ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສະຫະລັດ ຍັງ​ຊຸກຍູ້ໃຫ້ມີ ​ກົດ​ການປະພຶດປະຕິບັດ​ ​ຢູ່ທະ​ເລ​ຈີນໃຕ້ (ວີດີໂອ ພາສາລາວ)


US-China Year in Review: Hong Kong to Climate Change
please wait

No media source currently available

0:00 0:03:01 0:00

ເບິ່ງວີດີໂອ ກ່ຽວກັບລາຍງານນີ້.

ສະຫະລັດ ກຳລັງ​ຊຸກຍູ້ໃຫ້ມີ​ກົດ​ການປະພຶດປະຕິບັດ​ ​ເພື່ອ​
ແກ້ໄຂ​ການຂັດແຍ້​ງກ່ຽວ​ກັບເລືື້ອງ​ເຂດ​ນໍ້່າແດນ​ດິນ​ຢູ່ທະ​ເລ​
ຈີນ​ໃຕ້ ​ໃນ​ຂະນະ​ທີ່​ຕົນດຳເນີນງານເພື່ອ​ປັບ​ປຸງຄວາມສຳ
ພັນທາງດ້ານການ​ຄ້າ​ກັບປັກກິ່ງ. ນັກ​ຂ່າວ​ ວີ​ໂອ​ເອ ປະຈຳ
​ກະຊວງ​ຕ່າງປະ​ເທດ Scott Stearns ລາຍ​ງານ​ກ່ຽວ​ກັບ
ນະ​ໂຍບາຍ​ ໃນຮອບປີທີ່ຜ່ານມາ ຂອງສະຫະລັດທີ່ມີ​ຕໍ່​ຈີນ
ນັບແຕ່ ວິ​ກິ​ດການ​ໃນຮົງ​ກົງ ​ໄປ​ຫາ​ ການ​ປ່ຽນ​ແປງ​ດິນ​ຟ້າ​
ອາກາດ ຊຶ່ງ​ ກິ່ງ​ສະຫວັນ ມີເລື້ອງ​ນີ້ ​ມາສະ​ເໜີ​ທ່ານ.

ເບິ່ງວີດີໂອ ພາສາລາວ ກ່ຽວກັບລາຍງານນີ້:

ຫລັງ​ຈາກໄດ້ມີການປະທ້ວງສະໜັບສະໜູນ​ປະຊາທິປະ​ໄຕໃນຮົງ​ກົງ ​ເປັນເວລາກວ່າ​
ສອງ​ເດືອນແລ້ວນັ້ນ ວໍຊິງຕັນ ​ຍັງສືບຕໍ່ຮຽກຮ້ອງ​ໃຫ້​ມີ​ການ​ເຈລະ​ຈາ​ກັນກ່ຽວ​ກັບການ
ຄັດເລືອ​ກ​ເອົາ​ບັນດາ​ຜູ້​ສະມັກ​ເລື​ອກ ຕັ້ງຂອງປັກ​ກິ່ງ. ທ່ານ​ນາງ Sophie Richardson
​ຜູ້ອຳນວຍການ ຮັບຜິດຊອບກ່ຽວກັບເລື້ອງຈີນຂອງກຸ່ມປົກປ້ອງ​ສິດ​ທິ​ມະນຸດ Human
Right Watch ກ່າວວ່າ ຈີນໄດ້​ປະຕິ​ເສດຕໍ່ການ​ແຊກ​ແຊງ​ຈາກ​ພາຍ​ນອກ​ໃດໆກໍຕາມ
​ໃນການ​ປ່ອນ​ບັດຢູ່​ຮົງ​ກົງ​ຊຶ່ງເຮັດ​ໃຫ້​ລັດຖະບານທ່ານ Obama ບໍ່ສາມາດ​ເໜັງ​ຕີງຫຍັງ
ໄດ້ຫລາຍ.

ທ່ານ​ນາງ Sophie Richardson ກ່າວວ່າ “ຂ້າພະ​ເຈົ້າ ຄິດວ່າ ສະຫະລັດຍັງສືບຕໍ່ມີ
ການຂັດແຍ້ງກັນ ກ່ຽວກັບບັນຫາສິດທິທາງດ້ານການເມືອງ ​ແລະ​ປະຊາທິປະ​ໄຕ
​ຢູ່ໃນຮົງ​ກົງ ​ແລະ​ຈີນກໍແມ່ນຢູ່ໃນທ່າທີ ທີ່ ​ໃຫ້ການສະໜັບສະໜຸນ ທີ່ໄດ້​ສະ​ແດງ
​ໃຫ້
ເຫັນ ກ່ຽວກັບບັນຫາ​ເຫຼົ່ານັ້ນ ຢູ່​ໃນ​ເຂດອື່ນໆຂອງ​ໂລກ ​ແລະການມີຄວາມ
ເຫັນຄ້ອງ
ກັນ​ນັ້ນ ຂ້າ​ພະເຈົ້າຄິດ​ວ່າ ​ມັນເປັນເລື້ອງ​ອັນ​ໃຫຍ່​ຫລວງ​ ​ກັບປັກ​ກິ່ງ.

ຢູ່​ທີ່​ທະ​ເລ​ຈີນ​ໃຕ້ ບ່ອນ​ທີ່​ຫວຽດນາມ ກ່າວ​ວ່າ ​ເຮືອ​ຍາມ​ຝັ່ງຈີນ ​ແລ່ນ ຕຳ​ເອົາເຮືອ​ລາດ
ຕະ​ເວນ​ຫວຽດນາມນັ້ນ ທ່ານ Michael Austin ນັກ ວິ​ເຄາະ​ ທີ່ສະ​ຖາ​ບັນ American
Enterprise ກ່າວວ່າ ການດຳເນີນ ຄວາມພະຍາຍາມຂອງສະຫະລັດ ​ເພື່ອ​ສ້າງ​ຕັ້ງ​ກົດ
ການ​ປະພຶດປະຕິບັດ​ ​ໄດ້​ຖືກ​ກີດ​ກັ້ນ​ໂດຍບັນດາ​ຜູ້ນຳ​ຈີນ ທີ່​ຢາກ​ໃຫ້ມີການເຈລະຈາຕົກ
ລົງກັນ​ກັບ​ຄູ່​ກໍລະນີທີ່ມີການຂັດແຍ້ງເລື່ອງ​ເຂດ​ນໍ້າ​ແດນ​ດິນ​ກັບແຕ່ລະປະເທດໆໄປ.

ທ່ານ Michael Austin ກ່າວ​ວ່າ “ມັນ​ເປັນແຜນດຳ​ເນີນ​ການ​ເຈລະຈາ ແບບບໍ່ມີທີ່​
ສີ້​ນສຸດ​ ຄື​ກັນ​ກັບ​ປື້ມ ຂອງ​ເກົາຫລີ​ເໜືອ ຫລື​ບັດ​ນີ້ ປື້​ມຂອງ​ອີ່ຣ່ານ ຫລື​ວ່າປື້ມ​ຄົນ
ໃດ​ຄົນ​ນຶ່ງ ທີ່​ເປັນຜູ້​ບໍ່ຕ້ອງການຢາກໃຫ້ມີກົດ​ເກນ ​ເພື່ອແກ່ຍາວການເຈລະຈາທີ່
ບໍ່ມີຄວາມໝາຍ ແລະບໍ່ມີທີ່ສິ້ນສຸດເຫລົ່ານີ້ຈະບໍ່ເຮັດໃຫ້​ຫຍັບ​ເຂົ້າ​ໃກ້ການຕົກລົງ
ກັນ​ແຕ່
​ຢ່າງ​ໃດ. ​ເບິ່ງດຸ ຖ້າ​ຫາກ ​ຈີນ​ຕ້ອງການປະຕິບັດຕາມກົດ​ປະ​ພຶດປະຕິບັດ
​ເຂົາ​ເຈົ້າ​ກໍພຽງ​ແຕ່ປະຕິ ບັດ​ຕາມເທົ່າ​ນັ້ນ.”

ສະມາຊິກສະພາສູງ Sherrod Brown ກ່າວວ່າ “ສະຫະລັດອາດ​ຈະ ໃຊ້ອິດທິພົນແບບ
ໄດ້ຮັບຜົນຫລາຍຂຶ້ນຕໍ່ຈີນໃນການຕໍ່ລອງ ໂດຍນຳ ໃຊ້ທ່າທີຂອງຕົນ ໃນຖານະ​ເປັນຜູ້​ບໍ
​ລິ​ໂພ​ກ​ທີ່ໃຫຍ່​ສຸດ​ໃນ​ໂລກ.

ສະມາຊິກ​ສະພາ​ສູງ​ Sherrod Brown ກ່າວວ່າ “​ເຂົາ​ເຈົ້າ​ຕ້ອງການ​ເຂົ້າ​ມາ​ຫາ​ຕະ
ຫລາດ​ຂອງ​ພວກ​ເຮົາ ​ເທັກ​ໂນ​ໂລ​ຈີ​ຂອງ​ພວກ​ເຮົາ​ ມະ ຫາ​ວິທະຍາ​ໄລຕ່າງໆ​ຂອງ​
ພວກ​ເຮົາ. ນໍ້າ ໜັກ​ຂອງ​ລັດຖະບານສະຫະລັດ ​ແລະ​ບັນດາ​ຜູ້​ບໍລິ​ໂພ​ກຂອງ​ພວກ​
ເຮົາ ສາມາດນຳໃຊ້​ໄດ້ ຖ້າ​ຫາກ​ເຮົາ​ເລືອກ​ເອົາ ​ເພື່ອ​ບັນລຸ​ການ​ປ່ຽນ​ແປງ​ທີ່​ແທ້​
ຈິງ​ໃນ​ຈີນ.”

ເຖິງ​ຢ່າງ​ໃດ​ກໍ​ດີ ທ່ານ Brown ເຫັນ​ວ່າ ມີຄວາມ​ສົນ​ໃຈທີ່ໜ້ອຍລົງ ຢູ່​ໃນວໍ​ຊິງ​ຕັນ ກ່ຽວ​
ກັບການ​ພົວພັນ​ກັບຈີນ.​

ສະມາຊິກ​ສະພາ​ສູງ​ Sherrod Brown ກ່າວຕື່ມວ່າ “ຂ້າພະ​ເຈົ້າ​ຄິດ ວ່າ ​ເສດຖະກິດ
​ຂອງ​ພວກ​ເຮົ​າໄດ້​ເປັນດັ່ງວ່າ ແລະການແບ່ງພັກຝ່າຍ ໄດ້​ເຮັດ​ໃຫ້ເກີດການແບ່ງ​
ແຍກກັນ ທີ່​ຈີນ​ບໍ່​ຕ້ອງການຄວາມ​ສົນ​ໃຈ​ຂອງ​ພວກເຮົາ ຄື​ດັ່ງ​ຕາ​ເວັນ​ອອກ
​ກາງ​ນັ້ນ.”

ນັກວິ​ເຄາະ ​ຈາກສະ​ຖາ​ບັນ Cato ທ່ານ Justin Logan ກ່າວ​ວ່່າ ​ ສ່ວນ​ນຶ່ງ​ກໍ​ເພາະວ່່າ
ບັນຫາເອ​ເຊຍ​ຢູ່ວໍ​ຊິງ​ຕັນໄດ້ຖືກກົບເກື່ອນໂດຍສະ​ຖານະ​ການໃນພາກຕາ​ເວັນ​ອອກ​ກາງ.

ທ່ານ Logan ກ່າວ​ວ່າ “ຖືກຕ້ອງ ພັນທະ​ມິດໃນເຂດ​ເອ​ເຊຍ​ຕາ​ເວັນອອກຄວນປູກ
ຝັງແນວຄິດທີ່ມີຄວາມ​ສຳຄັນ​ທີ່​ຈະ​ຕ້ອງ​ປະຕິ​ບັດ. ​ແລະເຂົາ​ເຈົ້າ ພຽງ​ແຕ່​ເຮັດ ບໍ່​
ວ່າດ້ວຍ​ເຫດ​ຜົນ​ອັນໃດ ຍັງບໍ່​ເປັນ​ທີ່ແຈ່ມ​ແຈ້ງ​ແກ່​ຂ້າພະ​ເຈົ້າ​ທັງ​ໝົດ ຍັງບໍ່​ໄດ້​ສຳ​
ເລັດ ໃນການເປັນແຮງຖ່ວງ​ຕໍ່ບັນດາປະ​ເທດໃນເຂດອ່າວເປີເຊຍແລະຕໍ່ອິສຣາ​
ແອ​ລໃນຂອບເຂດທີ່ຫລຸດລົງ ມາ ​ແລະ​ຄື​ດັ່ງ​ກັບບັນດາ​ຜູ້​ຊ່ຽວຊານ​ເຂດ​ຕາ​ເວັນ​
ອອກ​ກາງຢູ່​ໃນ​ເມຶ​ອງທີ່ເນັ້ນ​ໜັກວ່າ ນີ້​ແມ່ນ​ຄວາ​ມຈິງ​ແລ້ວ ​ເປັນ​ການເພັ່ງເລັງ​ທີ່​
ເໝາະ​ສົມ ໃນ​ຍຸດ​ທະ​ສາດຂອງອາ​ເມຣິກັນ.”

ປະທານາທິບໍດີ Barack Obama ​ແລະປະທານ​ປະ​ເທດ Xi Jinping ​ໃນ​ປີ​ນີ້ ​ໄດ້​ຕົກ
ລົງກັນ ກ່ຽວກັບແຜນການອັນຍິ່ງໃຫຍ່ ທີ່​ຈະ​ຫລຸດການປ່ອຍແກ້ວເຮືອນ​ແກ້ວລົງ. ຢູ່​ໃນ
​ການພົວພັນ​ດັ່ງກ່າວກັບ​ຈີນ ນັ້ນ ທ່ານ Obama ກ່າວ​ວ່າ ທ່ານ​ກຳລັງ​ຊັກ​ຊວນ​ໃຫ້​ປັກ​ກິ່ງ
​ຍຶດໝັ້ນ ໃນ​ກົດ​ລະ​ບຽບດຽວ​ກັນ ​ກັບ​ບັນດາ​ປະ​ເທດ​ອຶ່ນໆ “ບໍ່ວ່າ​ຈະ​ເປັນເລື້ອງ ​ການ​ຄ້າ
ຫລືເລື້ອງທະເລ. ທ່ານກ່າວວ່າ ສະຖຽນລະພາບໃນເຂດເອ ເຊຍ ຕ້ອງອີງຕາມ ບໍ່ແມ່ນ
ເຂດອິດທິພົນ ຫລື ການບີບ​ບັງຄັບຂູ່ເຂັນ “​ແຕ່ອີງຕາມການເປັນ​ພັນ​ທະ​ມິດ ​ໃນດ້ານ
​ຄວາ​ມໝັ້ນຄົງຮ່ວມກັນ.”

ການຂັດແຍ້ງກັນລະຫວ່າງ ສະຫະລັດ ກັບຈີນ ເລື້ອງຮົງກົງ:

US Senator: Hong Kong Should Wait No Longer for Democracy
please wait

No media source currently available

0:00 0:02:26 0:00

The United States is pushing for a code of conduct to resolve territorial disputes in the South China Sea as it works to improve commercial ties with Beijing. VOA State Department correspondent Scott Stearns reports on a year of U.S. policy toward China from Hong Kong to climate change.]]


After more than two months of pro-democracy protests in Hong Kong, Washington continues to call for negotiations over Beijing screening electoral candidates. China is rejecting any outside interference in Hong Kong's vote -- leaving the Obama administration with little room to maneuver, says Human Rights Watch China director Sophie Richardson.

((SOPHIE RICHARDSON, HUMAN RIGHTS WATCH))
"I think the U.S. continues to be quite inconsistent about issues of political rights and democracy in Hong Kong and China relative to the kinds of support that it shows for those issues in other parts of the world. And being consistent, I think, matters enormously with Beijing."

In the South China Sea - where Vietnam says China's Coast Guard rammed its patrols - U.S. efforts to establish a code of conduct have been blocked by Chinese leaders who would rather deal with territorial rivals individually, says Michael Auslin, an analyst with the American Enterprise Institute.

((MICHAEL AUSLIN, AMERICAN ENTERPRISE INSTITUTE))
"It's the perfect ploy to continue endless negotiations -- sort of taking the North Korean book or now the Iranian book or really anyone's book who doesn't actually want to adhere to a code of norms -- to spin out these meaningless and open-ended negotiations which really never get you any closer. Look, if China wanted to adhere to a code of conduct, it simply would do it."

The United States might more effectively influence China by better leveraging its position as the world's largest consumer market, says U.S. Senator Sherrod Brown.

((SHERROD BROWN, US SENATOR))
"They want access to our markets, our technologies, our universities. The heft of the U.S. government and of our consumers can be used, if we choose to, to achieve real change in China."

Brown, however, sees diminishing interest in Washington about engaging China.

((SHERROD BROWN, US SENATOR))
"I think that our economy has been such and the partisanship is so polarizing that China doesn't demand our attention the way the Middle East does."

Cato Institute analyst Justin Logan says that is partly because Asian issues in Washington are drowned out by the Middle East.

((JUSTIN LOGAN, CATO INSTITUTE))
"East Asian allies, right, should be cultivating the idea that this is an important thing to do. And they just, for whatever reason - it's not entirely clear to me, haven't been able to be a successful counterpoise to the Gulf Arab states, to a lesser extent Israel, and the sort of legions of Middle East experts in town who are insisting that this is, in fact, the appropriate focus for American strategy."

Presidents Barack Obama and Xi Jinping this year did agree on an ambitious plan to cut greenhouse gas emissions. In that engagement with China, Mr. Obama said he is encouraging Beijing to adhere to the same rules as other nations "whether in trade or on the seas." He says stability in Asia "must be based not on spheres of influence, or coercion" but on alliances of mutual security. ((Scott Stearns, VOA News at the State Department))

XS
SM
MD
LG