ເຈົ້າໜ້າທີ່ຂັ້ນສູງໃນກົມປ່າໄມ້ ກະຊວງກະສິກໍາ-ປ່າໄມ້
ລາວ ໄດ້ໃຫ້ການຢືນຢັນວ່າການປັກປັນ ແລະກໍານົດ
ພື້ນທີ່ຂອງເຂດປ່າສະຫງວນແຫ່ງຊາດພູພະນັງໃນເຂດ
ແຂວງວຽງຈັນໄດ້ດໍາເນີນການສໍາເລັດເມື່ອບໍ່ນານມານີ້
ໂດຍສາເຫດສໍາຄັນທີ່ເຮັດໃຫ້ຕ້ອງມີການດໍາເນີນການດັ່ງກ່າວກໍ່ຍ້ອນວ່າເຂດພູພະນັງນັບວ່າ
ເປັນພື້ນທີ່ ນຶ່ງທີ່ມີບັນຫາການລັກລອບຕັດໄມ້ເພື່ອການຄ້າໂດຍບໍ່ໄດ້ຮັບອະນຸຍາດຢ່າງ
ຖືກຕ້ອງຕາມກົດໝາຍຫຼາຍທີ່ສຸດໃນປະເທດລາວ.
ນອກຈາກນີ້ ການທີ່ບໍ່ໄດ້ມີການກໍານົດເຂດດ້ວຍການປັກຫຼັກ
ໝາຍຢ່າງຊັດເຈນໃນໄລຍະທີ່ຜ່ານມານັ້ນກໍຍັງນັບເປັນອີກສາ
ເຫດໜຶ່ງທີ່ເຮັດໃຫ້ປະຊາຊົນໃນພື້ນທີ່ບໍ່ສາມາດຮູ້ໄດ້ວ່າເຂດ
ໃດທີ່ເປັນເຂດປ່າສະຫງວນ ແລະ ເຂດໃດເປັນພື້ນທີ່ທີ່ປະ
ຊາຊົນສາມາດເຂົ້າໄປທໍາກິນໄດ້ດ້ວຍເຫດນີ້ຈິ່ງເຮັດໃຫ້ເກີດ
ມີການບຸກລຸກເຂົ້າໄປໃນເຂດປ່າສະຫງວນແຫ່ງຊາດພູພະນັງ
ດັ່ງກ່າວ.
ເພາະສະນັ້ນ ເພື່ອເປັນການແກ້ໄຂບັນຫາດັ່ງກ່າວ ແລະເປັນ
ການປ້ອງກັນບໍ່ໃຫ້ມີການສວຍໂອກາດເຂົ້າໄປລັກລອບຕັດໄມ້
ເພື່ອການຄ້າເຖື່ອນໂດຍກຸ່ມຄົນບໍ່ດີດ້ວຍນັ້ນ ກົມປ່າໄມ້ລາວ
ຈຶ່ງໄດ້ດໍາເນີນການກໍານົດເຂດປ່າສະຫງວນແຫ່ງຊາດພູພະນັງດ້ວຍການນໍາໃຊ້ລະດັບຄວາມ
ສູງທີ່ເໜືອລະດັບນໍ້າທະເລເປັນເກນໃນການກໍານົດດັ່ງກ່າວ ດັ່ງທີ່ເຈົ້າໜ້າທີ່ຂັ້ນສູງໃນກົມປ່າ
ໄມ້ລາວໄດ້ໃຫ້ການຊີ້ແຈງວ່າ:
“ເລີ່ມແຕ່ເດືອນສາມນີ້ເປັນຕົ້ນມານີ້ ພວກເຮົາໄດ້ເລີ່ມປັກເຂດສະຫງວນພູພະນັງ
ໂດຍໄດ້ກໍານົດເອົາຄວາມສູງຈາກໜ້ານໍ້າທະເລແຕ່ 200 ແມັດ ແລ້ວກໍໄດ້ເລີ່ມປັກ
ກໍານົດເຂດເປັນປ່າສະຫງວນແຫ່ງຊາດແລ້ວ ແຕ່ວ່າຫຼຸດລຸ່ມເຂດ 200 ແມັດ ລົງ
ມາກໍ່ແມ່ນເຂດທີ່ສາມາດທໍາມາຫາກິນໄດ້”.
ກ່ອນໜ້ານີ້ ທ່ານ ພູມີ ພູມະນີວົງ, ຫົວໜ້າກວດກາປ່າໄມ້, ກະຊວງກະສິກຳ-ປ່າໄມ້ລາວ
ໄດ້ຖະແຫຼງຍອມຮັບວ່າ ການລັກລອບຕັດໄມ້ໂດຍບໍ່ໄດ້ຮັບອະນຸຍາດຢ່າງຖືກຕ້ອງຕາມ
ກົດໝາຍນັ້ນ ຍັງຄົງເປັນບັນຫາໃຫຍ່ທີ່ຍາກຕໍ່ການປ້ອງກັນແລະປາບປາມ.
ທັງນີ້ ກໍເນື່ອງຈາກວ່າ ອຳນາດການປົກຄອງທັ້ງທີ່ຢູ່ໃນສູນ
ກາງ ແລະລະດັບທ້ອງຖິ່ນໄດ້ມີການອະນຸຍາດໃຫ້ມີການ
ສ້າງຕັ້ງໂຮງເລື່ອຍ ແລະໂຮງງານແປຮູບໄມ້ຈຳນວນຫຼາຍ
ຈົນເກີນໄປ ຈຶ່ງເຮັດໃຫ້ຍາກຕໍ່ການທີ່ຈະຄວບຄຸມ ແລະ
ກວດກາໄດ້ຢ່າງທົ່ວເຖິງ ແລະໃນຂະນະດຽວກັນຜົນຂອງ
ການກວດກາໃນໄລຍະທີ່ຜ່ານມາກໍ່ພົບວ່າ ມີເຈົ້າຂອງກິດ
ຈະການຫຼາຍໂຮງງານທີ່ໄດ້ລະເມີດກົດໝາຍດ້ວຍການເຂົ້າ
ໄປກ່ຽວຂ້ອງກັບການລັກລອບຕັດໄມ້ເພື່ອນຳເອົາມາປ້ອນໂຮງງານຂອງພວກຕົນອີກດ້ວຍ.
ທ່ານ ພູມີ ຍັງໄດ້ລາຍງານຕໍ່ກອງປະຊຸມດ້ວຍວ່າໃນຊ່ວງ 6 ເດືອນທີ່ຜ່ານມາຂອງແຜນ
ການປະຈຳປີ 2010-2011 ນີ້ກົມກວດກາປ່າໄມ້ສາມາດຢຶດຂອງກາງເປັນໄມ້ທ່ອນໄດ້ຈຳ
ນວນ 64,000 ກ່ວາທ່ອນ, ພ້ອມດ້ວຍໄມ້ແປຮູບຫຼາຍກ່ວາ 324,000 ແຜ່ນ, ໄມ້ຄ້ຳແບບ
50 ພັນກ່ວາລຳ, ຍານພະຫານະ 200 ກ່ວາຄັນ, ຈັກສຳລັບຕັດໄມ້ 164 ເຄື່ອງ ແລະມີ
ປ່າໄມ້ຖືກບຸກລຸກກ້ວາງກ່ວາ 7,200 ເຮັກຕາ.
ທັງນີ້ ຈາກການສຳຫຼວດສະພາບປ່າໄມ້ໃນລາວເມື່ອປີ
1992 ພົບວ່າ ລາວມີອັດຕາຄວາມໜາແໜ້ນຂອງປ່າໄມ້
ປົກຫຸ້ມຢູ່ເຖິງ 47% ຂອງພື້ນທີ່ທັງໝົດ ຫາກແຕ່ວ່າອັດ
ຕາຄວາມໜາແໜ້ນຂອງປ່າໄມ້ກໍ່ໄດ້ຫຼຸດລົງສູ່ລະດັບ 41%
ໃນປີ 2002 ແລະ ໃນປັດຈຸບັນນີ້ກໍເຊື່ອວ່າ ສະພາບປ່າໄມ້
ຂອງລາວຍັງຄົງເຫຼືອຄວາມໜາແໜ້ນຢູ່ພຽງແຕ່ບໍ່ເກີນ 35%
ຂອງພື້ນທີ່ທັງໝົດເທົ່ານັ້ນ. ເຖິງແມ່ນວ່າທາງການລາວຈະ
ເຊື່ອວ່າມີຢູ່ເຖິງ 53% ກໍຕາມ.