ສະມາຊິກສະພານິຕິບັນຍັດຂອງຮົງກົງໄດ້ປະຕິເສດດ້ວຍຄະແນນ
ສຽງອັນຖ້ວມລົ້ນ ຕໍ່ແຜນການປະຕິຮູບການເລືອກຕັ້ງທີ່ເປັນບັນຫາ
ໂຕ້ຖຽງ ແລະ ໜູນຫຼັງໂດຍປັກກິ່ງ ທີ່ໄດ້ພາໃຫ້ມີການແບ່ງແຍກ ລະ
ຫວ່າງຝ່າຍ ຄ້ານ ແລະກຳລັງສະໜັບສະໜູນລັດຖະບານຢູ່ໃນ ດິນ
ແດນດັ່ງກ່າວ.
ສຽງຮ້ອງໂຮ ໄດ້ດັງກ້ອງຂຶ້ນ ທີ່ຄ້າຍຂອງຜູ້ປະທ້ວງສະໜັບສະໜູນ
ປະຊາທິປະໄຕ ໃນວັນພະຫັດມື້ນີ້ຫຼັງຈາກບັນດາສະມາຊິກສະພາ
ນິຕິບັດຍັດຝ່າຍຄ້ານ ໄດ້ສາມັກຄີກັນເພື່ອລົງຄະແນນສຽງຄັດຄ້ານ
ຕໍ່ແຜນການດັ່ງ ກ່າວ. ມີພຽງແຕ່ສະມາຊິກສະພາ 8 ຄົນ ເທົ່ານັ້ນທີ່
ໄດ້ລົງຄະແນນສຽງເຫັນພ້ອມກັບຮ່າງກົດໝາຍນີ້ ໃນຂະນະທີ່ອີກ 28 ຄົນລົງຄະແນນສຽງ
ຄັດຄ້ານ.
ທ່ານ Alan Leong ຫົວໜ້າພັກ Civic ໄດ້ກ່າວວ່າ “ພວກເຮົາໄດ້ໃຊ້ການເລືອກຕັ້ງທີ່ສັກ
ສິດຂອງພວກເຮົາໃນມື້ນີ້ ເພື່ອຄັດຄ້ານຂໍ້ສະເໜີໃນ ສິດທິການປ່ອນບັດເລືອກຕັ້ງທົ່ວໄປ
ຈອມປອມ. ພວກເຮົາໄດ້ຊ່ວຍເຫຼືອປະຊາຊົນຊາວຮົງກົງ ສົ່ງຂໍ້ຄວາມທີ່ຊັດເຈນໄປຫາປັກ
ກິ່ງ ວ່າພວກເຮົາ ຕ້ອງການທາງເລືອກອັນແທ້ຈິງ.”
ຈີນ, ເຊິ່ງໄດ້ບັນຍັດຂໍ້ສະເໜີການປະຕິຮູບນີ້, ໄດ້ມີປະຕິກິລິຍາທາງລົບ ຕໍ່ລາຍງານຂ່າວ
ດັ່ງກ່າວ.
ໂຄສົກຂອງຈີນທ່ານ Lu Kang ໄດ້ເວົ້າວ່າ “ລັດຖະບານກາງ ແລະ ລັດຖະບານບໍລິຫານ
ເຂດປົກຄອງພິເສດໄດ້ທຳຄວາມພະຍາຍາມອັນໃຫຍ່ຫຼວງໃນການພິຈາລະນະດັ່ງກ່າວນີ້.
ຜົນອອກມາ ທີ່ວ່າ ໃນປີ 2017 ຈະບໍ່ມີສິດທິໃນການປ່ອນບັດເລືອກຕັ້ງທົ່ວໄປ ເອົາຜູ້ບໍລິ
ຫານສູງສຸດຂອງເຂດປົກຄອງພິເສດຮົງກົງ. ແມ່ນສິ່ງທີ່ພວກເຮົາບໍ່ຢາກຈະເຫັນ.”
ການປະຕິຮູບນີ້ແມ່ນຈະເປັນຄັ້ງທຳອິດສຳລັບຊາວຮົງກົງ ທີ່ຈະໄດ້ມີສິດປ່ອນບັດເລືອກຕັ້ງ
ເອົາຜູ້ນຳສູງສຸດຂອງພວກເຂົາ ແຕ່ວ່າຜູ້ສະໝັກທຸກຄົນ ຈະຕ້ອງໄດ້ຜ່ານການເຫັນດີໂດຍ
ຄະນະກຳມະການສະໜັບສະໜູນ ປັກກິ່ງ.
ຈີນໄດ້ໂຕ້ຖຽງວ່າ ຂໍ້ສະເໜີໃໝ່ແມ່ນເປັນປະຊາທິປະໄຕຫຼາຍກວ່າທຸກໆ ສິ່ງທີ່ເຄີຍມີ ພາຍ
ໃຕ້ການປົກຄອງຂອງອັງກິດ ດົນກວ່າໜຶ່ງສັດຕະວັດ ທີ່ຜ່ານມາ ທີ່ໄດ້ສິ້ນສຸດລົງໃນປີ 1997.
ພວກນັກເຄື່ອນໄຫວສະໜັບສະໜູນປະຊາທິປະໄຕເຊິ່ງມີຫຼາຍຄົນໄດ້ລຸກຂຶ້ນປະທ້ວງຢ່າງ
ກວ້າງຂວາງຕໍ່ມາດຕະການດັ່ງກ່າວໃນປີກາຍນີ້ ໂດຍເວົ້າວ່າ ຂໍ້ສະເໜີຂັ້ນຕອນການກວດ
ກາຂອງປັກກິ່ງ ແມ່ນບໍ່ເປັນປະຊາທິປະໄຕພໍ ແລະ ບໍ່ໄດ້ປະຕິບັດຕາມຄຳສັນຍາຢ່າງເຕັມ
ທີ່ເພື່ອອະນຸຍາດໃຫ້ມີສິດທິໃນການປ່ອນບັດເລືອກຕັ້ງທົ່ວໄປ ໃນປີ 2017.