ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເຈົ້າຂອງທຸລະກິດສື່ມວນຊົນ ແລະ ຜູ້ສະໜັບສະໜຸນປະຊາທິປະໄຕ ໃນຮົງກົງ ຖືກຈັບ


ທ່ານ Jimmy Lai ເຈົ້າຂອງທຸລະກິດສື່ມວນຊົນ ແລະ ຜູ້ສະໜັບສະໜູນປະຊາທິປະໄຕ ຊີ້ໄປໃສ່ກອງໜັງສືພິມ Apple Daily ສະບັບອອກໃນວັນທີ 1 ກໍລະກົດຢູ່ໃນການໃຫ້ສໍາພາດໃນຮົງກົງ ເມື່ອວັນທີ 1 ກໍລະກົດ, 2020
ທ່ານ Jimmy Lai ເຈົ້າຂອງທຸລະກິດສື່ມວນຊົນ ແລະ ຜູ້ສະໜັບສະໜູນປະຊາທິປະໄຕ ຊີ້ໄປໃສ່ກອງໜັງສືພິມ Apple Daily ສະບັບອອກໃນວັນທີ 1 ກໍລະກົດຢູ່ໃນການໃຫ້ສໍາພາດໃນຮົງກົງ ເມື່ອວັນທີ 1 ກໍລະກົດ, 2020

ເຈົ້າຂອງທຸລະກິດສື່ມວນຊົນ ແລະ ຜູ້ສະໜັບສະໜູນປະຊາທິປະໄຕຢ່າງບໍ່ຢຸດຢັ້ງຂອງຮົງກົງ ທ່ານ ຈິມມີ ໄລ ແມ່ນນຶ່ງໃນເຈັດຄົນທີ່ຖືກຈັບກຸມໃນວັນຈັນມື້ນີ້ ໃນຂໍ້ກ່າວຫາ ກ່ຽວກັບ ການລະເມີດກົດໝາຍຄວາມປອດໄພແຫ່ງຊາດໃໝ່ ທີ່ຖືກກຳນົດໂດຍ ຈີນ.

ໜັງສືພິມ Apple Daily, ເຊິ່ງຖືກຕີພິມໂດຍບໍລິສັດ Next Digital ຂອງທ່ານ ຈິມມີ ໄລ, ໄດ້ກ່າວວ່າ ທ່ານ ໄລ ທີ່ມີອາຍຸ 72 ປີຖືກນຳພາຕົວອອກຈາກບ້ານ ຂອງລາວໃນການສົງໄສ ກ່ຽວກັບ ການສົມຮູ້ຮ່ວມຄິດກັບຕ່າງປະເທດ. ໜັງສື ພິມດັ່ງກ່າວຍັງໄດ້ເວົ້າວ່າ ລູກຊາຍຂອງທ່ານ ໄລ ຢ່າງໜ້ອຍຄົນນຶ່ງ ກໍຖືກຈັບ ກຸມເຊັ່ນກັນ. ຕຳຫຼວດ ຮົງກົງ ໄດ້ກ່າວວ່າ ຜູ້ຊາຍ 7 ຄົນທີ່ວ່ານັ້ນ ມີອາຍຸລະ ຫວ່າງ 39 ແລະ 72 ປີ, ແຕ່ບໍ່ໄດ້ລະບຸຕົວຜູ້ຊາຍດັ່ງກ່າວ.

ຫຼາຍຊົ່ວໂມງຫຼັງຈາກການຈັບກຸມທ່ານ ໄລ, ຕຳຫຼວດຫຼາຍກວ່າ 100 ຄົນໄດ້ ບຸກກວດຄົ້ນຫ້ອງການໃຫຍ່ຂອງບໍລິສັດ Next Digital ຂອງທ່ານ ໄລ. ໜັງສື ພິມໄດ້ເຜີຍແຜ່ວິດີໂດການບຸກກວດຄົ້ນສົດຜ່ານທາງເວັບໄຊ້ຂອງເຂົາເຈົ້າ, ສະ ແດງໃຫ້ເຫັນບັນດາເຈົ້າໜ້າທີ່ເຂົ້າໄປໃນຫ້ອງຂ່າວ ໃນຂະນະທີ່ເຂົາເຈົ້າຄົ້ນແຟ້ມ ຂໍ້ມູນຕ່າງໆຂອງພວກນັກຂ່າວ. ໜັງສືພິມນັ້ນໄດ້ກ່າວວ່າ ທ່ານ ໄລ ໄດ້ເປັນຜູ້ ນຳພາ ຜ່ານຫ້ອງຂ່າວ ດ້ວຍກະແຈມື ໃນລະຫວ່າງການບຸກກວດຄົ້ນນັ້ນ.

ເວລາທີ່ນັກຂ່າວ Apple Daily ຖາມທ່ານ ກ່ຽວກັບວ່າ ລາວຮູ້ສຶກແນວໃດກັບ ການຈັບກຸມນັ້ນ,​ ທ່ານ ໄລ ໄດ້ກ່າວວ່າ “ຂ້ອຍຄວນຄິດຫຍັງ ກ່ຽວກັບ ມັນ?

ທ່ານ ໄລ ແມ່ນບຸກຄົນທີ່ມີຊື່ສຽງທີ່ໄດ້ເປັນເປົ້າໝາຍຂອງກົດໝາຍໃໝ່ ນັບຕັ້ງ ແຕ່ມັນໄດ້ຖືກບັງຄັບໃຊ້ໃນເດືອນກໍລະກົດທີ່ຜ່ານມາ. ພາຍໃຕ້ກົດໝາຍຄວາມ ປອດໄພໃໝ່ນີ້, ທຸກຄົນໃນ ຮົງກົງ ທີ່ຖືກເຊື່ອວ່າ ໄດ້ດຳເນີນການກໍ່ການຮ້າຍ, ສະໜັບສະໜູນການແບ່ງແຍກ, ໂຄ່ນລົ້ມອຳນາດລັດຖະບານ ຫຼື ສົມຮູ້ຮ່ວມຄິດ ກັບກຳລັງຕ່າງປະເທດຈະສາມາດຖືກດຳເນີນຄະດີ ແລະ ປະເຊີນກັບການຂັງ ຄຸກຕະຫຼອດຊີວິດຖ້າຖືກຕິດສິນວ່າມີຄວາມຜິດ. ນັກເຄື່ອນໄຫວໜຸ່ມສີ່ຄົນອາຍຸ ລະຫວ່າງ​ 16 ແລະ 21 ປີ ຜູ້ທີ່ເປັນສະມາຊິກຂອງກຸ່ມສະໜັບສະໜູນເອກະ ລາດ ທີ່ຖືກແຍກຍ້າຍນັ້ນ ໄດ້ຖືກຈັບກຸມເກືອບສອງອາທິດທີ່ຜ່ານມາ ໃນຂໍ້ກ່າວ ຫາສະໜັບສະໜູນການແບ່ງແຍກດິນແດນ.

ທ່ານ ໄລ ແມ່ນໄດ້ປະເຊີນກັບອັນຕະລາຍທາງດ້ານກົດໝາຍຢູ່ແລ້ວ ສຳລັບ ການເຄື່ອນໄຫວສະໜັບສະໜູນປະຊາທິປະໄຕຂອງລາວ. ລາວແມ່ນນຶ່ງ ໃນ ນັກເຄື່ອນໄຫວ 15 ຄົນທີ່ຖືກຈັບກຸມໃນຕົ້ນປີນີ້ ແລະ ຖືກຂໍ້ກ່າວຫາ 7 ກະທົງ,​ລວມມີ ການຈັດ ແລະ ເຂົ້າຮ່ວມການຊຸມນຸມທີ່ບໍ່ໄດ້ຮັບອະນຸຍາດ ແລະ ການ ປຸກລະດົມຄົນອື່ນໃຫ້ເຂົ້າຮ່ວມໃນການຊຸມນຸມທີ່ບໍ່ໄດ້ຮັບອະນຸຍາດ. ລາວ ກັບ ນັກເຄື່ອນໄຫວ ອີກ 3 ຄົນຍັງໄດ້ປະເຊີນການຂໍ້ກ່າວຫາ ສຳລັບ “ການປຸກລະ ດົມ” ປະຊາຊົນ ໃຫ້ເຂົ້າຮ່ວມໃນການຊຸມນຸມທີ່ບໍ່ໄດ້ຮັບອະນຸຍາດ ໃນເດືອນມິຖຸ ນາທີ່ຜ່ານມາ ເພື່ອ ລະນຶກເຖິງການປາບປາມນອງເລືອດໃນປີ 1989 ຕໍ່ນັກສຶກ ສາທີ່ສະໜັບສະໜູນປະຊາທິປະໄຕຢູ່ຈະຕຸລັດ ຖຽນອັ່ນເໝິນ ຂອງ ປັກກິ່ງ.

ທ່ານ ໄລ ຍັງໄດ້ຖືກຕຳໜິວິຈານ ໃນ ປັກກິ່ງ ຫຼັງຈາກການພົບປະກັບຮອງປະ ທານາທິບໍດີ ສະຫະລັດ ທ່ານ ໄມຄ໌ ເພັນສ໌ ແລະ ລັດຖະມົນຕີການຕ່າງປະ ເທດ ທ່ານ ໄມຄ໌ ພອມພຽງ ໃນນະຄອນຫຼວງ ວໍຊິງຕັນ ເມື່ອເດືອນກໍລະກົດ ຂອງປີກາຍນີ້ເພື່ອປຶກສາຫາລື ກ່ຽວກັບ ວິກິດການດ້ານການເມືອງຂອງ ຮົງກົງ. ກະຊວງການຕ່າງປະເທດ ຈີນ ໄດ້ປະນາມການປະຊຸມນັ້ນວ່າເປັນ “ການແຊກ ແຊງຂອງກຳລັງຕ່າງປະເທດ.”

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG