ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໐໑ ຕຸລາ ໒໐໒໓

ສະພາຕໍ່າ ຮັບຜ່ານ ຮ່າງກົດໝາຍຄົນເຂົ້າເມືອງ ສຳລັບພວກນັກຝັນ ແລະ ຊາວນາຕ່າງດ້າວ


ສານສູງສຸດ ສະຫະລັດ ປະຕິເສດການຄັດຄ້ານຂອງລັດຖະບານທ່ານ ທຣຳ ຕໍ່ກົດໝາຍສະຖານທີ່ລີ້ໄພ ຂອງລັດ ຄາລິຟໍເນຍ ໃນນະຄອນຫຼວງ ວໍຊິງຕັນ.

ສະພາຕໍ່າໄດ້ລົງຄະແນນສຽງໃນວັນພະຫັດວານນີ້ ເພື່ອເປີດຊ່ອງທາງໄປສູ່ການໄດ້ຮັບສັນຊາດສຳລັບພວກນັກຝັນໄວໜຸ່ມ, ຊາວນາຕ່າງດ້າວ ແລະ ຜູ້ຍົກຍ້າຍຖິ່ນຖານທີ່ໄດ້ຫຼົບໜີຈາກສົງຄາມ ຫຼື ໄພພິບັດທຳມະຊາດ, ໂດຍໃຫ້ພັກເດໂມແຄຣັດ ໄດ້ຮັບໄຊຊະນະໃນການລົງຄະແນນສຽງຄັ້ງທຳອິດຂອງປີ ກ່ຽວກັບ ບັນຫາທີ່ຈະປະເຊີນກັບຄວາມຫຍຸ້ງຍາກອີກຄັ້ງນຶ່ງ ເພື່ອທຳຄວາມກ້າວໜ້າ ໃນສະພາສູງ.

ໃນການລົງຄະແນນສຽງ ທີ່ໃກ້ຄຽງຕາມຖັນແຖວຂອງພັກ 228 ຕໍ່ 197 ນັ້ນ, ບັນດາສະມາຊິກສະ ພາໄດ້ຮັບຮອງຮ່າງກົດໝາຍສະບັບນຶ່ງທີ່ໄດ້ສະເໜີສະຖານະພາບທາງກົດໝາຍຕໍ່ພວກນັກຝັນປະມານ 2 ລ້ານຄົນທີ່ຖືກນຳພາເຂົ້າມາໃນ ສະຫະລັດ ຢ່າງຜິດກົດໝາຍຕັ້ງແຕ່ຕອນຍັງນ້ອຍ, ແລະ ຜູ້ຍົກຍ້າຍຖິ່ນຖານຫຼາຍແສນຄົນທີ່ຖືກຮັບເອົາສຳລັບເຫດຜົນດ້ານມະນຸດສະທຳຈາກຫຼາຍ ສິບປະເທດທີ່ມີບັນຫາ.

ແລ້ວເຂົາເຈົ້າກໍໄດ້ລົງຄະແນນສຽງ 247 ຕໍ່ 174 ສຳລັບມາດຕະການທີສອງທີ່ຈະສ້າງການປົກ ປ້ອງທີ່ຄ້າຍຄືກັນສຳລັບຊາວນາ 1 ລ້ານຄົນຜູ້ທີ່ໄດ້ເຮັດວຽກໃນ ສະຫະລັດ ຢ່າງຜິດກົດໝາຍ. ລັດ ຖະບານຄາດວ່າເຂົາເຈົ້າປະກອບເປັນເຄິ່ງນຶ່ງຂອງແຮງງານດ້ານກະສິກຳໃນປະເທດ.

ຮ່າງກົດໝາຍທັງສອງໄດ້ພົບທາງຕັນຂອງການຄັດຄ້ານຈາກພັກຣີພັບບລີກັນ ທີ່ຢືນຢັດວ່າຮ່າງກົດໝາຍນິຕິບັນຍັດໃດໆຕ້ອງຂະຫຍາຍຄວາມປອດໄພຢູ່ ເຂດຊາຍແດນ ເມັກຊິໂກ, ເຊິ່ງຜູ້ຍົກຍ້າຍຖິ່ນຖານຈຳນວນຫຼາຍໄດ້ພະຍາຍາມພັງເຂົ້າມາໃນສອງສາມອາທິດທີ່ຜ່ານມານີ້. ພັກດັ່ງກ່າວໄດ້ກ່າວຫາພັກເດໂມແຄຣັດໃນສະພາຕໍ່າ ກ່ຽວກັບ ບໍ່ຖືຫົວຊາຕໍ່ບັນຫາດັ່ງກ່າວ ແລະ ປະທານາທິ ບໍດີ ໂຈ ໄບເດັນ ໄດ້ເຮັດໃຫ້ມັນຮ້າຍແຮງຂຶ້ນ ດ້ວຍການລົບລ້າງນະໂຍບາຍທີ່ເຄັ່ງຄັດຂອງອະດີດປະທານາທິບໍດີ ດໍໂນລ ທຣຳ, ເຖິງແມ່ນວ່າຈຳນວນທີ່ເພີ່ມຂຶ້ນໄດ້ເລີ່ມຕົ້ນໃນເວລາທີ່ທ່ານ ທຣຳ ຍັງດຳລົງຕຳແໜ່ງຢູ່ກໍຕາມ.

ໃນຂະນະທີ່ພວກນັກຝັນໄດ້ຮັບການສະໜັບສະໜູນຈາກສາທາລະນະຢ່າງກວ້າງຂວາງ ແລະ ຊາວນາຕ່າງດ້າວແມ່ນກະດູກສັນຫຼັງຂອງອຸດສາຫະກຳດ້ານກະສິກຳນັ້ນ, ຮ່າງກົດໝາຍຂອງສະ ພາຕໍ່າທັງສອງ ແມ່ນໄດ້ປະເຊີນກັບຄວາມຄາດຫວັງທີ່ມືດມົວໃນສະພາສູງທີ່ມີສຽງຢ່າງເທົ່າທຽມກັນ. ພັກເດໂມແຄຣັດທີ່ມີສະມາຊິກ 50 ຄົນໃນສະພາດັ່ງກ່າວຈະຕ້ອງການຜູ້ສະໜັບສະໜູນຈາກພັກຣິພັບບລີິກັນຢ່າງໜ້ອຍ 10 ສຽງເພື່ອທຳລາຍການຂັດຂວາງຂອງພັກຣີພັບບລີກັນ.

ຄວາມຄາດຫວັງແມ່ນຍັງບໍ່ດີກວ່ານີ້ ສຳລັບເປົ້າໝາຍທີ່ທະເຍີທະຍານຂອງທ່ານ ໄບເດັນ ກ່ຽວກັບ ຮ່າງກົດໝາຍນິຕິບັນຍັດທີ່ຈະເຮັດໃຫ້ຜູ້ຍົກຍ້າຍຖິ່ນຖານ 11 ລ້ານຄົນທີ່ອາໄສຢູ່ໃນ ສະຫະລັດ ຢ່າງຜິດກົດໝາຍມີຄວາມເປັນໄປໄດ້ທີ່ຈະໄດ້ຮັບສັນຊາດ, ການຫຼຸດຜ່ອນຂໍ້ຫ້າມຂອງວີຊາ, ປັບປຸງເທັກໂນໂລຈີດ້ານຄວາມປອດໄພຢູ່ເຂດຊາຍແດນ ແລະ ການໃຊ້ຈ່າຍເງິນຫຼາຍຕື້ໂດລາໃນພາກພື້ນອາເມຣິກາກາງ ເພື່ອຫຼຸດຜ່ອນບັນຫາຕ່າງໆທີ່ກໍ່ໃຫ້ຄົນໜີອອກຈາກປະເທດ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG