ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້ນຳຮົງກົງ ກ່າວວ່າ ກົດໝາຍຄວາມໝັ້ນຄົງ ທີ່ເປັນບັນຫາຖົກຖຽງ ບໍ່ມີຫຍັງຕ້ອງເປັນຫ່ວງ


ຜູ້ນຳຮົງກົງ ທ່ານແຄຣີ ແລມ
ຜູ້ນຳຮົງກົງ ທ່ານແຄຣີ ແລມ

ຜູ້ນຳຮົງກົງ ທ່ານນາງແຄຣີ ແລມ ກ່າວວ່າ ອິດສະຫຼະພາບຂັ້ນພື້ນຖານຂອງຮົງກົງ ຈະບໍ່ຖືກລ່ວງລະເມີດໂດຍກົດໝາຍຄວາມໝັັ້ນຄົງສະບັບໃໝ່ ຕໍ່ເຂດເຄິ່ງປົກ ຄອງຕົນເອງຮົງກົງ ທີ່ໄດ້ສະເໜີໂດຍປັກກິ່ງນັ້ນ.

ກົດໝາຍທີ່ມີການສະເໜີ ໄດ້ຖືກເປີດເຜິຍໃນອາທິດແລ້ວນີ້ລະຫວ່າງກອງປະຊຸມສະພາ
ປະຊາຊົນແຫ່ງຊາດຂອງຈີນນັ້ນ ຈະຂັດຂວາງ ແລະ ລົງໂທດຕໍ່ການກະທຳ “ແບ່ງແຍກດິນ
ແດນ ໂຄ່ນລົ້ມລັດ”ຖະບານຫຼືກິດຈະກຳຕ່າງໆໃນການກໍ່ການຮ້າຍ.” ທີ່ຂົ່ມຂູ່ຕໍ່ສະຖຽນລະ
ພາບຂອງປະເທດ. ກົດໝາຍນີ້ຍັງອະນຸຍາດໃຫ້ອົງການຮັດສາຄວາມປອດໄພຕ່າງໆຂອງ
ຈີນຕັ້ງພະແນກການຂອງຕົນຂຶ້ນຢູ່ໃນ ຮົງກົງ. ຮ່າງກົດໝາຍນີ້ໄດ້ຖືກປະນາມຢ່າງກວ້າງ
ຂວາງ ໂດຍກຸ່ມທຸລະກິດ ແລະບັນດາ ປະເທດຕາເວັນຕົກວ່າ ເປັນການສິ້ນສຸດລົງຂອງສະຖານະພາບຮົງກົງ ພາຍໃຕ້ “ປະເທດດຽວສອງລະບົບ” ຊຶ່ງແນວຄິດທີ່ໄດ້ສ້າງຂຶ້ນ ຫຼັງ
ຈາກອັງກິດ ໄດ້ໂອນການຄວບຄຸມສູນກາງການເງິນແຫ່ງນີ້ ໃຫ້ແກ່ຈີນ ໃນປີ 1997 ໂດຍ
ສະເພາະ ແລ້ວ ຮ່າງ”ກົດໝາຍທີ່ມີການສະເໜີນີ້ ບໍ່ໄດ້ຜ່ານສະພານິຕິບັນຢັດ ຂອງ
ຮົງກົງ ເລີຍ.

ແຕ່ວ່າທ່ານນາງແລມ ໄດ້ກ່າວຕໍ່ບັນດານັກຂ່າວໃນວັນອັງຄານວານນີ້ວ່າ ນັບຕັ້ງແຕ່ໄດ້ມີ
ການມອບໂອນ “ເວລາໃດທີ່ຜູ້ຄົນມີຄວາມເປັນຫ່ວງ ກ່ຽວກັບອິດສະຫຼະ ພາບໃນການປາກ
ເວົ້າ ອິດສະຫຼະພາບໃນການສະແດງຄວາມຄິດຄວາເຫັນແລະ ໃນການປະທ້ວງນັ້ນ
ຫຼາຍໆຄັ້ງຮົງກົງໄດ້ພິສູດໃຫ້ເຫັນວ່າ ພວກເຮົາໄດ້ຍຶດໝັ້ນ ແລະຮັກສາຄຸນຄ່າເຫຼົ່ານັ້ນ.”

ສູນກາງການເງິນຂອງໂລກແຫ່ງນີ້ໄດ້ມີການປະທ້ວງຕໍ່ຕ້ານລັດຖະບານຄັ້ງໃຫຍ່ ແລະບາງ
ຄັ້ງກໍຮຸນແຮງລະຫວ່າງເຄິ່ງທີສອງຂອງປີ 2019 ຊຶ່ງໃນຂັ້ນຕົ້ນແມ່ນ ເລີ້ມຂຶ້ນໂດຍຮ່າງກົດ
ໝາຍສົ່ງຜູ້ຮ້າຍຂ້າມແດນ ທີ່ເປັນບັນຫາໂຕ້ແຍ້ງ ຊຶ່ງໃນທີ່ ສຸດໄດ້ກາຍເປັນການຮຽກຮ້ອງ
ໃຫ້ມີປະຊາທິປະໄຕຫຼາຍຂຶ້ນ. ຊາວຮົງກົງຫຼາຍໆ ຢ້ານກົວວ່າ ການປົກຄອງຕົນເອງຂອງ
ເຂົາເຈົ້າ ພວມຄ່ອຍໆຖືກບັນທອນລົງແບບຊ້າໆ ໂດຍລັດຖະບານກາງຢູ່ແຜ່ນດິນໃຫຍ່ ທີ່
ໄດ້ຍື່ນມືເຂົ້າມາແຊກແຊງ ຢູ່ໃນກິດຈະການຂອງພວກເຂົາເຈົ້າຫຼາຍຂຶ້ນ.

ການປະທ້ວງໄດ້ຢຸດລົງຫຼັງຈາກການລະບາດຂອງໄວຣັສໂຄໂຣນາທີ່ໄດ້ແຜ່ລາມມາຈາກ
ຈີນແຜ່ນດິນໃຫຍ່ທ້າຍປີກາຍນີ້ເຂົ້າສູ່ຮົງກົງ ແຕ່ການປະທ້ວງໄດ້ເລີ້ມຄືນ ເປັນບາງບ່ອນ
ໃນບໍ່ເທົ່າໃດມື້ຜ່ານມາ ໃນຂະນທີ່ການແຜ່ລະບາດຄ່ອຍໆໝົດໄປ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG