ທ່ານນາງ ອິນຕາ ໄຊມູນຄໍາ ຫົວໜ້າສະມາຊິກພັກສະພາແຫ່ງຊາດລາວຈາກເຂດ 11
ແຂວງບໍລິຄໍາໄຊ ໄດ້ໃຫ້ການຢືນຢັນວ່າອຳນາດການປົກຄອງແຂວງບໍລິຄໍາໄຊ ແລະ
ກອງທັບປະຊາຊົນລາວ ຍັງຄົງສືບຕໍ່ໃຫ້ການຊ່ວຍເຫຼືອ ແລະເບິ່ງແຍງບັນດາຊາວມົ້ງ ທີ່ຖືກສົ່ງກັບຄືນຈາກໄທມາລາວເປັນຢ່າງດີ.
ໃນຕະຫຼອດໄລຍະ 1 ປີກວ່າມານີ້ ການພັດທະນາເຂດຈັດສັນໃໝ່ຜັກເບືອກຢູ່ເຂດບ້ານ
ໂພນຄໍາ, ເມືອງບໍລິຄັນໃນແຂວງບໍລິຄໍາໄຊ ນັ້ນກໍ່ໄດ້ຄືບໜ້າໄປຫຼາຍແລ້ວຊຶ່ງກໍ່ຄືສາມາດ
ສ້າງບ້ານຢູ່ອາໃສຢ່າງຖາວອນໃຫ້ກັບບັນດາຊາວມົ້ງໄດ້ຢ່າງຄົບຖ້ວນທັ້ງ 600 ກວ່າຄອບ ຄົວແລ້ວຊຶ່ງລວມເຖິງການມີໄຟຟ້າ ແລະນໍ້າສະອາດໃຊ້ຢ່າງທົ່ວເຖິງ, ມີເສັ້ນທາງເຊື່ອມກັບ
ຕົວເມືອງຢ່າງສະດວກ, ມີໂຮງໝໍໂຮງຮຽນ, ຕະຫຼາດ ແລະມີການວາງຜັງເມືອງໃນເຂດ
ຈັດສັນອີກດ້ວຍ, ດັ່ງທີ່ ທ່ານນາງອິນຕາ ໄດ້ກ່າວວ່າ:
“ເວົ້າລວມແລ້ວ ລັດຖະບານກະໄດ້ສຸມທຶນຮອນຢ່າງ
ມະຫາສານໃສ່ ໂດຍສະເພາະແມ່ນການປຸກສ້າງທີ່
ຢູ່ອາໃສໃຫ້ສໍາເລັດ ແລະເພິ່ນກະໄດ້ຕັດຜັງເມືອງ
ເພາະວ່າມີຈໍານວນ 600 ກວ່າຄອບຄົວ. ສະນັ້ນ
ໄລຍະທີ່ຜ່ານມາອົງການພັກລັດເຮົາຕັ້ງແຕ່ສູນກາງ
ລົງຮອດຂັ້ນແຂວງກະໄດ້ສຸມທຶນຮອນເປັນຕົ້ນ
ແມ່ນເຮັດນໍ້າສ້າງ, ນໍ້າບາດານ ແລະໂຄງການນໍ້າ
ສະອາດໃຫ້ປະຊາຊົນ. ພ້ອມກັນນັ້ນກໍມີຕະຫຼາດ
ນ້ອຍເພື່ອໃຫ້ປະຊາຊົນໄດ້ມີການແລກປ່ຽນຊື້ຂາຍ”
ນອກຈາກນີ້ ທາງການລາວກໍ່ກໍາລັງເລັ່ງດໍາເນີນການບຸກເບີກຂະຫຍາຍທີ່ດິນທໍາກິນເພື່ອຈັດ
ສັນໃຫ້ກັບ ຊາວມົ້ງຢ່າງພຽງພໍ ລວມໄປເຖິງການເລັ່ງການກໍ່ສ້າງຄອງຊົນປະທານເພື່ອຕອບ ສະໜອງນໍ້າໃຫ້ກັບພື້ນທີ່ປູກພືດ ແລະເຮັດນາໃຫ້ໄດ້ຢ່າງທົ່ວເຖິງ ແລະຄາດວ່າຈະດໍາເນີນ
ການໃຫ້ແລ້ວເສັດໄດ້ພາຍໃນເດືອນນີ້.
ແຕ່ຢ່າງໃດກໍຕາມ ກ່ອນໜ້ານີ້ ທ່ານ Al Franken ວຸດທິສະມາຊິກຈາກລັດ ມິນເນໂຊຕ້າ
ສະຫະລັດອາເມລິກາກໍເຄີຍຖະແຫລງ ໃນໂອກາດທີ່ທ່ານພ້ອມດ້ວຍຄະນະໄດ້ເດີນທາງໄປ
ຢ້ຽມຢາມບັນດາຊາວມົ້ງ ທີ່ຖືກສົ່ງກັບຄືນຈາກປະເທດໄທຢູ່ທີ່ເຂດຈັດສັນໃໝ່ບ້ານໂພນຄໍາ
ເມືອງບໍລິຄັນແຂວງບໍລິຄໍາໄຊ ເມື່ອເດືອນກໍລະກົດຜ່ານມາວ່າ ທ່ານບໍ່ພໍໃຈກັບທາງການລາວ
ທີ່ບໍ່ໄດ້ໃຫ້ອິດສະລະແກ່ທ່ານຢ່າງແທ້ຈິງ ໃນການໄປຢ້ຽມຢາມຊາວມົ້ງໃນຄັ້ງດັ່ງກ່າວຫາກ
ແຕ່ເປັນການເດີນທາງໄປພາຍໃຕ້ເງຶ່ອນໄຂແລະສະພາບການຕ່າງໆ ທີ່ທາງການລາວໄດ້ຈັດ
ຕຽມໄວ້ກ່ອນແລ້ວ.
ພ້ອມກັນນັ້ນ ທ່ານ Al Fran-
ken ກໍໄດ້ສະແດງການຄາດ
ຫວັງວ່າທາງການລາວຈະເປີດ
ກວ້າງກ່ຽວກັບການແກ້ໄຂບັນ
ຫາຊາວມົ້ງຫລາຍຂື້ນໃນໄລຍະ
ຕໍ່ໄປ ເນື່ອງຈາກວ່າທາງການ
ສະຫະລັດຖືວ່າເປັນບັນຫາສໍາ
ຄັນທີ່ຈະຕ້ອງຮ່ວມກັນແກ້ໄຂ
ໃຫ້ລຸລ່ວງໄປ.
ຍິ່ງໄປກວ່ານັ້ນ ທ່ານ Al
Franken ກໍຍັງໄດ້ຮຽກຮ້ອງຂໍ
ໃຫ້ທາງການລາວຍອມອະນຸຍາດ
ແລະອໍານວຍຄວາມສະດວກໃຫ້
ກັບຊາວມົ້ງ ຈໍານວນ 158 ຄົນ ທີ່ໄດ້ຮັບສະຖານະພາບເປັນຜູ້ອົບພະຍົບຈາກສໍານັກງານ
ຂ້າຫລວງໃຫຍ່ຜູ້ລີ້ໄພແຫ່ງອົງການສະຫະປະຊາຊາດ ຫລື UNHCR ແລ້ວນັ້ນ ເພື່ອໃຫ້
ເດີນທາງໄປຢູ່ປະເທດທີ່ສາມໄດ້ໂດຍອິດສະລະອີກດ້ວຍ ເນື່ອງຈາກວ່າໃນໄລຍະທີ່ຜ່ານມາ
ນັ້ນ ທາງການສະຫະລັດ, ຄານາດາ, ເນເທີແລນດ໌ ແລະອອສເຕຣເລຍ ກໍໄດ້ສະແດງ
ຄວາມພ້ອມທີ່ຈະຮັບຮອງເອົາຊາວມົ້ງເຫລົ່ານີ້ແລ້ວ ຫາກແຕ່ກໍຖືກປະຕິເສດຈາກທາງການ
ລາວ ແລະໄທ ມາໂດຍຕະຫລອດ.
ທາງການໄທໄດ້ຈັດສົ່ງຊາວມົ້ງຊຸດສຸດທ້າຍຈໍານວນ 4,711
ຄົນ ຈາກສູນຮອງຮັບຊົ່ວຄາວບ້ານຫ້ວຍນໍ້າຂາວ ໃນເຂດອໍາ
ເພີເຂົາຄໍ້ ຈັງຫວັດເພັດຊະບູນຂອງໄທ ກັບຄືນໄປຍັງປະເທດ
ລາວ ໃນລະຫວ່າງວັນທີ່ 28-29 ເດືອນທັນວາ 2009
ໂດຍຊາວມົ້ງໄດ້ພາກັນເລືອກໄປຢູ່ໃນເຂດຈັດສັນໃໝ່ດັ່ງກ່າວ ເປັນສ່ວນໃຫຍ່.
ເຂດຈັດສັນໃໝ່ບ້ານໂພນຄໍາ ມີເນື້ອທີ່ທັງໝົດກວ້າງກວ່າ
2 ພັນເຮັກຕ້າ ຊຶ່ງໄດ້ມີການຈັດສັນພື້ນທີ່ກວ້າງ 100 ເຮັກ
ຕ້າ ໃຫ້ເປັນເຂດທີ່ຢູ່ອາໃສ ແລະພື້ນທີ່ສ່ວນທີ່ເຫລືອ ກໍໄດ້ຈັດສັນໃຫ້ເປັນດິນທໍາມາຫາກິນ.