ ທະຫານຂອງ
ສະຫະລັດ ຕໍ່ກຸ່ມພັນທະມິດຊາອຸດີ ທີ່ກຳລັງຕໍ່ສູ້ໃນເຢເມນ.

ຜົນການລົງຄະແນນສຽງ ແມ່ນ 248 ຕໍ່ 177 ສຽງ ແລະ ເປັນພຽງຄັ້ງດຽວ ເທົ່ານັ້ນ ທີ່ສະ
ພາຕ່ຳ ໄດ້ໃຊ້ກົດໝາຍວ່າດ້ວຍ ອຳນາດໃນການເຮັດສົງຄາມ.

ມາດຕະການດັ່ງກ່າວ ບັດນີ້ ກໍຈະຖືກສົ່ງໄປຍັງສະພາສູງ ຊຶ່ງໄດ້ຮັບຜ່ານມາດຕະການ
ທີ່ຄ້າຍຄືກັນນີ້ ກ່ອນໜ້າການເລືອກຕັ້ງກາງສະໄໝ ໃນປີ 2018 ໂດຍອາດຈະກໍ່ໃຫ້ເກີດ
ການ​ປະ​ເຊີນ​ໜ້າ ກັບທຳນຽບຂາວ ​ກໍ​ເປັນ​ໄດ້.

ສະຫະລັດ ໄດ້ສະໜອງຂໍ້ມູນສືບລັບເປັນຫຼັກ ແລະ ການສະໜັບສະໜຸນດ້ານພະ​ລາ​ທິ
ການຕ່າງໆ ໃຫ້ແກ່ ກຸ່ມພັນທະມິດ ທີ່ນຳພາໂດຍຊາອຸດີ ທີ່ກຳລັງຕໍ່ສູ້ ກັບພວກກະບົດ
ຮູຕີ ທີ່ໜຸນຫຼັງໂດຍອີຣານ ໃນເຢເມນ.

ສະມາຊິກສະພາຕ່ຳ ທ່ານ ໂຣ ຄານນາ ຈາກລັດຄາລີຟໍເນຍ ສັງກັດພັກເດໂມແຄຣັດ ກ່າວຢູ່ທີ່ ກອງປະຊຸມ ຖະແຫລງຂ່າວ ໃນລັດຖະສະພາ ຫຼື Capitol Hill ທີ່ນະຄອນຫຼວງ ວໍຊິງຕັນ, ວັນທີ 30 ມັງກອນ 2019, ກ່ຽວກັບການນຳສະເໜີ ມະຕິ ຄືນໃໝ່ ເພື່ອຍຸຕິການສະໜັບສະໜຸນຂອງສະຫະລັດ ແກ່ສົງຄາມທີ່ນຳພາໂດຍຊາອຸດີ ໃນເຢເມນ.

ສົງຄາມທີ່ແກ່ຍາວມາໄດ້ເກືອບ 5 ປີ ໄດ້ເອົາຊີວິດພົນລະເຮືອນ ຫຼາຍພັນຄົນ ແລະ
ໄດ້ເຮັດໃຫ້ວິກິດການດ້ານມະນຸສະທຳທີ່ຮ້າຍແຮງຢູ່ແລ້ວນັ້ນ ໃນປະເທດນຶ່ງທີ່ທຸກຍາກ
ທີ່ສຸດຂອງໂລກ ຊຸດ​ໂຊມ​ລົງ​ຕື່ມອີກ.

ການໂຈມຕີທາງອາກາດທີ່ນຳພາໂດຍຊາອຸດີ ໄດ້ແນເປົ້າໝາຍໃສ່ ພວກກະບົດ ນັ້ນ
ແມ່ນໄດ້ຖະຫລົ່ມ ຄຸ້ມບ້ານໃກ້ຄຽງຈົນລາບຄາບໝົດ, ໂດຍ​ໄດ້ທຳລາຍທັງ ໂຮງຮຽນ
ແລະ ໂຮງໝໍຫຼາຍແຫ່ງ.

ບັນດາສະມາຊິກສະພາ ສະຫະລັດ ຈາກທັງສອງພັກການເມືອງ ບໍ່ພຽງແຕ່ຮູ້ສຶກ ບໍ່​ພໍ​ໃຈ
​ຍ້ອນການສູນເສຍຊີວິດ ໃນເຢເມນ ຊຶ່ງ ຫຼາຍໆທ່ານ ​ຍັງ​ມີ​ຄວາມ​ໂກດແຄ້ນ ກ່ຽວກັບ
ປະຕິກິລິຍາ ທີ່ບໍ່ກະຕືລືລົ້ນ ຂອງທ່ານທຣຳ ຕໍ່ການສັງຫານນັກຂ່າວ ຈາມາລ ຄາຊອກກີ
ຢູ່ພາຍໃນ ກົງສຸນ ຂອງຊາອຸດີ ໃນນະຄອນອິສຕັນບູລ.

ສະມາຊິກສະພາຕ່ຳ ທ່ານ ໂຣ ຄານນາ ຈາກລັດຄາລີຟໍເນຍ ສັງກັດພັກເດໂມແຄຣັດ
ໄດ້ກ່າວວ່າ “ອັນນີ້ ເປັນໂອກາດຂອງບັນດາສະມາຊິກລັດຖະສະພາ ທີ່ຈະສົ່ງສັນຍານ
ຕໍ່ຊາອຸດີ ວ່າ ພຶດຕິກຳຂອງພວກເຂົາເຈົ້າ ກ່ຽວກັບ ທ່ານ ຄາຊອກກີ ແລະ ການບໍ່ຫົວ
ຊາ ຕໍ່ສິດທິມະນຸດຂອງພວກເຂົາເຈົ້າ ແມ່ນບໍ່ສອດຄ້ອງ ກັບແນວທາງການທຳງານ
ແລະ ບໍ່ຢູ່ໃນແນວທາງຂອງຄຸນນະທຳ ຂອງອາເມຣິກາ.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG