ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໒ ຕຸລາ ໒໐໒໔

ທາງການ ຮົ່ງກົງ ກ່າວວ່າ ດິນທີ່ປົນເປື້ອນດ້ວຍເຊື້ອແບັກທີເຣຍ ໄດ້ຕິດແປດລີງ 11 ໂຕ ແລະ ເຮັດ​ໃຫ້​ມັນ​ຕາຍ


ຄອກຂອງລີງທີ່ໄດ້ເສຍຊີວິດຢ່າງລຶກລັບ ໃນສວນສັດທີ່ຮົ່ງກົງ ໄດ້ຖືກປິດລ້ອມດ້ວຍແຜ່ນທີ່ລະບຸເປັນເຂດອັນຕະລາຍ, ເມື່ອວັນອັງຄານ ທີ 15 ຕຸລາ, 2024. (AP Photo)
ຄອກຂອງລີງທີ່ໄດ້ເສຍຊີວິດຢ່າງລຶກລັບ ໃນສວນສັດທີ່ຮົ່ງກົງ ໄດ້ຖືກປິດລ້ອມດ້ວຍແຜ່ນທີ່ລະບຸເປັນເຂດອັນຕະລາຍ, ເມື່ອວັນອັງຄານ ທີ 15 ຕຸລາ, 2024. (AP Photo)

ການຕິດແປດ​ເຊື້ອ​ແບັກ​ທີ​ເຣຍ ທີ່ເອີ້ນວ່າ ແມລີອອຍໂດສິສ (Melioidosis) ເປັນພະຍາດທີ່ຮັບຜິດຊອບສຳລັບການຕາຍຂອງລີງຢ່າງໜ້ອຍເກົ້າໂຕ ຢູ່ທີ່ສວນສັດຂອງຮົ່ງກົງ ຕາມການກ່າວຂອງທາງການ ໃນຂະນະທີ່ມີຕື່ມອີກ ສອງໂຕໄດ້ຕາຍ ເມື່ອທ້າຍອາທິດ ລວມທັງໝົດເປັນ 11 ໂຕໃນອາທິດທີ່ຜ່ານ ມາ ອີງຕາມລາຍງານຂອງອົງການຂ່າວຣອຍເຕີສ໌.

ສ່ວນນຶ່ງຂອງສວນສັດ ໄດ້ສ້າງຂຶ້ນໃນປີ 1860 ແລະເປັນສວນສັດທີ່ເກົ່າແກ່ທີ່ ສຸດຂອງຮົ່ງກົງ ແມ່ນຍັງຄົງຖືກປິດໄວ້ ນັບຕັ້ງແຕ່ວັນທີ 14 ຕຸລາ ເມື່ອທາງ ການໄດ້ລາຍງານກໍລະນີການຕາຍຄັ້ງທຳອິດຂອງລີງເຫຼົ່ານັ້ນ.

ພວກລີງດັ່ງກ່າວ ໄດ້ຖືກຂັງຢູ່ໃນຫ້າຄອກແຍກກັນ ພວກລີງທີ່ຕາຍລວມມີລີງ ສາຍພັນ De Brazza ເຊິ່ງຮູ້ຈັກກັນທົ່ວໄປຄື ລີງກະຮອກ, ທີ່ມີຂົນອ່ອນນຸ້ມ ສີໝາກຂາມ ແລະໜ້າສີຂາວ.

ທາງການຮົ່ງກົງ ໄດ້ກ່າວວ່າ ລີງເກົ້າໂຕໄດ້​ຕາຍຍ້ອນມີພະຍາດໃນເລືອດ ຫຼັງຈາກໄດ້ຕິດເຊື້ອ ແມລີໂອຍໂດສິສ ທີ່ໄດ້ກໍ່ໃຫ້ພະຍາດແຜ່ກະ​ຈາຍໄປໃນ ອະໄວຍະວະພາຍໃນຂອງພວກລີງເຫຼົ່ານັ້ນ ເຊິ່ງມັກຈະມາຈາກດິນ ໃກ້ທີ່ຢູ່ ອາໄສຂອງພວກລີງເຫຼົ່ານັ້ນ ຕາມທີ່ທາງການໄດ້ກ່າວ.

ການກວດຕື່ມອີກ ແມ່ນຕ້ອງໄດ້ເຮັດເພື່ອທີ່ຈະລະບຸສາເຫດຂອງການຕາຍຄັ້ງ ຫຼ້າສຸດຂອງລີງສອງໂຕ.

ທ່ານແຄວິນ ເຢິງ (Kevin Yeung) ລັດຖະມົນຕີວັດທະນະທຳ ແລະ ການທ່ອງທ່ຽວຂອງເມືອງ ໄດ້ກ່າວຕໍ່ໂຄສົກຂອງໂທລະພາບທ້ອງຖິ່ນ RTHK ວ່າ ວຽກງານຢູ່ໃນສວນສັດ ຕ້ອງໄດ້ຂຸດດິນຢູ່ໃກ້ບ່ອນທີ່ພວກລີງອາໄສຢູ່ນັ້ນ.

ທ່ານ ເຢິງ ໄດ້ກ່າວວ່າ ຕໍ່ຈາກນັ້ນມາ ກໍເປັນທີ່ເຊື່ອກັນວ່າ ພວກຄົນງານໄດ້ນຳ ເອົາດິນທີ່ປົນເປື້ອນດ້ວຍພະຍາດເຂົ້າໄປຄອກຂອງລີງ ໂດຍຜ່ານເກີບຂອງ ພວກເຂົາ.

ທ່ານເວົ້າວ່າ “ພວກເຮົາໄດ້ປິດລ້ອມພື້ນທີ່ເຂດສັດລ້ຽງລູກດ້ວຍນົມທັງໝົດ ໃນເວລານີ້ ເພື່ອຈະບໍ່ໃຫ້ມີການສຳຜັດກັນລະຫວ່າງ ປະຊາຊົນທົ່ວໄປກັບສັດ ທັງຫຼາຍໃນສວນສັດ.”

ພະຍາດດັ່ງກ່າວ ແມ່ນມັກພົບຢູ່ໃນດິນໜຽວທີ່ຊຸ່ມໂດຍທົ່ວໄປ. ເຖິງແມ່ນວ່າ ມັນສາມາດມີຜົນກະທົບຕໍ່ທັງມະນຸດ ແລະສັດກໍ​ຕາມ, ແຕ່ມັນກໍເປັນໄປບໍ່ໄດ້ທີ່ ສັດຈະສົ່ງພະຍາດໄປໃຫ້ມະນຸດ, ທາງການໄດ້ກ່າວ.

Melioidosis, a bacterial infection, was responsible for killing at least nine monkeys at a Hong Kong zoo, authorities said, as a further two died over the weekend, taking the total to 11 in the past week.

Part of the zoo, built in 1860 and the oldest park in Hong Kong, has remained shut since Oct. 14 when authorities reported the first batch of monkey deaths.

Housed in five separate cages, the deceased monkeys included the De Brazza species as well as one common squirrel monkey, cotton-top tamarins and white-faced sakis.

Authorities said nine monkeys died of sepsis after catching melioidosis. Autopsies found a large amount of the melioidosis-inducing bacteria in the monkeys organs, which likely came from soil near the monkeys habitat, they said.

Further tests are needed to determine the cause of death of the latest two monkeys.

Kevin Yeung, the city's culture and tourism minister, told local broadcaster RTHK that works at the zoo required digging up the soil near where the monkeys lived.

Workers were then believed to have brought contaminated soil into the cage through their shoes, he said.

"We have cordoned off the whole mammals section for the time being, so there will be no sort of contact between normal citizens with the animals," he said.

The bacteria is particularly common in moist clay soil. Even though it can affect both humans and animals, it is unlikely to be passed from animals to humans, authorities said.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG