ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ສະພາຕໍ່າ ສະໜອງທຶນ 520 ລ້ານໂດລາ ໃນການຕໍ່ສູ້ ຕ້ານການຄ້າມະນຸດ ທົ່ວໂລກ


House Pledges $520 Million in Global Fight Against Human Trafficking
please wait

No media source currently available

0:00 0:02:45 0:00

ເຊີນຊົມວິດີໂອ ກ່ຽວກັບ ລາຍງານນີ້.

ໂສກນາດຕະກຳດ້ານການຄ້າມະນຸດ ໄດ້ຕົກເປັນຈຸດສົນໃຈ ໃນລັດຖະສະພາ Capitol
Hill ໃນປະດານີ້ ໃນຂະນະທີ່ທັງສອງພັກການເມືອງທີ່ສຳຄັນ ຈະລົງຄະແນນສຽງທີ່ບໍ່
ຄ່ອຍເກີດຂຶ້ນໃນສະພາຕໍ່າ ເພື່ອສືບຕໍ່ໃຫ້ທຶນ 520 ລ້ານໂດລາ ສຳລັບຄວາມພະຍາ
ຍາມປາບປາມບັນຫານີ້ ແລະ ຊ່ວຍເຫຼືອພວກທີ່ລອດຊີວິດມາໄດ້. ນັກຂ່າວປະຈຳລັດ
ຖະສະພາຂອງວີໂອເອ Katherine Gypson ໄດ້ລົມນຳສະມາຊິກສະພາຕໍ່າສອງທ່ານ
ທີ່ນຳໜ້າໃນການຕໍ່ສູ້ກັບໄພຂົ່ມຂູ່ດັ່ງກ່າວໃນທົ່ວໂລກ ເຊິ່ງ ພຸດທະສອນ ຈະສະເໜີລາຍ
ລະອຽດຕໍ່ທ່ານ.

ຄ່າໃຊ້ຈ່າຍຕ່າງໆດ້ານຂ້າທາດຍຸກໃໝ່ໃນທົ່ວໂລກ ໄດ້ຖືກຄິດໄລ່ໂດຍລັດຖະສະພາ ສະຫະລັດ.

ທ່ານ Benjamin Cardin ສະມາຊິກສະພາສູງພັກເດໂມແຄຣັດຈາກລັດ Maryland
ກ່າວວ່າ “ມັນບິດເບືອນຕະຫຼາດແຮງງານ. ມັນທຳລາຍປະຊາຊົນ. ມັນເຮັດໃຫ້ຊຸມຊົນ
ຕ່າງໆເຊື່ອມເສຍ ແລະ ທຳລາຍຄວາມໝັ້ນຄົງ ແລະ ລະບຽບກົດໝາຍ ແລະ ມັນໄດ້
ຖືກກະຕຸ້ນໂດຍການສໍ້ລາດບັງຫຼວງ, ຄວາມໂລບມາກໂລພາ ແລະ ຄວາມຮຸນແຮງ.”

ການຄ້າມະນຸດແມ່ນອຸດສາຫະກຳທີ່ມີມູນຄ່າ 150 ຕື້ໂດລາໃນທົ່ວໂລກ ແລະ ຫຼາຍກວ່າ
ເຄິ່ງໜຶ່ງຂອງປະຊາຊົນ 20 ລ້ານຄົນ ທີ່ເປັນເຫຍື່ອຂອງການຄ້າມະນຸດແມ່ນແມ່ຍິງ ແລະ
ເດັກສາວ.

ພຽງບໍ່ເທົ່າໃດສັບປະດາ ຫຼັງຈາກລັດຖະບານທ່ານ ທຣຳ ໄດ້ເພີ່ມປະເທດ ຈີນ ເຂົ້າໃສ່
ໃນລາຍຊື່ປະເທດຜູ້ກະທຳຜິດຮ້າຍແຮງທີ່ສຸດເຊິ່ງລວມມີ ຣັດເຊຍ, ອີຣ່ານ ແລະ ຊີເຣຍ
ນັ້ນແລ້ວ, ບັນດາສະມາຊິກສະພາກໍໄດ້ສະໜອງທຶນ ເພື່ອການຕໍ່ສູ້ທີ່ຂະຫຍາຍອອກ
ນອກເໜືອໄປຈາກເຂດຊາຍແດນຂອງປະເທດ ເປັນເງິນທີ່ມີຜົນກະທົບຢ່າງແທ້ຈິງ ຕໍ່ຊີ
ວິດຂອງຜູ້ລອດຊີວິດມາໄດ້້ ຈາກການຄ້າມະນຸດ.

ທ່ານນາງ Andrea Powell ກຳມະການບໍລິຫານອົງການ Fair Girls ກ່າວວ່າ “ເຈົ້າ
ຕ້ອງການແຫຼ່ງຊັບພະຍາກອນ ຄືແຫຼ່ງຊັບພະຍາ ກອນທີ່ຖືກອະນຸມັດຄືນໃໝ່ໃນລັດຖະ
ສະພາ ເພື່ອຮັບປະກັນວ່າ ພວກຜູ້ລອດຊີວິດຈະມີສິ່ງຕ້ອງການພື້ນຖານ ຄື ອາຫານ,
ໄດ້ຮັບການໃຫ້ຄຳປຶກສາ, ມີຕົວແທນທາງກົດໝາຍ. ເວລາຄົນຜູ້ໃດໄດ້ຜ່ານຜ່າການ
ຄ້າມະນຸດ, ມັນກໍຄ້າຍຄືກັບວ່າເຄີຍໄດ້ເປັນຂ້ອຍຂ້າມາ, ພວກເຂົາເຈົ້າໄດ້ສູນເສຍໝົດ
ທຸກຢ່າງ.”

ທ່ານນາງ Powell ຜູ້ທີ່ເຄີຍໄດ້ເຮັດວຽກກັບຜູ້ລອດຊີວິດໃນທົ່ວໂລກມາ ເວົ້າວ່າ ບັນຫາ
ແມ່ນໄດ້ແຜ່ກະຈາຍໄປທົ່ວ.

ທ່ານນາງ Andrea Powell ກ່າວວ່າ “ພວກເຮົາທຸກຄົນເຄີຍໄດ້ເຫັນການຄ້າມະນຸດ
ແຕ່ບໍ່ຮູ້ສຶກເຖິງມັນ.”

ຄວາມຈິງທີ່ໂຫດຮ້າຍອັນນີ້ ໄດ້ນຳເອົາບັນຫາດ່ັງກ່າວເຂົ້າມາຫາບັນດາສະມາຊິກລັດ
ຖະສະພາ.

ທ່ານນາງ Kristi Noem ສະມາຊິກສະພາຕໍ່າພັກຣີພັບບລີກັນຈາກລັດ South Dakota
ກ່າວວ່າ “ຄົນສ່ວນໃຫຍ່ຄິດວ່າບັນຫານີ້ ແມ່ນຢູ່ຫ່າງໄກຈາກບ້ານ. ເຂົາເຈົ້າຄິດວ່າ ມັນຢູ່
ຕ່າງປະເທດ ຫຼື ຢູ່ໃນປະເທດອື່ນ, ໃນຕົວເມືອງໃຫຍ່ ຫຼື ໃນງານໃຫຍ່ໆອື່ນໆ, ແຕ່ພວກ
ເຮົາພົບເຫັນວ່າ ມັນມີຢູ່ທົ່ວທຸກບ່ອນ.”

ສະມາຊິກສະພາ ທ່ານ Chris Smith ເຊິ່ງແມ່ນໜຶ່ງໃນບັນດາຜູ້ທີ່ໄດ້ອອກສຽງທຳອິດ
ເວົ້າວ່າ ກົດໝາຍຈະໃຊ້ວິທີການທີ່ຖືກປັບປຸງໃໝ່ຕໍ່ບັນຫາດັ່ງກ່າວ.

ທ່ານ Chris Smith ສະມາຊິກສະພາຕໍ່າພັກຣີພັບບລີກັນ ຈາກລັດ New Jersey ກ່າວ
ວ່າ “ລາຍໄດ້ທີ່ຖືກສະສົມໂດຍພວກຄ້າມະນຸດນັ້ນ, ເມື່ອພວກເຮົາຈັບພວກເຂົາ, ພວກ
ເຮົາຈະສາມາດປະເມີນຊັບສິນພວກນັ້ນ ແລະ ເອົາມັນເຂົ້າມາໃສ່ໃນກອງທຶນຂອງພວກ
ຖືກເຄາະຮ້າຍ.”

ແລະ ຕ້ອງແຈ້ງໃຫ້ປະຊາຊົນໃນແຕ່ລະປະເທດທົ່ວໂລກຮັບຊາບດ້ວຍ.

ທ່ານນາງ Sheila Jackson Lee ສະມາຊິກສະພາຕໍ່າພັກເດໂມແຄຣັດຈາກລັດ ເທັກ
ຊັສ ກ່າວວ່າ “ພວກເຮົາຈະຮັບປະກັນວ່າ ຖ້າມັນແມ່ນເລື່ອງຢູ່ຕ່າງປະເທດ, ພວກເຮົາ
ຈະບໍ່ໃຫ້ການຊ່ວຍເຫຼືອທາງທະຫານ ນອກຈາກວ່າພວກເຂົາຈະສາມາດຮັບມືກັບການ
ຄ້າມະນຸດຂອງພວກເຂົາໄດ້.”

