ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

​ຄະ​ນະ​ກຳ​ມະ​ການ ດ້ານ​ກົດ​ລະ​ບຽບ ສະ​ພາ​ຕ່ຳ ຈະ​ກຳ​ນົດ ວິ​ທີ​ການ​ດຳ​ເນີນ​ຂັ້ນ​ຕອນ ໃນການ​ລົງ​ຄະ​ແນນ​ສຽງ ຕໍ່​ການ​ຟ້ອງ​ຮ້ອງ​


ຕຶກ​ລັດ​ຖະ​ສະ​ພາ ປົກ​ຄຸມ​ໃນ​ຄວາມ​ມືດ​ມົນ ເມື່ອ​ຍາມ​ຕອນ​ເຊົ້າ ​ຊຶ່ງ​ເປັນ​ອີກມື້​ນຶ່ງ ຂອງ​ການ​ສືບ​ສວວນ​​ເພື່ອຟ້ອງ​ຮ້ອງ​ ຕໍ່​ປ​ະ​ທາ​ນາ​ທິ​ບໍດີ ດໍ​ໂນ​ລ ທ​ຣຳ ໃນ​ການ​ມີ​ສ່ວນ​ພົວ​ພັນ​ກັບ​ຢູ​ເຄ​ຣນ, ​ໃນ​ນະ​ຄອນຫຼວງ ​ວໍ​ຊິງ​ຕັນ ຂອງ​ສະ​ຫະ​ລັດ. ​ວັນ​ທີ 9 ທັ​ນ​ວາ 2019. REUTERS/Jonathan Ernst
ຕຶກ​ລັດ​ຖະ​ສະ​ພາ ປົກ​ຄຸມ​ໃນ​ຄວາມ​ມືດ​ມົນ ເມື່ອ​ຍາມ​ຕອນ​ເຊົ້າ ​ຊຶ່ງ​ເປັນ​ອີກມື້​ນຶ່ງ ຂອງ​ການ​ສືບ​ສວວນ​​ເພື່ອຟ້ອງ​ຮ້ອງ​ ຕໍ່​ປ​ະ​ທາ​ນາ​ທິ​ບໍດີ ດໍ​ໂນ​ລ ທ​ຣຳ ໃນ​ການ​ມີ​ສ່ວນ​ພົວ​ພັນ​ກັບ​ຢູ​ເຄ​ຣນ, ​ໃນ​ນະ​ຄອນຫຼວງ ​ວໍ​ຊິງ​ຕັນ ຂອງ​ສະ​ຫະ​ລັດ. ​ວັນ​ທີ 9 ທັ​ນ​ວາ 2019. REUTERS/Jonathan Ernst

ຄະ​ນະ​ກຳ​ມະ​ການ​ດ້ານ​ກົດ​ລະ​ບຽບ​ຂອງ​ສະ​ພາ​ຕ່ຳ ແມ່ນພ້ອມ​ແລ້ວ ​ທີ່​ຈະ​ພົບປະ​ ໃນ​ວັນ​ອັງ​ຄານມື້ນີ້ ໃນ​ການ​ນຳ​ສະ​ເໜີ​ຂັ້ນ​ຕອນ​ຕໍ່​ສະ​ພາ​ຄົບ​ຄະ​ນະ ເພື່ອຈະ​ໃຫ້​ປະ​ຕິ​ບັດ​ຕາມ ໃນ​ເວ​ລາ​ທີ່​ສະ​ພາ​ຈະ​ພິ​ຈາ​ລະ​ນາ​ການ​ຟ້ອງ​ຮ້ອງ​ສອງ​ຂໍ້​ຂອງ​ຕໍ່​ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ.

ວິ​ທີ​ການ​ໃນ​ການ​ດຳ​ເນີນ​ຂັ້ນ​ຕອນ ຈະ​ແຜ້ວ​ທາງ​ໃຫ້​ອັນ​ທີ່​ຄາດ​ກັນ​ຢ່າງກວ້າງ​ຂວາງວ່າ ຈະ​ເປັນ​ການ​ລົງ​ຄະ​ແນນ​ສຽງ ເກືອບ​ວ່າ ຈະເປັນ​ໄປ​ຕາມ​ພັກ​ການ​ເມືອງ ໃນ​ວັນ​ພຸດມື້​ອື່ນນີ້ ໂດຍ​ບັນ​ດາ​ສະ​ມາ​ຊິກ​ພັກ​ເດ​ໂມ​ແຄ​ຣັດສ່ວນ​ໃຫຍ່ ເຫັນ​ດີ​ໃຫ້​ຟ້ອງ​ຮ້ອງ​ທ່ານ​ທ​ຣຳ ເຖິງ​ແມ່ນ​ວ່າ ບັນ​ດາ​ສະ​ມາ​ຊິກ​ພັກ​ຣີ​ພັບ​ບ​ລີ​ກັນ ຈະບໍ່​ເຫັນ​ພ້ອມ​ນຳ ກໍ​ຕາມ.

ໃນ​ຂ​ະ​ນະ​ວິ​ທີ​ການ ໄດ້​ຫຍັບ​ໃກ້​ເຂົ້າ​ມາໃນ​ການ​ລົງ​ຄະ​ແນນ​ສຽງຢູ່​ນັ້ນ ທ່ານ​ທ​ຣຳ ກໍ​ໄດ້​ປະ​ທະ​ຄາ​ລົມ​ກັບ​ບັນ​ດາ​ສະ​ມາ​ຊິກສະ​ພາ​ຕ່ຳ​ຈາກພັກ​ເດ​ໂມ​ແຄ​ຣັດ​ ໃນ​ວັນ​ຈັນ​ວານນີ້ ຜູ້​ທີ່​ໄດ້​ກ່າວ​ຫາ​ທ່ານ​ວ່າ “ໄດ້​ກໍ່​ອາ​ຊະ​ຍາ​ກຳ​ຮ້າຍ​ແຮງຫຼາຍ​ຢ່າງ” ໃນ​ການ​ລະ​ເມີດ​ຕຳ​ແໜ່ງ​ປະ​ທາ​ນາ​ທິ​ບໍ​ດີ.

ທ່ານ​ທ​ຣຳ ໄດ້​ໂຕ້​ແຍ້ງລົງ​ໃນ​ທວີດ​ເຕີ້ ວ່າ “ການ​ຟ້ອງ​ຮ້ອງຫຼອກ​ລວງນັ້ນແມ່ນ​ການ​ຕົວະ​ຕົ້ມ​ທີ່​ໃຫຍ່​ທີ່​ສຸດ ​ໃນປະ​ຫ​ວັດ​ສາດ​ດ້ານ​ການ​ເມືອງ ຂອງ​ອາ​ເມ​ຣິ​ກາ!” ທ່ານ​ຂຽນ​ລົງ​ທວີດ​ເຕີ້​ອີກວ່າ “​ພວກສື່ມວນ​ຊົນ​ຂ່າວ​ປອມ ແລະ​ຄູ່​ຮ່ວມ​ງານ​ຂອງ​ພວກ​ເຂົາ​ເຈົ້າ ພັກ​ເດ​ໂມ​ແຄ​ຣັດ​ນັ້ນ ແມ່ນ​ກຳ​ລັງ​ເຮັດ​ວຽກນອກ​ເວ​ລາ​ເພື່ອ​ເຮັດ​ໃຫ້​ຊີ​ວິດ​ການ​ເປັນ​ຢູ່ ​ຂອງ​ພັກ​ຣີ​ພັບ​ບ​ລີ​ກັນ​ທີ່​ສາ​ມັກ​ຄີ​ກັນ ແລະ ​ຈຸດ​ຢືນທຸກ​ສິ່ງ​ທຸກ​ຢ່າງ​ຂອງ​ພັກ ຍາກ​ລຳ​ບາກເທົ່າ​ທີ່​ຈະ​ເປັນ​ໄປ​ໄດ້!”

ທ່ານ​ທ​ຣຳ ຊຶ່ງ​ເປັນປະ​ທາ​ນາ​ທິ​ບໍ​ດີ ຄົນ​ທີ 45 ​ຈະ​ເປັນ​ຜູ້ນຳ​ຂອງ​ອາ​ເມ​ຣິ​ກາຄົນ ທີ​ສາມທີ່​ຈະ​ຖືກ​ຟ້ອງ​ຮ້ອງໃນ​ຮອບ 243 ປີ ຂອງ​ປະ​ຫວັດ​ສາດ​ປະ​ເທດນີ້ ຫາກ​ແຕ່​ວ່າ ການ​ລົງ​ຄວາມ​ເຫັນ​ວ່າ​ຜິດ​ ​ແລະ​ການ​ຖືກ​ປົດ​ອອກ​ຈາກ​ຕຳ​ແໜ່ງ ໂດຍ​ພັກ​ຣີ​ພັກ​ຣີ​ພັບ​ບ​ລີ​ກັນ ທີ່​ມີ​ສຽງ​ສ່ວນຫຼາຍ​ໃນ​ສະ​ພາ​ສູງ ເມື່ອ​ການ​ດຳ​ເນີນ​ຄະ​ດີ​ໃນ​ເດືອນ​ໜ້ານີ້ ກໍ​ຍັງ​ຄົງ​ມິ​ຄວາມເປັນ​ໄປ​ໄດ້​ສູງ​ທີ່​ຈະ​ບໍ່​ເກີດ​ຂຶ້ນເລີຍ. ​ຜູ້​ນຳ​ສຽງ​ສ່ວນຫຼາຍ​ຂອງສະ​ພາ​ສູງ ທ່ານ​ມິ​ດ​ຈ໌ ແມັກ​ຄອນ​ແນ​ລ ໄດ້​ກ່າວ​ຕໍ່ ເຄືອ​ຂ່າຍ​ໂທ​ລະ​ພາບ Fox News ທີ່​ມີ​ຫ້ອງ​ການ​ຕັ້ງ​ຢູ່​ໃນ​ສະ​ຫະ​ລັດ ໃນ​ສັບ​ປະ​ດາ​ແລ້ວນີ້ ວ່າ ມີ​ “​ສູນໂອ​ກາດ” ທີ່​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ຈະ​ຖືກ​ປົດ​ອອກ​ຈາກ​ຕຳ​ແໜ່ງ.

ຄຳ​ເຫັນແບບ​ການ​ຕ້ອງ​ຕິ​ຢ່າງ​ແຮງ​ທາງ​ທວີ​ເຕີ້​ຂອງ​ທ່ານ​ທ​ຣຳ ​ໄດ້​ມີ​ຂຶ້ນຂະ​ນະ​ທີ່ ຄະ​ນະ​ກຳ​ມະ​ການ​ຕຸ​ລາ​ການ ​ຂອງ​ສະ​ພາ​ຕ່ຳ ໃນ​ຕອນ​ເຊົ້າ​ວັນ​ຈັນ​ຜ່ານ​ມາ ໄດ້​ເປີດ​ເຜີຍ ​ບົດລາຍ​ງານ 658 ໜ້າ ທີ່​ລະ​ບຸ​ລາຍ​ລະ​ອຽດ​ຂໍ້​ກ່າວ​ຫາ​ຕ່າງໆ​ຕໍ່​ທ່ານ​ທ​ຣຳ ໃນ​ສອງ​ຂໍ້ຂອງການ​ຟ້ອງ​ຮ້ອງ. ຂໍ້​ນຶ່ງ ກ່າວ​ຫາ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ວ່າ ລະ​ເມີດ​ອຳ​ນາດ​ໂດຍ​ການ​ຊັກ​ຊວນໃຫ້​ຢູ​ເຄ​ຣນ ເປີດ​ການ​ສືບ​ສວນ​ສອບ​ສວນຄູ່​ແຂ່ງ​ທ້າ​ຊິງ​ຕຳ​ແໜ່ງ​ຜູ້​ສຳ​ຄັນ​ຄົນ​ນຶ່ງຈາກ​ພັກ​ເດ​ໂມ​ແຄ​ຣັດ ​ໃນການ​ເລືອກ​ຕັ້ງ​ປີ 2020 ຄື ອະ​ດີດ​ຮອງ​ປະ​ທາ​ນາ​ທິ​ບໍ​ດີ ໂຈ ໄບ​ເດັນ. ສ່ວນ​ຂໍ້​ຫາ​ອີກອັນ​ນຶ່ງ ຕໍ່​ທ່ານ ແມ່ນ​ການ​ຂັດ​ຂວາງ​ຕໍ່​ລັດ​ຖະ​ສະ​ພາ ດ້ວຍ​ການ​ປະ​ຕິ​ເສດ​ທີ່​ຈະ​ສະ​ໜອງ​ເອກ​ກະ​ສານຫຼາຍກວ່າ​ພັນ​ສະ​ບັບ​ໃຫ້​ແກ່​ບັນ​ດາ​ນັກ​ສືບ​ສວນ​ຂອງ​ການ​ຟ້ອງ​ຮ້ອງ ແລະ​ສະ​ກັດ​ກັ້ນບັນ​ດາ​ທີ່​ປຶກ​ສາຜູ້​ສຳ​ຄັນ ບໍ່​ໃຫ້​ໄປ​ໃຫ້​ການຕໍ່​ຄະ​ນະ​ກຳ​ມະ​ການ.

ບັນ​ດາ​ສະ​ມາ​ຊິກ​ຄະ​ນະ​ກຳ​ມະ​ການ​ຈາກ​ພັກ​ເດ​ໂມ​ແຄ​ຣັດ ໄດ້​ໂຕ້​ແຍ້ງວ່າ “ເຖິງ​ແມ່ນ​ວ່າ ​ການ​ກະ​ທຳຂອງ​ປະ​ທາ​ນາ​ທິ​ບໍ​ດີ ທ​ຣຳ ນັ້ນ ບໍ່​ຈຳ​ເປັນ​ຕ້ອງ​ໄດ້​ສູງ​ເຖິງ​ລະ​ດັບ​ຂອງການ​ລະ​ເມີດ​ທາງອາຍາ​ ກໍ​ຕາມ ເພື່ອ​ທີ່​ຈະ​ເຮັດ​ໃຫ້​ການ​ຟ້ອງ​ຮ້ອງ ນັ້ນ ຍຸ​ຕິ​ທຳ, ແຕ່ການ​ປະ​ພຶດຂອງ​ທ່ານ​ນີ້ ແມ່ນ​ເປັນ​ການກໍ່​ອາ​ຊະ​ຍາ​ກຳ.” ພວກ​ເພິ່ນ ໄດ້​ບັນ​ລະ​ຍາຍ​ເຖິງ​ພຶດ​ຕິ​ກຳ​ຂອງ​ທ່ານ​ທ​ຣຳ ວ່າ “ເປັນທັງການ​ຜິດ​ຕໍ່​ລັດ​ຖະ​ທຳ​ມະ​ນູນ ແລະມີລັກ​ສະ​ນະ​ໃນ​ທາງ​ອາ​ຍາ” ລວມ​ທັງການ​ໃຫ້​ສິນ​ບົນແລະກໍ່​ແຜນການ​ຫຼອກ​ລວງ​ດ້ວຍ​ຂໍ້​ມູນ​ເທັກ​ໂນ​ໂລ​ຈີ. ພວກ​ເພິ່ນ​ໄດ້​ຖົກ​ຖຽງວ່າ ທ່ານ​ປະ​ທາ​ນາ​ທິ​ບໍ​ດີ “ໄດ້ທໍ​ລະ​ຍົດ​ຕໍ່​ປະ​ຊາ​ຊົນ​ຂອງ​ປະ​ເທດ​ນີ້” ແລະ​ຄວນ​ຖືກ​ປົດ​ອອກ​ຈາກ​ຕຳ​ແໜ່ງ.

​ອ່ານ​ຂ່າວນີ້​ຕື່ມ ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG