ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຍີ່ປຸ່ນ ຈັດພິທີຄົບຮອບ 71 ປີຂອງການຖິ້ມ ລະເບີດ ປະລະມານູ ໃສ່ ຮິໂຣຊິມາ


ປະທານາທິບດີ ສະຫະລັດ ທ່ານ ບາຣັກ ໂອບາມາ (ຂວາ) ຈັບແຂນຂອງນາຍົກລັດຖະມົນຕີ ຍີ່ປຸ່ນ ທ່ານ Shinzo Abe ຫຼັງຈາກວາງພວງມາລາ ຢູ່ຕໍ່ໜ້າອານຸສາວະລີ ທີ່ສວນອຸດທະຍານສັນຕິພາບໃນ ຮິໂຣຊິມາ, ຍີ່ປຸ່ນ. 27 ພຶດສະພາ 2016.
ປະທານາທິບດີ ສະຫະລັດ ທ່ານ ບາຣັກ ໂອບາມາ (ຂວາ) ຈັບແຂນຂອງນາຍົກລັດຖະມົນຕີ ຍີ່ປຸ່ນ ທ່ານ Shinzo Abe ຫຼັງຈາກວາງພວງມາລາ ຢູ່ຕໍ່ໜ້າອານຸສາວະລີ ທີ່ສວນອຸດທະຍານສັນຕິພາບໃນ ຮິໂຣຊິມາ, ຍີ່ປຸ່ນ. 27 ພຶດສະພາ 2016.

ປະເທດ ຍີ່ປຸ່ນ ໃນວັນເສົາມື້ນີ້ ໄດ້ຈັດພິທີຄົບຮອບ 71 ປີຂອງການ ຖິ້ມລະເບີດນິວເຄລຍ ສະຫະລັດ ໃສ່ນະຄອນ ຮິໂຣຊິມາ ທີ່ໄດ້ເປັນ ສາເຫດນຳໄປສູ່ການສິ້ນສຸດຂອງສົງຄາມ ໂລກຄັ້ງທີ 2.

ປະຊາຊົນປະມານ 50,000 ຄົນໄດ້ເຂົ້າຮ່ວມໃນພິທີທີ່ສວນອຸດທະຍານ ສັນຕິພາບຂອງ ຮິໂຣຊິມາ ຕັ້ງຢູ່ໃກ້ກັບຈຸດສູນກາງຂອງລະເບີດ.

ເຈົ້າຄອງນະຄອນ ຮິໂຣຊິມາ ທ່ານ Kazumi Matsui ໄດ້ຮຽກຮ້ອງ ໃຫ້ບັນດາຜູ້ນຳໂລກ ໄປຢ້ຽມຢາມສະຖານທີ່ດັ່ງກ່າວ, ເຊັ່ນປະທານາທິ ບໍດີ ສະຫະລັດ ທ່ານ ບາຣັກ ໂອບາມາ ໄດ້ໄປຢ້ຽມຢາມໃນເດືອນ ພຶດສະພາທີ່ຜ່ານມານີ້.

ທ່ານ Matsui ໄດ້ກ່າວວ່າ ເຊັ່ນທ່ານ ໂອບາມາ ການຢ້ຽມຢາມດັ່ງ ກ່າວ “ແນ່ນອນຈະ ເຮັດໃຫ້ເຫັນໄດ້ຢ່າງຊັດເຈນເຖິງຄວາມຈິງຂອງການ ຖິ້ມລະເບີດປະລະມະນູ ໃນໃຈ ກາງເມືອງແຕ່ລະແຫ່ງ.”

ການຖິ້ມລະເບີດໃສ່ນະຄອນ ຮິໂຣຊິມາ ໄດ້ເຮັດໃຫ້ຄົນເສຍຊີວິດປະ ມານ 140,000 ຄົນ ບໍ່ວ່າຈະໃນທັນທີທັນໃດ ຫຼື ຖືກເຜົາໄໝ້ຈາກກຳມັນຕະລັງສີເຊິ່ງໄດ້ມີຜົນຕາມມາ ຢ່າງ ກະທັນຫັນນັ້ນ.

ລະເບີດປະລະມະນູອີກລູກໜຶ່ງໄດ້ຖືກຖິ້ມລົງໃສ່ເມືອງທ່າເຮືອ ນາກາ ຊາກິ 3 ມື້ຕໍ່ມາ, ເຮັດໃຫ້ຜູ້ທີ່ອາໄສຢູ່ຖືກຂ້າຕາຍປະມານ 70,000 ຄົນ.

ນະຄອນຫຼວງ ວໍຊິງຕັນ ໄດ້ໂຕ້ຖຽງວ່າ ການໂຈມຕີສອງຄັ້ງນັ້ນແມ່ນມີ ຄວາມຈຳເປັນທີ່ຈະ ເຮັດໃຫ້ສົງຄາມສິ້ນສຸດລົງໄວຂຶ້ນ. 6 ມື້ຫຼັງຈາກ ການໂຈມຕີເມືອງ ນາກາຊາກິ, ຍີ່ປຸ່ນ ກໍ ໄດ້ຍອມແພ້, ແລະ ສົງຄາມກໍໄດ້ສິ້ນສຸດລົງ.

ທ່ານ ໂອບາມາ ໄດ້ກ່າວໃນເວລາທີ່ທ່ານໄດ້ໄປຢ້ຽມຢາມວ່າ, “ພວກ ເຮົາມີຄວາມຮັບ ຜິດຊອບຮ່ວມກັນ ເພື່ອເບິ່ງໂດຍກົງໃນດວງຕາຂອງ ປະຫວັດສາດ. ພວກເຮົາຕ້ອງ ຖາມໃນສິ່ງທີ່ພວກເຮົາຕ້ອງເຮັດຢ່າງ ແຕກຕ່າງກັນເພື່ອຍັບຢັ້ງຄວາມເຈັບປວດ ທໍລະ ມານແນວນັ້ນອີກ. ພວກ ເຮົາຕ້ອງຈິນຕະນາຄືນການເຊື່ອມຕໍ່ຂອງພວກເຮົາຫາຄົນ ອື່ນໆ ໃນຖາ ນະເປັນສະມາຊິກຂອງເຜົ່າພັນມະນຸດ.”

ທ່ານ ໂອບາມາ ແມ່ນປະທະນາທິບໍດີ ສະຫະລັດ ຄົນທຳອິດ ທີ່ໄດ້ໄປ ຢ້ຽມຢາມຈຸດຖິ້ມລະ ເບີດດັ່ງກ່າວ. ແຕ່ທ່ານບໍ່ໄດ້ກ່າວຄຳຂໍໂທດໃດໆ ສຳລັບການຖິ້ມລະເບີດນັ້ນ. ທ່ານໄດ້ ກ່າວວ່າ ທ່ານຈະບໍ່ກັບຄືນຫາ ການຕັດສິນໃຈຂອງອະດີດປະທານາທິບໍດີ Harry Truman ອີກ.

XS
SM
MD
LG