ຕຳຫລວດປາບຈະລາຈົນໃນຮົງກົງ ໄດ້ໃຊ້ສະເປໝາກເພັດ ແລະ
ໄມ້ຄ້ອນ ໃນການປະທະກັນ ໃນວັນເສົາມື້ນີ້ ກັບພວກປະທ້ວງ
ສະໜັບສະໜູນປະຊາທິປະໄຕ ທີ່ປ້ອງກັນໂຕເຂົາເຈົ້າດ້ວຍຄັນ
ຮົ່ມ ໃນຂະນະທີ່ພວກປະທ້ວງຍັງພາກັນສືບຕໍ່ຕັ້ງຄ້າຍ ຢູ່ໃນ
ເຂດຄຸ້ມ Mong Kok.
ເຈົ້າໜ້າທີ່ ກ່າວວ່າ 26 ຄົນໄດ້ຖືກຈັບ ແລະຕຳຫລວດ 15 ຄົນ
ໄດ້ຮັບບາດເຈັບ ໃນການປະທະກັນ ເມື່ອຕອນເຊົ້າມືດມື້ນີ້.
ທ່ານ Andy Tsang ຫົວໜ້າຕຳຫລວດ ຮົງກົງ ກ່າວວ່າ :
“ຕຳຫລວດປະນາມຢ່າງແຮງ ພວກທີ່ເຂົ້າຮ່ວມການເຕົ້າໂຮມທີ່ຜິດກົດໝາຍນີ້
ບຸກຜ່າການປິດລ້ອມຂອງຕຳຫລວດ ແລະເຂົ້າໄປຄອບຄອງຢູ່ຢ່າງຜິດກົດໝາຍ
ຕາມຖະໜົນສາຍສຳຄັນ ໃນຍ່ານ Mong Kok ໃນຕອນເຊົ້າມື້ນີ້ ແລະຄືນວານ
ນີ້. ການປະພຶດດັ່ງກ່າວ ບໍ່ແມ່ນການປະພຶດແບບສະງົບ ຫລືວ່າ ບໍ່ຮຸນແຮງ. ມັນ
ເປັນການບ່ອນທຳລາຍຢ່າງຮ້າຍແຮງ ຕໍ່ຄວາມເປັນລະບຽບຮຽບຮ້ອຍຂອງສາ
ລາລະນະຊົນ ແລະເປັນອັນຕະລາຍຕໍ່ຄວາມປອດໄພຂອງສາທາລະນະຊົນ”
ຕຳຫລວດຮົງກົງໄດ້ໃຊ້ສະເປໝາກເພັດ ແລະໄມ້ຄ້ອນ ກັບພວກປະທ້ວງ ທີ່ພະຍາຍາມ
ຈະເຂົ້າໄປຄອບຄອງຍ່ານການຄ້າ Mong Kok ຄືນ.
ໃນລະຫວ່າງການບຸກເຂົ້າເຂົ້າໄລ່ພວກປະທ້ວງ ໃນຕອນເຊົ້າມືດນັ້ນ ຕຳຫລວດຫລາຍ
ຮ້ອຍຄົນ ໄດ້ມ້າງເພສິ່ງກີດຂວງຕ່າງໆ ຕະຫລອດທັງຜາມ ແລະຕູບທີ່ກີດຂວາງຖະໜົນ
ສາຍຕ່າງໆ ໃນເຂດການຄ້າ Mong Kok.
ຫົວໜ້າບໍລິຫານ ຮົງກົງ ທ່ານ Leung Chun-ying ໄດ້ກ່າວວ່າ ທ່ານກຳລັງຊອກຫາ
ຊ່ອງທາງ ຮຶ້ຟື້ນການເຈລະຈາກັບບັນດາຜູ້ນຳປະທ້ວງ ທີ່ໄດ້ຢຸດສະງັກ ລົງໃນຕົ້ນເດືອນ
ນີ້ ຫລັງຈາກລັດຖະບານໄດ້ຖອນໂຕອອກ.
Hong Kong riot police using pepper spray and batons clashed Saturday with dozens of pro-democracy protesters shielding themselves with umbrellas as the protesters continued to occupy a camp in the city's Mong Kok district.
Officials say 26 people were arrested and 15 police were injured in the early morning scuffle.
Andy Tsang - Hong Kong Police Commissioner:
"Police strongly condemn those who participated in the unlawful assembly, charged police cordon and illegally occupied major thoroughfares in Mong Kok earlier this morning and last night. Such behaviors are neither peaceful nor non-violent. They seriously undermined public order and seriously jeopardized public safety.
Hong Kong law enforcement used pepper spray and batons on throngs of protestors who were attempting to reclaim areas in the Mong Kok district.
During a pre-dawn raid a day earlier, hundreds of police tore down barricades, tents and canopies that had blocked city streets in the Mong Kok district for more than two weeks
Hong Kong Chief Executive Leung Chun-ying said he was looking for ways to resume talks with protest leaders that stalled earlier this month after the government backed out.