ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ປະ​ຊາ​ທິ​ປະ​ໄຕ ຮົງ​ກົງ ໝາຍ​ຕາ​ໃສ່ ການ​ປະ​ຕິ​ຮູບ ​ທາງ​ການ​ເມືອງ ໃນ​ເຂດ​ຊົນ​ນະ​ບົດ


ນັກ​ກົດ​ໝາຍ ທ່ານ​ແອດ​ດີ ​ຈູ (ກາ​ງ) ທີ່​ນິ​ຍົມ​ປະ​ຊາ​ທິ​ປະ​ໄຕ ​ກ່າວ​ຕໍ່​ພວກ​ທີ່​ສະ​ໜັບ​ສະ​ໜຸນ​ທ່ານ ໃນ​ການ​ປະ​ທ້ວງ​ ໃຫ້​ມີ​ການ​ປະ​ຕິ​ຮູບທີ່​ດິນ, 10 ກັນ​ຍາ 2016.
ນັກ​ກົດ​ໝາຍ ທ່ານ​ແອດ​ດີ ​ຈູ (ກາ​ງ) ທີ່​ນິ​ຍົມ​ປະ​ຊາ​ທິ​ປະ​ໄຕ ​ກ່າວ​ຕໍ່​ພວກ​ທີ່​ສະ​ໜັບ​ສະ​ໜຸນ​ທ່ານ ໃນ​ການ​ປະ​ທ້ວງ​ ໃຫ້​ມີ​ການ​ປະ​ຕິ​ຮູບທີ່​ດິນ, 10 ກັນ​ຍາ 2016.

ພັກ​ຝ່າຍ ທີ່​ສະ​ນັບ​ສະ​ໜູນປະ​ຊາ​ທິ​ປະ​ໄຕ ໃນ​ຮົງ​ກົງ ​ແ​ມ່ນ​ຫວັງ​ທີ່​ຈະ​ແຊກ​ຊຶມ ເຂົ້າ​ໄປ
ສະ​ຖາ​ບັນ​ທີ່​ມີ​ຄວາມ​ຄຸມ​ເຄືອ ແຕ່​ກໍມີ​ອິດ​ທິ​ພົນ​ທີ່​ສຸດ ນັ້ນ​ກໍ​ຄືຄະ​ນະ​ກຳ​ມະ​ການ​ການ​ປົກ
​ຄອງເຂດ​ຊົນ​ນະ​ບົດ ໂດຍ​ທີ່​ມີ​ຜູ້​ລົງ​ສະ​ໝັກ 4 ຄົນ ໃນ​ການ​ເລືອກ​ຕັ້ງ​ ລະ​ດັ​ບ​ໝູ່​ບ້ານ
ໃນຄັ້ງ​ຕໍ່​ໄປ ​ຊຶ່ງ​ໄລ​ຍະ​ຂອງ​ການ​ສະ​ເໜີ​ຊື່​ນັ້ນໄດ້​ສິ້ນ​ ສຸດ​ລົງ​ໃນ​ສັບ​ປະ​ດາ​ແລ້ວ​ນີ້.

ມີຕົວ​ແທນ​ຂ​ອງຊາວ​ບ້ານ​ປະ​ມານ 1,400 ບ່ອນ​ນັ່ງ ທີ່​ຈະ​ຕ້ອງ​ຖືກ​ເລືອກ​ຕັ້ງ ໃນການ
​ປ່ອນ​ບັດ ໃນ​ສອງວັນ​ທ້າຍ​ສັບ​ປະ​ດາ 2 ໃນ​ເດືອນ​ມັງ​ກອນ ທີ່​ຈະ​ຕັດ​ສິນ ເປັນ​ຜູ້​ນຳ​
ຂອງ​ເຂດ​ປົກ​ຄອງ​ໃໝ່, ​ຊຶ່ງ​ເປັນແຫຼມໃນ​ເຂດ​ຊົນ​ນະ​ບົດ ແລະ​ເກາະ​ດອນ​ນ້ອຍໆ​ສິບ
ກວ່າ​ເກາະ ທີ່​ຮວມ​ຕົວ​ເປັນ 86 ເປີ​ເຊັນ ຂອງ​ດິນ​ແດນດັ່ງ​ກ່າວ.

ໃນ​ຂະ​ນະ​ທີ່​ບາງ​ບ່ອນ​ນັ່ງ ແມ່ນ​ເປັນ​ຕົວ​ແທນ​ຂອງ​ບ້ານ​ນ້ອຍໆ ແລະ​ຫ່າງ​ໄກ​ສອກ​ຫຼີກ
ບາງ​ບ່ອນ​ນັ່ງ ​ແມ່ນ​ຖື​ອຳ​ນາດ​ທີ່​ສຳ​ຄັນ ທີ່​ເປັນ​ທີ່​ໝາຍ​ຕາ​ໂດຍ​ນັກ​ພັດ​ທະ​ນາ ແລະ​ລັດ​
ຖະ​ບານ ທີ່​ພົບ​ປະ​ກັນ ຍ້ອນ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ຂອງ​ການ​ສ້າງ​ບ້ານ​ເຮືອນ ໃນ
​ນຶ່ງ​ຂອງຮົງ​ກົງ ທີ່​ມີ​ບັນ​ຫາ​ກົດ​ດັນ​ທາງ​ສັງ​ຄົມ​ນັ້ນ.

ນັກກົດໝາຍ ທ່ານແອດດີ ຈູ ທີ່ນິຍົມປະຊາທິປະໄຕ ຜູ້ຊຶ່ງຫາກໍຖືກເລືອກ ເຂົ້າຮັບສາບານຕົວ ເປັນສະມາຊິກສະພານິຕິບັນຍັດ ຂອງຮົງກົງ, 12 ຕຸລາ 2016.
ນັກກົດໝາຍ ທ່ານແອດດີ ຈູ ທີ່ນິຍົມປະຊາທິປະໄຕ ຜູ້ຊຶ່ງຫາກໍຖືກເລືອກ ເຂົ້າຮັບສາບານຕົວ ເປັນສະມາຊິກສະພານິຕິບັນຍັດ ຂອງຮົງກົງ, 12 ຕຸລາ 2016.

ຕົວ​ແທນ​ຍັງ​ໄດ້​ປະ​ກອບ​ສ່ວນ​ເຂົ້າ​ໃນ​ພື້ນ​ຖານ ຂອງ​ການ​ມີລະ​ບົບ​ອຳ​ນາດ​ທີ່​ຍິ່ງ
​ໃຫຍ່ກວ່າໃນ​ຕອນ​ທີ່​ພວກ​ເຂົາ​ເຈົ້າ​ເຂົ້າ​ນັ່ງ​ໃນ​ສະ​ພາ​ຄະ​ນະ​ກຳ​ມະ​ການ​ທີ່ພົວ​ພັນ​ກັບ
​ເຂດ​ຊົນ​ນະ​ບົດນັ້ນ. ປະ​ທານ​ຂອງ​ສະ​ພາ​ດັ່ງ​ກ່າວ ຈະ​ໄດ້​ບ່ອນ​ນັ່ງ ໃນ Heung Yee
Kuk, ຊຶ່ງ​ແມ່ນ​ສະ​ພາ ທີ່​ປຶກ​ສາ ທີ່​ເກົ່າ​ແກ່​ມາ​ເປັນ​ສັດ​ຕະ​ວັດ​ແລ້ວ​ນັ້ນ ທີ່​ມີ​ຫູກັບ​ພວກ​
ຜູ້​ນຳ​ລະ​ດັບ​ສູງ​ຂອງ​ຮົງ​ກົງ​.

ໃນ​ຂະ​ນະ​ທີ່​ຈຳ​ນວນ​ແມ່ນ​ໜ້ອຍ ນັກ​ກົດ​ໝາຍ ທ່ານ​ແອດ​ດີ ​ຈູ ທີ່​ນິ​ຍົມ​ປະ​ຊາ​ທິ​ປະ​ໄຕ
ທີ່​ເປັນ​ຕົວ​ແທນ​ຂົງ​ເຂດ​ໃໝ່ ​ທາງ​ພາກ​ຕາ​ເວັນ​ຕົກ ໃນ​ສະ​ພານິ​ຕິ​ບັນ​ຍັດ ຂອງ​ເມືອງ
ກ່າວ​ວ່າ ມັນ​ເປັນ​ບາດ​ກ້າວ​ທຳ​ອິດໃນ​ການ​ປ່ຽນ​ແປ​ງລະ​ບົບທີ່ເຂົ້າ​ໄປ​ພົວ​ພັນ​ຢູ່​ເລື້ອຍໆ
ກັບບັນ​ດາ​ບໍ​ລິ​ສັດ ແລະ​ພວກ​ຍາດ​ແຍ່ງທີ່​ດິນ ໃນ​ສື່ມວນຊົນ ​ທ້ອງ​ຖິ່ນ ຫຼາຍກວ່າ ເປັນ​
ພວກຮາກ​ຫຍ້າ​ເພື່ອ​ປະ​ຊາ​ທິ​ປະ​ໄຕ​ນັ້ນ.

ອ່ານ​ຂ່າວ​ນີ້​ເພີ້ມ​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG