ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຄະ​ນະ​ກຳ​ມະ​ການ ​ຕຸ​ລາ​ການ ສະ​ພາ​ຕ່ຳ ສ​ຫລ ຈະ​ຮັບ​ຟັງຫຼັກ​ຖານ ຂະ​ນະ​ທີ່ ການ​ຟ້ອງ​ຮ້ອງ ​ປ. ທ​ຣຳ ໃກ້​ຈະມີ​ການ​ລົງ​ຄະ​ແນນ​ສຽງ


​ປະ​ທານຄະ​ນະ​ກຳ​ມະ​ການ​ຕຸ​ລາ​ການ ທ່ານ​ເຈີ​ຣອ​ລດ໌ ເນດ​ເລີ, ສັງ​ກັດ​ພັກ​ເດ​ໂມ​ແຄ​ຣັດ ຈາກ​ລັດ​ນິວຢອກ, ຊ້າຍ, ກ່າວ​ປິດກອງ​ປະ​ຊຸມ ​ຂະ​ນະ​ທີ່ ສະ​ມາ​ຊິກ​ຄະ​ນະ ທ່ານ​ດັກ ຄໍ​ລິນ​ສ໌ ສັງ​ກັດ​ພັກ​ຣີ​ພັບ​ບ​ລີ​ກັນ ຟັງ​ໃນ​ລະ​ຫວ່າງ​ການ​ພິ​ຈາ​ລະ​ນາ​ຮັບ​ຟັງ ການ​ໃຫ້​ການຂອງ​ບັນ​ດາ​ນັກ​ວິ​ຊາ​ການ​.
​ປະ​ທານຄະ​ນະ​ກຳ​ມະ​ການ​ຕຸ​ລາ​ການ ທ່ານ​ເຈີ​ຣອ​ລດ໌ ເນດ​ເລີ, ສັງ​ກັດ​ພັກ​ເດ​ໂມ​ແຄ​ຣັດ ຈາກ​ລັດ​ນິວຢອກ, ຊ້າຍ, ກ່າວ​ປິດກອງ​ປະ​ຊຸມ ​ຂະ​ນະ​ທີ່ ສະ​ມາ​ຊິກ​ຄະ​ນະ ທ່ານ​ດັກ ຄໍ​ລິນ​ສ໌ ສັງ​ກັດ​ພັກ​ຣີ​ພັບ​ບ​ລີ​ກັນ ຟັງ​ໃນ​ລະ​ຫວ່າງ​ການ​ພິ​ຈາ​ລະ​ນາ​ຮັບ​ຟັງ ການ​ໃຫ້​ການຂອງ​ບັນ​ດາ​ນັກ​ວິ​ຊາ​ການ​.

ບັນ​ດາ​ທະ​ນາຍ​ຄວາມ​ຂອງພັກ​ເດ​ໂມ​ແຄ​ຣັດ ແລະ​ພັກ​ຣີ​ພັບ​ບ​ລີ​ກັນ ແມ່ນ​ພ້ອມ​ແລ້ວ​ທີ່​ຈະ​ນຳ​ສະ​ເໜີ​ຫລັກ​ຖານ​ຂອງ​ແຕ່​ລະ​ຝ່າຍ ​ໃນ​ວັນ​ຈັນ​ມື້ນີ້ ຕໍ່​ບັນ​ດາ​ສະ​ມາ​ຊິກ​ຄະ​ນະ​ກຳ​ມະ​ການ​ຕຸ​ລາ​ການ​ຂອງ​ສະ​ພາ​ຕ່ຳ​ສະ​ຫະ​ລັດ ຂະ​ນະ​ທີ່​ຄະ​ນະ​ກຳ​ມະ​ການນີ້ ຈະ​ເລີ່ມ​ຕົ້ນ​ການ​ລົງ​ຄະ​ແນນ​ສຽງທີ່​ເປັນ​ໄປ​ໄດ້ ​ໃນ​ສັບ​ປະ​ດານີ້ ​ກ່ຽວ​ກັບ ມາດ​ຕາ​ຕ່າງໆ ຂອງ​ການ​ຟ້ອງ​ຮ້ອງ​ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ.

ການ​ພິ​ຈາ​ລະ​ນະ​ຮັບຟັງ ໄດ້​ຖືກ​ກຳ​ນົດ​ໄວ້​ແລ້ວ​ ທີ່​ປະ​ກອບ​ດ້ວຍ​ການ​ນຳ​ສະ​ເໜີຫຼັກ​ຖານ​ຈາກ​ບັນ​ດາ​ທະ​ນາຍ​ຄວາມ​ຂອງ​ທັງ ​ຄະ​ນະ​ກຳ​ມະ​ການ​ຕຸ​ລາ​ການ ແລະ​ຄະ​ນະ​ກຳ​ມະ​ການ​ສືບ​ລັບ​ຂອງ​ສະ​ພາ​ຕ່ຳ.​

ທຳ​ນ​ຽບ​ຂາວ ຈະ​ບໍ່​ເຂົ້າ​ຮ່ວມ​ໃນ​ ການ​ພິ​ຈາ​ລະ​ນະ​ຮັບຟັງດັ່ງ​ກ່າວ. ທ່ານ​ແພັ​ຕ ຊີ​ໂປ​ໂລນ ທີ່​ປຶກ​ສາ​ຂອງ​ທຳ​ນຽບ​ຂາວ ໄດ້​ຕຳ​ໜິ​ການ​ສອບ​ສວນ​ຟ້ອງ​ຮ້ອງ ​ທີ່ກຳ ລັງ​ເຜີຍ​ແບ​ອອກ​ມາ ​ຢູ່​ໃນສະ​ພາ​ຕ່ຳ​ທີ່​ພັກ​ເດ​ໂມ​ແຄ​ຣັດ​ມີ​ສຽງ​ສ່ວນຫຼາຍ​ນັ້ນ ດັ່ງ​ກັບວ່າ “​ບໍ່​ມີ​ມູນ​ຄວາມ​ຈິງ​ເລີຍ” ແລະ​ໄດ້​ເອີ້ນ​ບົດ​ຂໍ້​ກ່າວ​ຫາໃນ​ການ​ຟ້ອງ​ຮ້ອງ​ ທີ່​ຈະ​ອອກ​ມານັ້ນ ວ່າ “ເປັນ​ການ​ລະ​ເມີດອຳ​ນາດ​ທີ່ໄຮ້ຄວາມ​ຄິດ.”

ທ່ານ​ທ​ຣຳ ໄດ້​ຂຽນ​ລົງ​ທວີດ​ເຕີ້ ໃນ​ວັນ​ອາ​ທິດ​ວານນີ້ ໂດຍເອີ້ນຂະ​ບວນ​ການ​ດັ່ງ​ກ່າວ​ວ່າ “ເປັນ​ການ​ຫາ​ເລື້ອງ​ຈັບ​ຜິດ ຫຼື witch hunt” ແລະ​ວ່າ “ເລື້ອງ​ຫລອກ​ລວງ” ແລະ ຂາດ​ຂະ​ບວນ​ການ​ພິ​ຈາ​ລະ​ນາ​ດ້ານ​ກົດ​ໝາຍ ໃນ​ຂະ​ນະ​ດຽວ​ກັນ ທ່ານ​ຍັງ​ໄດ້​ແບ່ງ​ປັນຂໍ້​ຄວາມ​ຕ່າງໆທີ່​ລົງ​ໃນທ​ວີດ​ເຕີ້​ຈາກ​ບຸກ​ຄົນ​ອື່ນໆ ໂດຍ​ກ່າວ​ວ່າ ທ່ານ​ໄດ້​ຖືກ​ປະ​ຕິ​ບັດ​ຕໍ່​ຢ່າງບໍ່​ເປັນ​ທຳ.

ພັກ​ເດ​ໂມ​ແຄ​ຣັດ ກ່າວ​ວ່າ ຫຼັກ​ຖານ​ຕໍ່​ທ່ານ​ປະ​ທານ​າ​ທິ​ບໍ​ດີ ແມ່ນ​ຈະ​ແຈ້ງ.

​ປະ​ທານຄະ​ນະ​ກຳ​ມະ​ການ​ຕຸ​ລາ​ການ ທ່ານ​ເຈີ​ຣອ​ລດ໌ ເນດ​ເລີ ໄດ້​ກ່າວ​ຕໍ່​ອົງ​ການ​ຂ່າວ CNN ວ່າ ທ່ານ​ທ​ຣຳ ຈະ​ຖືກ​ພົບ​ເຫັນ​ວ່າ ມີ​ຄວາມ​ຜິດ ​ພາຍໃນ “3 ນາ​ທີເຕັມ” ຖ້າຫາກທ່ານ​ທ​ຣຳ ປະ​ເຊີນ​ກັບ​ຂໍ້​ຫາ​ຕ່າງໆ ຕໍ່​ໜ້າ​ຄະ​ນະ​ຕຸ​ລາ​ການ​ສານ​ອາ​ຍາ ທີ່​ວ່າທ່ານລະ​ເມີດ​ຕຳ​ແໜ່ງ​ຂອງ​ທ່ານ ດ້ວຍ​ການຊັກ​ຊວນ​ໃຫ້​ ຢູ​ເຄ​ຣນ ເປີດ​ການ​ສືບ​ສວນ​ສອບ​ສວນ ຄູ່​ແຂ່ງ​ທ້າ​ຊີງ​ຕຳ​ແໜ່ງ​ປະ​ທາ​ນາ​ທິ​ບໍ​ດີ ໃນ​ປີ 2020 ຜູ້​ນຶ່ງ​ຈາກ​ພັກ​ເດ​ໂມ​ແຄ​ຣັດ ກໍ​ຄືອະ​ດີດ​ຮອງ​ປະ​ທາ​ນາ​ທິ​ບໍ​ດີ ໂຈ ໄບ​ເດັນ.

ທ່ານ​ເນດ​ເລີ ໄດ້​ກ່າວ​ວ່າ ຖ້າ​ທ່ານ​ທ​ຣຳ “ມີ​ຫລັກ​ຖານ​ໃດໆ​ທີ່ແກ້​ຜິດ” ທ່ານ​ກໍ​ຄວນ​ນຳ​ເອົາ​ມັນ​ອອກ​ມາ​ໃຫ້​ຮູ້​ຈັກ ແທນ​ທີ່​ຈະ​ປະ​ຕິ​ເສດ​ທີ່​ຈະ​ເຂົ້າ​ຮ່ວມ​ໃນ​ການ​ພິ​ຈາ​ລະ​ນາ​ຮັບ​ຟັງ​ຕ່າງໆ.

ມັນ​ບໍ່​ເປັນ​ຈະ​ແຈ້ງວ່າ ຈະ​ມີ​ບົດ​ຂໍ້​ກ່າວ​ຫາຂອງ​ການ​ຟ້ອງ​ຮ້ອງ ຈັກ​ບົດ​ແທ້ ທີ່​ພັກ​ເດ​ໂມ​ແຄ​ຣັດ ວາງ​ແຜນຈະ​ນຳ​ມາ​ຟ້ອງ​ຕໍ່​ທ່ານ​ທ​ຣຳ ແຕ່​ທ່ານ​ເນ​ດເລີ ໄດ້​ກ່າວ​ວ່າ ຄະ​ນະ​ກຳ​ມະ​ການ​ຕຸ​ລາ​ການ ອາດ​ລົງ​ຄະ​ແນນ​ສຽງ ຕໍ່​ບົດ​ຂໍ້​ກ່າວ​ຫາ​ທັງຫຼາຍ ພາຍ​ໃນ​ທ້າຍ​ສັບ​ປະ​ດານີ້.

​ໃນ​ເລື້ອງດັ່ງ​ກ່າວນີ້ ​ຂັ້ນ​ຕໍ່​ໄປ ​ຈະ​ເຄື່ອນ​ຍ້າຍ​ໄປ​ສູ່ ສະ​ພາ​ຕ່ຳ​ຄົບ​ຄະ​ນະ ບ່ອນ​ທີ່​ການ​ມີ​ສຽງ​ສ່ວນຫຼາຍ​ຂອງ​ພັກ​ເດ​ໂມ​ແຄ​ຣັດນັ້ນ ຊຶ່ງຄາດ​ໝາຍ​ກັນຢ່າງກວ້າງ​ຂວາງວ່າ ຈະ​ຮັບ​ຜ່ານ​ບົດ​ຂໍ້​ກ່າວ​ຫາ​ຕ່າງໆ​ໄດ້ ກ່ອນ​ໜ້າ​ວັນ​ຄ​ຣິ​ສ​ມັ​ສ ຊຶ່ງ​ບັນ​ດາ​ສະ​ມາ​ຊິກ​ສະ​ພາທັງ​ໝົດ ໄປ​ພັ​ກ​ຜ່ອນ ໂດຍ​ທີ່​ຈະ​ສົ່ງ​ຂະ​ບວນ​ການ​ຟ້ອງ​ຮ້ອງນີ້ ໄປ​ໃຫ້​ສະ​ພາ​ສູງ​ທີ່​ນຳ​ພາ​ໂດຍ​ພັກ​ຣີ​ພັບ​ບ​ລີ​ກັນ ​ດຳ​ເນີນ​ການ​ຕໍ່​ໄປໃນ​ເດືອນ​ມັງ​ກອນ. ຕ້ອງ​ໄດ້​ຮັບຄະ​ແນນ​ສຽງ ສອງ​ສ່ວນ​ສາມ​ຂອງ​ສະ​ພາ​ສູງ ເພື່ອ​ທີ່​ຈະ​ເຮັດ​ໃຫ້​ທ່ານ​ທ​ຣຳ ມີ​ຄວາມ​ຜິດ ແລະ​ ​ປົດ​ທ່ານ​ອອກ​ຈາກ​ຕຳ​ແໜ່ງ ຊຶ່ງເປັນ​ໄປ​ບໍ່​ໄດ້ເລີຍ ເມື່ອ​ການ​ສະ​ໜັບ​ສະ​ໜຸນ​ທ່ານ ​ທ​ຣຳ ຍັງ​ຄົງມີ​ຢູ່ ​ຈາກ​ບັນ​ດາ​ສະ​ມາ​ຊິກ​ໃນພັກ​ຂອງ​ທ່ານນັ້ນ.

ອ່ານ​ຂ່າວນີ້​ຕື່ມ ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG