ສະພາຕ່ຳສະຫະລັດໄດ້ຮັບຜ່ານຮ່າງກົດໝາຍສະບັບໜຶ່ງ
ດ້ວຍຄະແນນ ສຽງອັນຖ້ວມລົ້ນ ທີ່ມອບສິດໃຫ້ລັດຖະສະພາ
ພິຈາລະນາ ອະນຸມັດ ຫຼື ປະຕິເສດ ຕໍ່ຂໍ້ຕົກລົງນິວເຄລຍກັບອີຣ່ານ.
ການລົງຄະແນນສຽງໃນວັນພະຫັດວານນີ້ ແມ່ນ 400 ຕໍ່ 25.
ສະພາສູງ ໄດ້ຮັບຜ່ານມາດຕະການດັ່ງກ່າວ ເມື່ອອາທິດແລ້ວນີ້
ດ້ວຍຄະແນນ ສຽງ 98 ຕໍ່ 1 ສຽງ. ທຳນຽບຂາວ ກ່າວວ່າ
ປະທານາທິບໍດີ ບາຣັກ ໂອບາມາ ທີ່ຂົ່ມຂູ່ວ່າ ຈະໃຊ້ສິດຍັບຍັ້ງ
ຫຼື ວີໂຕ້ ຮ່າງກົດໝາຍດັ່ງກ່າວ ບັດນີ້ ມີແຜນທີ່ຈະເຊັນໃຫ້ເປັນ
ກົດໝາຍ.
ຮ່າງກົດໝາຍນັ້ນ ຈະໃຫ້ເວລາແກ່ລັດຖະສະພາ 30 ມື້ ເພື່ອທົບທວນ ຄືນ ຂໍ້ຕົກລົງດ້ານນິວເຄລຍ ລະຫວ່າງ ອີຣ່ານ ກັບ ສະຫະລັດ ແລະ ບັນດາປະເທດມະຫາອຳນາດອື່ນໆ.
ໃນລະຫວ່າງ 30 ມື້ດັ່ງກ່າວນັ້ນ ທ່ານໂອບາມາ ຈະຖືກຫ້າມ ບໍ່ໃຫ້ຍົກເລີກມາດຕະການລົງໂທດໃດໆ ຂອງສະຫະລັດຕໍ່ອີຣ່ານ.
ລັດຖະບານທ່ານໂອບາມາ ໄດ້ຄັດຄ້ານຢ່າງແຂງຂັນ ຕໍ່ການທີ່ໃຫ້ລັດຖະສະພາ ມີຄຳເຫັນໃດໆ ໃນຂໍ້ຕົກລົງດັ່ງກ່າວ ເພາະຢ້ານວ່າ ມັນອາດເຮັດໃຫ້ການເຈລະຈາ ທີ່ລະອຽດອ່ອນກັບອີຣ່ານນັ້ນ ລົ້ມແຫລວ.
ແຕ່ທ່ານໂອບາມາ ໄດ້ຍົກເລີກການຂົ່ມຂູ່ທີ່ຈະໃຊ້ສິດຍັບຍັ້ງຂອງທ່ານ ໃນຂະນະທີ່ ບັນດາຜູ້ແທນສັງກັດພັກເດໂມແຄຣັດຫຼາຍໆຄົນ ໄດ້ສະໜັບສະໜຸນມາດຕາການດັ່ງກ່າວນັ້ນ ແລະບາງຂໍ້ກຳນົດທີ່ເຂັ້ມແຂງ ຢູ່ໃນຮ່າງກົດໝາຍນັ້ນ ໄດ້ມີການຜ່ອນເບົາລົງ.
ສະຫະລັດ ແລະບັນດາຄູ່ເຈລະຈາ ເຊັ່ນ ອັງກິດ ຈີນ ຝຣັ່ງ ເຢຍຣະມັນ ແລະຣັດເຊຍ ແມ່ນມີກຳນົດວັນເສັ້ນຕາຍໃສ່ ວັນທີ 30 ມີຖຸນາ ເພື່ອໃຫ້ມີຂໍ້ຕົກລົງຂັ້ນສຸດທ້າຍກັບອີຣ່ານ.
ອີຣ່ານ ຕົກລົງທີ່ຈະຕັດໂຄງການກັ່ນທາດຢູເຣນຽມລົງ ເພື່ອປ້ອງກັນບໍ່ໃຫ້ສາມາດນຳໄປສ້າງ ອາວຸດນິວເຄລຍໄດ້.
ມາດຕະການລົງໂທດຕ່າງໆຂອງປະເທດຕາເວັນຕົກ ທີ່ໄດ້ທຳລາຍເສດຖະກິດ ຂອງ
ອີຣ່ານນັ້ນ ກໍຈະໄດ້ຮັບການຜ່ອນຜັນລົງເຊັ່ນກັນ.
ເວລາໃດ ມາດຕະການລົງໂທດຕ່າງໆເຫຼົ່ານັ້ນ ຍຸດຕິລົງ ພ້ອມກັນກັບ ວິທີກວດພິສູດວ່າ
ອີຣ່ານປະຕິບັດໄປຕາມຂໍ້ຕົກລົງຫຼືບໍ່ນັ້ນ ແມ່ນລວມຢູ່ໃນບັນຫາຕ່າງໆ ທີ່ຍັງຈະຕ້ອງໄດ້ຮັບການແກ້ໄຂ.
ອີຣ່ານ ໄດ້ຢືນຢັດຕະຫລອດມາວ່າ ໂຄງການນິວເຄລຍຂອງຕົນ ແມ່ນ ມີຈຸດປະສົງນຳໃຊ້
ຢ່າງສັນຕິໃນດ້ານພົນລະເຮືອນເທົ່ານັ້ນ.