ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້​ນຳ​ຮົງ​ກົງ ກ່າວ​ວ່າ ໄຊ​ຊະ​ນະ ໃນ​ການ​ເລືອກ​ຕັ້ງ ຂອງ​ກຸ່ມ​ຝ່າຍ​ຄ້ານ ສະ​ແດງ​ໃຫ້​ເຫັນ ​ຄວາມບໍ່​ພໍ​ໃຈ ກັບ​ລັດ​ຖະ​ບານ


ຜູ້​ບໍ​ລິ​ຫານ​ໃຫຍ່​ຂອງ​ຮົງ​ກົງ ທ່ານ​ນາງ ແຄ​ຣີ ແລມ ກ່າວ​ໃນ ກອງ​ປະ​ຊຸມຖະ​ແຫລງຂ່າວ ໃນ​ຮົງ​ກົງ, ວັນ​ອັງ​ຄານ ທີ 26 ພະ​ຈິກ 2019. (AP Photo/Vincent Yu)
ຜູ້​ບໍ​ລິ​ຫານ​ໃຫຍ່​ຂອງ​ຮົງ​ກົງ ທ່ານ​ນາງ ແຄ​ຣີ ແລມ ກ່າວ​ໃນ ກອງ​ປະ​ຊຸມຖະ​ແຫລງຂ່າວ ໃນ​ຮົງ​ກົງ, ວັນ​ອັງ​ຄານ ທີ 26 ພະ​ຈິກ 2019. (AP Photo/Vincent Yu)

ຜູ້​ນຳ​ຮົງ​ກົງ ທ່ານ​ນາງ ແຄ​ຣີ ແລມ ໄດ້​ກ່າວ​ໃນ​ວັນ​ອັງ​ຄານມື້ນີ້ ວ່າ ຜົນ​ຂອງ​ການ​ເລືອກ​ຕັ້ງ​ຂັ້ນ​ທ້ອງ​ຖິ່ນ ​ຊຶ່ງ​ບັນດາ​ຜູ້​ສະ​ໝັກ​ຈາກ​ພັກ​ຝ່າຍ​ຄ້ານ ຊະ​ນະ​ເກືອບ 90 ເປີ​ເຊັນ ຂອງ​ການ​ແຂ່ງ​ຂັນ​ເອົາທີ່​ນັ່ງສະ​ພານັ້ນ ອາດ​ເປັນ​ການ​ສະ​ທ້ອນ​ໃຫ້​ເຫັນ​ເຖິງ​ຄວາມບໍ່​ພໍ​ອົກ​ພໍ​ໃຈ ນຳ​ຄະ​ນະ​ລັດ​ຖະ​ບານ​ຂອງ​ທ່ານ​ນາງ ແລະ​ການຮັບ​ມື​ກັບ​ການ​ປະ​ທ້ວງເພື່ອ​ປະ​ຊາ​ທິ​ປະ​ໄຕ​ຂອງ​ລັດ​ຖະ​ບານ.

ທ່ານ​ນາງ​ແລມ ໄດ້​ກ່າວ​ວ່າ ​ພວກປ່ອນ​ບັດ​ອອກ​ສຽງ​ທັງຫຼາຍ ໄດ້​ສ​ະ​ແດງ​ອອກ​ເຖິງ​ທັດ​ສະ​ນະ​ຂອງ​ພວກ​ເຂົາ​ເຈົ້າ ​ໃນ​ເລື້ອງ “ການ​ຂາດ​ປະ​ສິດ​ທິ​ພາບ​ໃນ​ການ​ປົກ​ຄອງ” ແລະ​ໄດ້​ກ່າວ​ຢ້ຳ​ການ​ຮຽກ​ຮ້ອງ​ຂອງ​ທ່ານ​ນາງ ໃຫ້​ຍຸ​ຕິ​ຄວາມ​ຮຸນ​ແຮງ​ໃນ​ການ​ເດີນ​ຂະ​ບວນ​ປະ​ທ້ວງ. ທ່ານ​ນາງ​ຍັງ​ໄດ້​ກ່າວ​ຊ້ຳ​ຄືນ ເຖິງຄຳ​ໝາຍ​ໝັ້ນ​ທີ່​ຈະ​ດຳ​ເນີນ​ການ​ປຶກ​ສາ​ຫາ​ລື​ກັບ​ມະ​ຫາ​ຊົນ ເພື່ອ​ແກ້​ໄຂ​ບັນ​ຫາ​ຕ່າງໆທີ່​ຕິດ​ພັນ​ກັບ​ຄວາມບໍ່​ສະ​ຫງົບນັ້ນ ໃນ​ຂະ​ນະ​ດຽວ​ກັນ ທ່ານ​ນາງ​ກໍ​ບໍ່​ໄດ້​ສະ​ເໜີໃຫ້​ການ​ຍິ​ນຍອມ​ທີ່ຊັດ​ເຈນ​ແຕ່​ຢ່າງ​ໃດ​ເລີຍ.

ສ່ວນ​ພວກ​ທີ່​ອອກມ​າ​ໃຊ້​ສິດ​ອອກ​ສຽງ ໃນ​ວັນ​ອາ​ທິດ​ຜ່ານ​ມາ ໄດ້ສະ​ແດງ​ອອກ​ເຖິງ​ການ​ຄັດ​ຄ້ານ​ຕໍ່​ປັກ​ກິ່ງ ແລະ​ຜົນ​ທີ່​ອອກ​ມານັ້ນ ໝາຍ​ເຖິງ ກຸ່ມ​ກ້ອນ​ເພື່ອ​ປະ​ຊາ​ທິ​ປະ​ໄຕ ຈະໄດ້​ຄວບ​ຄຸມ​ສະ​ພາ​ເຂດ ໃນ ​17 ເມືອງ ພາຍ​ໃນ 18 ຫົວ​ເມືອງ ຫຼັງ​ຈາກ​ທີ່ບໍ່​ເຄີຍ​ໄດ້​ຄວບ​ຄຸມ​ສະ​ພາເຂດ​ໃດໆ​ເລີຍ ໃນ​ເມື່ອ​ກ່ອນ.

ກາ​ນ​ເລືອກ​ຕັ້ງ​ໄດ້​ເປັນ​ສັນ​ຍາ​ລັກຂອງ​ຄວາມ​ເສຍ​ຫາຍ​ທີ່​ສຳ​ຄັນ ​ຕໍ່ກຸ່ມກຳ​ລັງ​ທີ່​ສະ​ໜັບ​ສະ​ໜຸນ​ຈີນ​ແຜ່ນ​ດິນ​ໃຫຍ່ ທີ່​ໄດ້​ຄອບ​ງຳ ການ​ເມືອງ​ຂອງ​ຮົງ​ກົງ ແລະ​ເປັນຫຼັກ​ຖານ​ຄັ້ງຫຼ້າ​ສຸດ ຂອງ​ການ​ສະ​ໜັບ​ສະ​ໜຸນ​ຈາກ​ມະ​ຫາ​ຊົນທີ່​ຍັງ​ສືບ​ຕໍ່​ໄປ ສຳ​ລັບ​ຂະ​ບວນ​ການ​ເຄືອນ​ໄຫວ​ເພື່ອ​ປະ​ຊາ​ທິ​ປະ​ໄຕ ທີ່​ແກ່​ຍາວ​ມາ​ໄດ້ 5 ເດືອນນັ້ນ ຊຶ່ງ​ໄດ້​ກາຍ​ເປັນການ​ສູ້​ຊົນ​ທີ່​ຮຸນ​ແຮງ​ຂຶ້ນ​ເລື້ອຍໆ.

ທ້າວ​ຈອດ​ຊູ​ອາ ວ​ອງ ນັກ​ສຶກ​ສາ​ເຄື່ອນ​ໄຫວ​ເພື່ອ​ປະ​ຊາ​ທິ​ປະ​ໄຕ ໄດ້​ກ່າວ​ໃນ​ທວີ​ເຕີ ວ່າ “ຊາວ​ຮົງ​ກົງ ໄດ້​ສົ່ງ​ສຽງ​ອອກ​ມາ ຢ່າງ​ດັງ​ກ້ອງ ແລະ​ຊັດ​ເຈນ. ປະ​ຊາ​ຄົມ​ສາ​ກົນ ຕອງ​ຮັບ​ຮູ້​ໄວ້​ຊະ ເກືອບ​ຮອດ 6 ເດືອນ​ມານີ້ ຄວາມ​ເຫັນ​ຂອງ​ມະ​ຫາ​ຊົນ ແມ່ນບໍ່​ໄດ້​ຕໍ່​ຕ້ານຂະ​ບວນການ​ເຄືອນ​ໄຫວ​ເລີຍ.”

ທ່ານ ເດ​ວິດ ສ​ໄວ​ກ໌ (David Zweig) ສາ​ສະ​ດາ​ຈານ​ກຽດ​ຕິ​ຄຸນ ທີ່​ຄະ​ນະ​ວິ​ທະ​ຍາ​ສາດ ແລະ ເທັກ​ໂນ​ໂລ​ຈີ ມະ​ຫາ​ວິ​ທະ​ຍາ​ໄລ ຮົງ​ກົງ ໄດ້​ກ່າວ​ວ່າ “ນີ້​ແມ່ນ​ໄຊ​ຊະ​ນະ​ຢ່າງ​ຖ້ວມ​ລົ້ນ, ເກີນ​ຄວາມ​ຄາດ​ໝາຍ​ຂອງ​ປະ​ຊາ​ຊົນທັງຫຼາຍ.”

ການ​ລົງ​ຄະ​ແນນ​ສຽງ​ດັ່ງ​ກ່າວ​ຈະ​ບໍ່​ປ່ຽນ​ແປງ​ຄວາມ​ດຸ່ນ​ດ່ຽງ​ຂອງ​ອຳ​ນາດ​ໃນ​ລະ​ບົບ​ການ​ເມືອງ ​ທີ່​ຄ້າຍ​ກັບ​ປະ​ຊາ​ທິ​ປະ​ໄຕ​ຂອງ ຮົງ​ກົງ ຫຼາຍ. ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ປະ​ຈຳ​ເຂດບໍ່​ມີ​ອຳ​ນາດ​ທີ່​ຈະ​ຮັບ​ຜ່ານ​ກົດ​ໝາຍ. ເຂົາ​ເຈົ້າ​ຮັບ​ມື​ສ່ວ​ນ​ໃຫຍ່​ກັບ​ບັນ​ຫາຊຸມ​ຊົນ​ຂະ​ໜາດ​ນ້ອຍ, ເຊັ່ນ​ການ​ຕຳ​ໜິ​ກ່ຽວ​ກັບ​ສຽງ​ວົນ​ແຊວ ແລະ ທີ່​ຕັ້ງ​ຂອງ​ບ່ອນ​ຈອດ​ລົ​ດ​ເມ.

ແນວ​ໃດ​ກໍ​ຕາມ, ການ​ລົງ​ຄ​ະ​ແນນ​ສຽງ​ສະ​ພາ​ປະ​ຈຳ​ເຂດ​ໄດ້​ຖືກ​ພິ​ຈາ​ລະ​ນາ​ດັ່ງ​ກັບ​ຂໍ້​ບົ່ງ​ຊີ້​ທີ່​ໄວ້​ໃຈ​ໄດ້​ທີ່​ສຸດ ກ່ຽວ​ກັບ ຄວາມ​ຄິດ​ຂອງ​ປະ​ຊາ​ຊົນ, ໃນ​ເມື່ອ​ມັນ​ເປັນ​ພຽງ​ການ​ເລືອກ​ຕັ້ງ​ທີ່​ເປັນ​ປະ​ຊາ​ທິ​ປະ​ໄຕ​ພຽງ​ຄັ້ງ​ດຽວ​ໃນ ຮົງ​ກົງ.

ຜູ້​ບໍ​ລິ​ຫານ​ໃຫຍ່ ຮົງ​ກົງ ທີ່​ເປັນ​ມິດ​ກັບ ປັກ​ກິ່ງ ທ່ານ​ນາງ ແຄ​ຣີ ແລມ ໄດ້​ອ​ອກ​ຖະ​ແຫຼງ​ການ​ສະ​ບັບ​ນຶ່ງວ່າ ລັດ​ຖະ​ບານ​ເຄົາ​ລົບ​ຜົນ​ຂອງ​ການ​ເລືອກ​ຕັ້ງ, ແລະ ວ່າ​ເຂົາ​ເຈົ້າ​ຈະ​ຟັງ​ຢ່າງ​ສຸ​ພາບ ​ຕໍ່​ຄວາມ​ຄິດ​ຂອງ​ບັນ​ດາ​ສະ​ມາ​ຊິກ​ຂອງ​ສາ​ທາ​ລະ​ນະ ແລະ ຕອບ​ສະ​ໜອງ​ຕໍ່​ເຂົາ​ເຈົ້າ​ຢ່າງ​ຈິງ​ຈັງ.

ປ​ະ​ຊາ​ຊົນ​ເກືອບ 3 ລ້ານ​ຄົນ​ໄດ້​ລົງ​ຄະ​ແນນ​ສຽງ​ໃນ​ການ​ເລືອກ​ຕັ້ງ, ເຊິ່ງ​ສູງ​ເປັນ​ສະ​ຖິ​ຕິ​ສຳ​ລັບ ຮົງ​ກົງ, ແລະ ຫຼາຍກວ່າ​ສອງ​ເທົ່າ​ຂອງ​ຜູ້ທີ່​ໄດ້​ອອກ​ມາ​ລົງ​ຄະ​ແນນ​ສຽງ​ ໃນ​ການ​ເລືອກ​ຕັ້ງ​ສະ​ພາ​ປະ​ຈຳ​ເຂດ​ໃນ​ຄັ້ງ​ທີ່​ຜ່ານ​ມາ​ເມື່ອ​ປີ 2015.

ອ່ານ​ຂ່າວ​ນີ້​ຕື່ມ ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG