ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ຜູ້ນຳຮົງກົງ ປະກາດ ຮ່າງກົດໝາຍ ສົ່ງຄົນຮ້າຍ ໄປຈີນ ທີ່ເປັນເລື້ອງນອງນັນ ວ່າ ມັນ 'ຕາຍແລ້ວ'


ຫົວໜ້າບໍລິຫານຂອງຮົງກົງ ທ່ານນາງແຄຣີ ແລມ , ຂວາ, ແລະລັດຖະມົນຕີ ຮັບຜິດຊອບດ້ານຄວາມປອດໄພ ທ່ານຈອນ ລີ ຄາ-ຊຈິວ ພວມກ່າວຖະແຫລງຕໍ່ສື່ມວນຊົນ ກ່ຽວກັບຮ່າງກົດໝາຍການສົ່ງຜູ້ຮ້າຍໄປໃຫ້ຈີນແຜ່ນດິນໃຫຍ່ ໃນຮົງກົງ, ວັນທີ 2 ກໍລະກົດ 2019.
ຫົວໜ້າບໍລິຫານຂອງຮົງກົງ ທ່ານນາງແຄຣີ ແລມ , ຂວາ, ແລະລັດຖະມົນຕີ ຮັບຜິດຊອບດ້ານຄວາມປອດໄພ ທ່ານຈອນ ລີ ຄາ-ຊຈິວ ພວມກ່າວຖະແຫລງຕໍ່ສື່ມວນຊົນ ກ່ຽວກັບຮ່າງກົດໝາຍການສົ່ງຜູ້ຮ້າຍໄປໃຫ້ຈີນແຜ່ນດິນໃຫຍ່ ໃນຮົງກົງ, ວັນທີ 2 ກໍລະກົດ 2019.

ຫຼັງຈາກເກີດເລື້ອງນອງນັນ ແລະມີປະຊາຊົນທີ່ໂກດແຄ້ນຫຼວງຫຼາຍ ພາກັນອອກມາ
ເດີນຂະບວນປະທ້ວງ ຫຼາຍສັບປະດາຜ່ານມາ ຜູ້ນຳຂອງຮົງກົງ ທ່ານນາງແຄຣີ ແລມ
ກ່າວວ່າ ຮ່າງກົດໝາຍທີ່ວ່າ ຈະອະນຸຍາດໃຫ້ສົ່ງຜູ້ຮ້າຍໄປຈີນແຜ່ນດິນໃຫຍ່ນັ້ນ ແມ່ນ
“ຕາຍແລ້ວ.”

ການປະກາດໃນວັນອັງຄານມື້ນີ້ ຕໍ່ການຕັດສິນໃຈດັ່ງກ່າວ ໃນລະຫວ່າງກອງປະຊຸມ
ຖະແຫລງຂ່າວ ທ່ານນາງແລມ ຜູ້ທີ່ຖືກໂຈມຕີຢ່າງໜັກ ກໍໄດ້ຍອມຮັບວ່າ ມະຫາຊົນ
ຍັງຄົງ “ມີຄວາມສົງໄສຢູ່ເລື້ອຍມາ ກ່ຽວກັບຄວາມຈິງໃຈ ຫຼື ຄວາມເປັນຫ່ວງໃດໆ
ຂອງລັດຖະບານ ທີ່ວ່າ ລັດຖະບານຈະຮື້ຟື້ນຂັ້ນຕອນ ໃນການພິຈາລະນາ ກ່ຽວ​ກັບ
ຮ່າງກົດໝາຍດັ່ງກ່າວ ໃນສະພານິຕິບັນຍັດ ຫຼືບໍ່.”

ທ່ານນາງແລມ ໄດ້ເອີ້ນການພະຍາຍາມທີ່ຈະຮັບຜ່ານຮ່າງກົດໝາຍນັ້ນວ່າ “ເປັນ
ຄວາມລົ້ມແຫຼວທັງໝົດ” ແຕ່ບໍ່ໄດ້ກ່າວວ່າ ຮ່າງກົດໝາຍນີ້ ຈະຖືກຖອນອອກ ຫຼືບໍ່
ຕາມທີ່ພວກປະທ້ວງ ໄດ້ຮຽກຮ້ອງໄປນັ້ນ.

ຮ່າງກົດໝາຍດັ່ງກ່າວ ໄດ້ກໍ່ໃຫ້ເກີດການເດີນຂະບວນປະທ້ວງ ຂະໜາດໃຫຍ່ ຈາກ
ຊ່ວງທີ່ມັນໄດ້ຖືກນຳຂຶ້ນສະເໜີຕໍ່ສະພາ ໃນເດືອນເມສາ ໂດຍມີບັນດາ ຝ່າຍຄ້ານ
ໄດ້ເຕືອນກ່ຽວກັບການສົ່ງພວກຜູ້ຕ້ອງສົງໄສຄະດີອາຍາ ໄປໃຫ້ຈີນ ຊຶ່ງມີລະບົບ
ຍຸຕິທຳທີ່ແຕກຕ່າງໄປຈາກຮົງກົງ ຢ່າງຫຼວງຫຼາຍ. ຄວາມຮູ້ສຶກດັ່ງກ່າວນີ້ ກໍມີຮ່ວມກັນ
ໃນທຸກພາກສ່ວນສັງຄົມທີ່ຫຼາກຫຼາຍຂອງຮົງກົງ ຕະຫຼອດເຖິງ ບັນດາກຸ່ມທຸລະກິດ
ຂອງຕ່າງຊາດ ຈົນຮອດບັນດາກຸ່ມສັງຄົມທາງດ້ານກົດໝາຍ ແລະບັນດາພັກທີ່ນິຍົມ
ປະຊາທິປະໄຕ.

ທ່ານນາງແລມ ໄດ້ຍົກເລີກຮ່າງກົດໝາຍດັ່ງກ່າວ ໃນກາງເດືອນມິຖຸນາ ກ່ອນໜ້າ
ການພິຈາລະນາຄັ້ງທີສອງໃນສະພານິຕິບັນຍັດ ຫຼັງຈາກມີການປະທ້ວງຂະໜາດໃຫຍ່
ຢູ່ນອກສຳນັກງານຕ່າງໆຂອງລັດຖະບານຮົງກົງ. ພວກປະທ້ວງພາກັນ ສືບຕໍ່ເດີນ
ຂະບວນ ເຖິງແມ່ນວ່າ ທ່ານນາງແລມ ຈະເອົາມາດຕະການຕ່າງໆໄປແລ້ວກໍຕາມ
ທີ່ລວມທັງມາດຕະການນຶ່ງ ເມື່ອວັນຈັນຜ່ານມານີ້ ຊຶ່ງເປັນວັນຄົບ ຮອບການຮວບ
ຮວມເອົາຮົງກົງເຂົ້າກັບຈີນ ອັນເປັນການຍຸຕິກຸ່ມປະທ້ວງທັງຫຼາຍ ທີ່ໄດ້ພາກັນບຸກ
ເຂົ້າໄປໃນຕຶກສະພານິຕິບັນຍັດ ແລະພາກັນທຳລາຍຊັບສິນ. ເຄື່ອງໃຊ້ພາຍໃນ
ອາຄານ ແລະອຸປະກອນຕ່າງໆ ໄດ້ຮັບຄວາມເສຍຫາຍ ແລະຝາຂອງອາຄານກໍຖືກ
ສີດສີໃສ່ ແລະຂຽນ​ຄຳ​ຂວັນຕໍ່ຕ້ານປັກກິ່ງ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG