ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຮອນດູຣາສ ສ້າງຕັ້ງສາຍພົວພັນ ທາງການທູດກັບຈີນ ລຸນຫຼັງທີ່ຕັດສາຍພົວພັນ ກັບໄຕ້ຫວັນ


ລັດຖະມົນຕີການຕ່າງປະເທດຂອງຮອນດູຣາສ ທ່ານແອດອົວໂດ ເອັນຣິເກ ເຣນາ ກາເຊຍ ແລະລັດຖະມົນຕີການຕ່າງປະເທດຂອງຈີນ ທ່ານຈິນ ກາງ, ຈັບມືກັນ ລຸນຫຼັງມີການສ້າງຕັ້ງສາຍພົວພັນທາງການທູດລະຫວ່າງທັງສອງປະເທດ, ຢູ່ທີ່ເຮືອນພັກລັດຖະບານ ດຽວຢູຖາຍ ໃນນະຄອນຫຼວງປັກກິ່ງ, ວັນທີ 26 ມີນາ 2023.
ລັດຖະມົນຕີການຕ່າງປະເທດຂອງຮອນດູຣາສ ທ່ານແອດອົວໂດ ເອັນຣິເກ ເຣນາ ກາເຊຍ ແລະລັດຖະມົນຕີການຕ່າງປະເທດຂອງຈີນ ທ່ານຈິນ ກາງ, ຈັບມືກັນ ລຸນຫຼັງມີການສ້າງຕັ້ງສາຍພົວພັນທາງການທູດລະຫວ່າງທັງສອງປະເທດ, ຢູ່ທີ່ເຮືອນພັກລັດຖະບານ ດຽວຢູຖາຍ ໃນນະຄອນຫຼວງປັກກິ່ງ, ວັນທີ 26 ມີນາ 2023.

ປະເທດຮອນດູຣາສ ໄດ້ສ້າງຕັ້ງສາຍພົວພັນທາງການທູດກັບ ຈີນ ໃນວັນອາ ທິດວານນີ້ ລຸນຫຼັງທີ່ພວກເຂົາເຈົ້າໄດ້ຕັດສາຍສໍາພັນທາງການທູດກັບໄຕ້ຫວັນ, ເຊິ່ງໄດ້​ຖືກ​ໂດດ​ດ່ຽວເພີ້ມຂຶ້ນ ແລະປັດຈຸບັນນີ້ ​ມີ​ການຮັບຮອງ ເຫຼືອພຽງ 13 ປະເທດເທົ່ານັ້ນ, ອີງຕາມລາຍງານຂອງອົງການຂ່າວ AP.

ໄຊຊະນະທາງການທູດຂອງຈີນ ມີຂຶ້ນເນື່ອງຈາກຄວາມເຄັ່ງຕຶງທີ່ເພີ້ມຂຶ້ນລະ ຫວ່າງ ຈີນ ແລະສະຫະລັດ, ພ້ອມທັງການເກາະຜິດທີ່ເພີ້ມຂຶ້ນຂອງຈີນຕໍ່ເກາະ​ໄຕ້ຫວັນທີ່ປົກຄອງຕົນເອງ, ແລະສັນຍານຕ່າງໆທີ່ໄດ້ສະແດງໃຫ້​ເຫັນ​ເຖິງການເພີ້ມຂຶ້ນທາງອິດທິພົນຂອງຈີນ ຢູ່ໃນອາເມຣິກາລາຕິນ. ມີການປະກາດການພົວ ພັນຮ່ວມມືໃໝ່ ລະຫວ່າງ ຈີນແລະຮອນດູຣາສ ຫຼັງຈາກທີ່ລັດຖະບານຂອງປະ ເທດຮອນດູຣາສ ແລະລັດຖະບານໄຕ້ຫວັນ ໄດ້ປະກາດຕັດສາຍພົວພັນທາງການທູດເຊິ່ງກັນແລະກັນ.

ຈີນ ແລະໄຕ້ຫວັນ ໄດ້ມີ​ການ​ຕໍ່ສູ້​ເພື່ອ​ການ​ຮັບ​ຮູ້ທາງ​ດ້ານການທູດ ນັບຕັ້ງແຕ່​ໄດ້ແຍກອອກຈາກກັນ ໃນລະຫວ່າງສົງຄາມກາງເມືອງ ເມື່ອປີ 1949, ເຊິ່ງລັດຖະບານປັກກິ່ງ ໄດ້ໃຊ້ເງິນຈໍານວນຫຼາຍຕື້ ເພື່ອຮັບຮອງຕໍ່ໄຊຊະນະ ກ່ຽວກັບນະໂຍບາຍ “ຈີນດຽວ” ຂອງພວກເຂົາ.

ຈີນ ອ້າງວ່າ ໄຕ້ຫວັນຄືດິນແດນສ່ວນນຶ່ງຂອງພວກເຂົາ, ແລະຈະມີການນໍາໃຊ້ກອງກໍາລັງທາງທະຫານ ເພື່ອໃຫ້ເກາະແຫ່ງນີ້ມາຢູ່ພາຍໃຕ້ການປົກຄອງ ຖ້າມີຄວາມຈໍາເປັນ, ແລະກໍປະຕິເສດທີ່ຈະຕິດຕໍ່ພົວພັນ ກັບບັນດາປະເທດຕ່າງໆທີ່ຍັງຄົງພົວພັນກັບປະເທດເກາະປະຊາທິປະໄຕດັ່ງກ່າວ. ພວກເຂົາຂົ່ມຂູ່ວ່າ ຈະຕອບໂຕ້ ຕໍ່ບັນດາປະເທດຕ່າງໆ ທີ່ເພີ້ມການຕິດຕໍ່ພົວພັນກັບໄຕ້ຫວັນເທົ່ານັ້ນ.

BEIJING (AP) — Honduras established diplomatic ties with China on Sunday after breaking off relations with Taiwan, which is increasingly isolated and now recognized by only 13 sovereign states.

Foreign ministers from China and Honduras signed a joint communique in Beijing — a decision the Chinese Foreign Ministry hailed as "the right choice."

The diplomatic victory for China comes as tensions rise between Beijing and the United States, including over China's increasing assertiveness toward self-ruled Taiwan, and signals growing Chinese influence in Latin America. The new China-Honduras relationship was announced after the Honduran and Taiwanese governments made separate announcements that they were severing ties.

China and Taiwan have been locked in a battle for diplomatic recognition since they split amid civil war in 1949, with Beijing spending billions to win recognition for its "one China" policy.

China claims Taiwan is part of its territory, to be brought under its control by force if necessary, and refuses most contacts with countries that maintain formal ties with the island democracy. It threatens retaliation against countries merely for increasing contacts.

XS
SM
MD
LG