ທ່ານນາງ Lee ເປັນຕົວແທນຂອງນະຄອນ Houston, ເຊິ່ງແມ່ນຈຸດໃຈກາງຂອງການ
ຄ້າມະນຸດຢູ່ໃນ ສະຫະລັດ.

ທ່ານນາງ Sheila Jackson Lee ກ່າວວ່າ “ນະຄອນ Houston ແມ່ນມະຫານະຄອນ
ແຫຼ່ງກຳເນີດຂອງການຄ້າມະນຸດ, ມັນມີຫຼາຍບ່ອນທີ່ສາມາດໃຊ້ເປັນເງົາຂອງທຸລະກິດ,
ແຕ່ແລ້ວມັນກໍຖືກໃຊ້ສຳລັບການຄ້າມະນຸດ. ຜູ້ຖືກເຄາະຮ້າຍໃນການຄ້າມະນຸດພວກນັ້ນ
ມີຄວາມສ່ຽງ, ພວກເຂົາເຈົ້າຢ້ານ, ເຂົາເຈົ້າເວົ້າພາສາອື່ນ ແລະ ເຂົາເຈົ້າແມ່ນຜູ້ຖືກ
ເຄາະຮ້າຍ, ການຄ້າມະນຸດສ້າງຄວາມຈິບຫາຍວາຍວອດ, ມັນມີຜົນກະທົບທີ່ບໍ່ດີຕໍ່ພວກ
ເຮົາທຸກຄົນ.”

ເພື່ອເປັນການເຕືອນໃຈ ຈຶ່ງຢາກບອກໃຫ້ຮູ້ວ່າ ການຕໍ່ສູ້ນັ້ນແມ່ນຍັງຈະບໍ່ມີວັນສິ້ນສຸດ
ງ່າຍ.

((INTRODUCTION:))
[[The tragedy of human trafficking was in the spotlight this week on Capitol Hill as a rare bipartisan vote by the U.S. House of Representatives renewed $520 million in funding for efforts to combat the problem and aid survivors. VOA's Congressional reporter Katherine Gypson spoke with two lawmakers leading the fight against this worldwide threat.]]

((NARRATOR))
The global costs of modern-day slavery calculated by the U.S. Congress….

((SEN. BENJAMIN CARDIN, (D) MARYLAND))
"It distorts labor markets. It destroys people. It erodes communities and undermines stability and rule of law and is fueled by corruption, greed and violence."

((NARRATOR))
Human trafficking is a $150 billion industry worldwideand more than half of the 20 million people trafficked globally are women and girls.

((NARRATOR))
Just weeks after the Trump administration added China to a list of worst offenders that includes Russia, Iran and Syria, lawmakers pledged funds to a fight that goes beyond national borders. Money that has a very real impact on the lives of trafficking survivors….

((ANDREA POWELL, EXECUTIVE DIRECTOR, FAIR GIRLS))
"You need resources like the resources that are being reauthorized on the Hill to ensure survivors have basic needs metfood, access to counseling, access to legal representation. When someone's been through trafficking, it's akin to slaverythey've lost everything."

((NARRATOR))
Powell, who works with survivors around the world, says the problem is widespread.

((ANDREA POWELL, EXECUTIVE DIRECTOR, FAIR GIRLS))
"We all see trafficking and don't realize it."

((NARRATOR))
A harsh reality that brought the problem close to members of Congress.

((REP. KRISTI NOEM, (R) SOUTH DAKOTA))
"Most folks think the problem is far away from home. They think it's overseas or in a different country, in a big city or at big eventsbut we're finding it everywhere."

((NARRATOR))
One of the earliest voices in Congress to speak up about human traffickingRep. Chris Smith -- says the bill takes innovative approaches to the problem.

((REP. CHRIS SMITH, (R) NEW JERSEY))
"The profits that are gleaned by the traffickersonce we arrest them, we can assess those assets and put them into a victim's fund."

((NARRATOR))
And puts countriesworldwide on notice.

((REP. SHEILA JACKSON LEE, (D) TEXAS))
"We'll make sure that if it's a foreign country, we don't give them military assistance unless they can get a handle on their human trafficking."

((NARRATOR))
Lee represents Houston, one of the epicenters of human trafficking in the United States.

((REP.SHEILA JACKSON LEE, (D) TEXAS))
"Houston is a teeming metropolisthere are many places that can be used as a shadow of a business, but then they are used for human trafficking. Those trafficking victims are vulnerable, they are scared, they speak a different language and they are victims/Human trafficking is a scourge, it is a blight on all of us."

((NARRATOR))
A reminder the fight is far from over.

XS
SM
MD
LG