ຂະບວນຂອງປະຊາຊົນ ຮອນດູຣັສ ຫຼາຍກວ່າ 1,000 ຄົນ ເຊິ່ງມີທັງຜູ້ຊາຍ, ແມ່ຍິງ,
ເດັກນ້ອຍ, ເດັກທາຣົກອາຍຸບໍ່ເທົ່າໃດເດືອນ, ໄດ້ພາກັນເດີນທາງອອກຈາກປະເທດ
ເພື່ອສະແຫວງຫາຊີວິດທີ່ດີກວ່າເກົ່າ.
ການເດີນທາງທີ່ເອີ້ນວ່າ “ການເດີນຂະບວນຜູ້ຍົກຍ້າຍຖິ່ນຖານ” ໄດ້ເລີ່ມການຢຸດແວ່
ຊົ່ວຄາວ ຂອງເຂົາເຈົ້າໃນເມືອງ ແຊນ ເປໂດຣ ຊູລາ (San Pedro Sula) ທາງພາກ
ເໜືອຂອງປະເທດ ຮອນດູຣັສ.
ເມືອງ ແຊນ ເປໂດຣ ຊູລາ ເປັນເມືອງນຶ່ງທີ່ມີອັດຕາການຄາດຕະກຳສູງທີ່ສຸດຂອງໂລກ.
ຂະບວນຜູ້ຍົກຍ້າຍຖິ່ນຖານດັ່ງກ່າວ ໄດ້ເລີ່ມຂະຫຍາຍອອກ ຫຼັງຈາກສື່ມວນຊົນໃນ
ທ້ອງຖິ່ນໄດ້ລາຍງານ ກ່ຽວກັບ ເຂົາເຈົ້າ.
ພວກຍົກຍ້າຍຖິ່ນຖານທີ່ພາກັນຍ່າງ ແລະ ຂີ່ລົດຈະພາກັນເດີນທາງຜ່ານປະເທດ ກົວ
ເຕມາລາ ແລ້ວໄປຕໍ່ ຫາປະເທດ ເມັກຊິໂກ. ອີງຕາມການກ່າວຂອງຜູ້ຈັດຂະບວນການ
ນັ້ນ.
ທ້າວ ດູເນຍ ມອນໂຕຢາ, ອາສາສະໝັກຊ່ວຍເຫຼືອຜູ້ຍົກຍ້າຍຖິ່ນຖານ ໃນປະເທດ
ຮອນດູຣັສ ໄດ້ກ່າວຕໍ່ອົງການຂ່າວ AP ວ່າ “ມັນມີຄວາມທຸກທໍລະມານ ແລະ ຄວາມ
ຮຸນແຮງທີ່ຄອບງຳປະຊາຊົນ. ເຂົາເຈົ້າບໍ່ມີຄວາມເຊື່ອຖື ໃນປະເທດນີ້ອີກແລ້ວ ເຂົາເຈົ້າ
ຈຶ່ງພາກັນໜີ.”
ໃນການສຳຫຼວດຄັ້ງຫຼ້າສຸດ ໂດຍສູນການສຶກສາຄົນເຂົ້າເມືອງ ໄດ້ເປີດເຜີຍວ່າ ໂອກາດ
ທາງເສດຖະກິດທີ່ບໍ່ດີ ແມ່ນເຫດຜົນຫຼັກ ທີ່ຊາວ ຮອນດູຣັສ ຢາກໜີອອກຈາກບ້ານເກີດ
ຂອງເຂົາເຈົ້າໃນພາກພື້ນອາເມຣິກາກາງ. ຄວາມຮຸນແຮງແມ່ນປັດໃຈທີ່ສອງສຳລັບການ
ຫຼົບໜີດັ່ງກ່າວນັ້ນ.
ຜູ້ຍົກຍ້າຍຖິ່ນຖານບາງຄົນຈະຂໍລີ້ໄພໃນປະເທດ ເມັກຊິໂກ, ໃນຂະນະທີ່ຄົນອື່ນໆຈະຂໍ
ວີຊາ ເພື່ອເດີນທາງເຂົ້າ ສະຫະລັດ ສຳລັບການຊອກຫາຄວາມຝັນໃນ ອາເມຣິກາ ຂອງ
ເຂົາເຈົ້າ. ພວກຄົນຜູ້ທີ່ບໍ່ໄດ້ຮັບວີຊາ ກໍຈະພະຍາຍາລັກເຂົ້າມາ ສະຫະລັດ ຢ່າງຜິດກົດ
ໝາຍ.
ເມື່ອປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ໄດ້ຖືກຖາມ ກ່ຽວກັບ ຂະບວນຄົນ
ດັ່ງກ່າວນັ້ນ, ທ່ານກໍໄດ້ໃຊ້ໂອກາດ ເພື່ອຍົກນະໂຍບາຍທີ່ຖືກຕ່າວປີ້ນຂອງທ່ານຂຶ້ນມາ
ກ່ຽວກັບ ການແຍກຄອບຄົວຕ່າງໆອອກຈາກກັນ ໃນເວລາທີ່ເຂົາເຈົ້າເດີນທາງເຂົ້າ
ສະຫະລັດ ຈາກ ເມັກຊິໂກ ແລະ ເພື່ອຕັ້ງຂໍ້ກ່າວຫາຕໍ່ຜູ້ຍົກຍ້າຍຖິ່ນຖານ.
A caravan of more than 1,000 Honduran nationals, men, women, children, and months-old babies, has set out to find a better life.
The so-called "March of the Migrant" began its sojourn in San Pedro Sula in northern Honduras.
San Pedro Sula has one of the world's highest murder rates.
The convoy began to swell after local media reported on it.
On foot and in vehicles, the migrant caravan willtrek through Guatemala and then into Mexico, organizers say.
"There's a misery and a violence that is overwhelming people," Dunia Montoya, a volunteer helping the migrants in Honduras told the Associated Press."People no longer have faith in this country and they are fleeing."
A recent survey by the Center for Immigration Studies revealed that poor economic prospects are the main reason Hondurans want to leave their Central American homeland.Violence was the number two reason for leaving.
Some migrants will seek refugee status in Mexico, while others will request a visa to enter the United States in search of the American Dream.Some who are not granted visas will try to enter the U.S. illegally.
U.S. President Donald Trump when asked about the caravan, used the moment to bring up his overturned policy of separating families as they entered the U.S. from Mexico and to denigrate the migrants.