ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ອົງການສື່ມວນຊົນ ໃນຮົງກົງ ປະກາດປິດກິດຈະການ ທ່າມກາງການປາບປາມ ຕໍ່​ຜູ້​ທີ່​ບໍ່​ເຫັນ​ພ້ອມ​ນຳ


ພວກເຈົ້າໜ້າທີ່ຕຳຫຼວດ ແມ່ນຢູ່ດ້ານນອກຕຶກ ຂອງສຳນັກງານອົງການຂ່າວ 'Stand News', ໃນຮົງກົງ, ວັນທີ 29 ທັນວາ 2021.
ພວກເຈົ້າໜ້າທີ່ຕຳຫຼວດ ແມ່ນຢູ່ດ້ານນອກຕຶກ ຂອງສຳນັກງານອົງການຂ່າວ 'Stand News', ໃນຮົງກົງ, ວັນທີ 29 ທັນວາ 2021.

ເວັບໄຊອົງການຂ່າວຂອງຮົງກົງ ກ່າວວ່າ ຕົນໄດ້ຍຸຕິດຳເນີນງານທ່າມກາງການຫລຸດນ້ອຍຖອຍລົງຂອງເສລີພາບດ້ານການຂ່າວ ຫຼາຍວັນຫຼັງຈາກຕຳຫຼວດໄດ້ບຸກເຂົ້າກວດຄົ້ນອົງການຂ່າວ ທີ່ສະໜັບສະໜຸນປະຊາທິປະໄຕອີກແຫ່ງນຶ່ງແລະໄດ້ຈັບກຸມ 7 ຄົນໃນຂໍ້ຫາ​ຂັດ​ຂືນ​ອຳ​ນາດ​ການ​ປົກ​ຄອງ ອີງຕາມລາຍງານຂອງອົງການຂ່າວ ເອພີ. ອົງການຂ່າວທີ່ມີຊື່ວ່າ Citizen News ໄດ້ປະກາດການຕັດສິນໃຈຂອງຕົນລົງໃນເຟສບຸກ (Facebook) ໃນວັນອາທິດວານນີ້. ຕົນໄດ້ກ່າວວ່າ ຕົນຈະຍຸຕິການໃຫ້ລາຍລະອຽດຫລ້າສຸດ ໃນເວັບໄຊຂອງຕົນ ໃນວັນທີ 4 ມັງກອນ ແລະຕົນຈະປິດກິດຈະການຫຼັງຈາກນັ້ນ.

ເວັບໄຊດັ່ງກ່າວ ເວົ້າວ່າ ການຊຸດໂຊມລົງຂອງສະພາບແວດລ້ອມດ້ານສື່ມວນຊົນໄດ້ກີດຂວາງບໍ່ໃຫ້ຕົນສາມາດບັນລຸອຸດົມຄະຕິໄດ້ ໂດຍປາດສະຈາກຄວາມກັງວົນ. ບັນດາເຈົ້າໜ້າທີ່ໄດ້ເຄື່ອນໄຫວ ເພື່ອປິດປາກຜູ້ທີ່ມີເຫັນຕ່າງໃນເມືອງ ເຄິ່ງປົກຄອງຕົນເອງ ຊຶ່ງໃນຄັ້ງນຶ່ງເຄີຍທີ່ຮູ້ຈັກກັນເປັນສູນກາງຂອງສື່ມວນຊົນທີ່ມີຊີວິດຊີວາແຫ່ງນຶ່ງແລະຫຼັງຈາກທີ່ປັກກິ່ງໄດ້ຈັດຕັ້ງປະຕິບັດກົດໝາຍຄວາມໝັ້ນຄົງແຫ່ງຊາດຢ່າງກວ້າງຂວາງ ພາຍຫຼັງຈາກມີການປະທ້ວງເພື່ອປະຊາທິປະໄຕຂະໜາດໃຫຍ່ໃນປີ 2019.

ທ່ານແພດທຣິກຄ໌ ແລມ (Patrick Lam), ຢູ່ກາງ, ບັນນາທິການຂອງອົງການຂ່າວ Stand News, ພວມຖືກຄວບຄຸມໂຕຂຶ້ນລົດຕູ້ໂດຍເຈົ້າໜ້າທີ່ຕຳຫຼວດ ຫຼັງຈາກທີ່ພວກເຂົາໄດ້ຄົ້ນຫາຫຼັກຖານຢູ່ຫ້ອງການຂອງທ່ານໃນຮົງກົງ.
ທ່ານແພດທຣິກຄ໌ ແລມ (Patrick Lam), ຢູ່ກາງ, ບັນນາທິການຂອງອົງການຂ່າວ Stand News, ພວມຖືກຄວບຄຸມໂຕຂຶ້ນລົດຕູ້ໂດຍເຈົ້າໜ້າທີ່ຕຳຫຼວດ ຫຼັງຈາກທີ່ພວກເຂົາໄດ້ຄົ້ນຫາຫຼັກຖານຢູ່ຫ້ອງການຂອງທ່ານໃນຮົງກົງ.

A Hong Kong online news site says it would cease operations in light of deteriorating press freedoms, days after police raided and arrested seven people for sedition at a separate pro-democracy news outlet. Citizen News announced its decision in a Facebook post Sunday. It said it would stop updating its site on Jan. 4, and it would be shuttered after that. The site says the deterioration of the media environment has prevented it from achieving its ideals without worry. Authorities have moved to silence dissent in the semi-autonomous city, once known as a hub for vibrant media outlets, after Beijing implemented a sweeping national security law following massive pro-democracy protests in 2019.

XS
SM
MD
LG