ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ນັກເຄື່ອນໄຫວເພື່ອປະຊາທິປະໄຕຂອງຮົງກົງ 7 ຄົນ ໄດ້ຖືກສານຕັດສິນວ່າ ມີຄວາມຜິດ ໃນການປະທ້ວງເມື່ອປີ 2019


ຜູ້ສະໜັບສະໜຸນເພື່ອປະຊາທິປະໄຕຄົນນຶ່ງ ກຳລັງໂບກທຸງຊາດຂອງອັງກິດຢູ່ດ້ານນອກຂອງສານໃນຮົງກົງ ເມື່ອວັນພະຫັດ ທີ 1 ເມສາ 2021.
ຜູ້ສະໜັບສະໜຸນເພື່ອປະຊາທິປະໄຕຄົນນຶ່ງ ກຳລັງໂບກທຸງຊາດຂອງອັງກິດຢູ່ດ້ານນອກຂອງສານໃນຮົງກົງ ເມື່ອວັນພະຫັດ ທີ 1 ເມສາ 2021.

ນັກເຄື່ອນໄຫວເພື່ອປະຊາທິປະໄຕຊາວຮົງກົງ 7 ຄົນ ໄດ້ຖືກສານຕັດສິນລົງໂທດຕໍ່ການປະທ້ວງ ໃນປີ 2019 ຊຶ່ງລວມຢູ່ໃນກຸ່ມຄົນດັ່ງກ່າວ ປະກອບມີມະຫາເສດຖີດ້ານສື່ມວນຊົນ ທ່ານຈິມມີ ລາຍ ແລະ ທ່ານມາຕິນ ລີ ທີ່ເປັນທະນາຍຄວາມແລະຜູ້ກໍ່ຕັ້ງພັກການເມືອງ ກໍໄດ້ຖືກສານຕັດສິນລົງໂທດໃນວັນພະຫັດວານນີ້ ສຳລັບການປະທ້ວງ ທີ່ໄດ້ດຶງດູດຊາວຮົງກົງ 1 ລ້ານຄົນ ພາກັນອອກມາໂຮມຊຸມນຸມ ຊຶ່ງໄຊຈະເລີນສຸກ ມີລາຍລະອຽດ ກ່ຽວກັບເລື້ອງນີ້ ມາສະເໜີທ່ານ ໃນອັນດັບຕໍ່ໄປ.

ບັນດານັກເຄື່ອນໄຫວເພື່ອປະຊາທິປະໄຕຊາວຮົງກົງ 7 ຄົນຜູ້ທີ່ມີຊື່ສຽງ ໄດ້ຖືກສານພົບເຫັນວ່າມີຄວາມຜິດ ໃນວັນພະຫັດວານນີ້ ໃນຖານການຈັດຕັ້ງແລະເຂົ້າຮ່ວມການໂຮມຊຸມນຸມທີ່ຜິດກົດໝາຍ ໃນລະຫວ່າງການເດີນຂະບວນປະທ້ວງຕໍ່ ຕ້ານລັດຖະບານໃນປີ 2019.

ໃນບັນດານັກເຄືອນໄຫວດັ່ງກ່າວ ລວມມີທະນາຍຄວາມ ທ່ານມາຕິນ ລີ ອາຍຸ 82 ປີ ເປັນນຶ່ງໃນຜູ້ກໍ່ຕັ້ງພັກຝ່າຍຄ້ານເດໂມແຄຣັດ ແລະມະຫາເສດຖີດ້ານສື່ມວນຊົນ ທ່ານຈິມມີ ລາຍ ຜູ້ກໍ່ຕັ້ງນັກສືພິມເພື່ອປະຊາທິປະໄຕ Apple Day.

ຈຳເລີຍຄົນອື່ນໆ ກໍມີ ນັກເຄື່ອນໄຫວເພື່ອສິດທິແຮງງານ ທ່ານລີ ຈຶກ-ຢານ ໄດ້ກ່າວຕໍ່ພວກສະໜັບສະໜຸນ ແລະຢູ່ດ້ານນອກຫ້ອງການສານ ກ່ອນໜ້າການພິຈາລະນາຄະດີ ໃນວັນພະຫັດ.

ທ່ານລີ ຈຶກ-ຢານ ກ່າວວ່າ “ຈະມີການກົດຂີ່ຂົ່ມເຫັງຢ່າງຫຼວງຫຼາຍທາງດ້ານການເມືອງຢູ່ໃນຮົງກົງ ແລະອັນນີ້ບໍ່ແມ່ນຫຍັງໃໝ່ເລີຍ. ຄວາມຫວັງດຽວເທົ່ານັ້ນ ທີ່ຂ້າພະເຈົ້າມີໃນມື້ນີ້ ແມ່ນວ່າ ພວກເຮົາຈະມີຂ່າວດີບາງຢ່າງ ເມື່ອມີຂ່າວ ບໍ່ດີມາຫຼາຍແລ້ວ ແຕ່ຂ່າວດີຢູ່ຮົງກົງໃນດຽວນີ້ ບໍ່ມີຫຼາຍປານໃດ ຍ້ອນການຈຳ ກັດຮັດແຄບດ້ານການເມືອງ. ແຕ່ແນ່ນອນ ພວກເຮົາຈະຍັງຄົງເດີນຂະບວນຕໍ່ໄປ ບໍ່ວ່າຈະມີຫຍັງຢູ່ດ້ານໜ້າໃນອະນາຄົດ. ພວກເຮົາເຊື່ອໃນປະຊາຊົນຂອງຮົງກົງ ພວກເຊື່ອໃນອ້າຍເອື້ອຍນ້ອງຂອງພວກເຮົາ ໃນການຕໍ່ສູ້ ແລະໄຊຊະນະເປັນຂອງພວກເຮົາ ຖ້າປະຊາຊົນຂອງຮົງກົງເປັນປະທານາທິບໍດີ.”

ເຈັດຄົນທີ່ໄດ້ຖືກຈັບກຸມເມື່ອປີກາຍນີ້ໃນຖານມີສ່ວນຮ່ວມໃນການປະທ້ວງ ເມື່ອວັນທີ 18 ສິງຫາ 2019 ທີ່ໄດ້ດຶງດູດເອົາ ປະຊາຊົນຫຼາຍກວ່າ 1 ລ້ານຄົນອອກມາຮ່ວມນຳ, ຊຶ່ງເປັນນຶ່ງໃນການປະທ້ວງໃຫຍ່ທີ່ສຸດ ທີ່ໄດ້ເກີດຂຶ້ນຢູ່ຮົງກົງໃນປີນັ້ນ ທີ່ພົວພັນກັບການປະທະກັນດ້ວຍຄວາມຮຸນແຮງ ລະຫວ່າງພວກປະທ້ວງແລະຕຳຫຼວດ.

ການປະທ້ວງທັງຫຼາຍ ໄດ້ເກີດຂຶ້ນຍ້ອນຮ່າງກົດໝາຍສົ່ງຄົນຮ້າຍຂ້າມແດນ ທີ່ກາຍເປັນເລື້ອງນອງນັນທີ່ໄດ້ຜັນປ່ຽນໄປເປັນການຮຽກໃຫ້ມີເສລີພາບຫຼາຍຂຶ້ນກວ່າເກົ່າ ສຳລັບເຂດສູນກາງດ້ານການເງິນ ຊຶ່ງໄດ້ຮັບອະນຸຍາດໃຫ້ປົກຄອງຕົນເອງໃນຂອບເຂດທີ່ບໍ່ທຳມະດາ ເມື່ອອັງກິດໄດ້ມອບຄືນການຄວບຄຸມໃຫ້ແກ່ຈີນໃນປີ 1997.

ການເດີນຂະບວນປະທ້ວງໄດ້ກະຕຸ້ນໃຫ້ປັກກິ່ງ ວາງມາດຕະການຫຼາຍຊຸດເປັນໄລຍະໆ ທີ່ໄດ້ແນໃສ່ການປາບປາມຂະບວນການເພື່ອປະຊາທິປະໄຕຂອງຮົງກົງ ລວມມີ ກົດໝາຍຄວາມໝັ້ນຄົງແຫ່ງຊາດໃໝ່ ຊຶ່ງພາຍໃຕ້ກົດໝາຍນີ້ ຜູ້ໃດກໍຕາມທີ່ສົງໄສວ່າ ດຳເນີນການການກໍ່ການຮ້າຍ ການແບ່ງແຍກປະເທດ ການໂຄ່ນລົ້ມອຳນາດລັດ ຫຼື ການສົມຮູ້ຮ່ວມຄິດ ກັບກຳລັງຕ່າງຊາດ ອາດຖືກດຳ ເນີນຄະດີ ແລະປະເຊີນກັບໂທດຈຳຄຸກຕະຫຼອດຊີວິດ.

ສະພາແຫ່ງຊາດຂອງຈີນ ໄດ້ຮັບຮອງການປ່ຽນແປງຊຸດນຶ່ງ ໃນຂັ້ນຕອນການເລືອກຕັ້ງຂອງຮົງກົງ ເມື່ອຕົ້ນອາທິດນີ້ ເພື່ອຮັບປະກັນໃຫ້ພວກທີ່ສະໜັບສະ ໜຸນປັກກິ່ງເທົ່ານັ້ນ ສາມາດຮັບໜ້າທີ່ ໃນສະພານິຕິບັນຍັດຂອງຮົງກົງໄດ້.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG