ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້​ນຳ ຮົງ​ກົງ ປະ​ຕິ​ເສດ ການ​ເຈ​ລະ​ຈາ ລາ​ອອກ ​ຈາກ​ຕຳ​ແໜ່ງ ກັບ ປັກ​ກິ່ງ


ຜູ້​ບໍ​ລິ​ຫານ​ໃຫຍ່ເກາະ ຮົງ​ກົງ ທ່ານ​ນາງ ແຄ​ຣີ ແລມ ກ່າວ​ຄຳ​ປາ​ໄສ​ໃນ​ລະ​ຫວ່າງກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ, ຮົງ​ກົງ. 3 ກັນ​ຍາ, 2019.
ຜູ້​ບໍ​ລິ​ຫານ​ໃຫຍ່ເກາະ ຮົງ​ກົງ ທ່ານ​ນາງ ແຄ​ຣີ ແລມ ກ່າວ​ຄຳ​ປາ​ໄສ​ໃນ​ລະ​ຫວ່າງກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ, ຮົງ​ກົງ. 3 ກັນ​ຍາ, 2019.

ຜູ້​ບໍ​ລິ​ຫານ​ໃຫຍ່​ທີ່​ກຳ​ລັງ​ດີ້ນ​ຮົນ​ຕໍ່​ສູ້​ຢູ່​ຂອງ ຮົງ​ກົງ ໄດ້​ປະ​ຕິ​ເສດ​ວ່າ ລາວ​ໄດ້​ປຶກ​ສາ​ຫາ​ລື
ກ່ຽວກັບ ການລາອອກຈາກຕຳແໜ່ງກັບ ບັນດາເຈົ້າໜ້າທີ່ ຈີນ ທ່າມກາງການປະທ້ວງ
ສະໜັບສະໜູນປະຊາທິປະໄຕທີ່ກຳລັງໃຫຍ່ຂຶ້ນ, ເຖິງແມ່ນວ່າຈະໄດ້ມີການໄດ້ຍິນໃນ
ສຽງອັດທີ່ຖືກຮົ່ວໄຫຼອອກມາ ທີ່ເວົ້າວ່າທ່ານນາງຈະລົງຈາກຕຳແໜ່ງ ຖ້າລາວມີທາງ
ເລືອກກໍຕາມ.

ໃນ​ສຽງ​ອັດ​ດັ່ງ​ກ່າວ, ເຊິ່ງ​ໄດ້​ມາ​ໂດຍ​ອົງ​ການ​ຂ່າວ ຣອຍ​ເຕີ ນັ້ນ, ທ່າ​ນ​ນາງ ແລມ ໄດ້​
ກ່າວຕໍ່ກຸ່ມຂອງບັນດາຜູ້ນຳທຸລະກິດເມື່ອອາທິດແລ້ວນີ້ວ່າ ທ່ານນາງໄດ້ເປັນສາເຫດ
“ຂອງຄວາມຫາຍະນະຄັ້ງໃຫຍ່” ເມື່ອລາວໄດ້ນຳສະເໜີຮ່າງກົດໝາຍສົ່ງຜູ້ຮ້າຍຂ້າມ
ແດນທີ່ເປັນບັນຫານັ້ນ ທີ່ໄດ້ກໍ່ໃຫ້ເກີດການປະທ້ວງ. ໃນສຽງອັດດັ່ງກ່າວ, ເຊິ່ງສາມາດ
ຟັງໄດ້ທາງອອນໄລນ໌, ທ່ານນາງໄດ້ກ່າວຕໍ່ກຸ່ມນັ້ນວ່າ, ຖ້າຂ້າພະເຈົ້າມີທາງເລືອກ, ສິ່ງ
ທຳອິດຈະແມ່ນລາອອກ, ການຂໍອະໄພທີ່ເລິກເຊິ່ງແມ່ນການລົງຈາກຕຳແໜ່ງ.”

ພວກ​ຜູ້​ນຳ​ການ​ປະ​ທ້ວງ​ໄດ້​ແປ​ຄວາມ​ໝາຍ​ຈາກ​ຄຳ​ເວົ້າ​ດັ່ງ​ກ່າວ​ວ່າ ບັນ​ດາ​ເຈົ້າ​ໜ້າ​ທີ່​ໃນ
ປັກກິ່ງ ຈະບໍ່ອະນຸຍາດໃຫ້ທ່ານນາງລາອອກຈາກຕຳແໜ່ງ. ແຕ່ທ່ານນາງ ແລມ ໄດ້ກ່າວ
ຕໍ່ບັນດານັກຂ່າວໃນວັນອັງຄານວານນີ້ວ່າ ລາວຍັງບໍ່ໄດ້ຄິດ “ທີ່ຈະປຶກສາຫາລື ກ່ຽວກັບ
ການລາອອກກັບບັນດາຜູ້ນຳ ຈີນ” ດ້ວຍຊ້ຳ. ເມື່ອຖືກຖາມໂດຍສະເພາະເຈາະຈົງ ວ່າ
ປັກກິ່ງ ໄດ້ຫ້າມລາວຈາກການລາອອກຈາກຕຳແໜ່ງຫຼືບໍ່ນັ້ນ, ທ່ານນາງ ແລມ ໄດ້ກ່າວ
ວ່າ “ລາວບໍ່ເຄີຍສະເໜີການລາອອກຈາກຕຳແໜ່ງໃຫ້ລັດຖະບານປະຊາຊົນສູນກາງ
ນັ້ນ.”

ແນວ​ໃດ​ກໍ​ຕາມ, ຜູ້​ອາ​ໄສ​ຢູ່​ໃນ ຮົງ​ກົງ ຫຼາຍ​ຄົນ​ໄດ້​ກ່າວ​ວ່າ ສຽງ​ອັດ​ດັ່ງ​ກ່າວ​ໄດ້​ຢືນ​ຢັນ​
ສິ່ງທີ່ບັນດານັກວິທະຍາສາດການເມືອງ ແລະ ຜູ້ປະທ້ວງໄດ້ເຊື່ອມາດົນນານວ່າ ເຖິງ
ແມ່ນ ຮົງກົງ ຈະມີລັດຖະທຳມະນູນຕ່າງຫາກກໍຕາມ, ປັກກິ່ງ ເປັນຜູ້ທີ່ດຳເນີນການຂອງ
ເມືອງດັ່ງກ່າວ.

ທ່ານ ໝ່າ ຢົກ, ຮອງ​ສາ​ສະ​ດາຈານ ກ່ຽວ​ກັບ ລັດ​ຖະ​ບານ ຢູ່​ມະ​ຫາ​ວິ​ທະ​ຍາ​ໄລ ຈີນ ແຫ່ງ
ຮົງກົງ ໄດ້ກ່າວວ່າ “ມັນໄດ້ຢືນຢັນຮູບພາບທີ່ວ່າລາວເປັນຫຸ່ນເຊີດ, ຂ້າພະເຈົ້າບໍ່ຄິດວ່າ
ລາວຈະໄດ້ຮັບຄວາມເຫັນອົກເຫັນໃຈຫຼາຍກວ່ານີ້ອີກ.”

ທ່ານ ວິ​ລ​ລີ ແລມ, ນັກ​ປາ​ທັກ​ກາ​ຖາ ກ່ຽວ​ກັບ ການ​ເມືອງ ຈີນ, ໄດ້​ແນະ​ນຳ​ວ່າ ປັກ​ກິ່ງ
ຢາກໃຫ້ທ່ານນາງ ແລມ ຢູ່ໃນຕຳແໜ່ງຄືເກົ່າ ສະນັ້ນຜູ້ປະທ້ວງຫົວຮຸນແຮງຈະມີຄວາມ
ອຶດອັດຫຼາຍຂຶ້ນ ແລະ ໃຊ້ກຳລັງທີ່ຮຸນແຮງຂຶ້ນ ເມື່ອປະເຊີນໜ້າກັບຕຳຫຼວດ. ທ່ານໄດ້
ກ່າວວ່າ ນັ້ນຈະປ່ຽນຄວາມຄິດສາທາລະນະຕ້ານກັບຜູ້ປະທ້ວງ ແລະ ກໍ່ໃຫ້ເກີດການ
ຈັບກຸມເພີ່ມຂຶ້ນ.

ອ່າ​ນ​ຂ​່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG