ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະມາຊິກ ສະພາສູງ ສະຫະລັດ ຢ້ຽມຢາມລາວ


ສະມາຊິກ ສະພາສູງ ສະຫະລັດ ທ່ານ Al Franken
ສະມາຊິກ ສະພາສູງ ສະຫະລັດ ທ່ານ Al Franken

ສະມາຊິກ ສະພາສູງ ສະຫະລັດ ທ່ານ AL FRANKEN ກ່າວວ່າ ເຈົ້າໜ້າທີ່ລາວ ໄດ້ຈຳກັດຮັດແຄບ ການໄປຢ້ຽມຢາມ ຂອງທ່ານ ທີ່​ບ້ານ​ຈັດ​ສັນ ​ສຳລັບ ພວກອົບພະຍົບມົ້ງ 4,500 ຄົນທີ່ຖືກບັງຄັບ ສົ່ງກັບຄືນໄປລາວ ຈາກໄທ ໃນປີກາຍນີ້.

ທ່ານ FRANKEN ໄດ້ເດີນທາງ ໄປລາວ ໃນວັນອັງຄານວານນີ້ ເພື່ອສັງເກດເບິ່ງ ສະພາບການເປັນຢູ່ ຂອງພວກອົບພະຍົບ ຊາວມົ້ງ. ທ່ານເວົ້າວ່າ ທ່ານໄດ້ໂອ້ລົມ ກັບພວກຊາວມົ້ງກຸ່ມນຶ່ງ ຈຳນວນ 150 ຄົນ ຢູ່ທີ່ບ້ານ ທີ່ລັດຖະບານລາວ ໄດ້ສ້າງໃຫ້ ພວກຊາວມົ້ງຢູ່ ແລະໄດ້ຂີ່ເຮືອບິນ ເຮຣີຄອບເຕີ້ ເວີ່ນເບິ່ງ ບ້ານແຫ່ງນີ້.

ທ່ານ FRANKEN ກ່າວຕໍ່ພວກນັກຂ່າວ ລຸນຫລັງ ການໄປຢ້ຽມຢາມວ່າ ທ່ານບໍ່ພໍໃຈ ກ່ຽວກັບ​ການຢ້ຽມຢາມ ທີ່ທ່ານໄດ້ຮັບ ອະນຸຍາດນັ້ນ ​ແລະວ່າ ທ່ານໄດ້ຖືກຕິດຕາມ ໂດຍເຈົ້າໜ້າທີ່ຂັ້ນສູງ ທາງທະຫານຄົນນຶ່ງ ຕະຫຼອດການຢ້ຽມຢາມ ຂອງທ່ານ.

ທ່ານ FRANKEN ​ເປັນສະມາຊິກ ສະພາສູງ ສັງກັດພັກເດໂມແຄຣັທ ຈາກລັດມິນເນໂຊຕາ ຊຶ່ງເປັນລັດນຶ່ງ ທີ່ມີປະຊາຄົມ ຊາວມົ້ງຈາກລາວ ທີ່ໃຫຍ່ທີ່ສຸດ ຢູ່ໃນສະຫະລັດ. ການ​ຢ້ຽມຢາມລາວ ຂອງສະມາຊິກ ສະພາສູງ FRANKEN ​ແມ່ນ ເປັນພາກສ່ວນນຶ່ງ ຂອງການເດີນທາງ ໄປຢ້ຽມຢາມ ຫວຽດນາມ ໃນສັບປະດານີ້ ໂດຍສະມາຊິກ ສະພາສູງ ສະຫະລັດ 3 ທ່ານ ທີ່ຮວມທັງ ສະມາຊິກ ສະພາສູງ TOM HARKIN ຈາກລັດ IOWA ແລະ ສະມາຊິກ ສະພາສູງ BERNIE SANDERS ທີ່ບໍ່ສັງກັດພັກ​ໃດ ຈາກລັດ VERMONT.

XS
SM
MD
LG