ໃນເດືອນຕຸລາຈະມາເຖິງນີ້, ຫຼາຍໆສັບປະດາ ທີ່ລົດໄຟຄວາມໄວສູງ ຈະແລ່ນລົງ
ມາຈາກຈີນແຜ່ນດິນໃຫຍ່, ສານສູງໃນຮົງກົງຈະຂຸ້ນຂ້ຽວຮັບຟັງຄຳທ້າທາຍກ່ຽວກັບ
ສະຖານີໃໝ່. ພວກອຸທອນ 5 ຄົນ ກ່າວວ່າ ກົດໝາຍໃໝ່ ຈະເຮັດໃຫ້ຈີນ ຄວບຄຸມ ແບບບໍ່ມີຢູ່ໃນລັດຖະທຳມະນູນ ດິນແດນສ່ວນນຶ່ງຂອງຮົງກົງ ຍ້ອນການອະນຸມັດ
ໃຫ້ໜ່ວຍກວດຄົນເຂົ້າເມືອງ ແລະຄວບຄຸມຊາຍແດນຂອງຈີນ ບັງຄັບໃຊ້ກົດໝາຍ
ແຜ່ນດິນໃຫຍ່ ໃນເຂດປົກຄອງຕົນເອງ ໃນຄັ້ງທຳອິດ ນັບຕັ້ງແຕ່ການມອບຄືນ
ຮົງກົງໃຫ້ຈີນ ຈາກການປົກຄອງຂອງອັງກິດ ໃນປີ 1997.
ດ້ວຍການໃຊ້ອຳນາດທັງໝົດນີ້, ພວກນັກວິເຄາະກ່າວວ່າ ໝາຍຄວາມວ່າ ກົດໝາຍ
ດັ່ງກ່າວຈະບໍ່ມີຫຍັງ ຈະສະກັດກັ້ນປັກກິ່ງໄດ້ ໃນການຍາດແຍ່ງເອົາດິນແດນຂອງຮົງກົງ ພາຍໃຕ້ການປົກປ້ອງຄວາມປອດໄພແຫ່ງຊາດ.
ການຜ່ານກົດໝາຍດັ່ງກ່າວ ແມ່ນເປັນການປາໄຊ ຂອງພວກນັກເຄື່ອນໄຫວເພື່ອປະຊາ
ທິປະໄຕ ທັງເປັນການຢຸດຢັ້ງການທີ່ຈະຈັດຕັ້ງຮົງກົງໃຫ້ເປັນເຂດປົກຄອງຕົນເອງ ທັງເພື່ອຄ້ຳປະກັນສິດທິພົນລະເຮືອນຂອງຮົງກົງ.
ອ່ານຂ່າວນີ້ເພີ່ມຕື່ມເປັນພາສາອັງກິດ