ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​​ວຽງ​ຈັນຍອມຮັບ​ວ່າ ​ອາດຈະບໍ່ສາມາດ​ເພີ່ມ​ ຄວາມ​ໜາ​ແໜ້ນ​ຂອງ​ປ່າ​ໄມ້ ໄດ້ຕາມຄາດໝາຍ


ທ່ານ ລາດຊະນິວົງ ອໍາມະລາທິທາດາ, ຫົວໜ້າຜະແນກກະສິກໍາ-ປ່າໄມ້ ນະຄອນຫຼວງວຽງຈັນ
ທ່ານ ລາດຊະນິວົງ ອໍາມະລາທິທາດາ, ຫົວໜ້າຜະແນກກະສິກໍາ-ປ່າໄມ້ ນະຄອນຫຼວງວຽງຈັນ

ຫົວໜ້າ​ແຜນການ​ກະສິກໍາ-ປ່າ​ໄມ້​ນະຄອນຫຼວງ​ວຽງ​ຈັນຍອມຮັບ​ວ່າ ​ເປັນ​ໄປ​ໄດ້​ຍາກທີ່ ​ຈະ​ເພີ່ມ​ຄວາມ​ໜາ​ແໜ້ນ​ຂອງ​ປ່າ​ໄມ້ໃນ​ເຂດ​ນະຄອນຫຼວງ​ວຽງ​ຈັນ​ໃຫ້​ເປັນ 70% ຂອງ ​ເນື້ອ​ທີ່​ທັງ​ໝົດ​ພາຍ​ໃນ​ປີ 2020.

ທ່ານ ລາ​ດຊະ​ນິວົງ ອໍາ​ມະລາ​ທິທາດາ, ຫົວໜ້າ​ຜະແນກ​ກະສິກຳ-ປ່າ​ໄມ້ ນະຄອນຫຼວງ​ວຽງ​ຈັນ​ໄດ້​ໃຫ້ການ​ຍອມຮັບ​ວ່າ ການທີ່ຈະ​ດຳ​ເນີນ​ການຈັດ​ຕັ້ງ​ປະຕິບັດ​ໃຫ້​ໄດ້​ຕາມ​ເປົ້າ​ໝາຍ​ຂອງ​ພັກ ​ແລະລັດຖະບານ​ລາວກ່ຽວ​ກັບ​ການ​ເພີ່ມ​ອັດຕາ​ຄວາມ​ໜາ​ແໜ້ນ​ຂອງ​ປ່າ​ໄມ້ໃຫ້​ໄດ້​ເຖິງ 70% ຂອງ​ພື້ນ​ທີ່​ທັງ​ໝົດ​ພາຍ​ໃນ​ປີ 2020 ນັ້ນ ສຳລັບ​ເຂດ​ນະຄອນ
ຫຼວງ​ວຽງ​ຈັນ​ກໍ່​ຄົງ​ຈະ​ເປັນ​ໄປ​ໄດ້​ຍາກ.

ທັງນີ້ ກໍ​ເນື່ອງ​ຈາກ​ວ່າ ​ສະພາບ​ປ່າ​ໄມ້​ໃນ​ເຂດ​ນະຄອນຫຼວງ​ວຽງ​ຈັນ​ໃນ​ປະຈຸ​ບັນ ຍັງ​ຄົງ​ເຫຼືອ​ຄວາມ​ໜາ​ແໜ້ນ​ຄິດ​ເປັນ​ອັດຕາ​ສະ​ເລ່ຍ 30% ຂອງ​ເໜືອ​ທີ່​ທັງ​ໝົດ​ເທົ່າ​ນັ້ນ ​ແລະໃນ​ຂະນະ​ດຽວກັນ​ການ​ທີ່​ເຂດ​ນະຄອນຫຼວງ​ວຽງ​ຈັນ​ກໍ່​ມີ​ເນື້ອ​ທີ່​ບໍ່​ຫຼາຍ, ຫາກ​ແຕ່​ກໍ່​ມີ​ຄວາ​ມຈຳ​ເປັນທີ່​ຈະ​ຕ້ອງ​ມີ​ການ​ນໍາໃຊ້​ທີ່​ດິນ ​ແລະພັດທະນາ​ທີ່​ດິນ​ສຳລັບ​ຮອງ​ຮັບ​ການ​ຂະຫຍາຍຕົວ​ທາງ​ເສດຖະກິດ ​ແລະການ​ລົງທຶນ​ຈາກ​ຕ່າງປະ​ເທດ​ໃນ​ດ້ານ​ຕ່າງໆ​ນັບ​ມື້​ ເພີ່​ມຂຶ້ນ, ຈຶ່ງ​ເຮັດ​ໃຫ້​ເຂດ​ນະຄອນຫຼວງ​ວຽງ​ຈັນ​ມີ​ພື້ນ​ທີ່ຢ່າງ​ຈໍາກັດ​ທີ່​ຈະ​ຟື້ນ​ຟູ​ໃຫ້​ເປັນ​ປ່າ​ໄມ້​ທີ່​ກວາມ​ເອົາ 70% ຂອງ​ພື້ນ​ທີ່​ທັງ​ໝົດ​ໄດ້​ນັ້​ນເອງ, ດັ່ງ​ທີ່​ທ່ານ ລາດ​ຊະ​ນິວົງ ​ໄດ້​ໃຫ້ການ​ຊີ້​ແຈງ​ວ່າ:

ປະຊາຊົນລາວຈໍານວນນຶ່ງປູກ ຕົ້ນໄມ້ເນື່ອງໃນໂອກາດວັນປູກ ຕົ້ນໄມ້ແຫ່ງຊາດ, ວັນທີ 1 ມິຖຸນາ, 2011
ປະຊາຊົນລາວຈໍານວນນຶ່ງປູກ ຕົ້ນໄມ້ເນື່ອງໃນໂອກາດວັນປູກ ຕົ້ນໄມ້ແຫ່ງຊາດ, ວັນທີ 1 ມິຖຸນາ, 2011

ຕາມ​ໂຕ​ເລກ​ຄາດໝາຍ​ຂອງ​ລັດຖະບານທົ່ວ​ປະ​ເທດ​ນີ້ ໃຫ້​ມີ​ການ​ປົກ​ຫຸ້ມ​ຂອງ​ປ່າ​ໄມ້​ເຖິງ 70% ຈົນ​ຮອດ​ປີ 2020 ​ສະ​ເພາະ​ນະຄອນຫຼວງ​ວຽງ​ຈັນ​ນີ້ ພວກ​ເຮົາ​ວາງ​ຄາດໝາຍ​ໄປ​ຮອດ​ປີ 2020 ​ໃຫ້​ຢູ່​ລະຫວ່າງ 60% ນີ້​ແຫຼະ, ​ເພາະວ່າ ​ເນື້ອທີ່​ຂອງ​ເຮົາ​ກໍ່​ບໍ່​ຫຼາຍ ການ​ປູກ​ນີ້ ເນື້ອ​ທີ່​ກໍ​ຈໍາກັດ ​ແລ້ວ​ຈຶ່ງ​ເນັ້ນ​ໃສ່​ການ​ຟື້ນ​ຟູ​ປ່າ​ຫັ້ນ, ​ໂດຍ​ສະ​ເພາະ​ປ່າ​ສະຫງວນ ​ແລະປ່າ​ຄຸ້ມ​ຄອງ​ຂອງ​ບ້ານ.

ກ່ອນໜ້ານີ້ ທ່ານ ພູມີ ພູ​ມະນີ​ວົງ, ຫົວໜ້າ​ກວດກາ​ປ່າ​ໄມ້, ກະຊວງກະສິກຳ-ປ່າ​ໄມ້​ລາວ​ ໄດ້​ຖະ​ແຫຼ​ງຢືນຢັນ​ວ່າ ການ​ລັກລອບ​ຕັດ​ໄມ້​ໂດຍ​ບໍ່​ໄດ້​ຮັບອະນຸຍາດ​ຢ່າງ​ຖືກຕ້ອງ​ຕາມ​ກົດໝາຍ​ນັບ​ເປັນ​ບັນຫາ​ສຳຄັນ​ທີ່ເຮັດໃຫ້ປ່າໄມ້ລາວຫລຸດຄວາມໜາແໜ້ນລົງຢ່າງຕໍ່ເນື່ອງ.

ປ່າໄມ້ໃນເຂດປ່າສະຫງວນແຫ່ງນຶ່ງທີ່ໄດ້ຖືກບຸກລຸກທໍາລາຍຍ້ອນການ ລັກລອບຕັດໄມ້
ປ່າໄມ້ໃນເຂດປ່າສະຫງວນແຫ່ງນຶ່ງທີ່ໄດ້ຖືກບຸກລຸກທໍາລາຍຍ້ອນການ ລັກລອບຕັດໄມ້

ໂດຍ​ສໍາລັບໃນ​ຊ່ວງ 6 ​ເດືອນທີ່
ຜ່ານ​ມາ​ຂອງ​ແຜ​ນການ​ປະ​ຈໍາປີ
2010-2011ນີ້ ກົມ​ກວດກາ​ປ່າ
ໄມ້​ສາມາດ​ຢຶດຂອງ​ກາງ​ເປັນ
ໄມ້​ທ່ອນໄດ້ຈຳນວນ 64,000
ກວ່າ​ທ່ອນ, ພ້ອມ​ດ້ວຍ​ໄມ້​ແປ
ຮູບ​ຫຼາຍກ່ວາ 324,000 ​ແຜ່ນ,
ໄມ້​ຄ້ຳ​ແບບ 50 ພັນ​ກ່ວາ​ລຳ,
ຍານ​ພະຫານະ 200 ກວ່າ
ຄັນ, ຈັກ​ສຳລັບຕັດ​ໄມ້ 164
ເຄື່ອງ​ແລະມີ​ປ່າ​ໄມ້​ຖືກ​ບຸກລຸກ​
ກ້ວາງ​ກ່ວາ 7,200 ​ເຮັກຕາ
ໃນ 8 ​ແຂວງ.

ນອກຈາກນັ້ນບັນຫາທີ່ໜ້າເປັນຫ່ວງກໍຄືການປະກົດວ່າໄດ້ມີການລັກລອບຕັດໄມ້ໃນເຂດ
ປ່າສະຫງວນແຫ່ງຊາດນັບມື້ເພີ່ມຫຼາຍຂຶ້ນ, ໂດຍເຂດທີ່ມີການລັກລອບຕັດໄມ໊ຫຼາຍທີ່ສຸດ
ກໍຄື: ນະຄອນວຽງຈັນ, ສາລະວັນ, ບໍ່ແກ້ວ, ຫົວພັນ, ໄຊຍະບູລີ, ຫລວງນໍ້າທາ, ຈໍາປາ
ສັກ, ຜົ້ງສາລີແລະແຂວງວຽງຈັນ.

ກ່ອນໜ້ານີ້ ອົງການເຄືອຂ່າຍເພື່ອການອະນຸລັກຊັບພະຍາກອນທໍາມະຊາດໃນເຂດລຸ່ມ
ແມ່ນ້ຳຂອງໄດ້ລາຍງານວ່າ: ເຂດທີ່ມີການລັກລອບຕັດໄມ້ເພື່ອການຄ້າເຖື່ອນໃນລາວຫຼາຍ
ທີ່ສຸດກໍຄື ເຂດຊາຍແດນຂອງລາວທີ່ຕິດຕໍ່ກັບຫວຽດນາມ, ຈີນ ແລະ ໄທ, ຊຶ່ງຄາດວ່າ
ໄດ້ມີການລັກລອບຕັດໄມ້ ແລະຂົນສົ່ງໄມ້ອອກຈາກລາວໄປຍັງ 3 ປະເທດດັ່ງກ່າວໃນປະລິ
ມານຫລາຍ​ກວ່າ 200,000 ແມັດກ້ອນໃນແຕ່ລະປີ.

ທັງນີ້ ຈາກການສຳຫຼວດສະພາບປ່າໄມ້ໃນລາວເມື່ອປີ 1992 ພົບວ່າ ລາວມີອັດຕາຄວາມ
ໜາແໜ້ນຂອງປ່າໄມ້ປົກຫຸ້ມຢູ່ເຖິງ 47% ຂອງພື້ນທີ່ທັງໝົດ ຫາກແຕ່ວ່າອັດຕາຄວາມ
ໜາແໜ້ນຂອງປ່າໄມ້ກໍ່ໄດ້ຫຼຸດລົງສູ່ລະດັບ 41% ໃນປີ 2002 ແລະໃນປັດຈຸບັນນີ້ກໍເຊື່ອ
ວ່າ ສະພາບປ່າໄມ້ຂອງລາວຍັງຄົງເຫຼືອຄວາມໜາແໜ້ນຢູ່ພຽງແຕ່ບໍ່ເກີນ 35% ຂອງ
ພື້ນທີ່ທັງໝົດເທົ່ານັ້ນ. ເຖິງແມ່ນວ່າທາງການລາວຈະເຊື່ອວ່າມີຢູ່ເຖິງ 53% ກໍຕາມ.

ສວນປູກຕົ້ນຢາງແຫ່ງນຶ່ງຂອງບໍ ລິສັດຈີນທີ່ຄິດວ່າຈະຊ່ວຍເພີ້ມ ຄວາມໜາແໜ້ນຂອງປ່າໄມ້ລາວ
ສວນປູກຕົ້ນຢາງແຫ່ງນຶ່ງຂອງບໍ ລິສັດຈີນທີ່ຄິດວ່າຈະຊ່ວຍເພີ້ມ ຄວາມໜາແໜ້ນຂອງປ່າໄມ້ລາວ

ແຕ່​ຢ່າງ​ໃດ​ກໍຕາມ ດ້ວຍ​ກາ​ນສົ່ງ​ເສີມ​ໃຫ້​ພາກ​ເອກະຊົນ​ດໍາ
ເນີນ​ໂຄງການລົງທຶນ​ປູກຕົ້ນໄມ້​ອຸດສາຫະກໍາ​ແປ​ຮູບ​ຢ່າງ
ຕັ້ງໜ້ານັ້ນ ໂດຍສະເພາະແມ່ນການປູກຢາງພາລານັ້ນ
ກໍ​ເຮັດ​ໃຫ້​ທາງ​ການ​ລາວເຊື່ອໝັ້ນວ່າ ຈະ​ເປັນ​ຜົນ​ເຮັດ
ໃຫ້ປ່າ​ໄມ້ລາວ​ມີ​ລະດັບຄວາມໜາແໜ້ນ​ເພີ້ມຂຶ້ນ​ເປັນ
70% ຂອງ​ພື້ນທີ່​ທັງໝົດຂອງ​ປະ​ເທດ​ໃຫ້​ໄດ້​ໃນ​ປີ 2020.

XS
SM
MD
LG