ປະເທດລາວ ກໍາລັງປະເຊີນກັບອັດຕາເງິນເຟີ້ ທີ່ກຳລັງເພີ້ມສູງຂຶ້ນຢ່າງຮ້າຍແຮງ ຍ້ອນສະພາວະ ຄວາມເຄັ່ງຕຶງຈາກການກູ້ຢືມເງິນຈໍານວນມະຫາສານທີ່ແມ່ນການກູ້ຍືມຈາກຈີນ ເປັນສ່ວນໃຫຍ່ ສຳລັບໂຄງການຂະໜາດໃຫຍ່ທີ່ຍັງບໍ່ສາມາດຊໍາລະຄືນໄດ້.
ປະເທດນ້ອຍໆທີ່ບໍ່ມີທາງອອກສູ່ທະເລ ທີ່ມີປະຊາກອນເກືອບ 8 ລ້ານຄົນແຫ່ງນີ້ ໄດ້ເລື່ອນການຊໍາລະໜີ້ໄປແລ້ວບາງສ່ວນ. ແຕ່ບັນດານັກເສດຖະສາດ ແລະ ນັກວິເຄາະກ່າວວ່າ ປັກກິ່ງອາດຈະເລີ້ມຂໍສ່ວນແບ່ງໃນດິນແດນ, ຊັບພະຍາກອນ ແລະ ພື້ນຖານໂຄງລ່າງຂອງລາວເປັນການຊົດເຊີຍ, ເຊິ່ງອາດຈະຂະຫຍາຍອິດທິພົນຂອງຈີນໃນປະເທດເພື່ອນບ້ານໄດ້.
ອີງຕາມຂໍ້ມູນຂອງທະນາຄານພັດທະນາເອເຊຍ ຫຼື ເອດີບີ ແລ້ວ, ອັດຕາເງິນເຟີ້ຂອງລາວໄດ້ເພີ່ມສູງຂຶ້ນ ຈາກຕົວເລກຫຼັກດຽວທີ່ຕ່ຳໆ ມາເປັນ 23 ເປີເຊັນ ໃນປີ 2022 ແລະ ເພີ່ມຂຶ້ນອີກ 31 ເປີເຊັນ ໃນປີກາຍນີ້, ເຊິ່ງຖືເປັນອັດຕາສູງສຸດໃນທົ່ວເອເຊຍທັງໝົດ. ທະນາຄານພັດທະນາລະດັບພາກພື້ນດັ່ງກ່າວ ຄາດວ່າອັດຕາເງິນເຟີ້ຈະຢູ່ລະດັບທີ່ສູງກວ່າ 20 ເປີເຊັນ ໄປຈົນເຖິງປີ 2025.
ລາຄາອາຫານໄດ້ຖີບຕົວສູງຂຶ້ນເກືອບເຖິງ 40 ເປີເຊັນ ໃນປີ 2023. ເອດີບີ ກ່າວວ່າ ການຖີບຕົວສູງຂຶ້ນເປັນເວລາດົນນານນີ້ ໄດ້ສົ່ງຜົນກະທົບຕໍ່ຄອບຄົວສ່ວນໃຫຍ່ໃນລາວ, ເຮັດໃຫ້ຫຼາຍຄອບຄົວຕ້ອງກິນອາຫານໜ້ອຍລົງ ຫຼືແມ່ນແຕ່ຫາອາຫານເພື່ອມາຊົດເຊີຍສິ່ງທີ່ພວກເຂົາເຈົ້າບໍ່ສາມາດຊື້ໄດ້ອີກຕໍ່ໄປໃນປະເທດທີ່ມີອັດຕາຄວາມອຶດຫິວສູງທີ່ສຸດໃນຜືນແຜ່ນດິນໃຫຍ່ຂອງເອເຊຍຕາເວັນອອກສຽງໃຕ້.
ປະຊາຊົນຊາວເມືອງຫລວງພຣະບາງ ເຊິ່ງເປັນເມືອງຫລວງເກົ່າ ຂອງລາວ ໄດ້ໃຫ້ສຳພາດກັບວີໂອເອ ໂດຍບໍ່ຂໍເປີດເຜີຍຊື່ ເນື່ອງຈາກຢ້ານວ່າ ຈະໄດ້ຮັບການຕອບໂຕ້ຄືນ ຈາກລັດຖະບານ ຂອງປະເທດຄອມມິວນິສ ວ່າ “ລາຄາຂອງທຸກໆຢ່າງ ກຳລັງເພີ່ມຂຶ້ນ, ເພີ້ມສູງຂຶ້ນ ແລະ ສູງຂຶ້ນເລື້ອຍໆ”.
ລາວກ່າວວ່າ ລາຄາຊີ້ນງົວໄດ້ເພີ່ມຂຶ້ນຫຼາຍກວ່າສອງເທົ່າໃນປີທີ່ຜ່ານມາ ແລະ ລາຄາອາຫານໂດຍສະເລ່ຍ ຫຼື ປາປີ້ງຈາກຮ້ານຂາຍອາຫານຕາມຖະໜົນ ໃນປັດຈຸບັນນີ້ ເພີ້ມສູງຂຶ້ນເຖິງ 4 ເທົ່າຂອງລາຄາເກົ່າ.
ໂດຍລາວ ໄດ້ກ່າວວ່າ "ປະຊາຊົນກຳລັງປະເຊີນກັບຄວາມຫຍຸ້ງຍາກ," “ບາງຄົນຊື້ເຄື່ອງ ໜ້ອຍລົງກວ່າເກົ່າ ເນື່ອງຈາກວ່າເຄື່ອງແພງຂຶ້ນ. ນັ້ນແມ່ນເຫດຜົນທີ່ຫຼາຍໆຄົນ ໃນປັດຈຸບັນ ຈຶ່ງພະຍາຍາມປູກສິ່ງຕ່າງໆດ້ວຍຕົນເອງ.”
ຊາວຫຼວງພະບາງ ທີ່ເຮັດວຽກ ເປັນຄູສອນ ພາສາ ກ່າວວ່າ ລາວເລີ່ມເຮັດສວນຜັກ ແລະ ໝາກໄມ້ ເມື່ອນຶ່ງປີກ່ອນ ເພື່ອຊ່ວຍ ລ້ຽງຄອບຄົວ ແລະ ຫາລາຍໄດ້ເສີມ ຢູ່ຕະຫຼາດທ້ອງຖິ່ນ.
ບັນດານັກວິເຄາະ ແລະນັກເສດຖະສາດກ່າວວ່າ ອັດຕາເງິນເຟີ້ທີ່ເພີ້ມສູງຂຶ້ນ ແມ່ນເກີດຈາກຫຼາຍປັດໄຈເຊັ່ນ ການເພີ່ມຂຶ້ນຂອງລາຄານ້ຳມັນໃນທົ່ວໂລກ ແລະການຫຼຸດລົງຢ່າງໄວວາຂອງຄ່າເງິນໃນທ້ອງຖິ່ນ ກໍຄືເງິນກີບ ເນື່ອງຈາກທະນາຄານກາງໃນປະເທດອື່ນໆ ໄດ້ເພີ່ມອັດຕາດອກເບ້ຍຂຶ້ນ ເຮັດໃຫ້ຄ່າເງິນຂອງປະເທດອື່ນໆ ສູງຂຶ້ນ. .
ທ່ານ ສຸກນິລັນ ແກ້ວລາ, ນັກເສດຖະສາດອາວຸໂສຈາກສະຖາບັນຄົ້ນຄວ້າເສດຖະກິດອາຊຽນ ແລະ ເອເຊຍຕາເວັນອອກ ຂອງອິນໂດເນເຊຍ, ກ່າວໂທດຄວາມຫຼົ້ມແຫຼວຂອງລາວ ໃນການງສ້າງຄັງສໍາຮອງເງິນຕາຕ່າງປະເທດທີ່ເຂັ້ມແຂງ ໃນຊ່ວງຫຼາຍປີຜ່ານມາເປັນຫຼັກ. ທ່ານກ່າວວ່າ ສິ່ງນີ້ ໄດ້ບີບບັງຄັບໃຫ້ ລັດຖະບານລາວ ຕ້ອງໃຊ້ເງິນຕາຕ່າງປະເທດ ເປັນຈໍານວນຫຼວງຫຼາຍ ເພື່ອຊໍາລະຄ່າໃຊ້ຈ່າຍຂອງຕົນ ກັບປະເທດອື່ນໆ ເຊິ່ງເຮັດໃຫ້ຄ່າເງິນກີບ ຕົກຕໍ່າລົງ ແລະລາຄາໃນການນໍາເຂົ້າ ສູງຂຶ້ນ.
ແຕ່ທ່ານ ແລະ ຄົນອື່ນໆເຫັນດີວ່າ ພາລະໃນການຊໍາລະໜີ້ສາທາລະນະອັນມະຫາສານຂອງລາວ ໄດ້ເຮັດໃຫ້ບັນຫາດັ່ງກ່າວຮ້າຍແຮງຂຶ້ນ.
ໂດຍລາວມີມູນຄ່າໜີ້ສິນຢູ່ທີ່ 13.8 ຕື້ໂດລາ ຫຼື 108 ເປີເຊັນ ຂອງຍອດຜະລິດຕະພັນພາຍໃນຂອງປະເທດ, ທະນາຄານໂລກ ໃນມໍ່ໆມານີ້ ໄດ້ເອີ້ນໜີ້ສິນຂອງລາວວ່າ "ບໍ່ຍືນຍົງ." ໃນຈໍານວນ 10.5 ຕື້ໂດລາ ທີ່ລາວ ເປັນໜີ້ ປະເທດອື່ນໆ, ເຄິ່ງນຶ່ງ ແມ່ນເປັນໜີ້ຈີນ.
ໜີ້ສິນສ່ວນໃຫຍ່ແມ່ນຖືກໃຊ້ເຂົ້າໃນອັດຕາສ່ວນການສະໜອງທຶນຂອງລາວສຳລັບໂຄງການຂະໜາດໃຫຍ່ຈໍານວນນຶ່ງ, ເຊິ່ງບາງໂຄງການໄດ້ຮັບການສະໜັບສະໜູນຈາກຈີນ, ເຊັ່ນການສ້າງເຂື່ອນໄຟຟ້າໃນແມ່ນໍ້າຂອງ ແລະເສັ້ນທາງລົດໄຟຄວາມໄວສູງມູນຄ່າ 6 ຕື້ໂດລາສະຫະລັດ ທີ່ເຊື່ອມຕໍ່ລະຫວ່າງຈີນ ແລະໄທຜ່ານລາວ.
ທ່ານ ແກ້ວລາ ກ່າວວ່າ "ແມ່ນແລ້ວ, ຍ້ອນວ່າໜີ້ຂອງຈີນ ທີ່ເຮັດໃຫ້ອັດຕາແລກປ່ຽນເງິນຕາຕ່າງປະເທດມີແຮງກົດດັນ," "ພວກເຂົາຕ້ອງເຮັດທຸກວິທີທາງ ເພື່ອພະຍາຍາມຊື້ເງິນຕາຕ່າງປະເທດໃນຕະຫຼາດ, ແລະນັ້ນ ເຮັດໃຫ້ເງິນກີບຂອງລາວອ່ອນຄ່າລົງ, ດັ່ງນັ້ນຈຶ່ງເຮັດໃຫ້ອັດຕາເງິນເຟີ້ສູງຂຶ້ນ."
ທະນາຄານໂລກລະບຸວ່າ ເງິນກີບໄດ້ສູນເສຍມູນຄ່າໄປເຄິ່ງນຶ່ງ ເມື່ອທຽບໃສ່ເງິນໂດລາສະຫະລັດ ໃນປີ 2022 ແລະສູນເສຍອີກນຶ່ງໃນ ຫ້າ ໃນຊ່ວງສາມໄຕມາດທຳອິດຂອງປີນີ້.
ທ່ານ ເຫວີນ ຈົງ ເຈຍ (Wen Chong Cheah), ນັກວິເຄາະດ້ານການວິໄຈຂອງໜ່ວຍງານສືບລັບດ້ານເສດຖະສາດກ່າວວ່າ ການຕ້ອງຈ່າຍໜີ້ຄືນເປັນຈຳນວນຫຼາຍນັ້ນ ຍັງເຮັດໃຫ້ຄ່າເງິນກີບຫຼຸດລົງອີກດ້ວຍ ໂດຍເຮັດໃຫ້ນັກລົງທຶນ ສົນໃຈທີ່ຈະຊື້, ຂາຍ ຫຼື ຖືຄອງເງິນກີບໜ້ອຍລົງ.
ໂດຍທ່ານ ໄດ້ກ່າວຕື່ມວ່າ "ເລື້ອງນີ້ ສົ່ງຜົນຕໍ່ຄວາມຮູ້ສຶກຂອງນັກລົງທຶນ. ຖ້າທ່ານຄາດຫວັງວ່າປະເທດໃດປະເທດນຶ່ງຈະຜິດນັດຊໍາລະໜີ້, ຖ້າທ່ານຄາດຫວັງວ່າຄ່າເງິນກີບຈະຕົກຕໍ່າລົງ, ທ່ານກໍຄົງຈະບໍ່ຢາກຖືຄອງເງິນກີບໄວ້. ນີ້ເຮັດໃຫ້ການຖືຄອງເງິນກີບໄວ້ ບໍ່ໜ້າດຶງດູດໃຈອີກຕໍ່ໄປ.”
ບັນດາຜູ້ສັງເກດການປະເທດລາວ ເບິ່ງວ່າໂອກາດທີ່ຈີນຈະປະປ່ອຍໃຫ້ປະເທດດັ່ງກ່າວ ຜິດນັດການຊໍາລະໜີ້ສິນ ໂດຍບໍ່ດຳເນີນການໃດໆເລີຍ ແມ່ນມີໜ້ອຍຫຼາຍ.
ດ້ານການແລກປ່ຽນໜີ້ສິນ, ທ່ານກ່າວວ່າ ຈີນມີແນວໂນ້ມທີ່ຈະເລື່ອນເວລາການຊໍາລະໜີ້ສິນຈຳນວນນຶ່ງອອກໄປ, ແຕ່ທ່ານຍັງກ່າວຕື່ມວ່າ ການແລກປ່ຽນໜີ້ສິນເພື່ອແລກປ່ຽນກັບການເປັນຖືຮຸ້ນ, ເຊິ່ງຈີນຈະແລກປ່ຽນໜີ້ສິນສ່ວນນຶ່ງເພື່ອແລກກັບຮຸ້ນບາງສ່ວນ ເຊັ່ນສິດໃນທີ່ດິນ ຫຼືແຮ່ທາດ ກໍເປັນອີກທາງເລືອກນຶ່ງທີ່ຈະແຈ້ງ.
ໃນປີ 2021 ລາວ ໄດ້ໃຫ້ຈີນ ຖືຮຸ້ນສ່ວນໃຫຍ່ ໃນບໍລິສັດຮ່ວມທຶນ ລະຫວ່າງ ບໍລິສັດ ໄຟຟ້າ ຂອງລັດຖະບານຈີນ ແລະ ບໍລິສັດ ໄຟຟ້າລາວ ທີ່ມີອັດຕາສ່ວນໜີ້ສິນສູງ. ຂໍ້ຕົກລົງດັ່ງກ່າວໄດ້ເຮັດໃຫ້ປັກກິ່ງ ມີອຳນາດຄວບຄຸມ ເຄືອຄ່າຍຕາໜ່າງໄຟຟ້າຂອງປະເທດ, ລວມທັງການສົ່ງອອກໄຟຟ້າໄປຍັງປະເທດເພື່ອນບ້ານ.
ໂດຍ ທ່ານນາງ ປອນ ສຸວັນນາແສງ ຜູ້ຊ່ວຍສາດສະດາຈານ ດ້ານການສຶກສາລະດັບໂລກ ຢູ່ທີ່ມະຫາວິທະຍາໄລ ເບັນລີ ໃນສະຫະລັດກ່າວວ່າ "ຂ້າພະເຈົ້າຄິດວ່າຮູບແບບຂອງການປັບໂຄງສ້າງ ເຫຼົ່ານີ້ ເຊິ່ງພວກມັນບໍ່ແມ່ນ "ການແລກປ່ຽນໜີ້ສິນເພື່ອແລກປ່ຽນກັບການຖືຮຸ້ນ" ໂດຍກົງ ນັ້ນ ມີແນວໂນ້ມທີ່ຈະເພີ້ມຂຶ້ນ, ແຕ່ມັນຂຶ້ນຢູ່ກັບວ່າ ຈີນຕ້ອງການອັນຍະມະນີເມັດໃດ ສຳລັບເປົ້າໝາຍດ້ານຍຸດທະສາດທີ່ກວ້າງຂວາງຂຶ້ນຂອງຕົນ," ແລະ ທ່ານນາງ ຍັງໄດ້ກ່າວວ່າ "ທ່ານ ບໍ່ຄິດວ່າມັນຈະຍາກສໍາລັບຈີນທີ່ຈະເຮັດແບບນັ້ນ."
ເຖິງແມ່ນວ່າເງື່ອນໄຂຂອງການກູ້ຢືມເງິນຂອງຈີນທີ່ໃຫ້ແກ່ລາວຈະບໍ່ມີຈະແຈ້ງ, ແຕ່ບັນດາເງື່ອນໄຂເຫລົ່ານັ້ນກໍ່ໄດ້ລວມເອົາທີ່ດິນ ແລະຊັບພະຍາກອນທໍາມະຊາດຈໍານວນນຶ່ງເປັນຫຼັກຊັບຄໍ້າປະກັນ, ອີງຕາມຂໍ້ມູນຈາກ AidData, ເຊິ່ງເປັນຫນ່ວຍງານຄົ້ນຄ້ວາທີ່ຂຶ້ນກັບສະຖາບັນ ວິລລຽມ ແອນ ແມຣີ (William & Mary), ເຊິ່ງເປັນມະຫາວິທະຍາໄລໃນລັດ ເວີຈີເນຍ ຂອງສະຫະລັດ. ທ່ານ ແກ້ວລາ ກ່າວວ່າ ການຂຸດຄົ້ນບໍ່ແຮ່ຂອງລາວຈະເປັນທາງເລືອກທີ່ເປັນໄປໄດ້ ສໍາລັບການແລກປ່ຽນ ຫຼືການປັບໂຄງສ້າງໃນອະນາຄົດ ຕາມຮູບແບບທີ່ ລັດວິສາຫະກິດ ໄຟຟ້າ ລາວ ກະກຽມໄວ້.
ທ່ານນາງ ສຸວັນນະແສງ ກ່າວວ່າ ເລື້ອງນີ້ ໄດ້ເຮັດໃຫ້ເກີດມີຄຳຖາມທີ່ສຳຄັນວ່າຈີນຈະເພີ່ມອິດທິພົນທີ່ມີຢູ່ແລ້ວນີ້ ຕໍ່ປະເທດດັ່ງກ່າວ ໄດ້ຫລາຍປານໃດ ຖ້າການຖືຮຸ້ນຂອງຕົນໃນຊັບສິນທີ່ສຳຄັນເຫຼົ່ານີ້ ຍັງສືບຕໍ່ຂະຫຍາຍອອກ.
ທ່ານນາງກ່າວວ່າ “ປະເທດພາຍນອກ ເຊັ່ນ ສະຫະລັດ ຄວນສົງໄສວ່າ ອຳນາດໃນການປົກຄອງໃນທາງປະຕິບັດ ຈະມີອິດທິພົນຕໍ່ການພົວພັນທາງດ້ານເສດຖະກິດ ແລະ ການເມືອງຂອງລາວກັບປະເທດອື່ນໆ ໃນລະດັບໃດ ແລະ ຈະເລີ່ມຮັດແໜ້ນນະໂຍບາຍການຕ່າງປະເທດກັບຈີນ ໃນດ້ານທີ່ສຳຄັນ ທີ່ຈີນຕ້ອງການໃຫ້ການສະໜັບສະໜູນໃນລະດັບໃດ”.
ທ່ານ ເຈຍ (Cheah) ຍັງເຫັນດີວ່າ "ມັນມີຄວາມສ່ຽງ". ເຊິ່ງ “ບໍລິສັດໄຟຟ້າ ແມ່ນເປັນຕົວຢ່າງທີ່ຈະແຈ້ງທີ່ສຸດວ່າ ສິ່ງນັ້ນໄດ້ເກີດຂຶ້ນແລ້ວ.”
ຟໍຣັມສະແດງຄວາມຄິດເຫັນ